ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX
ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ເປີດຂຶ້ນຢ່າງເປັນທາງການໃນວັນທີ 9 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະ ທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ເປັນກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາການນໍາພັກ-ລັດ ພ້ອມດ້ວຍແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊມໃຫຍຜແທນແມຍງລາວທວປະເທດ ຄງທ IX - image 1
 

 

 

ທ່ານນາງ ອາລີ ວົງໜໍ່ບຸນທໍາ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ຮັບຟັງ ແລະ ຮັບ ຮອງເອົາການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII ໃນໄລຍະ 2021-2025. ພ້ອມນັ້ນ, ຍັງໄດ້ປະກອບຄໍາເຫັນ ແລະ ຮັບຮອງເອົາແຜນພັດທະນາແມ່ຍິງລາວ 5 ປີ ໄລຍະ 2026-2030 ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກ ກໍຄືຂອງສະຫະພັນແມ່ຍິງໃນໄລຍະໃໝ່, ແນໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X, 3 ແຜນດໍາເນີນງານແຫ່ງຊາດກ່ຽວກັບຄວາມສະເໝີພາບຍິງ-ຊາຍ, ແມ່ ແລະ ເດັກ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ; ພ້ອມນີ້, ຜູ້ແທນກອງປະຊຸມຍັງໄດ້ຮັບຮອງເອົາກົດລະບຽບສະບັບປັບປຸງຂອງສະຫະພັນແມ່ຍິງລາວ ສະໄໝທີ IX, ເນື້ອໃນຄໍາຂວັນ, ຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວ ແລະ ບົດສໍາຫຼວດການນຳພາລວມຂອງຄະນະບໍລິຫານງານ ສສຍລ ສະໄໝທີ VIII. ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຂອງການນຳຈາກຄະນະໂຄສະນາອົບຮົມສູນກາງພັກ, ອົງການພາຄີ, ແຂວງ, ຕາງໜ້າຄະນະສະຫະພັນແມ່ຍິງແຂວງ ແລະ ຕົວແບບການພັດທະນາຈໍານວນໜຶ່ງ. ພ້ອມທັງຮັບຮອງເອົາມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX. ກອງປະຊຸມໃຫຍ່ຄັ້ງນີ້ສຸດທີ່ມີຄວາມສໍາຄັນ ສໍາລັບສະຫະພັນແມ່ຍິງລາວໃນການສ້າງຄວາມເຂັ້ມແຂງໃຫ້ການ ຈັດຕັ້ງ, ການກໍານົດເປົ້າໝາຍໃນການສຶກສາອົບຮົມສະມາຊິກສະຫະພັນແມ່ຍິງໃຫ້ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມສີວິໄລທາງດ້ານຈິດໃຈ, ເປັນພົນລະເມືອງດີ, ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ມີຄວາມເອື້ອເຟື້ອເຜື່ອແຜ່, ອະນຸລັກ, ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ຂອງແມ່ຍິງລາວບັນດາເຜົ່າ ສ້າງໃຫ້ແມ່ຍິງລາວມີວິທະຍາສາດທັນສະໄໝ ເປັນແມ່ຍິງລາວໃໝ່ ແລະ ພັດທະນາແມ່ຍິງລາວບັນດາເຜົ່າໃຫ້ໄດ້ຮັບການພັດທະນາຮອບດ້ານ, ມີຄວາມກ້າວໜ້າ, ມີຄວາມສະເໝີພາບຍິງ-ຊາຍ ສາມາດເຮັດໜ້າທີ່ເປັນຕົວແທນປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກໃນຄອບຄົວ ແລະ ສັງຄົມ.

ກອງປະຊມໃຫຍຜແທນແມຍງລາວທວປະເທດ ຄງທ IX - image 2
 

ທ່ານນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສສຍລ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ຍົກໃຫ້ເຫັນຜົນງານພົ້ນເດັ່ນຫຼາຍດ້ານ ໃນການເຄື່ອນໄຫວວຽກງານໄລຍະ 5 ປີຜ່ານມາ, ສາເຫດຕົ້ນຕໍທີ່ພາໃຫ້ມີຈຸດອ່ອນ-ຂໍ້ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງລວມ, ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2026-2030). ຮັບຟັງແຜນພັດທະນາແມ່ຍິງລາວໄລຍະ 5 ປີ (2026-2030).

