ພາຍໃຕ້ການເປັນປະທານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ປະທານກິດຕິມະສັກສະໂມສອນນັກການທູດລາວ ແລະ ໃຫ້ກຽດກ່າວເປີດພິທີໂດຍ ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ແຂກທີ່ເຂົ້າຮ່ວມໃນກອງປະຊຸມໃນຄັ້ງນີ້ ມີ: ປະທານ ແລະ ຄະນະສະໂມສອນ ພ້ອມດ້ວຍສະມາຊິກຂອງສະໂມສອນນັກການທູດລາວ, ອະດີດນັກການທູດ ແລະ ຄະນະກົມ ຈາກບັນດາກົມພາຍໃນກະຊວງການຕ່າງປະເທດ ລວມທັງໝົດປະມານ 70 ກວ່າທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສະຫຼຸບຕີລາຄາ ແລະ ສະເຫຼີມສະຫຼອງຜົນງານການເຄື່ອນໄຫວວຽກງານຂອງ ສະໂມສອນນັກການທູດລາວ ຕະຫຼອດໄລຍະ 5 ປີ (6/10/2020-6/10/2025) ທີ່ຜ່ານມາ ລວມທັງເພື່ອຮ່ວມກັນກຳນົດທິດທາງ ແລະ ແຜນການໃນການຈັດຕັ້ງປະຕິ ບັດວຽກງານຂອງສະໂມສອນນັກການທູດລາວໃນຕໍ່ໜ້າ ເພື່ອຮັບປະກັນເຮັດໃຫ້ສະໂມສອນນັກການທູດລາວ ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຮອບດ້ານ ແນໃສ່ສາມາດຍາດມາໄດ້ຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າໃນການປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ວົງການການທູດລາວ.
ໃນກອງປະຊຸມ, ໄຊຍະການ ສີສຸວົງ, ປະທານສະໂມສອນນັກການທູດລາວ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການຈັດຕັ້ງປະຕິບັດວຽກງານຂອງສະໂມສອນນັກການທູດລາວ ຕະຫຼອດໄລຍະ 5 ປີທີ່ຜ່ານ ໂດຍໄດ້ນໍາສະເໜີປະຫວັດຄວາມເປັນມາ ແລະ ໄດ້ຍົກໃຫ້ເຫັນບັນດາຜົນງານອັນພົ້ນເດັ່ນຫຼາຍດ້ານທີ່ສະໂມສອນຍາດມາໄດ້ນັບແຕ່ໄດ້ຮັບການສ້າງຕັ້ງເຖິງປັດຈຸບັນ. ນອກນັ້ນ, ທ່ານປະທານສະໂມ ສອນນັກການທູດລາວ ຍັງໄດ້ຍົກໃຫ້ເຫັນເຖິງການຕີລາຄາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ກໍຄື ສິ່ງທ້າທາຍຕ່າງໆ ທີ່ສະໂມສອນນັກການທູດລາວໄດ້ປະເຊີນໜ້າໃນໄລຍະຜ່ານມາ ລວມທັງໄດ້ສະເໜີທິດທາງ ແລະ ແຜນການໃນການຈັດຕັ້ງວຽກງານຂອງສະໂມສອນນັກການທູດລາວ ໃນຕໍ່ໜ້າຢ່າງມີຈຸດສຸມ ແລະ ຈະແຈ້ງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງສະໂມສອນໃຫ້ໄດ້ຮັບໝາກຜົນກວ່າເກົ່າ.
ພິເສດ ເນື່ອງໃນໂອກາດອັນມີຄວາມໝາຍຄວາມສຳຄັນນີ້, ກອງປະຊຸມດັ່ງກ່າວ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຢ່າງມີຄວາມໝາຍ ແລະ ແຈ້ງຕໍ່ການຈັດຕັ້ງປະຕິບັດວຽກງານຕົວຈິງ ຈາກ ທ່ານ ສົມສະຫວາດ ເລັ່ງສະຫວັດ, ປະທານກິດຕິມະສັກສະໂມສອນນັກການທູດລາວ, ຊຶ່ງໄດ້ກາຍເປັນເຂັມທິດເຍືອງທາງໃຫ້ແກ່ການພັດທາສະໂມສອນໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ເພື່ອປະກອບສ່ວນເຂົ້າພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.
ກອງປະຊຸມສະຫຼຸບວຽກງານ 5 ປີ ຂອງສະໂມສອນນັກການທູດລາວໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນ ແລະ ເປັນຂະບວນຟົດຟື້ນ ແລະ ໄດ້ຮັບໝາກຜົນຕາມລະດັບຄາດໝາຍທີ່ວາງໄວ້. (ຂ່າວ: ກຕທ)
ຄໍາເຫັນ