ກອງປະຊຸມແນະນໍາແບບແຜນວິທີເຮັດວຽກຂອງກອງ ແລະ ຫ້ອງປະຕິບັດຄໍາຕັດສິນຂອງສານ

ກອງປະຊຸມແນະນໍາແບບແຜນວິທີເຮັດວຽກຂອງກອງ ແລະ ຫ້ອງປະຕິບັດຄໍາຕັດສິນຂອງສານ
ເພື່ອເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຄໍາຕັດສິນຂອງສານ (ສະບັບປັບປຸງ) ແລະແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ,ສະບັບເລກທີ1384/ຫສນຍ,ລົງວັນທີ26ກໍລະກົດ2023ໃຫ້ປະກົດຜົນເປັນຈິງ. ສະນັ້ນ,ເມື່ອບໍ່ດົນມານີ້ກົມຄຸ້ມຄອງການປະຕິບັດຄໍາຕັດສິນຂອງສານໄດ້ລົງເຄື່ອນໄຫວຕິດຕາມ,ຊຸກຍູ້ການຈັດຕັ້ງປະຕິບັດວຽກງານພ້ອມທັງແນະນຳແບບແຜນແລະວິທີເຮັດວຽກຂອງກອງແລະ ຫ້ອງປະຕິບັດຄໍາຕັດສິນຂອງສານໂດຍການເປັນປະທານຂອງທ່ານກອງສີສາຍສຸດທາ ຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສິນຂອງສານກະຊວງຍຸຕິທໍາ ມີຫົວໜ້າຫ້ອງການ, ກົມຈັດຕັ້ງ ແລະພະນັກງານ,ກົມກວດກາພ້ອມດ້ວຍພະນັກງານປະຕິບັດຄໍາຕັັັັັັັັດສິນຂອງສານຈາກພະແນກຍຸຕິທໍາແຂວງ, ບັນດາຫົວໜ້າຫ້ອງການຍຸຕິທໍາ9 ເມືອງ ແລະ 1 ນະຄອນປາກເຊ ເຂົ້າຮ່ວມ. 
ທ່ານກອງສີ ສາຍສຸດທາ ໄດ້ເຜີຍແຜ່ແນະນໍາກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຕາມພາລະບົດບາດໃໝ່ ພ້ອມທັງໄດ້ແນະນຳແບບແຜນ ແລະ ວິທີເຮັດວຽກໃຫ້ແກ່ພະນັກງານປະຕິບັດຄໍາຕັັດສິນຂອງສານ ຂອງພະແນກຍຸຕິທໍາແຂວງຈໍາ
ປາສັກ, ບັນດາຫ້ອງການຍຸຕິທໍາເມືອງ ໄດ້ຮັບຊາບ ເປັນຕົ້ນແມ່ນວຽກງານຈັດຕັ້ງ ແລະ ພະນັກງານ,ວຽກງານຄົ້ນຄວ້າແລະສະຖິຕິຄໍາຕັດສິນຂອງສານ, ການບັງຄັບປະຕິບັດຄຳຕັດສິນຂອງສານ, ການປະມູນ ແລະ ຂາຍຊັບ, ວຽກງານເກັບກູ້ໜີ້ສິນ ແລະ ຊໍາລະຊະສາງ, ວຽກງານຄຸ້ມຄອງແລະກວດກາການປະຕິບັດຄໍາຕັດສິນຂອງສານ ແລະ ວຽກງານບໍລິຫານ-ການເງິນ.ພ້ອມທັງຍົກໃຫ້ເຫັນດ້ານດີ,ດ້ານອ່ອນແລະ ຂໍ້ຄົງຄ້າງໃນການປະຕິບັດຄຳຕັດສິນຂອງສານທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ.ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ມີການປຶກສາຫາລືແລະ ແລກປ່ຽນບົດຮຽນທາງດ້ານວິຊາການຮ່ວມກັນລະຫວ່າງຂະແໜງການປະຕິບັດຄຳຕັດສິນຂອງສານຂອງພະແນກກັບໜ່ວຍງານປະຕິບັດຄຳຕັດສິນຂອງຫ້ອງການຍຸຕິທໍາເມືອງໃນໄລຍະຜ່ານມາ.ທັງນີ້ກໍເພື່ອເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວມີຄວາມກົມກຽວ,ສອດຄ່ອງແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ.ພ້ອມດຽວກັນນີ້ຍັງໄດ້ຮັບຟັງການລາຍງານວຽກງານການເງິນຈາກຫ້ອງການກະຊວງ,ວຽກງານຈັດຕັ້ງແລະພະນັັັັກງານຈາກກົມຈັດຕັ້ງ-ພະນັກງານ ທັງນີ້ກໍເພື່ອເຮັດໃຫ້ພະນັກງານປະຕິບັດຄໍາຕັດສິນຂອງສານທີ່ຮັບຜິດຊອບໃນວຽກງານຕ່າງໆຂອງກອງ ແລະ ຫ້ອງປະຕິບັດຄໍາຕັດສິນຂອງສານ ຢູ່ແຂວງຈໍາປາສັກ ໄດ້ຮັບຮູ້ ແລະ ເຂົ້າໃຈເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ໄດ້ຮັບຜົນດີ.
ໃນໂອກາດດັ່ງກ່າວ, ທ່ານ ກອງສີ ສາຍສຸດທາ ກໍໄດ້ແນະນໍາວຽກງານຮອບດ້ານ ພ້ອມຮຽກຮ້ອງໃຫ້ພະນັັັັັັກງານປະຕິບັດຄໍາຕັດສິນຂອງສານເອົາໃຈໃສ່ສຶກສາອົບຮົມການ
ເມືອງ-ແນວຄິດໃຫ້ພະນັກງານພາຍໃນທີ່ຮັບຜິດຊອບວຽກງານດັ່ງກ່າວ ຈົ່ງມີແນວຄິດອຸ່ນ
ອ່ຽນທຸ່ນທ່ຽງແລະສືບຕໍ່ຜັນຂະຫຍາຍດ້ານດີ,ປັບປຸງດ້ານອ່ອນແລະ ເອົາໃຈໃສ່ແກ້
ໄຂຂໍ້ຄົງຄ້າງທີ່ຜ່ານມາໃຫ້ຕົກໄປພ້ອມກັນສຸມໃສ່ຈັດຕັ້ງປະຕິບັດວຽກງານຂອງກອງ ແລະ ຫ້ອງປະຕິບັດຄໍາຕັດສິນຂອງສານຢູ່ແຂວງຈໍາປາສັກ ບັນລຸຕາມແຜນການທີ່ວາງໄວ້.
ຂ່າວ-ພາບ: ໄຊຍະສິດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຍອດອູ

