ຫ້ອງວ່າການສູນກາງພັກໄດ້ມີກອງປະຊຸມພົບປະແລກປ່ຽນ

ກອງປະຊຸມພົບປະແລກປ່ຽນລະຫວ່າງ ອົງການກວດກາແຫ່ງລັດ ສປປ ລາວ ແລະ ອົງການຕ້ານການສໍ້ລາດບັງຫຼວງ ແຫ່ງ ຣາຊະອານາຈັກ ກຳປູເຈຍ

ກອງປະຊຸມພົບປະແລກປ່ຽນລະຫວ່າງ ອົງການກວດກາແຫ່ງລັດ ສປປ ລາວ  ແລະ ອົງການຕ້ານການສໍ້ລາດບັງຫຼວງ ແຫ່ງ ຣາຊະອານາຈັກ ກຳປູເຈຍ
ໃນວັນທີ 3 ກັນຍາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກໄດ້ມີກອງປະຊຸມພົບປະແລກປ່ຽນລະຫວ່າງ ອົງການກວດກາແຫ່ງລັດ ສປປ ລາວ ແລະ ອົງການຕ້ານການສໍ້ລາດບັງຫຼວງ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຝ່າຍລາວນຳໂດຍ ທ່ານ ຄຳພັນ ພົມມະທັດ

 

ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ, ຝ່າຍກຳປູເຈຍນຳໂດຍ ທ່ານ ອອມ ເຢິນຕຽງ ລັດຖະມົນຕີອາວຸໂສ ປະທານອົງການຕ້ານການສໍ້ລາດບັງຫຼວງ ແຫ່ງຣາຊະອານາຈັກ ກຳປູເຈຍພ້ອມດ້ວຍຄະນະ.

ໃນກອງປະຊຸມ,ທ່ານຄຳພັນ ພົມມະທັດ ໄດ້ໃຫ້ກຽດສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນຂັ້ນສູງຈາກອົງການຕ້ານການສໍ້ລາດບັງຫຼວງ ແຫ່ງຣາຊະອານາຈັກ ກຳປູເຈຍ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນກັບອົງການກວດກາແຫ່ງລັດ ສປປ ລາວພ້ອມນີ້ທ່ານຍັງໄດ້ກ່າວຕື່ມອີກວ່າການພົບປະແລກປ່ຽນລະຫວ່າງສອງອົງການໃນຄັ້ງນີ້ ບໍ່ສະເພາະແຕ່ເປັນການຜັນຂະຫຍາຍບົດບັນທຶກການຮ່ວມມືສອງຝ່າຍທີ່ໄດ້ເຊັນຮ່ວມກັນ, ແຕ່ຍັງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ ລະຫວ່າງ ປະຊາຊົນສອງຊາດລາວ-ກຳປູເຈຍ ກໍຄື ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ຂອງສອງປະເທດ ນັບມື້ສູງຂຶ້ນ ເວົ້າລວມ, ເວົ້າສະເພາະລະຫວ່າງສອງອົງກາ ພວກເຮົາເລິກເຊິ່ງເຂັ້ມແຂງຕະຫຼອດໄປ.

ໂອກາດນີ້, ທ່ານ ອອມ ເຢິນຕຽງ ກໍໄດ້ກ່າວຄຳຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ, ອົບອຸ່ນ ແລະ ຈິງໃຈ ຂອງອົງການກວດກາແຫ່ງລັດ ສປປ ລາວ ທີ່ໄດ້ໃຫ້ກຽດຕ້ອນຮັບຄະນະໃນຄັ້ງນີ້ພ້ອມທັງແຈ້ງສະພາບໃນການເຄື່ອນໄຫວຢ້ຽມຢາມ ສປປ ລາວ.

