ຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ

ກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຄັ້ງປະຖົມມະລືກ

ກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຄັ້ງປະຖົມມະລືກ
ຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດກະຊວງການຕ່າງປະເທດ ຮ່ວມກັບສູນກາງແນວລາວສ້າງຊາດ (ສນຊ)

 

 ໄດ້ຈັດກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດຄັ້ງປະຖົມມະລືກ ພາຍໃຕ້ຫົວຂໍ້ “ຮັກບ້ານເກີດ” ຂຶ້ນໃນວັນທີ 12 ພະຈິກ ນີ້ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນໂດຍການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດປະທານຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ,ມີບັນດາການນຳພັກ-ລັດ, ເອກອັກຄະລັດຖະທູດ ແລະ ພີ່ນ້ອງເຊື້ອຊາດລາວຈາກຕ່າງປະເທດ ແລະ ພີ່ນ້ອງເຊື້ອຊາດລາວທີ່ດຳລົງຊີວິດ ແລະ ເຮັດທຸລະກິດຢູ່ ສປປ ລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດໄດ້ໃຫ້ກຽດຂຶ້ນກ່າວມີຄຳເຫັນເປີດກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດຄັ້ງປະຖົມມະລືກພາຍໃຕ້ຫົວຂໍ້ “ຮັກບ້ານເກີດ” ຢ່າງເປັນທາງການຊຶ່ງຖືເປັນນິມິດໝາຍອັນສໍາຄັນ ແລະ ເປັນຄັ້ງປະຫວັດສາດບໍ່ເຄີຍມີມາກ່ອນ ມີຂຶ້ນໃນປີທີ່ ສປປ ລາວ ມີຜົນສຳເລັດພົ້ນເດັ່ນຫຼາຍເຫດການ ເປັນຕົ້ນການເປັນປະທານອາຊຽນຂອງ ສປປ ລາວ ແລະ ທັງເປັນປີທ່ອງທ່ຽວລາວປີ 2024, ສະແດງຄວາມຊົມເຊີຍຕໍ່ບັນດາພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ພີ່ນ້ອງຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ ສປປ ລາວ ຫຼາຍກວ່າ 400 ທ່ານ ທີ່ໄດ້ພ້ອມໃຈກັນມາເຂົ້າຮ່ວມກອງປະຊຸມຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ ຮັກປະເທດຊາດບ້ານເກີດເມືອງນອນຂອງຕົນ. ກອງປະຊຸມຄັ້ງນີ້, ເປັນເວທີເພື່ອສ້າງໂອກາດໃຫ້ພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດໄດ້ມີໂອກາດຫວນມາຢ້ຽມຢາມບ້ານເກີດ ແລະ ພົບປະແລກປ່ຽນຄຳຄິດເຫັນຊຶ່ງກັນ ແລະ ກັນ, ຮັດແໜ້ນການຮ່ວມມືລະຫວ່າງພີ່ນ້ອງເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ, ຜູ້ທີ່ມາດຳລົງຊີວິດຢູ່ ສປປ ລາວ ແລະ ຊາວລາວຢູ່ໃນປະເທດ, ເປີດກວ້າງການເຜີຍແຜ່ຂໍ້ມູນຂ່າວສານອັນຖືກຕ້ອງເປັນຈິງ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນແຕ່ລະໄລຍະ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ພີ່ນ້ອງເຊື້ອຊາດລາວທີ່ມີຄວາມສົນໃຈໃນການເຂົ້າມາລົງທຶນຢູ່ ສປປ ລາວ ເປັນຕົ້ນການດຳເນີນທຸລະກິດຮ້ານອາຫານ, ໂຮງແຮມ, ລົງທຶນດ້ານການສຶກສາ, ກະສິກຳ ແລະ ອື່ນໆ. ປັດຈຸບັນພີ່ນ້ອງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດມີປະມານ 981,900 ຄົນ (ຫຼາຍກວ່າ 10% ຂອງພົນລະເມືອງລາວ) ທີ່ອາໄສຢູ່ຫຼາຍກວ່າ 18 ປະເທດໃນທົ່ວໂລກ, ເຖິງຈະຢູ່ຫ່າງໄກບ້ານເກີດເມືອງນອນ ແຕ່ກໍມີຄວາມເອກອ້າງທະນົງໃຈຕໍ່ການເປັນເຊື້ອຊາດລາວ, ມີນ້ຳໃຈຮັກຊາດ ຮັກບ້ານເກີດ, ຮັກສາມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ, ປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ ທັງທາງກົງ ແລະ ທາງອ້ອມ, ເປັນຂົວຕໍ່ສຳຄັນໃນການໂຄສະນາເຜີຍແຜ່ດ້ານວັດທະນະທຳ-ຮີດຄອງປະເພນີ, ສາສະໜາ, ພາສາ, ພາບພົດທີ່ດີຂອງປະເທດ, ຂົນຂວາຍຍາດແຍ່ງເອົາການຊ່ວຍເຫຼືອດ້ານທຶນຮອນ, ການລົງທຶນມາສູ່ປະເທດຊາດ, ຮັດແໜ້ນການພົວພັນຕ່າງປະເທດກັບບັນດາປະເທດທີ່ເຂົາເຈົ້າດຳລົງຊີວິດຢູ່. ລັດຖະບານ ແລະ ປະຊາຊົນລາວໄດ້ຕີລາຄາສູງຕໍ່ການປະກອບສ່ວນຊ່ວຍເຫຼືອ ແລະ ຖືວ່າພີ່ນ້ອງເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ສຳຄັນບໍ່ສາມາດຕັດແຍກອອກຈາກວົງຄະນາຍາດແຫ່ງຊາດລາວໄດ້, ເປັນກຳລັງແຮງທີ່ສຳຄັນອັນໜຶ່ງໃນພາລະກິດການສ້າງສາ ແລະ ພັດທະນາປະເທດຊາດ. ຍ້ອນເຫັນໄດ້ເຖິງຄວາມສຳຄັນຂອງພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ, ລັດຖະບານຈຶ່ງໄດ້ມີນະໂຍບາຍເປີດກວ້າງເພື່ອຕ້ອນຮັບພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ, ເອົາໃຈໃສ່ໃນການສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກຍິ່ງຂຶ້ນ ໂດຍກຳນົດນະໂຍບາຍຕ່າງໆ ເປັນຕົ້ນແມ່ນການອອກດຳລັດເລກທີ 475 ວ່າດ້ວຍການອອກວີຊາ ແລະ ການກໍານົດເວລາພັກເຊົາຢູ່ ສປປ ລາວ ໃຫ້ຄົນເຊື້ອຊາດລາວຢູ່ຕ່າງປະເທດ, ສືບຕໍ່ປະຕິບັດນະໂຍບາຍ ແລະ ສ້າງເງື່ອນໄຂອັນໃໝ່ ເພື່ອໃຫ້ແທດເໝາະກັບສະພາບໃນແຕ່ລະຍຸກສະໄໝ. ພ້ອມນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ຮຽກຮ້ອງມາຍັງພີ່ນ້ອງຄົນເຊື້ອຊາດລາວໝົດທຸກຄົນ ຈົ່ງສືບຕໍ່ເພີ່ມທະວີຄວາມສາມັກຄີຮັກແພງຊຶ່ງກັນ ແລະ ກັນ, ມີຄວາມທະນົງໃຈຕໍ່ເລືອດເນື້ອເຊື້ອຊາດລາວຮັກບ້ານເກີດ, ເຄື່ອນໄຫວດຳລົງຊີວິດຢ່າງໝັ້ນຄົງ, ສືບຕໍ່ຮັກສາຮີດຄອງປະເພນີອັນດີງາມ ແລະ ເອກະລັກດ້ານວັດທະນະທຳຂອງຊາດລາວໄວ້, ສືບຕໍ່ນຳເອົາຜົນຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງຂຶ້ນ, ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໄປບອກເລົ່າຖ່າຍທອດຕໍ່ຜູ້ທີ່ບໍ່ໄດ້ມາຮ່ວມ, ປະກອບສ່ວນສ້າງສາພັດທະນາບ້ານເກີດເມືອງນອນຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງຕົນ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງລາຍງານຈາກທ່ານ ບຸນເຫຼືອ ພັນດານຸວົງຮອງລັດຖະມົນຕີກະຊວງການຕ່າງປະເທດ ກ່ຽວກັບການສັງລວມນະໂຍບາຍ ແລະ ນິຕິກຳທີ່ຈະອຳນວຍຄວາມສະດວກໃຫ້ແກ່ຄົນເຊື້ອຊາດລາວຢູ່ຕ່າງປະເທດ ແນໃສ່ສ້າງເງື່ອນໄຂທີ່ສະດວກໃຫ້ພີ່ນ້ອງຊາວລາວຢູ່ຕ່າງປະເທດໄດ້ຫັນໜ້າມາຫາປະເທດຊາດບ້ານເກີດເມືອງນອນຂອງຕົນ ເພື່ອປະກອບສ່ວນດ້ານເຫື່ອແຮງ, ສະຕິປັນຍາ, ທຶນຮອນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດແລະ ໄດ້ຮັບຟັງບົດລາຍງານຈາກທ່ານນາງ ພອນວັນ ອຸທະວົງຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ຂອງ ສປປ ລາວ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮັບຟັງການລາຍງານຈາກຕົວແທນພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ຕົວແທນພີ່ນ້ອງເຊື້ອຊາດລາວທີ່ມາດຳລົງຊີວິດຖາວອນຢູ່ບ້ານເກີດໃນຫຼາຍຫົວຂໍ້ສຳຄັນຄື: 1. ການເຕົ້າໂຮມຄວາມສາມັກຄີພີ່ນ້ອງເຊື້ອຊາດລາວຢູ່ປະເທດຝຣັ່ງ; 2. ການສົ່ງເສີມລູກຫຼານເຊື້ອຊາດລາວຮຽນຮູ້ ແລະ ສືບທອດພາສາ-ວັດທະນະທຳຂອງຊາດຢູ່ຕ່າງປະເທດ; 3. ການເຕົ້າໂຮມພະສົງລາວອ້ອມຂ້າງອົງການພະສົງລາວເຖຣະວາດຢູ່ທະວີບເອີຣົບ; 4. ກາລະໂອກາດ ແລະ ສິ່ງທ້າທາຍໃນການດຳເນີນທຸລະກິດຢູ່ ສປປ ລາວ; 5. ທ່າແຮງ ແລະ ເງື່ອນໄຂຂອງພີ່ນ້ອງເຊື້ອຊາດລາວໃນການປະກອບສ່ວນສ້າງສາພັດທະນາບ້ານເກີດ; 6. ການປະກອບສ່ວນສ້າງຊັບພະຍາກອນມະນຸດດ້ານວິຊາການຢູ່ ສປປ ລາວ.