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຍອດອູ

ໃນວັນທີ 27 ກໍລະກົດ ຜ່ານມານີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳຂອງແຂວງ ຜົ້ງສາລີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງຍອດອູ.
ຫຼວງ​ນ້ຳ​ທາອອກລະ​ບຽບ​ເຂັ້ມ​ງວ​ດ ຄຸ້ມຄອງນົກຂວາສັດ​ປະ​ຈຳ​ແຂວງ

ຫຼວງ​ນ້ຳ​ທາອອກລະ​ບຽບ​ເຂັ້ມ​ງວ​ດ ຄຸ້ມຄອງນົກຂວາສັດ​ປະ​ຈຳ​ແຂວງ

ເມືອງຫຼວງນໍ້າທາໄດ້ຈັດພິທີເຜີຍແຜ່ນິຕິກໍາກ່ຽວກັບການພັດທະນາ, ຄຸ້ມຄອງ ແລະ ການຂະຫຍາຍແຜນແມ່ບົດ ວ່າດ້ວຍນົກຂວາ ສັດປະຈໍາແຂວງຫຼວງນໍ້າທາໃນ​ວັນ​ທີ 28 ກໍ​ລະ​ກົດ​ນີ້ ທີ່ ເມືອງຫຼວງ​ນ້ຳ​ທາໂດຍການເຂົ້າຮ່ວມຂອງທ່ານ ຄໍາຜາຍ ອຸແປງວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມຂັ້ນເມືອງ,ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ປະເພນີບຸນເຂົ້າພັນສາ

ປະເພນີບຸນເຂົ້າພັນສາ

ເມື່ອຮອດມື້ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຂອງທຸກໆປີ ແມ່ນບຸນເຂົ້າພັນສາ ເປັນໜຶ່ງງານບຸນປະເພນີ ທີ່ມີຄວາມໝາຍ-ຄວາມສຳຄັນ ທາງສາສະໜາຂອງຊາວພຸດ ທັງເປັນບຸນທີ່ຢູ່ໃນຮີດ 12 ຄອງ 14 ປະເພນີລາວ ທີ່ຊາວພຸດເຄີຍສືບທອດປະຕິບັດກັນມາຮອດປັດຈຸບັນ. ປີນີ້ກົງກັບວັນພຸດວັນທີ 29 ກໍລະກົດ 2026.
ບໍລິສັດ ໄຟຟ້າຫົງສາ ຈໍາກັດ ອວຍພອນໜັງສືພິມປະຊາຊົນ

