![]() |
ກອງປະຊຸມ, ທ່ານ ບົວລີ ເພັດມີໄຊ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ຮອງຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ ໄດ້ຜ່ານບົດລາຍງານກ່ຽວກັບຜົນການປັບປຸງໂຄງຮ່າງລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ (ສະບັບປັບປຸງ) ໃນໄລຍະຜ່ານມາ. ຫຼັງຈາກນັ້ນ, ທ່ານ ບຸນທັນ ບຸນທະວິໄລ ໄດ້ມີທິດຊີ້ນໍາ ແລະ ຄໍາເຫັນເຈາະຈີ້ມໃສ່ແຕ່ລະພາກ, ໝວດ ແລະ ມາດຕາ ວ່າມີຄວາມເໝາະສົມຕາມໂຄງຮ່າງ ແລະ ເນື້ອໃນທີ່ໄດ້ປັບປຸງນັ້ນ ວ່າມີຄວາມພຽງພໍ, ເໝາະສົມ, ສອດຄ່ອງກັບລັດຖະທໍາມະນູນ ແລະ ກົດໝາຍ ເວົ້າສະເພາະ ກໍຄືສະພາບການຕົວຈິງ ຂອງປະເທດເຮົາແລ້ວ ຫຼື ບໍ່ ແລະ ຍັງມີບັນຫາໃດທີ່ຍັງບໍ່ທັນພຽງພໍ ຄວນເພີ່ມເຕີມໃສ່ແນວໃດ, ມີບັນຫາໃດທີ່ຍັງບໍ່ສອດຄ່ອງຄວນຕັດອອກ ແລະ ເພີ່ມເຂົ້າໃສ່ຄືແນວໃດ. ຈາກນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດ, ຄໍາເຫັນ ຕາມການເຈາະຈີ້ມ ຂອງປະທານກອງປະຊຸມ ຢ່າງມີຄວາມຮັບຜິດຊອບສູງ ກ່ຽວກັບໂຄງຮ່າງຂອງລັດຖະບັນຍັດສະບັບປັບປຸງດັ່ງກ່າວ ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ມີເນື້ອໃນຄົບຖ້ວນສົມບູນ.
ໃນຕອນທ້າຍ, ປະທານກອງປະຊຸມໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບເອົາໃຈໃສ່ບາງວຽກງານທີ່ສໍາຄັນໃນການສັງລວມສັບຊ້ອນ, ຈັດລຽງບັນດາພາກ, ໝວດ ແລະ ເນື້ອໃນເຂົ້າໃສ່ຮ່າງລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ສະບັບປັບປຸງ ໃຫ້ຖືກຕ້ອງກັບລະບົບການສ້າງນິຕິກໍາ, ໃຫ້ຄົບຖ້ວນ ແລະ ສືບຕໍ່ຄົ້ນຄວ້າຄືນ ເພື່ອປັບປຸງຮ່າງລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ (ສະບັບປັບປຸງ) ເພື່ອລາຍງານຕໍ່ຄະນະນໍາ ແລະ ນໍາເຂົ້າສູ່ກອງປະຊຸມຜ່ານເນື້ອໃນ ຄັ້ງຕໍ່ໄປ.
(ຂ່າວ: ແສງພະຈັນ)

ຄໍາເຫັນ