ກອງປະຊຸມໂຍທາທິການ ແລະ ຂົນສົ່ງທົ່ວປະເທດ

ກອງປະຊຸມໂຍທາທິການ ແລະ ຂົນສົ່ງທົ່ວປະເທດ

ກອງປະຊຸມໂຍທາທິການ ແລະ ຂົນສົ່ງທົ່ວປະເທດ
ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດ ປະຈຳປີ 2025-2026 ແລະ ຜັນຂະຫຍາຍແຜນພັດທະນາຂະແໜງ ຍທຂ ໄລຍະ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ ນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທາ ແລະ ກ່າວເປີດກອງປະຊຸມ ໂດຍທ່ານ ຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ຊຶ່ງມີຮອງລັດຖະມົນຕີ ຮອງປະທານອົງການກວດກາແຫ່ງລັດ ຮອງປະທານອົງການກວດສອບແຫ່ງລັດ, ທ່ານຄະນະປົກຄອງນະຄອນຫຼວງວຽງຈັນ-ແຂວງ ແລະ ຜູ້ອໍານວຍການລັດວິສາຫະກິດ, ວິສາຫະກິດເອກະຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊມໂຍທາທການ ແລະ ຂນສງທວປະເທດ - image 1
 

 

ຈຸດປະສົງກອງປະຊຸມ ແມ່ນເພື່ອເປັນການສະຫຼຸບລາຍງານວຽກງານໂຍທາທິການ ແລະ ຂົນສົ່ງທົ່ວປະເທດ ປະຈໍາປີ 2025 ແລະ ທິດທາງແຜນການຈັດຕັ້ງປະຕິບັດໃນປີ 2026; ຜ່ານແຜນພັດທະນາ 5 ປີ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ປີ 2026-2030; ພ້ອມນີ້ກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນໃນ 11 ບັນຫາຄື: 1. ຄວາມຄືບໜ້າການຈັດຕັ້ງປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ໃນໄລຍະໃໝ່ໂຄງການ OPBRC ແລະ PRTC; 2. ການຈັດຕັ້ງປະຕິບັດກອງທຶນທາງ (ການສ້ອມແປງທາງ ແລະ ການສ້າງຕັ້ງກອງສ້ອມແປງທາງຕິດພັນກັບວຽກງານສາມສ້າງ); 3. ການຫັນເປັນທັນສະໄໝຂອງຂະແໜງ ຍທຂ; 4. ຜ່ານຮ່າງຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຍທຂ ຕາແສງ; 5. ການຄຸ້ມຄອງການຂົນສົ່ງສິນຄ້າ, ໂດຍສານ; 6. ການຄຸ້ມຄອງລົດບັນທຸກນໍ້າໜັກ, ມາດຕະການຕໍ່ການບັນທຸກນໍ້າໜັກເກີນກຳນົດ; 7. ການແກ້ໄຂບັນຫາການລະເມີດລະບຽບຈາລະຈອນໃນຕົວເມືອງ ຫຼື ມາດຕະການຫຼຸດຜ່ອນອຸບັດເຫດຕາມທ້ອງຖະໜົນຫຼວງ (ການແລ່ນລົດໄວເກີນຂອບເຂດ, ການບໍ່ເຄົາລົບກົດຈາລະຈອນ, ການຂົນສົ່ງດິນ, ຫີນ, ຊາຍ, ວັດສະດຸກໍ່ສ້າງຕ່າງໆແບບບໍ່ຖືກຕ້ອງ; 8. ການຄຸ້ມຄອງການເດີນເຮືອ, ຄວາມປອດໄພຂອງເຮືອທ່ອງທ່ຽວ, ເຮືອຂົນສົ່ງສິນຄ້າ, ໂດຍສານ; 9. ການຄຸ້ມຄອງການດູດຫີນແຮ່, ຊາຍ ຮັບໃຊ້ການກໍ່ສ້າງ ເພື່ອບໍ່ໃຫ້ສວຍໂອກາດເຮັດຄໍາຕົກຂ້ອນ; 10. ຂອດປະສານງານກັບບັນດາຂະແໜງການກ່ຽວຂ້ອງຕ່າງໆ (ຂອດປະສານງານພາຍໃນຂອງ ຍທຂ ແລະ ຂອດປະສານງານກັບຂະແໜງການອື່ນໆ) ແລະ 11. ການສ້າງກົນໄກອໍານວຍຄວາມສະດວກໃຫ້ການຈັດຕັ້ງພາກລັດ, ພາກເອກະຊົນ ແລະ ປະຊາຊົນໃນສັງຄົມ ຫັນມາຊົມໃຊ້ລົດໄຟຟ້າຮອດປີ 2030 ໃຫ້ກວມ 30% ຂອງຈໍານວນ ພາຫະນະທັງໝົດ ໃນຂອບເຂດທົ່ວປະເທດ.

