ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ແຂວງສາລະວັນ ຄັ້ງທີ VIII

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ແຂວງສາລະວັນ ຄັ້ງທີ VIII

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ແຂວງສາລະວັນ ຄັ້ງທີ VIII
ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ແຂວງສາລະວັນ ຄັ້ງທີ VIII ໄດ້ໄຂຂຶ້ນໃນວັນທີ 28 ພຶດສະພາຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນທະວອນ ດ້ວງປັນຍາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະພັກ ຮອງເລຂາຄະນະບໍລິຫານງານ ສຊປລ, ພ້ອມດ້ວຍແຂກຖືກເຊີນ ແລະ ຜູ້ແທນຊາວໜຸ່ມທົ່ວແຂວງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານຜົນສໍາເລັດການຈັດຕັ້ງຜັນຂະຫຍາຍມະຕິ VII ຂອງຄະນະບໍລິຫານງານຊາວໜຸ່ມໃນໄລຍະ 5 ປີຜ່ານມາ ສະເໜີໂດຍ ສະຫາຍ ສຸວຽງທອງ ສຸຂະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ຊຶ່ງໄດ້ຍົກໃຫ້ເຫັນຂະບວນການທີ່ພົ້ນເດັ່ນແມ່ນການສຶກສາອົບຮົມການເມືອງແນວຄິດ, ການປັບປຸງການຈັດຕັ້ງ ພ້ອມທັງສ້າງເສດຖະກິດ ປັບປຸງແບບແຜນວິຖີຊີວິດຂອງຊາວໜຸ່ມ ພ້ອມທັງໄດ້ສຸມໃສ່ການສ້າງວຽກເຮັດງານທໍາ. ກອງປະຊຸມໄດ້ຮັບຟັງການຕີລາຄາການຈັດຕັ້ງຜັນຂະຫຍາຍແຜນພັດທະນາວຽກງານຊາວໜຸ່ມ ສະເໜີໂດຍ ສະຫາຍ ສຸລິສັກ ໄຊປະເສີດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ຊຶ່ງໄດ້ຕີລາຄາການປະຕິບັດແຜນພັດທະນາເຫັນວ່າທຸກວຽກງານຂອງຄະນະຊາວໜຸ່ມແຂວງ ໄດ້ຖືກປະຕິບັດ ຄຽງຄູ່ກັບແຜນພັດທະນາຂອງຄະນະພັກແຂວງວາງອອກ. ໃນນັ້ນ, ສິ່ງສໍາຄັນແມ່ນເຮັດໃຫ້ຊາວໜຸ່ມໄດ້ມີການພັດທະນາຕົນເອງ, ໃຫ້ມີແບບແຜນວິທີເຮັດວຽກ, ການແກ້ໄຂສິ່ງຫຍໍ້ທໍ້ໃນຂົງເຂດຊາວໜຸ່ມ ສາມາດເຮັດໃຫ້ຊາວໜຸ່ມເຂົ້າເຖິງວຽກເຮັດງານທໍາ ເພື່ອພັດທະນາເສດຖະກິດຄອບຄົວໃຫ້ມີຢູ່ມີກິນ ພ້ອມທັງເຂົ້າຮ່ວມທຸກຂະບວນການຂອງພັກ-ລັດຕາມການມອບໝາຍ. ກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມຈໍານວນ 31 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ເລືອກເອົາ ສະຫາຍ ຈັນທະວອນ ດ້ວງປັນຍາ ເປັນເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ສຸລິສັກ ໄຊຍະເສີດ, ສະຫາຍ ນາງ ນິ້ງ ທໍາມະວົງສາ ແລະ ສະຫາຍ ໂສພາ ຈັນທະວົງ ເປັນຮອງຄະນະບໍລິຫານງານຊາວໜຸ່ມແຂວງ ສະໄໝທີ VIII.

(ຂ່າວ: ສ. ຜາຊ້າງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທຳ

ກອງປະຊຸມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທຳ

ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VIII ໃນວັນທີ 21 ກັນຍາ ນີ້ ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ, ເປັນປະທານຮ່ວມໂດຍ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ປະທານສານປະຊາຊົນສູງສຸດ, ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທໍາ, ເປັນກຽດເຂົ້າຮ່ວມໂອ້ລົມໂດຍທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູງກາງພັກ ພ້ອມດ້ວຍການນໍາຂອງ 4 ພາກສ່ວນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະກໍາມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສພຊ ປະຈໍາປີ

ກອງປະຊຸມຄົບຄະນະກໍາມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສພຊ ປະຈໍາປີ

​ ກໍາມາທິການ ວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຄົບຄະນະ ປະຈໍາປີ 2026 ຂຶ້ນຢ່າງເປັນທາງການ ໃນວັນທີ 22 ກັນຍານີ້ ທີ່ໂຮງແຮມເມື່ອງແທັງ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງ ທ່ານນາງ ອໍາໄພວອນ ລ້ອມບຸນແພງ ປະທານກໍາມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ, ມີບັນດາຄະນະປະທານກໍາມາທິການ, ສະມາຊິກສະພາແຫ່ງຊາດ ທີ່ເປັນກໍາມະການຂອງກໍາມາທິການ ຈາກເຂດເລືອກຕັ້ງທົ່ວປະເທດ, ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງວ່າການສະພາແຫ່ງຊາດ, ບັນດາກະຊວງ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມແນະນຳດ້ານວິຊາການ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

