ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ອກສລ ຄັ້ງທີ III

ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ອກສລ ຄັ້ງທີ III

ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ອກສລ ຄັ້ງທີ III
ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ ອົງການກວດສອບແຫ່ງລັດ (ອກສລ) ຄັ້ງທີ IIIໄດ້ຈັດຂຶ້ນໃນວັນທີ 14 ພຶດສະພານີ້ ທີ່ຫ້ອງປະຊຸມຂອງ ອກສລ ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານ ອກສລ; ມີ ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ,

 

 ບັນດາຄະນະປະຈໍາ, ຄະນະພັກ-ຄະນະນໍາ ບັນດາກົມ, ຄະນະບໍລິຫານງານກໍາມະບານ, ສະຫະພັນແມ່ຍິງ ແລະ ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວທີ່ຢູ່ພາຍໃນ ອກສລ ເຂົ້າຮ່ວມຢ່າງພ້ອມພຽງ.

ພາຍຫຼັງທີ່ ສະຫາຍ ແສງເພັດ ສີຫາວົງ ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທັງເປັນເລຂາຄະນະບໍລິຫານງານຊາວໜຸ່ມ ອກສລ ຂຶ້ນກ່າວເປີດກອງປະຊຸມ; ສະຫາຍ ເຮັ່ງ ຂັນທະວີໄຊ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ອກສລ ກໍໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ ຊຶ່ງໃຫ້ຮູ້ວ່າ: ຕະຫຼອດໄລຍະ 5 ປີ ທີ່ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ອກສລ ໄດ້ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ພາຍໃຕ້ສະພາບແວດລ້ອມ ສາກົນແລະ ພາກພື້ນ ມີການຜັນແປຢ່າງໄວວາ ແລະ ສະຫຼັບສັບຊ້ອນ ຊຶ່ງສົ່ງຜົນກະທົບຕໍ່ປະເທດເຮົາ; ເຖິງຢ່າງໃດກໍຕາມ, ການນຳພາຈັດຕັ້ງປະຕິບັດຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ ຕາມກົດໝາຍ ແລະ ກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນເງື່ອນໄຂສະພາບແວດລ້ອມ ທີ່ເປັນທັງກາລະໂອກາດ ແລະ ສິ່ງທ້າທາຍທີ່ກ່າວມານັ້ນ ກໍມີຜົນສຳເລັດຫຼາຍດ້ານທີ່ພົ້ນເດັ່ນ ຊຶ່ງນອກຈາກຂະບວນການ 4 ບຸກ ກໍມີການເຂົ້າຮ່ວມຂະບວນການສຶກສາອົບຮົມທີ່ການຈັດຕັ້ງພາຍໃນ ແລະ ພາຍນອກຈັດຂຶ້ນໃນແຕ່ລະໄລຍະ ເມື່ອທຽບໃສ່ຄາດໝາຍສູ້ຊົນທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ II ແມ່ນລື່ນຄາດໝາຍ 12%; ກໍ່ສ້າງສະມາຊິກຊາວໜຸ່ມ ໃຫ້ກາຍເປັນສະມາຊິກພັກ ທຽບໃສ່ຄາດ ໝາຍ ທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ II ແມ່ນປະຕິບັດໄດ້ 86.25% ຊຶ່ງບັນດາສະຫາຍດັ່ງກ່າວ ໄດ້ກາຍເປັນກໍາລັງແຮງ ແລະ ເປັນພະນັກງານສືບທອດການນໍາຂັ້ນຕ່າງໆ ພາຍໃນ ອກສລ ຖືກຕາມທິດຊີ້ນໍາຂອງຂັ້ນເທິງໃນການຫັນເປັນໜຸ່ມ, ສະແດງອອກຄື: ຄະນະບໍລິຫານງານຊາວໜຸ່ມ ເປັນກຳມະການຄະນະພັກ 1 ສະຫາຍ, ເປັນເລຂາໜ່ວຍພັກ 3 ສະຫາຍ, ເປັນຄະນະໜ່ວຍພັກ 22 ສະຫາຍ ທຽບໃສ່ເມື່ອກ່ອນເຫັນວ່າ ເພີ່ມຂຶ້ນ 40%.

ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຮອງເອົາບົດລາຍງານການເມືອງຂອງຄະນະບໍລິຫານງານຊາວໜຸ່ມ ອກສລ ໃນໄລຍະ 5 ປີຜ່ານມາ ແລະ ກໍານົດທິດທາງ, ແຜນການໃນການດຳເນີນວຽກງານໃນ 5 ປີ ຕໍ່ໜ້າ (2025-2030); ພ້ອມນີ້, ກໍໄດ້ເປັນເອກະພາບຕໍ່ບົດສຳຫຼວດການນໍາພາຂອງຄະນະບໍລິຫານງານຊາວໜຸ່ມ ອກສລ ໃນໄລຍະ 5 ປີຜ່ານມາ. ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມ ອກສລ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕທັງຖືກຕ້ອງ ແລະ ສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ ຊຶ່ງມີຜູ້ສະໝັດຮັບເລືອກຕັ້ງ 13 ສະຫາຍ ຍິງ 3 ສະຫາຍ ຊຶ່ງໃຫ້ເລືອກເອົາ 9 ສະຫາຍ; ຜ່ານປ່ອນບັດຄັດເລືອກ, ສາມາດເລືອກໄດ້ ຄະນະທີ່ເປັນເພດຊາຍ 6 ສະຫາຍ ແລະ ຍິງ 3 ສະຫາຍ; ກອງປະຊຸມຄັ້ງປະຖົມມະລືກຂອງ ຄະນະບໍລິຫານງານຊ່າວໜຸ່ມ ຊຸດທີ III ໄດ້ເປັນເອກະສັນເລືອກເອົາ ສະຫາຍ ວິໄລວັນ ແກ້ວແກ່ນຈັນ ເປັນເລຂາ, ສະຫາຍ ທອງຈັນ ຊະນະໄຊ ເປັນຮອງເລຂາ ທັງເປັນປະທານກວດກາ, ສະຫາຍ ຄໍາໝັ້ນ ໄຊສັນຍາ ເປັນຮອງເລຂາ.

ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກ ສະຫາຍ ວຽງທະວີສອນ ເທບພະຈັນ ແລະ ສະຫາຍ ທອງລີ ສີສຸລິດ ເພື່ອໃຫ້ນໍາໄປຄົ້ນຄວ້າເຊື່ອມຊຶມ ຈັດຕັ້ງປະຕິບັດໃຫ້ເກີດໝາກເກີດຜົນຕົວຈິງ ແລະ ນໍາເອົາຜົນປະໂຫຍດສູງສຸດມາໃຫ້ຄະນະບໍລິຫານງານຊາວໜຸ່ມ ອກສ. ພ້ອມນີ້, ກອງປະຊຸມກໍຍັງໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານ, ຄະນະໜ່ວຍ, ສະມາຊິກຊາວໜຸ່ມທົ່ວ ອກສລ ຈົ່ງເພີ່ມທະວີຄວາມສາມັກຄີ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ສ້າງຄວາມເປັນເອກະພາບສູງພາຍໃຕ້ການນໍາພາຂອງພັກ, ພ້ອມກັນບຸກບືນກ້າວໜ້າຂຶ້ນຢ່າງໜັກແໜ້ນ, ສຸມສະຕິປັນຍາທຸກກຳລັງແຮງຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IIIຂອງຕົນ ໃຫ້ປະກົດຜົນເປັນຈິງ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