ຂ່າວ-ພາບ: ຍຸພິນທອງ-ບຸນຕອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງລັດຖະມົນຕີກະຊວງ ປກສ ຢ້ຽມຢາມໂອ້ລົມຄະນະນຳ ປກສ ແຂວງຈຳປາສັກ

ຮອງລັດຖະມົນຕີກະຊວງ ປກສ ຢ້ຽມຢາມໂອ້ລົມຄະນະນຳ ປກສ ແຂວງຈຳປາສັກ

ສະຫາຍ ພົຕ ແອນ ອຸ່ນອະນົງນຸດ ຄະນະປະຈຳພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມຄະນະນຳກອງບັນຊາການ ປກສ ແຂວງຈຳປາສັກ ໃນວັນທີ 18 ພຶດສະພາຜ່ານມາ, ໃຫ້ກຽດຕ້ອນຮັບຂອງສະຫາຍ ພົຈວ ບຸນອ່ຽງ ພັນວົງສາ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມຄະນະ, ມີຄະນະພັກ-ຄະນະກອງບັນຊາການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈໍາປາສັກ ເຜີຍແຜ່ກົດໝາຍ ນິຕິກໍາໃຕ້ກົດໝາຍກ່ຽວກັບວຽກງານທະບຽນສານ

ຈໍາປາສັກ ເຜີຍແຜ່ກົດໝາຍ ນິຕິກໍາໃຕ້ກົດໝາຍກ່ຽວກັບວຽກງານທະບຽນສານ

ກົມທະບຽນສານ ກະຊວງຍຸຕິທໍາ ຮ່ວມກັບພະແນກຍຸຕິທໍາແຂວງຈໍາປາສັກ ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳກ່ຽວກັບວຽກງານທະບຽນສານ (ສະບັບປັບປຸງ) ໃນວັນທີ 19 ພຶດສະພາຜ່ານມາ, ໂດຍການເປັນປະທານຮ່ວມຂອງທ່ານ ສອນສະຫວັນ ສີວິໄລ ຫົວໜ້າພະແນກຍຸຕິທໍາແຂວງຈຳປາສັກ, ມີທ່ານ ບຸນທິດາ ພົມສະຫວັນ ຫົວໜ້າກົມທະບຽນສານ ກະຊວງຍຸຕິທໍາ ພ້ອມດ້ວຍພະແນກການກ່ຽວຂ້ອງເຂົ້າຮ່ວມ.
ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ຊື້-ຂາຍ ຖຸລຽນລາວ

ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ຊື້-ຂາຍ ຖຸລຽນລາວ

ໃນວັນທີ 19 ພຶດສະພາ ນີ້ ທີ່ ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ບໍລິສັດ Eleven Gold Fruit ກັບ ບໍລິສັດ Nanjing Qiandu Culture Technology Co.,LTD ວ່າດ້ວຍການຮ່ວມມືຊື້-ຂາຍ ຖຸລຽນລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ວັນທ່ຽງ ພົມມະສຸລິນ ຮອງຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳລາວ, ທ່ານ ກ່າວ ຊິ້ວຢູ ປະທານ ບໍລິສັດ ໜານຈິງຊຽນຕູ້ ວັດທະະທຳ ແລະ ເຕັກໂນໂລຊີ ຈຳກັດຜູ້ດຽວ, ທ່ານ ເອລາວັນ ລາດປາກດີ ປະທານບໍລິສັດ Eleven Gold Fruit ຈໍາກັດ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຝຶກອົບຮົມຄູຝຶກ ເຕັກນິກການປູກພືດຜັກ ແລະ ການວິໄຈ ການປ້ອງກັນພະຍາດ-ແມງໄມ້ ທີ່ເປັນມິດຕໍ່ສິ່ງແວດລ້ອມ

ຝຶກອົບຮົມຄູຝຶກ ເຕັກນິກການປູກພືດຜັກ ແລະ ການວິໄຈ ການປ້ອງກັນພະຍາດ-ແມງໄມ້ ທີ່ເປັນມິດຕໍ່ສິ່ງແວດລ້ອມ