ຈາກນັ້ນ, ທ່ານ ຄຳພັນ ພົມມະທັດ ກໍໄດ້ສະເໜີສະພາບລວມຂອງ ສປປ ລາວ ແລະ ການເຄື່ອນໄຫວວຽກງານກວດກາລັດ ແລະຕ້ານການສໍ້ລາດບັງຫຼວງ ສປປ ລາວ ຊຶ່ງໄດ້ສຸມໃສ່ດໍາເນີນການຕິດຕາມ ການຄຸ້ມຄອງບໍລິຫານລັດ ແຕ່ລະຂັ້ນເປັນລະບົບ ແລະແຂງແຮງສົມຄວນ ເປັນຕົ້ນກວດກາບັນດາໂຄງການລົງທຶນຂອງລັດຊຶ່ງໃນໄລຍະຜ່ານມາມັນເປັນໜຶ່ງໃນບັນຫາໃຫຍ່ທີ່ພາໃຫ້ເກີດຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນປັດຈຸບັນ, ພ້ອມນັ້ນ ກໍກວດກາການປະຕິບັດກົດໝາຍ, ລະບຽບການໃນການຄຸ້ມຄອງການຂຸດຄົ້ນຊັບພະຍາກອນ, ການຈັດຊື້ຈັດຈ້າງ ແລະ ການແກ້ໄຂຂໍ້ຂັດແຍ່ງຕ່າງໆ. ຜ່ານການຕິດຕາມ ກວດກາ ເຫັນໄດ້ຄວາມຮັບຜິດຊອບ ຂອງບຸກຄົນ, ການຈັດຕັ້ງ ແລະ ໄດ້ນໍາສະເໜີ ໃຫ້ມີການປັບປຸງແກ້ໄຂ ຕາມແຕ່ລະບັນຫາ, ແຕ່ລະກໍລະນີ ທີ່ເກີດຂຶ້ນ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງກໍານົດໄວ້ ບົນພື້ນຖານນັ້ນໄດ້ດໍາເນີນການສືບສວນ-ສອບສວນ ຄະດີທີ່ກ່ຽວຂ້ອງກັບການສໍ້ລາດບັງຫຼວງ ຕໍ່ເຈົ້າໜ້າທີ່ລັດ ແລະ ບຸກຄົນກ່ຽວຂ້ອງກັບຄະດີສໍ້ລາດບັງຫຼວງ ເພີ່ມຂຶ້ນຫຼາຍ, ສະເພາະແຕ່ຕົ້ນປີມານີ້ ໄດ້ດໍາເນີນການສືບສວນຕໍ່ເຈົ້າໜ້າທີ່ລັດທຸກລະດັບ 209 ຄົນ, ປະຕິບັດວິໄນທາງບໍລິຫານ 112 ຄົນ,ນອກນີ້ຍັງໄດ້ຄົ້ນຄວ້າ, ສ້າງ ແລະ ປັບປຸງບັນດານິຕິກຳຂອງສະພາແຫ່ງຊາດ (1 ສະບັບ), ນິຕິກຳຂອງຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ 11 ສະບັບ,ໄດ້ຄົ້ນຄວ້າປັບປຸງດໍາລັດ 159 ວ່າດ້ວຍການແຈ້ງຊັບສິນຂອງພະນັກງານ-ລັດຖະກອນ ແລະອື່ນໆ,ສຳລັບວຽກງານຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີນັບປີ 2023 ເຖິງປັດຈຸບັນ ອົງການກວດກາແຫ່ງລັດໄດ້ຮັບຄໍາຮ້ອງ ແລະ ຄໍາສະເໜີ 1.179ສະບັບ, ຄໍາຮ້ອງຕົກຄ້າງແຕ່ປີ 2022 ທັງໝົດ 65 ສະບັບ, ລວມຄຳຮ້ອງທັງໝົດ 1.244 ສະບັບ, ໃນນີ້ຄົ້ນຄວ້າພິຈາລະນາແລ້ວ 485 ສະບັບ, ສ່ວນຍັງເຫຼືອສືບຕໍ່ແກ້ໄຂຕໍ່ໄປ,ຄໍາຮ້ອງ-ຄໍາສະເໜີ ທີ່ພົ້ນເດັ່ນກວ່າໝູ່ແມ່ນຂໍ້ຂັດແຍ່ງກ່ຽວກັບທີ່ດິນ,ເຮືອນ,ການດຳເນີນທຸລະກິດ,ຄວາມບໍ່ພໍໃຈຕໍ່ຂະບວນການສືບສວນ-ສອບສວນ ຫຼື ຕໍ່ການປະຕິບັດຄໍາຕັດສິນຂອງສານ, ການລົງວິໄນຕໍ່ພະນັກງານ-ສະມາຊິກພັກ ແລະ ບັນຫາອື່ນໆ.

ພ້ອມນີ້,ຫົວໜ້າຄະນະທັງສອງຝ່າຍກໍໍໄດ້ຜັດປ່ຽນກັນມີຄຳເຫັນແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນໂດຍສະເພາະແມ່ນກ່ຽວກັບບັນຫາສິ່ງທ້າທາຍຕ່າງໆຕໍ່ການເຄື່ອນໄຫວວຽກວຽກງານຕິດຕາມກວດກາລັດ ແລະ ສະກັດກັ້ນຕ້ານການສໍ້ລາດບັງຫຼວງ, ການໂຄສະນາບິດເບືອນຜ່ານສື່ສັງຄົມອອນລາຍ.

ຂ່າວ-ພາບ:ຕຸ່ນາ ເລົ່າຖາວອນ

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