ກອງປະຊຸມແນະນຳດ້ານວິຊາການ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

ກອງປະຊຸມແນະນຳດ້ານວິຊາການ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະ 2027-2030 ໄດ້ຈັດຂຶ້ນ ລະຫວ່າງວັນທີ 21-22 ກັນຍານີ້ ທີ່ ຫໍປະຊຸມແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດຍມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ກອງບັນຊາການທະຫານແຂວງຄຳມ່ວນ ປະດັບທຽບຊັ້ນນາຍທະຫານ

ກອງບັນຊາການທະຫານແຂວງຄຳມ່ວນ ປະດັບທຽບຊັ້ນນາຍທະຫານ

ວັນທີ 18 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງຄໍາມ່ວນ ໄດ້ຈັດພິທີປະດັບທຽບຊັ້ນນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພັນໂທ ພົມວິຫານ ອິນສັກດາ ກໍາມະການຄະນະພັກ ກອງບັນຊາການ, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ, ມີຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງພັນ 629 ປາຖະກະຖາ ວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ

ກອງພັນ 629 ປາຖະກະຖາ ວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ

ວັນທີ 21 ກັນຍາຜ່ານມາ, ກອງພັນ 629 ກອງພົນທີ 2 ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ (12 ຕຸລາ 1981-12 ຕຸລາ 2026) ໂດຍການເປັນປະທານ ແລະ ປາຖະ ກະຖາຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງ ກອງພົນທີ 2, ມີຄະນະຫ້ອງ, ພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ແກ່ນທ້າວ ກຽມຄວາມພ້ອມຈັດງານແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2026

ແກ່ນທ້າວ ກຽມຄວາມພ້ອມຈັດງານແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2026

ໃນວັນທີ 21 ກັນຍາຜ່ານມາ, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມລາຍງານຄວາມພ້ອມການຈັດງານແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2026 ໂດຍການເປັນປະທານຂອງທ່ານ ຄໍາປຸ່ນ ນວນສະບັບ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນປະຈຳເຂດເລືອກຕັ້ງເມືອງ, ມີທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍຄະນະຊີ້ນຳລວມ ເຂົ້າຮ່ວມ.
ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ອະນຸມັດສ້າງຕັ້ງພະແນກຄຸ້ມຄອງພົນລະເມືອງ ພ້ອມທັງປະກາດການຈັດຕັ້ງ

ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ອະນຸມັດສ້າງຕັ້ງພະແນກຄຸ້ມຄອງພົນລະເມືອງ ພ້ອມທັງປະກາດການຈັດຕັ້ງ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈັດພິທີປະກາດການອະນຸມັດສ້າງຕັ້ງພະແນກຄຸ້ມຄອງພົນລະເມືອງ ແລະ ແຕ່ງຕັ້ງຫົວໜ້າ ແລະ ຮອງພະແນກ, ບັດດາຫົວໜ້າ ແລະ ໜ່ວຍງານຂອງພະແນກຄຸ້ມຄອງພົນລະເມືອງ ທີ່ຂຶ້ນກັບກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ສະໂມສອນກອງບັນຊາການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ພັອ ອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ມີຄະນະພັກຮາກຖານກອງບັນຊາການ, ຫົວໜ້າ ແລະ ຮອງພະແນກທີ່ກ່ຽວຂ້ອງເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ

ສານປະຊາຊົນສູງສຸດ ປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມປາຖະກະຖາ ມູນເຊື້ອວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945 - 2ກັນຍາ 2026), ໃຫ້ກຽດປາຖະກະຖາໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີພະນັກງານອ້ອມຂ້າງສານເຂົ້າຮ່ວມ.
ແມ່ຍິງແຂວງໄຊຍະບູລີ ລົງຊຸກຍູ້ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ

ແມ່ຍິງແຂວງໄຊຍະບູລີ ລົງຊຸກຍູ້ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ

ໃນວັນທີ 21 ກັນຍາຜ່ານມາ, ຄະນະສະຫະພັນແມ່ຍິງແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ ຊຶ່ງນຳໂດຍທ່ານ ນາງ ບົວຈັນ ພັນທະວົງ ກຳມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ໃຫ້ກຽດຕ້ອນຮັບຂອງທ່ານ ຈັນເພັງ ແສນຄຳ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ ແລະ ອົງການຈັດ ຕັ້ງມະຫາຊົນຂັ້ນເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະຊາຊົນບ້ານຫ້ວຍໂກນ ສາມັກຄີສ້າງຂົວເພື່ອອຳນວຍຄວາມສະດວກໃນການໄປມາ

ປະຊາຊົນບ້ານຫ້ວຍໂກນ ສາມັກຄີສ້າງຂົວເພື່ອອຳນວຍຄວາມສະດວກໃນການໄປມາ

ປະຊາຊົນບ້ານຫ້ວຍໂກນ ເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ເຕົ້າໂຮມຄວາມສາມັກຄີພາຍໃນບ້ານ ດຳເນີນການສ້າງຂົວຂ້າມຫ້ວຍໂກນ ເພື່ອເຮັດໃຫ້ການໄປມາເຂົ້າສູ່ເຂດການຜະລິດມີຄວາມສະດວກ.
ເພີ່ມເຕີມ