![]() |
ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານ ແລະ ກິດຈະກຳຕ່າງໆໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບທິດທາງການເຄື່ອນໄຫວໃນຕໍ່ໜ້າ, ໂດຍສະເພາະການປັບປຸງກົງຈັກການຈັດຕັ້ງ, ການປະກອບສ່ວນພັນທະປະຈໍາປີ, ການຂຶ້ນແຜນການເຄື່ອນໄຫວສໍາລັບປີ 2026-2027 ໃນຂົງເຂດການຊ່ວຍເຫຼືອສັງຄົມ ແລະ ການຈັດກິດຈະກໍາ ເພື່ອຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງບັນດາສະມາຊິກພາຍໃນກຸ່ມ ກຍອວ ກໍຄືບັນດາປະເທດສະມາຊິກອາຊຽນ.
ໃນໂອກາດດັ່ງກ່າວ, ທ່ານນາງ ແສງດາວັນ ວົງໄຊ ໄດ້ສະແດງຄວາມຍິນດີຕ້ອນຮັບບັນດາສະມາຊິກໃໝ່ຂອງກຸ່ມດັ່ງກ່າວ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນເພື່ອເປັນນິມິດໝາຍອັນດີໃນການຈະສືບຕໍ່ເຄື່ອນໄຫວວຽກງານ ແລະ ກິດຈະກໍາຕ່າງໆໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້, ແນໃສ່ປະກອບສ່ວນເຂົ້າໃນການເຄື່ອນໄຫວໃນຂະບວນການລວມຂອງອາຊຽນ. ຄຽງຄູ່ກັນນີ້, ທ່ານນາງ ຂັນມາລາ ພັນດານຸວົງ,ອະດີດປະທານກຸ່ມ ກຍອວ ໄດ້ລາຍງານຕໍ່ກອງປະຊຸມກ່ຽວກັບບັນດາວຽກງານແລະກິດຈະກໍາຂອງກຸ່ມດັ່ງກ່າວໃນໄລຍະຜ່ານມາ, ລວມທັງການນໍາໃຊ້ຄັງເງິນຂອງກຸ່ມດັ່ງກ່າວ. ກອງປະຊຸມຄັ້ງນີ້ໄດ້ເຫັນດີຕໍ່ການແຕ່ງຕັ້ງບັນດາທ່ານຮອງປະທານຂອງກຸ່ມດັ່ງກ່າວໂດຍແມ່ນທ່ານເອກອັກຄະລັດຖະທູດຟີລິບປິນປະຈໍາ ສປປ ລາວ ແລະ ພັນລະຍາ ຂອງທ່ານເອກອັກຄະລັດຖະທູດສິງກະໂປປະຈໍາ ສປປ ລາວ, ລວມທັງພັນລະຍາຂອງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວ.
![]() |
ກຸ່ມແມ່ຍິງອາຊຽນທີ່ນະຄອນຫຼວງວຽງຈັນ (ກຍອວ) ໄດ້ສ້າງຕັ້ງຂຶ້ນໃນປີ 2017 ໂດຍມີຈຸດປະສົງເພື່ອສົ່ງເສີມຄວາມສາມັກຄີໃນອາຊຽນ, ການຮ່ວມມືແລະຄວາມເຂົ້າໃຈຊຶ່ງກັນ ແລະ ກັນລະຫວ່າງແມ່ຍິງອາຊຽນທີ່ນະຄອນຫຼວງວຽງຈັນ ພ້ອມທັງສ້າງໂອກາດໃຫ້ມີການແລກປ່ຽນທາງດ້ານວັດທະນະທຳ ແລະ ສັງຄົມລະຫວ່າງສະມາຊິກດ້ວຍກັນ. ປັດຈຸບັນ, ປະທານກິດຕິມະສັກຂອງກຸ່ມ ກຍອວ ແມ່ນທ່ານນາງ ວາດສະໜາ ພົມວິຫານ ພັນລະຍາຂອງທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ.
(ຂ່າວ: ກຕທ)


ຄໍາເຫັນ