ກອງປະຊຸມພົບປະແລກປ່ຽນ ລະຫວ່າງ ພາກລັດ ແລະ ພາກທຸລະກິດ ທົ່ວແຂວງເຊກອງ

ກອງປະຊຸມພົບປະແລກປ່ຽນ ລະຫວ່າງ ພາກລັດ ແລະ ພາກທຸລະກິດ ທົ່ວແຂວງເຊກອງ
ກອງປະຊຸມພົບປະແລກປ່ຽນ ລະຫວ່າງ ພາກລັດ ແລະ ພາກທຸລະກິດພາຍໃນ ແລະ ຕ່າງປະເທດທົ່ວແຂວງເຊກອງ ປະຈໍາປີ 2023 ຈັດຂຶ້ນໃນວັນທີ 28 ກັນຍາຜ່ານມາທີ່ສະໂມສອນແຂວງ ໂດຍການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ມີທ່ານຮອງເຈົ້າແຂວງ, ຫົວໜ້າ-ຮອງພະແນກການ, ຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກໃຕ້ແຂວງຈໍາປາສັກ ແລະ ນັກທຸລະກິດເຂົ້າຮ່ວມ. 
ຈຸດປະສົງກອງປະຊຸມ ກໍເພື່ອເປີດໂອກາດໃຫ້ພາກທຸລະກິດ, ຜູ້ປະກອບການໄດ້ພົບປະແລກປ່ຽນຄໍາເຫັນ ແລະ ຮັບຟັງການສະຫຼຸບລາຍງານການຄຸ້ມຄອງ, ການຕິດຕາມກວດກາຂອງພາກລັດ ແລະ ການດໍາເນີນພັດທະນາໂຄງການ ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍຂອງພາກທຸລະກິດ ແລະຂໍ້ສະເໜີຕ່າງໆຕໍ່ພາກລັດ,ຄົ້ນຄວ້າປຶກສາຫາລືຊອກຫາວິທີແກ້ໄຂ ເພື່ອເຮັດໃຫ້ການຄຸ້ມຄອງ-ບໍລິຫານລັດມີການຫັນປ່ຽນ, ໂລ່ງລ່ຽນ, ວ່ອງໄວ ແລະ ການດໍາເນີນທຸລະກິດມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ.
ໃນໂອກາດນີ້, ທ່ານເຈົ້າແຂວງ ກໍໄດ້ມີຄໍາເຫັນສັງລວມບັນດາເນື້ອໃນສໍາຄັນ ຂອງກອງປະຊຸມ, ພ້ອມທັງຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດ ທີ່ພາກລັດ ກໍຄືພາກທຸລະກິດ ຍາດໄດ້ໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນສ້າງໃຫ້ມີການຫັນປ່ຽນທາງດ້ານພື້ນຖານເຕັກນິກໃໝ່, ຂະຫຍາຍຕາໜ່າງທາງດ້ານອຸດສະຫະກໍາ, ກະສິກໍາ, ການຄ້າ-ການບໍລິການ ແລະ ຜັກດັນໃຫ້ມີການຜະລິດ, ແປຮູບສົ່ງອອກບັນດາຜະລິດຕະພັນທີ່ເປັນທ່າແຮງ, ເຮັດໃຫ້ລວມຍອດຜະລິດພະພັນພາຍໃນ (GDP) ຂອງແຂວງຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ. ພ້ອມນີ້, ກໍໄດ້ຊີ້ນໍາໃຫ້ບັນດາບໍລິສັດ, ຜູ້ປະກອບການ, ນັກທຸລະກິດ ຕ້ອງສືບຕໍ່ດໍາເນີນທຸລະກິດດ້ວຍຄວາມອົດທົນ, ສູ້ຊົນ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ຫຼາຍຂຶ້ນ,ເອົາໃຈໃສ່ການປະຕິບັດກົດໝາຍການລົງທຶນ ແລະ ລະບຽບການຕ່າງໆກ່ຽວຂ້ອງກັບການລົງທຶນໃຫ້ເຂັ້ມງວດ,ປະກອບສ່ວນໃນການສ້າງສີມືແຮງງານ, ຈ້າງງານພາຍໃນແຂວງ, ພາຍໃນທ້ອງຖິ່ນ ເພື່ອສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ແກ່ລູກ-ຫຼານຂອງປະຊາຊົນໃນທ້ອງຖິ່ນມີສ່ວນຮ່ວມ, ທັງເປັນການສ້າງສາຍພົວພັນທີ່ໝັ້ນຄົງ ແລະ ສ້າງຄວາມເຂົ້າອົກເຂົ້າໃຈ, ສ້າງຄວາມສາມັກຄີລະຫວ່າງ ບໍລິສັດ ກັບປະຊາຊົນໃນພື້ນທີ່ໂຄງການຕັ້ງຢູ່ນັ້ນໃຫ້ມີຄວາມແໜ້ນແຟ້ນ,ເອົາໃຈໃສ່ຂຶ້ນແຜນຄວາມຕ້ອງການດ້ານແຮງງານ, ປະເພດແຮງງານທັງໄລຍະສັ້ນ ແລະ ໄລຍະຍາວ ເພື່ອໃຫ້ແຂວງມີທິດໃນການກໍ່ສ້າງແຮງງານ ຖືກຕ້ອງກັບຄວາມຕ້ອງການແຮງງານຕົວຈິງຂອງບໍລິສັດ; ສືບຕໍ່ຮ່ວມມືປະສານງານສົມທົບກັນ ລະຫວ່າງ ລັດ ກັບ ບໍລິສັດ, ສ້າງຄວາມເຂົ້າອົກເຂົ້າໃຈ, ສ້າງຄວາມເປັນເອກະພາບ, ປະຕິບັດລະບຽບກົດໝາຍ ເພື່ອພ້ອມກັນພັດທະນາປະເທດຊາດ, ພັດທະນາທ້ອງຖິ່ນ ແລະ ພັດທະນາຜູ້ປະກອບການໃຫ້ເຂັ້ມແຂງ.
ຂ່າວ-ພາບ: ສັນຍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງໂຂງ ມອບເງິນ 40 ລ້ານກວ່າກີບ ກໍ່ສ້າງເສັ້ນທາງເບຕົງ ບ້ານຂີ້ນາກ