ບໍລິສັດ ໄຟຟ້າຫົງສາ ຈໍາກັດ ອວຍພອນໜັງສືພິມປະຊາຊົນ

ທ່ານ ນາງ ລຸ້ງເພັດ ຖິ່ນມະນາວ ຜູ້ຈັດການສ່ວນງານສື່ສານອົງກອນ ຕາງໜ້າໃຫ້ບໍລິສັດ ໄຟຟ້າຫົງສາ ຈໍາກັດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ໃນຕອນເຊົ້າວັນທີ 28 ກໍລະກົດນີ້ ທີ່ສໍານັກງານໜັງສືພິມ. ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ຄົບຮອບ 76 ປີ (13/8 /1950 - 13/8/2026) ໃກ້ຈະມາເຖິງນີ້. ໃຫ້ກຽດຕ້ອນຮັບໂດຍທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ພ້ອມຄະນະ.
ຮອງຫົວໜ້າ ຄອສພ ປາຖະກະຖາວັນສໍາຄັນຂອງພັກ ຂອງຊາດ ຢູ່ກະຊວງອຸດສາຫະກໍາ ແລະ ການຄ້າ

ຮອງຫົວໜ້າ ຄອສພ ປາຖະກະຖາວັນສໍາຄັນຂອງພັກ ຂອງຊາດ ຢູ່ກະຊວງອຸດສາຫະກໍາ ແລະ ການຄ້າ

ໃນວັນທີ 23 ກໍລະກົດຜ່ານມານີ້, ທ່ານ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໄດ້ປາຖະກະຖາເນື່ອງໃນໂອກາດວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ, ວັນສົນທິສັນຍາມິດຕະພາບ ແລະ ການຮອບມື ຄົບຮອບ 49 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ)ໂດຍມີຄະນະພັກ, ຄະນະນໍາ, ບັນດາໜ່ວຍພັກຮາກຖານ, ສະມາຊິກພັກ-ພະນັກງານຫຼັກແຫຼ່ງເຂົ້າຮ່ວມ 200 ກວ່າທ່ານ.
ບໍລິສັດ ກະສິກໍາ ຈໍາກັດຜູ້ດຽວ ມອບເຄື່ອງກິລາໃຫ້ກອງບັນຊາການທະຫານຜົ້ງສາລີ

ບໍລິສັດ ກະສິກໍາ ຈໍາກັດຜູ້ດຽວ ມອບເຄື່ອງກິລາໃຫ້ກອງບັນຊາການທະຫານຜົ້ງສາລີ

ໃນວັນທີ 27 ກໍລະກົດຜ່ານມາ, ທ່ານ ສີມື ສົມເພັດ ຕາງໜ້າບໍລິສັດ ກະສິກໍາ ຈໍາກັດຜູ້ດຽວ ໄດ້ນໍາເອົາເຄື່ອງກິລາຈໍານວນ 50 ຊຸດ ລວມມູນຄ່າ 5,000,000 ກີບ ມອບໃຫ້ກອງບັນຊາການທະຫານແຂວງຜົ້ງສາລີ, ໂດຍການກ່າວຮັບຂອງສະຫາຍ ພັນເອກ ວິໄລ ແພງສົມເຮືອງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ ພ້ອມດ້ວຍຄະນະ.
ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງເມືອງມຸນລະປາໂມກ

ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງເມືອງມຸນລະປາໂມກ

ສະຫະພັນແມ່ຍິງເມືອງມຸນລະປາໂມກ ຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ສະມາຊິກສະຫະພັນແມ່ຍິງທົ່ວເມືອງ ຂຶ້ນໃນວັນທີ 27 ກໍລະກົດຜ່ານມາ, ທີ່ສະໂມສອນເມືອງມຸນລະປາໂມກ ແຂວງຈຳປາສັກ ໂດຍໃຫ້ກຽດເປັນປະທານຂອງທ່ານ ສົມຈັນ ສີຈັນແດງ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີບັນດາຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ ພ້ອມດ້ວຍສະມາຊິກແມ່ຍິງທົ່ວເມືອງເຂົ້າຮ່ວມ.
ຄໍາມ່ວນ ຈັດພິທີທາງສາສະໜາ ກ່ອນເລີ່ມກໍ່ສ້າງ ແລະ ບູລະນະສວນອະນຸສາວະລີ ປະທານ ໄກສອນ ພົມວິຫານ

