ກອງປະຊຸມພົບປະແລກປ່ຽນ ລະຫວ່າງລັດຖະບານລາວ ແລະ ນັກທຸລະກິດຈີນ 

ກອງປະຊຸມພົບປະແລກປ່ຽນ ລະຫວ່າງລັດຖະບານລາວ ແລະ ນັກທຸລະກິດຈີນ 
ກະຊວງແຜນການ ແລະ ການລົງທຶນ(ຜທ) ຮ່ວມກັບ ສະຖານ ສປ ຈີນ ປະຈຳລາວ,ໄດ້ຮັບການສະໜັບສະໜູນ ຈາກ  ສະພາການຄ້າຈີນ ປະຈຳລາວ ແລະ  ຫ້ອງການຜູ້ຕາງໜ້າ ວິສາຫະກິດ ແຂວງຢຸນນານ ປະຈຳລາວ ໄດ້ຈັດກອງປະຊຸມ ພົບປະແລກປ່ຽນ ລະຫວ່າງ ລັດຖະບານລາວ ແລະ ນັກທຸລະກິດຈີນ ຄັ້ງທີ VII ຂຶ້ນໃນວັນທີ 14 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດນະຄອນຫຼວງວຽງຈັນ ໂດຍການເປັນ ປະທານຮ່ວມ ຂອງ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ວາງ ຊ້າງ ອຸປະທູດຊົ່ວຄາວ ສະຖານທູດ ສປ ຈີນ ປະຈໍາ ລາວ ມີ ຜູ້ຕາງໜ້າສະພາການຄ້າຈີນ,ອໍານວຍການ ແລະ ຜູ້ຕາງໜ້າຫົວໜ່ວຍວິສາຫະກິດ ສປ ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳເຈນ ວົງໂພສີກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນມີຈຸດປະສົງເພື່ອຮັບຟັງການລາຍງານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຂອງບັນດາວິສາຫະກິດຈີນ ທີ່ກໍາລັງດໍາເນີນທຸລະກິດຢູ່ ສປປ ລາວ, ທັງເປັນໂອກາດອັນດີໃຫ້ສອງຝ່າຍໄດ້ພົບປະແລກປ່ຽນຄໍາຄິດເຫັນຢ່າງກົງໄກກົງມາ ແລະ ຊອກຫາວິທີທາງການແກ້ໄຂຮ່ວມກັນ ເພື່ອເປົ້າໝາຍປັບປຸງສະພາບແວດລ້ອມການດຳເນີນທຸລະກິດທີ່ສະດວກ ແລະ ດີຂຶ້ນ ແນໃສ່ການຂະຫຍາຍການລົງທຶນຂອງນັກລົງທຶນຈີນທີ່ມີຢູ່ ແລະ ດຶງດູດການລົງທຶນໃໝ່ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ສປປ ລາວ. 
ທ່ານກ່າວຕື່ມວ່າ:ສອງປະເທດ ລາວແລະ ຈີນແມ່ນປະເທດບ້ານໃກ້ເຮືອນຄຽງ ແລະ ມີມູນເຊື້ອການພົວພັນອັນດີງາມມາແຕ່ບູຮານນະການ. ການນໍາຂັ້ນສູງຂອງສອງປະເທດ ໄດ້ມີການໄປມາຫາສູ່ກັນຢ່າງເປັນປົກກະຕິ ເພື່ອຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ພ້ອມທັງເສີມສ້າງສາຍພົວພັນທີ່ແໜ້ນແຟ້ນ ເປັນປະເທດຄູ່ຮ່ວມຍຸດທະສາດຮອບດ້ານ.  ຕະຫຼອດໄລຍະທີ່ຜ່ານມາ ສປປ ລາວ ສະໜັບສະໜູນທີ່ສຸດ ຕໍ່ “ຂໍ້ລິເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນທາງ” ທີ່ສະຫາຍເລຂາທິການໃຫຍ່ ສປ ຈີນ ໄດ້ນໍາສະເໜີຕໍ່ປະຊາຄົມໂລກ ໃນ ປີ 2013 ມາຮອດປີນີ້ ພໍດີຄົບຮອບ 10 ປີຊຶ່ງຂໍ້ລິເລີ່ມດັ່ງກ່າວມີຄວາມໝາຍຄວາມສຳຄັນທີ່ສຸດ ເພາະໄດ້ສ້າງໂອກາດ ແລະ ເງື່ອນໄຂອັນດີໃຫ້ແກ່ການສົ່ງເສີມການພົວພັນການຄ້າ ລະຫວ່າງ ລາວ-ຈີນ, ກໍຄືບັນດາຂົງເຂດພາກພື້ນ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ມີປະສິດທິຜົນ ຊຶ່ງສອດຄ່ອງກັບນະໂຍບາຍຂອງພັກ ແລະ ລັດຖະບານລາວ ໃນການຫັນຈາກປະເທດບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ (Land lock to Land