ເມືອງໂຂງ ມອບເງິນ 40 ລ້ານກວ່າກີບ ກໍ່ສ້າງເສັ້ນທາງເບຕົງ ບ້ານຂີ້ນາກ

ວັນທີ 21 ກໍລະກົດຜ່ານມານີ້, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ໄດ້ມອບເງິນຈຳນວນ 40 ລ້ານກວ່າກີບໃຫ້ອຳນາດການປົກຄອງບ້ານຂີ້ນາກ ເພື່ອສົມທົບທຶນເຂົ້າໃນການກໍ່ສ້າງເສັ້ນທາງເບຕົງ.
6 ເດືອນຕົ້ນປີ ແຂວງເຊກອງ ລະດົມທຶນໄດ້ 222 ຕື້ກວ່າກີບ

6 ເດືອນຕົ້ນປີ ແຂວງເຊກອງ ລະດົມທຶນໄດ້ 222 ຕື້ກວ່າກີບ

ໃນ 6 ເດືອນຕົ້ນປີ 2025 ແຂວງເຊກອງ ສາມາດລະດົມແຫຼ່ງທຶນ ເຂົ້າໃນການພັດທະນາພື້ນຖານໂຄງລ່າງໄດ້ທັງໝົດ 222.22 ຕື້ກີບ ປະຕິບັດໄດ້ 16.99% ຂອງແຜນການປີ. ໃນນີ້, ການລົງທຶນຂອງລັດ 103.48 ຕື້ກີບ ປະຕິບັດໄດ້ລື່ນແຜນ 13.71%; ທືຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 14.79 ຕື້ກີບ ປະຕິບັດໄດ້ 8.70%; ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 103.95 ຕື້ກີບ ປະຕິບັດໄດ້ 9.92% ຂອງແຜນການປີ.
ເຈົ້າແຂວງຊຽຂວາງລົງກວດກາພື້ນທີ່ຖືກຜົນກະທົບຈາກໄພພິບັດ

ເຈົ້າແຂວງຊຽຂວາງລົງກວດກາພື້ນທີ່ຖືກຜົນກະທົບຈາກໄພພິບັດ

ໃນວັນທີ 22 ກໍລະກົດ, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ລົງພື້ນທີ່ກວດກາເບິ່ງຜົນກະທົບຈາກໄພພິບັດ ນ້ຳຖ້ວມຕາມເສັ້ນທາງເລກ 7, ເທດສະບານໂພນສະຫັວນ
ຊີ້ແຈງ ຫາງສຽງຂອງສັງຄົມ! ກໍລະນີໃສ່ຮ້າຍເຈົ້າໜ້າພາສີປັບໃໝ 30 ລ້ານກີບ

ຊີ້ແຈງ ຫາງສຽງຂອງສັງຄົມ! ກໍລະນີໃສ່ຮ້າຍເຈົ້າໜ້າພາສີປັບໃໝ 30 ລ້ານກີບ

ຈາກກະແສຂ່າວທີ່ລົງໃນສື່ອອນລາຍໃນປັດຈຸບັນກໍລະນີ: ໃສ່ຮ້າຍເຈົ້າໜ້າທີພາສີປັບໃໝ 30 ລ້ານກີບ. ເຫດການດັ່ງກ່າວ, ເປັນການໃສ່ຮ້າຍປ້າຍສີຕໍ່ເຈົ້າໜ້າທີ່ພາສີ, ເຫັນວ່າຜູ້ກ່ຽວໄດ້ໂຄສະນາບິດເບືອນບໍ່ຖືກຕ້ອງຕາມຄວາມເປັນຈິງຊຶ່ງຂັດຕໍ່ກົດໝາຍ ແລະ ລະບຽບການ. ຕໍ່ກັບບັນຫາທີ່ເກີດຂຶ້ນ, ກະຊວງການເງິນ ກໍຄືກົມພາສີ, ພາສີປະຈໍາແຂວງຈໍາປາສັກ, ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ໄດ້ສັງລວມລາຍງານບັນຫາທີ່ເກີດຂຶ້ນໃຫ້ມີຄວາມກະຈ່າງແຈ້ງຕໍ່ສັງຄົມ. ເຫດການດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 12 ກໍລະກົດ 2025, ເຈົ້າໜ້າທີ່ພາສີໄດ້ຮັບແຈ້ງເອກະສານພາຫະນະປະເພດລົດກະບະ, ຍີ່ຫໍ້ໂຕໂຢຕ້າ, ລຸ້ນຣີໂວ, ສີຂາວ ໝາຍເລກທະບຽນ ກຄ 8849 ຈໍາປາສັກ.
ກອງປະຊຸມໃຫຍ່ສະຫະພັນກໍາມະບານ ກະຊວງ ວທ ຄັ້ງທີ IX

ກອງປະຊຸມໃຫຍ່ສະຫະພັນກໍາມະບານ ກະຊວງ ວທ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດ ນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ນາງ ອາລິຍາວັນ ອັກຄະວົງ ຮອງປະທານສູນກາງສະຫະພັນກໍາມະບານລາວ ມີຄະນະປະຈຳພັກກະຊວງ ວທ ມີ ອະດີດການນຳຂັ້ນສູງ, ພະນັກງານອາວຸໂສບຳນານ; ມີຄະນະກໍາມະບານຮາກຖານ ບັນດາສະມາຊິກກໍາມະບານ ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງ ວທ ເຂົ້າຮ່ວມ.
ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ

ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມ ຢາມເຮັດວຽກ ແລະ ຊຸກຍູ້ການກະກຽມປັບປຸງກົງຈັກການຈັດຕັ້ງຢູ່ແຂວງຈຳປາສັກ ໃນ ວັນທີ 22 ກໍລະກົດນີ້ ໂດຍໃຫ້ການຕ້ອນຮັບ ຂອງ ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ແລະ ໄດ້ພົບປະເຮັດວຽກ ນຳຄະປະຈຳພັກ, ຄະນະປັບປຸງກົງຈັກການຈັດຕັ້ງແຂວງ ແລະ ໂຄສະນາອົບຮົມແຂວງ ທີ່ຫ້ອງວ່າການ ແຂວງຈຳປາສັກ
ເມືອງວຽງຄໍາ ຍ່າງເພື່ອສຸຂະພາບ ຂໍານັບຮັບຕ້ອນວັນສໍາຄັນ ຂອງພັກ-ຂອງຊາດ

