ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 16

ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 16

ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 16
ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 16, ໄດ້ຈັດຂຶ້ນໃນວັນທີ 7 ພະຈິກ 2025 ທີ່ ກະຊວງການຕ່າງປະເທດ ອົດສະຕຣາລີ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ມິແຊວ ຈັນ (Michelle CHAN), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ອົດສະຕຣາລີ ລວມທັງມີບັນດາເຈົ້າໜ້າທີ່ກ່ຽວຂ້ອງຂອງສອງກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມ.
ກອງປະຊມປກສາຫາລເຈາໜາທອາວໂສ ລາວ-ອດສະຕຣາລ ຄງທ 16 - image 1
 

 

ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືຢ່າງມີປະສິດທິພາບລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ນັບແຕ່ປີ1952 ເປັນຕົ້ນມາ ໂດຍສະເພາະ ພາຍຫຼັງທີ່ສອງປະເທດໄດ້ຍົກລະດັບສາຍພົວພັນການທູດຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນປີ 2024. ໃນໂອກາດນີ້, ສອງຝ່າຍ ໄດ້ທົບທວນຕີລາຄາການຈັດຕັ້ງປະຕິບັດການພົວພັນຮ່ວມມືສອງຝ່າຍໃນຫຼາຍຂະແໜງການ ແລະ ຈະສືບຕໍ່ເຮັດວຽກຮ່ວມກັນເພື່ອຊຸກຍູ້ເສີມຂະຫຍາຍການຮ່ວມມືດັ່ງກ່າວໃຫ້ມີຜົນສຳເລັດຕົວຈິງ ພາຍໃຕ້ 4 ເສົາຄໍ້າໃຫຍ່ຂອງການເປັນຄູ່ຮ່ວມມືຮອບດ້ານຄື: 1. ປະຊາຊົນ, ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, 2. ເສດຖະກິດ, ການຄ້າ ແລະ ການລົງທຶນ, 3. ການປ່ຽນແປງດິນຟ້າອາກາດ, ສິ່ງແວດລ້ອມ ແລະ ພະລັງງານ, 4. ວຽກງານປ້ອງກັນຊາດ ແລະ ການບັງຄັບໃຊ້ກົດໝາຍ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນເປັນຕົ້ນ ການສືບຕໍ່ສະໜັບສະໜູນວຽກງານການພັດທະນາການສຶກສາ ແລະ ຊັບພະຍາກອນມະນຸດ ໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (BEQUAL)ໄລຍະ II ແລະ ສະຖາບັນ ລາວ-ອົດສະຕຣາລີ (LAI) ໄລຍະທີ III, ໂຄງການປ່ອຍຍຸງໂວບັກເຄຍ (Wolbachia) ເພື່ອຄວບຄຸມການແຜ່ລະບາດເຊື້ອພະຍາດໄຂ້ຍຸງລາຍ ຢູ່ ສປປ ລາວ. ດ້ານເສດຖະກິດ, ການຄ້າແລະ ການລົງທຶນ, ສອງຝ່າຍໄດ້ຊົມເຊີຍການເປີດໂຄງການຮ່ວມມືປັບປຸງວຽກງານສົ່ງເສີມການລົງທຶນແລະ ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດຫຼື ໂຄງການລິບໂຟລາວ (LIFT 4 Laos)ເພື່ອດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ມີຄຸນນະພາບ.ນອກຈາກນີ້, ໃນຂົງເຂດການປ່ຽນແປງດິນຟ້າອາກາດ, ສິ່ງແວດລ້ອມແລະ ພະລັງງານ, ສອງຝ່າຍ ເຫັນດີຈະສືບຕໍ່ຮ່ວມມືໃຫ້ມີປະສິດທິພາບ ແລະ ມີຄວາມຍືນຍົງຫຼາຍຂື້ນ ລວມທັງການຮ່ວມມືກັບ ສູນຄົ້ນຄວ້າກະສິກຳສາກົນອົດສະຕຣາລີຢູ່ ສປປ ລາວ (ACIAR).ພ້ອມນີ້, ຍັງໄດ້ແລກປ່ຽນທັດສະນະກ່ຽວກັບການຮ່ວມມືດ້ານວຽກງານປ້ອງກັນຊາດ, ກົດໝາຍ, ການຊ່ວຍເຫຼືອດ້ານມະນຸດສະທໍາ, ວຽກງານການເກັບກູ້ລະເບີດທີ່ບໍ່ທັນແຕກ (UXO)ແລະການຮ່ວມມືຕ້ານອາດຊະຍາກຳຂ້າມຊາດລວມທັງການຮ່ວມມືກັນໃນຂອບອານຸພາກພື້ນແມ່ນໍ້າຂອງ, ອາຊຽນ ແລະ ອົງການສະຫະປະຊາຊາດ ເພື່ອສືບຕໍໍ່ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ໃນໂລກ ລວມທັງການຮ່ວມມືສອງຝ່າຍໃນຕໍ່ໜ້າ.

ກອງປະຊມປກສາຫາລເຈາໜາທອາວໂສ ລາວ-ອດສະຕຣາລ ຄງທ 16 - image 2
 

ໃນໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ທ່ານ ແມັດ ທິດສະໂຕເວດ (The Hon. Matt Thistlethwaite), ສະມາຊິກລັດຖະສະພາ, ຜູ້ຊ່ວຍລັດຖະມົນຕີການຕ່າງປະເທດ ແລະ ການຄ້າ (ຮັບຜິດຊອບວຽກງານ ODA) ແລະ ຜູ້ຊ່ວຍລັດຖະມົນຕີວຽກງານກວດຄົນເຂົ້າ-ອອກເມືອງ ແຫ່ງອົດສະຕຣາລີ ເພື່ອສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

ຄໍາເຫັນ

ຂ່າວການຮ່ວມມື

ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ໃນວັນທີ 22-23 ທັນວາຜ່ານມາ, ທີ່ຫໍພິພິຕະພັນບັ້ນຮົບລາມເຊິນ 719 ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດງານພົບປະມິດຕະພາບແລກປ່ຽນກິດຈະກຳສິລະປະວັນນະຄະດີຮ່ວມກັນລະຫວ່າງຊາວໜຸ່ມເຍົາວະຊົນຂອງ ແຂວງສະຫວັນນະເຂດ ສປປ ລາວ ແລະ ກວາງຈິ ສສ ຫວຽດນາມ, ພາຍໃຕ້ຫົວຂໍ້
ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ໃນວັນທີ 25 ທັນວານີ້, ທີ່ຫ້ອງວ່າການສູນກາງພັກ,ໄດ້ຈັດຕັ້ງປາຖະກະຖາ“ ເນື້ອໃນຈິດໃຈ ກອງປະ ຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ” ໂດຍ ມີ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຮັບຟັງ.
ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