ສູນກະສິກໍາສະອາດ ຈັດຝຶກອົບຮົມໃຫ້ເປັນຄູຝຶກ ກ່ຽວກັບການທົບທວນຄືນເຕັກນິກການຜະລິດພືດຜັກ ແລະ ການວິໄຈ, ການປ້ອງກັນພະຍາດ-ແມງໄມ້ ສຳລັບພືດຜັກ ທີ່ເປັນມິດຕໍ່ສິ່ງແວດລ້ອມ; ການ ຜະລິດພືດຜັກທີ່ເປັນມິດຕໍ່ສິ່ງແວດລ້ອມ ເປັນຕົ້ນແມ່ນການຜະລິດໃນໄລຍະລະດູຝົນ ກໍຄືເດືອນມີນາ ຫາ ເດືອນກັນຍາ ເນື່ອງຈາກໃນໄລຍະນີ້ແມ່ນສະພາບດິນຟ້າອາກາດບໍ່ເໝາະສົມຕໍ່ການຜະລິດ ໝາກເລັ່ນ, ໝາກເຜັດ, ຜັກກະລໍ່າປີ ແລະ ຜັກບົ່ວແບ່ງ ເພາະວ່າໃນໄລຍະນີ້ມີການລະບາດຂອງພະຍາດ ແລະ ແມງໄມ້ເປັນສ່ວນໃຫຍ່ ເຮັດໃຫ້ພືດຜັກມີຄວາມເສຍຫາຍ, ຜົນຜະລິດຫຼຸດລົງ ແລະ ບໍ່ສາມາດຕອບສະ ໜອງໃຫ້ຜູ້ບໍລິໂພກພາຍໃນຢ່າງພຽງພໍ ໃນໄລຍະລະດູຝົນແມ່ນຕ້ອງໄດ້ນໍາໃຊ້ສານເຄມີຫຼາຍ ເຮັດໃຫ້ມີຄວາມສ່ຽງຂອງການຕົກຄ້າງສານເຄມີໃນຜົນຜະລິດ, ການປ້ອງກັນພືດ ກໍເປັນວຽກງານໜຶ່ງ ທີ່ເນັ້ນໃສ່ການຜະລິດແບບກະສິກໍາສະອາດ ໂດຍສະເພາະກະສິກຳອິນຊີ ແລະ ກະສິກໍາທີ່ດີ.
2026 ຍທຂ ຈະສຸມໃສ່ວຽກງານຂົວທາງ ແນໃສ່ພັດທະນາວຽກສ້ອມແປງທາງໃນໄລຍະໃໝ່

2026 ຍທຂ ຈະສຸມໃສ່ວຽກງານຂົວທາງ ແນໃສ່ພັດທະນາວຽກສ້ອມແປງທາງໃນໄລຍະໃໝ່

ແຜນພັດທະນາໄລຍະ 5 ປີ (2026-2030). ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຜັນຂະຫຍາຍມາເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານປີ 2026 ຈະໄດ້ສູ້ຊົນ ແລະ ສຸມໃສ່ວຽກງານອັນພົ້ນເດັ່ນ ໂດຍສະເພາະວຽກງານຂົວທາງ ເພື່ອແນໃສ່ພັດທະນາວຽກງານຂົວທາງ, ສ້າງລະບຽບການ-ຄໍາແນະນໍາໃນການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່.
ແຂວງຫຼວງພະບາງ ຈະປູກຕົ້ນໄມ້ 1 ລ້ານຕົ້ນ ຟື້ນຟູປ່າ ໃຫ້ໄດ້ 300 ເຮັກຕາ

ແຂວງຫຼວງພະບາງ ຈະປູກຕົ້ນໄມ້ 1 ລ້ານຕົ້ນ ຟື້ນຟູປ່າ ໃຫ້ໄດ້ 300 ເຮັກຕາ

ເພື່ອສຸມໃສ່ການກະກຽມ ຂະບວນການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ່ 1 ມິຖຸນາ ແລະ ສະເຫຼີມສະຫຼອງ ວັນສີ່ງແວດລ້ອມໂລກ-ວັນສີ່ງແວດລ້ອມແຫ່ງຊາດ ວັນທີ່ 5 ມິຖຸນາ, ໃນປີນີ້ ໃຫ້ຟົດຟື້ນ ກວ້າງຂວາງ ພະແນກກະສິກຳ ແລະ ສີ່ງແວດລ້ອມ ແຂວງຫຼວງພະບາງ ໄດ້ສົມທົບກັບບັນດາເມືອງ ສຳຫຼວດພື້ນທີ່ປູກຕົ້ນໄມ້, ມາຮອດປັດຈຸບັນມີຄວາມພ້ອມແລ້ວທຸກເມືອງ ຄາດວ່າຈະປູກຕົ້ນໄມ້ຟື້ນຟູ​ປ່າໃຫ້ໄດ້ 1 ລ້ານເບ້ຍ, ເນື້ອທີ່ 300 ກວ່າເຮັກຕາ.
ປກສ ຫຼວງນໍ້າທາ ປາຖະກະຖາວັນສ້າງຕັ້ງກໍາລັງພະລາທິການ ປກສ ຄົບຮອບ 55 ປີ