ເມືອງວຽງຄໍາ ຍ່າງເພື່ອສຸຂະພາບ ຂໍານັບຮັບຕ້ອນວັນສໍາຄັນ ຂອງພັກ-ຂອງຊາດ

ໃນຕອນເຊົ້າຂອງວັນທີ 21 ກໍລະກົດນີ້, ອົງການປົກຄອງເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດກິດຈະກໍາຍ່າງເພຶ່ອສຸຂະພາບ ສະເຫຼີມສະຫຼອງ ແລະ ຊົມເຊີຍວັນກິລາ-ກາຍະກໍາແຫ່ງຊາດ (ວັນທີ່ 13 ກໍລະກົດ) ຄົບຮອບ 59 ປີ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ (ວັນທີ່ 20 ກໍລະກົດ 1955-20 ກໍລະກົດ 2025) ຄົບຮອບ 70 ປີ.
ເມືອງບາຈຽງຈະເລີນສຸກ ທຳລາຍແຫ່ງເພາະພັນໝອນນ້ຳຍຸງລາຍ

ເມືອງບາຈຽງຈະເລີນສຸກ ທຳລາຍແຫ່ງເພາະພັນໝອນນ້ຳຍຸງລາຍ

ເມື່ອບໍ່ດົນມານີ້, ຫ້ອງການສາທາລະນະສຸກເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ສ້າງຂະບວນການທຳລາຍແຫ່ງເພາະພັນໝອນນ້ຳຍຸງລາຍຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ຢູ່ທີ່ບ້ານໜອງກອກກຸ່ມ II ຂອງເມືອງ.
ຜົນເສຍຫາຍຈາກໄພນໍ້າຖ້ວມຢູ່ເມືອງເງິນ ມູນຄ່າ 16 ຕື້ກວ່າກີບ

ຜົນເສຍຫາຍຈາກໄພນໍ້າຖ້ວມຢູ່ເມືອງເງິນ ມູນຄ່າ 16 ຕື້ກວ່າກີບ

ໃນລະຫວ່າງວັນທີ່ 18 - 20 ກໍລະກົດຜ່ານມານີ້, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄຊຍະບູລີ ນຳໂດຍ ທ່ານ ຈັດ ຊະນະເລີດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ປະສານ ສົມທົບກັບ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ (ເມືອງເງິນ) ໄດ້ລົງຕິດຕາມຜົນກະທົບເສຍຫາຍຈາກໄພນໍ້າຖ້ວມຢູ່ເມືອງເງິນ ແຂວງໄຊຍະບູລີ. ຕາງໜ້າຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ກໍໄດ້ລາຍງານສະພາບຜົນເສຍຫາຍຈາກໄພນໍ້າຖ້ວມ, ຊຶ່ງເລີ່ມແຕ່ຄໍ່າຄືນ ຂອງວັນທີ 16 ກໍລະກົດ 2025 ໄດ້ເກີດມີຝົນຕົກໜັກໃນຂອບເຂດບໍລິເວນພື້ນທີ່ທົ່ວເມືອງເງິນ ຊຶ່ງໄດ້ກໍໃຫ້ເກີດນ້ຳຖ້ວມຊຸບ້ານເຮືອນ, ໄຮ່ນາ, ຮົ້ວສວນ, ດິນເຊາະເຈື່ອນ ສົ່ງຜົນກະທົບຕໍ່ຊັບສິນຂອງພໍ່ແມ່ປະຊາຊົນຊາວເມືອງເງິນ ໂດຍສະເພາະ ແມ່ນບ້ານໂຮມໄຊ, ບ້ານປາກແຄນ ແລະ ບ້ານທອງ.
ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງເຊກອງ ຄາດວ່າຈະເປີດໃນທ້າຍເດືອນສິງຫານີ້

ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງເຊກອງ ຄາດວ່າຈະເປີດໃນທ້າຍເດືອນສິງຫານີ້

ກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ຄາດວ່າຈະເປີດຂຶ້ນຢ່າງເປັນທາງ ການໃນທ້າຍເດືອນສິງຫາທີ່ຈະມາເຖິງນີ້, ໃນຂະນະດຽວກັນ ກອງປະຊຸມຈະມີການປະກອບຄໍາເຫັນ 10 ຫົວຂໍ້ຂອງບັນດາສຳນັກງານ, ອົງການ, ຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຂົງເຂດເສດຖະ ກິດ, ວັດທະນາທໍາ-ສັງຄົມ, ຂົງເຂດອໍານາດລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຕົວ ແບບມາ ຈາກ 4 ເມືອງຂອງແຂວງເຊກອງ.
ເພີ່ມເຕີມ