ກອງປະຊມໃຫຍຜແທນແມຍງລາວທວປະເທດ ຄງທ IX - image 3
 
ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໂຄງການ AFN ຊ່ວຍໃຫ້ຊຸມຊົນຮູ້ວິທີການແປຮູບອາຫານທີ່ຫຼາກຫຼາຍ

ໂຄງການ AFN ຊ່ວຍໃຫ້ຊຸມຊົນຮູ້ວິທີການແປຮູບອາຫານທີ່ຫຼາກຫຼາຍ

5 ບ້ານ ຂອງເມືອງລະມາມ ແຂວງເຊກອງ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການອາຫານໂລກພາຍໃຕ້ການສະໜັບສະໜູນໂຄງການກະສິກໍາ ເພື່ອໂພຊະນາການ (AFN) ໄລຍະ 2. ຈຶ່ງເຮັດໃຫ້ຊຸມຊົນຄືປະຊາຊົນມີຄວາມຮັບຮູ້, ເຂົ້າໃຈ, ຮຽນຮູ້ວິທີການແປຮູບອາຫານທີ່ຫຼາກຫຼາຍ ເພື່ອໂພສະນາການສະໜອງອາຫານໄວ້້ຍາວນານ.
ການປຸກສ້າງ,ປ່ອຍນໍ້າເປື້ອນ ຍັງເປັນອຸປະສັກກະທົບທາງດ້ານສິ່ງແວດລ້ອມ

ການປຸກສ້າງ,ປ່ອຍນໍ້າເປື້ອນ ຍັງເປັນອຸປະສັກກະທົບທາງດ້ານສິ່ງແວດລ້ອມ

ວຽກງານບໍລິການ ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ ສໍາລັບການດໍາລົງຊີວິດໃນສັງຄົມ, ໂດຍສະເພາະ ແມ່ນການບໍລິການໃຫ້ມີຄວາມອາດ-ສະດວກ, ວ່ອງໄວ ເພື່ອໃຫ້ສັງຄົມມີຄວາມເພິ່ງພໍໃຈ ໃນການເຄື່ອນໄຫວວຽກງານອື່ນຢ່າງມີຜົນສໍາເລັດ.
ເມືອງໄຊ ຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025

ເມືອງໄຊ ຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025

ໃນວັນທີ 16 ທັນວາຜ່ານມານີ້, ອົງການປົກເມືອງໄຊ ແຂວງອຸດົມໄຊ ໄດ້ຈັດພິທີຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025ຂຶ້ນ, ເປັນກຽດເຂົ້າຮ່ວມມີ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ລິນຄຳ ດວງສະຫວັນ ກຳມະການສຳຮອງສູນກາງພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີແຂກຖືກເຊີນ ແລິ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ນັກໂທດທີ່ປະພຶດດີແຂວງຫຼວງພະບາງ ໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ

ນັກໂທດທີ່ປະພຶດດີແຂວງຫຼວງພະບາງ ໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ

ວັນທີ 15 ທັນວາຜ່ານມານີ້, ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນ ແຂວງຫຼວງພະບາງ,ໄດ້ມີພິທີ ປະກາດອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ໃຫ້ແກ່ນັກໂທດ ທີ່ມີການປະພຶດດີ ໃນໂອກາດວັນສະຖາປະນາ ສາທາລະນະລັດ ໄປຊາທິປະໄຕ ປະຊາຊົນລາວ (ວັນທີ່ 2 ທັນວາ) ຄົບຮອບ 50 ປີ ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ.
ຄໍາມ່ວນ ຮັບຮອງເອົາການແຕ່ງຕັ້ງ ທ່ານ ສົມສະອາດ ອຸ່ນສີດາ ເປັນປະທານ ຄະນະກຳມະການປົກຄອງແຂວງ