ຄໍາມ່ວນ ຈັດພິທີທາງສາສະໜາ ກ່ອນເລີ່ມກໍ່ສ້າງ ແລະ ບູລະນະສວນອະນຸສາວະລີ ປະທານ ໄກສອນ ພົມວິຫານ

ໃນວັນທີ 28 ກໍລະກົດ 2026 ກົງກັບວັນອັງຄານຂຶ້ນ 14 ຄໍ່າ ເດືອນ 8 ລາວ ພສ 2569, ແຂວງຄໍາມ່ວນ ນໍາໂດຍທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍບັນ ດາການນໍາແຂວງ, ພະເຖຣານຸເຖຣະ, ການຈັດຕັ້ງບ້ານ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈັດພິທີທາງສາສະໜາກ່ອນການເລີ່ມກໍ່ສ້າງປັບປຸງ ແລະ ບູລະນະສ້ອມແປງສວນອະນຸສາວະລີ ປະທານ ໄກສອນ ພົມວິຫານ ຊຶ່ງຕັ້ງຢູ່ບ້ານໂພນສະອາດ (ຫຼັກ 4) ເມືອງທ່າແຂກ.
ເຜີຍແຜ່ຜົນສໍາເລັດກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ​ຂອງ​ສະ​ພາ​ແຫ່ງ​ຊາດຊຸດ​ທີ X ຢູ່​ເມືອງ​ພູ​ຄູນ

ເຜີຍແຜ່ຜົນສໍາເລັດກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ​ຂອງ​ສະ​ພາ​ແຫ່ງ​ຊາດຊຸດ​ທີ X ຢູ່​ເມືອງ​ພູ​ຄູນ

ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ, ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວພົບປະຜູ້ມີສິດປ່ອນບັດເລືອກຕັ້ງ ແລະເຜີຍ​ແຜ່ຜົນສຳເລັດ ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະສະພາປະຊາຊົນແຂວງຫຼວງ​ພະ​ບາງ ຊຸດທີ Vຢູ່ເມືອງພູຄູນ, ໃນ​ວັນ​ທີ 27 ກໍ​ລະ​ກົດ​ນີ້, ທີ່ ບ້ານ​ຜາ​ເກັ່ງ​ນ້ອຍໂດຍມີການນໍາເມືອງພູ​ຄູນ, ຄະ​ນະກຳ​ມະ​ການ​ປົກ​ຄອງ​​ບ້ານ, ຜູ້ມີສິດປ່ອນບັດ ບ້ານຜາເກັ່ງນ້ອຍ, ບ້ານຜາເກັ່ງໃຫຍ່ ແລະບ້ານໂພນໄຊ ເຂົ້າ​ຮ່ວມ​ຮັບ​ຟັງ.
ເມືອງ​ໂພນ​ໂຮງຫາ​ລືການເກັບກຳຂໍ້ມູນໂຄງການເຊົ່າ-ສຳປະທານທີ່ດິນຂອງລັດ

ເມືອງ​ໂພນ​ໂຮງຫາ​ລືການເກັບກຳຂໍ້ມູນໂຄງການເຊົ່າ-ສຳປະທານທີ່ດິນຂອງລັດ

​ເມືອງ​ໂພນ​ໂຮງແຂວງວຽງ​ຈັນຈັດກອງປະຊຸມລົງຕິດຕາມ ແລະ ເກັບກຳຂໍ້ມູນບັນດາໂຄງການທີ່ໄດ້ຮັບອະນຸຍາດໃຫ້ເຊົ່າ-ສຳປະທານທີ່ດິນຂອງລັດ ໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດນີ້ ທີ່ເມືອງໂພນໂຮງ ໂດຍມີ ທ່ານ ກົງເພັດ ສໍປະດິດປະທານຄະນະກຳມະການປົກຄອງເມືອງໂພນໂຮງ, ທ່ານ ຫອມຮັກ ສຸນະວັນ ຫົວໜ້າພະແນກການເງິນ ແຂວງວຽງຈັນ, ມີພາກສ່ວນກ່ຽວຂ້ອງ ແລະ ຜູ້ປະກອບການເຂົ້າຮ່ວມ.
ເພີ່ມເຕີມ