ປກສ ຫຼວງນໍ້າທາ ປາຖະກະຖາວັນສ້າງຕັ້ງກໍາລັງພະລາທິການ ປກສ ຄົບຮອບ 55 ປີ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງນໍ້າທາ ຈັດພິທີປາຖະກະຖາວັນສ້າງຕັ້ງກໍາລັງພະລາທິການປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ ແລະ ປະກາດຕຳແໜ່ງງານໃຫ້ນາຍຕຳຫຼວດ ໃນວັນທີ 15 ພຶດສະພາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັອ ອາຄົມ ວົງພະຈັນ ຄະນະປະຈຳພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຢຶດຊິ້ນສ່ວນສັດປ່າຫວງຫ້າມ 10.1 ກິໂລ ຢູ່ສະໜາມບິນສາກົນວັດໄຕ

ຢຶດຊິ້ນສ່ວນສັດປ່າຫວງຫ້າມ 10.1 ກິໂລ ຢູ່ສະໜາມບິນສາກົນວັດໄຕ

ໃນວັນທີ 15 ພຶດສະພາ ຜ່ານມານີ້, ຄະນະເຈົ້າໜ້າທີ່ກ່ຽວຂ້ອງປະຈຳສະໜາມບິນສາກົນວັດໄຕ ມີ: ເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ຕຳຫຼວດ ຕມ ແລະ ເຈົ້າໜ້າທີ່ກັກກັນພືດ-ສັດ ໄດ້ດຳເນີນການກວດກາ ແລະ ສາມາດສະກັດກັ້ນການລັກລອບຂົນສົ່ງຊິ້ນສ່ວນສັດປ່າຫວງຫ້າມຂ້າມຊາດ. ການປະຕິບັັດງານໃນຄັ້ງນີິ້ ແມ່ນຜົນສຳເລັດຂອງການປະສານງານ ແລະ ສົມທົບກັນຢ່າງກົມກຽວ ລະຫວ່າງ ເຄືອຂ່າຍບັງຄັບໃຊ້ກົດໝາຍ LAO-WEN ຮ່ວມກັນ ຄື: ກົມພາສີ, ກົມກວດກາຊັບພະຍາກອນທາມະຊາດ ແລະ ສິ່ງແວດລ້ອມ, ກົມຕຳຫຼວດສິ່ງແວດລ້ອມ, ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ເຈົ້າໜ້າທີ່ກັກກັນສັດ.
ສໍາມະນາ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ

ສໍາມະນາ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ

ກອງ​ປະ​ຊຸມ ສໍາມະນາວິທະຍາສາດ ກ່ຽວກັບການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດ ຜ່ອນຄວາມສ່ຽງໄພພິບັດ ໄດ້ຈັດຂຶ້ນລະຫວ່າງວັນທີ 18-20 ພຶດສະພາ 2026 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ມີ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ປະທານກຳມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ (ກວສຊ), ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສຳເລັດກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ​ເງິນ ຄັ້ງທີ 5 ສະໄຫມທີ VI​

ສຳເລັດກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ​ເງິນ ຄັ້ງທີ 5 ສະໄຫມທີ VI​

ກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີ ຄັ້ງທີ 5 ສະໄຫມທີ VI​ ໄດ້​ປິດ​ລົງ​ໃນ​ວັນ​ທີ 19 ພຶດ​ສະ​ພາ​ນີ້ ທີ່ ເມືອງ​ເງິນ, ພາຍໃຕ້ການເປັນປະທານຂອງສະຫາຍ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງເງິນ, ໂດຍການເຂົ້າຮ່ວມເປັນກຽດ ຂອງສະຫາຍ ນາງ ໄກຍະສອນ ສີດາ ກໍາມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ ຜູ້ຊີ້ນໍາອົງການປົກຄອງເມືອງເງິນ, ມີບັນດາສະຫາຍ ຄະນະບໍລິຫານງານພັກເມືອງ ແລະ ພາ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