ຄໍາມ່ວນ ຮັບຮອງເອົາການແຕ່ງຕັ້ງ ທ່ານ ສົມສະອາດ ອຸ່ນສີດາ ເປັນປະທານ ຄະນະກຳມະການປົກຄອງແຂວງ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວາ 2025, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ.
ສສຊ ສສນວ ຮັບຮອງຮ່າງຂໍ້ຕົກລົງເຈົ້າຄອງນະຄອນຫຼວງວຽງຈັນ

ສສຊ ສສນວ ຮັບຮອງຮ່າງຂໍ້ຕົກລົງເຈົ້າຄອງນະຄອນຫຼວງວຽງຈັນ

ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ IV, ໃນວັນທີ 17 ທັນວານີ້, ທີ່ຫ້ອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ມີຮອງປະທານ ຮອງເຈົ້າຄອງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກົມຕຳຫຼວດຄຸມຂັງ-ດັດສ້າງ ປາຖະກະຖາ 2 ວັນປະຫວັດສາດ

ກົມຕຳຫຼວດຄຸມຂັງ-ດັດສ້າງ ປາຖະກະຖາ 2 ວັນປະຫວັດສາດ

ກົມຕຳຫຼວດຄຸມຂັງ-ດັດສ້າງກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 17 ທັນວານີ້, ໃຫ້ກຽດປາຖະກະຖາໂດຍທ່ານ ພົຈວ ລັດສະໝີ ໄຊຍະຄໍາ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະກົມ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ກະຊວງກະສິກຳ ແລະ ສິ່ງແວດລ້ອມ ມອບແນວພັນສັດ-ພືດ ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ມອບແນວພັນສັດ-ພືດ ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ ແລະ ປະກອບສ່ວນເຂົ້າໃນວຽກງານສ້າງພະລາທິການກັບທີ່ ຂອງກຳລັງປ້ອງກັນຊາດ, ໃນວັນທີ 16 ທັນວານີ້ທີ່ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ມີພິທີມອບ-ຮັບ ແນວພັນສັດລ້ຽງ (ງົວ), ແນວພັນສາລີ, ອຸປະກອນກິລາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກັບ ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3, ໂດຍໃຫ້ກຽດກ່າວມອບຂອງ ທ່ານ ລິນຄຳ ດວງສະຫວັນລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ,ມີບັນດາທ່ານການນຳແຂວງ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງພົນທະຫານຮາບທີ3 ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ກອງບັນຊາການທະຫານຊາຍແດນ ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ

ກອງບັນຊາການທະຫານຊາຍແດນ ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ

ວັນທີ 16 ທັນວາຜ່ານມາ, ກອງບັນຊາການທະຫານຊາຍແດນ ນໍາໂດຍສະຫາຍ ພັນໂທ ອິນປອນ ບໍລິບູນ ຫົວໜ້າພະແນກໂຄສະນາ ກອງບັນຊາການທະຫານຊາຍແດນ ໄດ້ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ ແລະ ອະນຸສອນສະຖານປະທານ ສຸພານຸວົງ ເນື່ອງໃນໂອກາດສະເຫຼີມສະຫຼອງ 3 ວັນປະຫວັດສາດ.
ການເຮັດບັດປະຈໍາຕົວດີຈີຕອນ ເລີ່ມແຕ່ວັນທີ 17 ທັນວານີ້ເປັນຕົ້ນໄປ  ໃນຂອບເຂດທົ່ວປະເທດ

ການເຮັດບັດປະຈໍາຕົວດີຈີຕອນ ເລີ່ມແຕ່ວັນທີ 17 ທັນວານີ້ເປັນຕົ້ນໄປ ໃນຂອບເຂດທົ່ວປະເທດ

- ອີງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 945/ ປກສ, ລົງວັນທີ 03 ພຶດສະພາ 2025, ເພື່ອປະຕິບັດຕາມແຈ້ງການສະບັບ ເລກທີ 8719/ຄກຖ, ລົງວັນທີ 16 ທັນວາ 2025 ເລື່ອງ: ໃຫ້ພົນລະເມືອງລາວມາເຮັດບັດປະຈຳຕົວດີຈີຕອນໃນຂອບເຂດທົ່ວປະເທດ.
ເພີ່ມເຕີມ