ໃນຕອນທ້າຍ, ບັນດາຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄຳຄິດເຫັນ ແລະ ຍົກຂໍ້ສະເໜີຕໍ່ກອງປະຊຸມຢ່າງສ້າງສັນ ແລະ ກົງໄປກົງມາເຮັດໃຫ້ເນື້ອໃນຈິດໃຈຂອງກອງປະຊຸມຄົບຖ້ວນສົມບູນ, ສາມາດເຂົ້າໃຈເຖິງສະພາບຊີວິດການເປັນຢູ່ ແລະ ຄວາມມຸ້ງມາດປາຖະໜາຂອງພີ່ນ້ອງຊາວລາວຢູ່ຕ່າງປະເທດ ແລະ ຕົວແທນພີ່ນ້ອງເຊື້ອຊາດລາວທີ່ມາທໍາມາຫາກິນຢູ່ ສປປ ລາວ ໄດ້ເປັນຢ່າງດີ.

ກອງປະຊຸມໃນຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ, ມີຄວາມຟົດຟື້ນສາມັກຄີຮັກແພງ, ມີເນື້ອໃນອຸດົມສົມບູນ, ຖືເປັນການເປີດສັງກາດກອງປະຊຸມຄັ້ງປະຫວັດສາດໃນການເຕົ້າໂຮມຄວາມສາມັກຄີເປັນນ້ຳໜຶ່ງໃຈດຽວກັນຂອງປະຊາຊົນລາວບັນດາເຜົ່າບໍ່ວ່າຢູ່ພາຍໃນ ຫຼືຕ່າງປະເທດປະກອບສ່ວນກຳລັງແຮງຂອງຕົນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນເທື່ອລະກ້າວ ກໍຄືການນຳເອົາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນອະນາຄົດ.

(ຂ່າວ: ກະຊວງການຕ່າງປະເທດ, ພາບ: ອ່າຍຄໍາ+ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