![]() |
ກອງປະຊຸມໃນຄັ້ງນີ້ ໄດ້ສືບຕໍ່ຄົ້ນຄວ້າ ແລະ ປຶກສາຫາລື ບັນດາຫົວຂໍ້ທີ່ສຳຄັນ ເປັນຕົ້ນ ກ່ຽວກັບກົດໝາຍ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບການສະກັດກັ້ນຕ້ານອາຊະຍາກໍາສັດປ່າ ເພື່ອເປັນບ່ອນອີງໃນການຂຽນປຶ້ມຄູ່ມື ການດໍາເນີນຄະດີອາຊະຍາກໍາສັດປ່າ; ທົບທວນຄືນ ເນື້ອໃນຂອງປື້ມຄູ່ມື ແລະ ປະກອບຄຳເຫັນໃສ່ເນື້ອໃນແຕ່ລະຫົວຂໍ້ ເຂົ້າໃນປື້ມຄູ່ມືດັ່ງກ່າວ. ພ້ອມນັ້ນ ບັນດາທ່ານທີ່ເຂົ້າຮ່ວມ ກອງປະຊຸມ ຍັງໄດ້ສົນທະນາແລກປ່ຽນປະກອບຄຳຄິດຄຳເຫັນກ່ຽວກັບບັນຫາທີ່ຄົງຄ້າງ ໃນການຂຽນປຶ້ມຄູ່ມືດັ່ງກ່າວ ແລະ ວາງແຜນກິດຈະກຳຄັ້ງຕໍ່ໄປ.(ຂ່າວ:ອອປສ)

ຄໍາເຫັນ