link)ຊຶ່ງໝາກຜົນສໍາຄັນໜຶ່ງທີຢັ້ງຢືນຄືນໝາກຜົນຂອບຮ່ວມມືດັ່ງກ່າວ ແມ່ນການເປີດນໍາໃຊ້ເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ ໃນວັນທີ 3 ທັນວາ 2021ຊຶ່ງໄດ້ປະກອບສ່ວນໃຫ້ແກ່ການເສີມຂະຫຍາຍການພົວພັນທາງດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການໄປມາຫາສູ່ແລກປ່ຽນວັດທະນະທຳ ແລະ ເຮັດໃຫ້ສອງປະເທດລາວ-ຈີນ ກໍຄືຂົງເຂດພາກພື້ນ ມີຄວາມເຂົ້າອົກເຂົ້າໃຈ ແລະ ມີຄວາມໃກ້ຊິດກັນຫຼາຍກວ່າເກົ່າ. ເຖິງແມ່ນວ່າໃນໄລຍະ 3 ປີຜ່ານມາ ເສດຖະກິດຂອງລາວ ກໍຄືຫຼາຍປະເທດໃນພາກພື້ນ ຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ກໍຕາມ, ແຕ່ມູນຄ່າການຄ້າລະຫວ່າງ ລາວ - ຈີນ ຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສະເພາະໃນປີ 2022 ມູນຄ່າການຄ້າສອງຝ່າຍລາວ-ຈີນໄດ້ເພີ່ມຂຶ້ນເຖິງ 31%ຊຶ່ງ ປັດຈຸບັນ ສປ ຈີນ ເປັນຈຸດໝາຍປາຍທາງອັນດັບ 1 ທີ່ ສປປ ລາວ ສົ່ງອອກ, ພ້ອມດຽວກັນນັ້ນນັກລົງທຶນຈາກ ສປ ຈີນ ທີ່ໄດ້ມາລົງທຶນ ພາຍໃນ ສປປ ລາວ ໃນທຸກຂະແໜງການ, ມີຈຳນວນຫຼາຍກວ່າ 900 ໂຄງການ ລວມມູນຄ່າຫຼາຍກວ່າ 13 ຕື້ໂດລາ ຊຶ່ງເປັນປະເທດທີ່ມີມູນຄ່າການລົງທຶນສູງທີ່ສຸດໃນ ສປປ ລາວ.  ສໍາລັບປີ 2022 ມີການລົງທຶນຈາກ ສປຈີນ ທີ່ໄດ້ລົງທຶນໃນກິດຈະການຄວບຄຸມ ແລະ ສໍາປະທານ ທັງໝົດ 30 ບໍລິສັດ ລວມເອົາມູນຄ່າການລົງທຶນທັງໝົດ 339 ລ້ານໂດລາ ໃນນັ້ນລົງທຶນໃນຂະແໜງບໍ່ແຮ່ ມີ 18 ໂຄງການ, ພະລັງງານ 1 ໂຄງການ, ຂະແໜງບໍລິການທີ່ປຶກສາ 3 ໂຄງການ, ອຸດສາຫະກໍາ ແລະ ຫັດຖະກໍາ 6 ໂຄງການ, ສາທາລະນະສຸກ 1 ໂຄງການ, ຂະແໜງອື່ນໆ  2 ໂຄງການ. 
ສຳລັບເວທີການພົບປະແລກປ່ຽນລະຫວ່າງພາກລັດ ແລະ ທຸລະກິດຈີນຄັ້ງທີ VII ເປັນຊ່ອງທາງທີ່ສຳຄັນໃນການປັບປຸງບັນຫາທີ່ຕິດພັນກັບການດຳເນີນທຸລະກິດຂອງພາກເອກະຊົນຈີນ ຊຶ່ງໃນປີນີ້ ຜ່ານການສັງລວມເນື້ອໃນຈາກ 6 ບໍລິສັດ/ພາກສ່ວນທຸລະກິດຈີນ ປະກອບມີ 21 ບັນຫາ ຕິດພັນກັບ 9 ກະຊວງຂອງພາກລັດ ໂດຍນອນໃນຂົງເຂດໂຍທາທິການ ແລະ ຂົນສົ່ງ, ພະລັງງານ ແລະ ບໍ່ແຮ່, ການເງິນ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອຸດສາຫະກຳ ແລະ ການຄ້າ ແລະ ກະສິກຳ,ກອງປະຊຸມຄັ້ງນີ້ຈະເປັນຂີດໝາຍອັນສໍາຄັນທີ່ຊ່ວຍປະກອບສ່ວນເຂົ້າໃນການປັບປຸງສະພາບແວດລ້ອມການລົງທຶນຢູ່ສປປລາວ ໃຫ້ນັບມື້ນັບດີຂຶ້ນເພື່ອເຮັດໃຫ້ການດໍາເນີນທຸລະກິດ, ການຄ້າ, ການລົງທຶນແລະບໍລິການຂອງນັກທຸລະກິດຈີນຢູ່ສປປລາວໃຫ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງເປົ້າໝາຍທີ່ວາງໄວ້ ທັງດ້ານຄຸນນະພາບ ແລະ ເປັນການປະກອບສ່ວນການສ້າງວຽກເຮັດງານທໍາ ໃຫ້ແກ່ປະຊາຊົນລາວຢ່າງມີປະສິດທິພາບ ແລະ ປະສິດທິຜົນ. 
(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