ກອງປະຊຸມສະຫຼຸບວຽກງານພະລາທິການ-ການເງິນທົ່ວກອງທັບ 

ກອງປະຊຸມສະຫຼຸບວຽກງານພະລາທິການ-ການເງິນທົ່ວກອງທັບ 
ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານພະລາທິການ-ການເງິນ ທົ່ວກອງທັບປະຈໍາປີ 2023ໄດ້ຈັດຂຶ້ນໃນລະຫວ່າງວັນທີ 19-21 ກຸມພານີ້ທີ່ສະໂມສອນກົມໃຫຍ່ພະລາທິການກອງທັບ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ພົນຕີ ຄໍາເພັດ ສີຊານົນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນຳກະຊວງປ້ອງກັນປະເທດ, ກົມໃຫຍ່, ຫ້ອງວ່າການ, ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ, ວິທະຍາຄານ, ກອງພົນ, ກອງບັນຊາການທະຫານແຂວງ, ກອງພັນໃຫຍ່, ກົມ, ຫ້ອງການ, ໂຮງຮຽນ, ໂຮງງານ, ໂຮງໝໍ, ຫົວໜ່ວຍວິສາຫະກິດ, ວິຊາສະເພາະພະລາ ແລະ ການເງິນຈາກບັນດາກົມກອງກໍາລັງຫຼວງ-ກໍາທ້ອງຖິ່ນເຂົ້າຮ່ວມ.
    ທ່ານ ພົນຕີ ຄໍາເພັດ ສີຊານົນ ໄດ້ມີຄໍາເຫັນ ແລະ ກ່າວເປີດກອງປະຊຸມ ໂດຍຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວຽກງານພະລາທິການ-ການເງິນທົ່ວກອງທັບ ຊຶ່ງແມ່ນພາກສ່ວນໜຶ່ງທີ່ສໍາຄັນ, ເປັນປັດໄຈພື້ນຖານປະກອບສ່ວນໃຫ້ກົມກອງເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ແລະ ເປັນກໍາລັງແຮງສັງລວມຂອງກອງທັບ, ຮັບປະກັນໂດຍກົງ ທາງດ້ານການເຄື່ອນໄຫວວຽກງານກຽມພ້ອມສູ້ຮົບ ກໍຄືຮັບປະກັນຊີວິດການເປັນຢູ່ຂອງພະນັກງານ-ນັກຮົບຢູ່ໃນກອງທັບ.ກອງປະຊຸມຈະໄດ້ພ້ອມກັນສັງເກດຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານພະລາທິການ-ການເງິນ ໃນ 1 ປີຜ່ານມາ ກໍຄືການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ໂດຍສະເພາະແມ່ນແຜນງານໃຫຍ່ທີ 3 ວຽກງານຈັດຕັ້ງຮັບປະກັນພະລາທິການເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງກອງທັບ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ພ້ອມກັນຄົ້ນຄວ້າເປັນເອກະພາບຕໍ່ກັບທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2024 ໃຫ້ມີຜົນສໍາເລັດສູງຂຶ້ນກວ່າເກົ່າ. 
ທ່ານ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະພັກກະຊວງປ້ອງກັນປະເທດຮອງຫົວໜ້າກົມໃຫຍ່ພະລາທິການກອງທັບໄດ້ສະຫຼຸບຕີລາຄາຄືນເຖິງການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນຫຼາຍດ້ານທີ່ພົ້ນເດັ່ນ ຂອງຄະນະພັກ-ຄະນະບັນຊາ, ພະນັກງານວິຊາການທີ່ເຮັດວຽກງານພະລາທິການກອງທັບ ທີ່ຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະວຽກງານຮັບປະກັນໃຫ້ແກ່ການເຄື່ອນໄຫວ, ຫັດແອບ ແລະ ກຽມພ້ອມສູ້ຮົບ, ຈັດຕັ້ງຮັບປະກັນຢ່າງຄົບຖ້ວນ, ທັນເວລາ, ດ້ານວັດຖຸ, ພາຫະນະຮັບໃຊ້, ວຽກງານຮັບປະກັນຊີວິດການເປັນຢູ່ການຈັດຕັ້ງລ້ຽງດູທັບ ດ້ານສະບຽງອາຫານ, ດ້ານການຈັດຕັ້ງກິນດື່ມລວມໝູ່, ດ້ານເຄື່ອງນຸ່ງຫົ່ມ, ດ້ານນໍ້າມັນເຊື້ອໄຟ, ວຽກງານຄຸ້ມຄອງທີ່ດິນ, ໄຟຟ້າ ແລະ ນໍ້າປະປາ, ທີ່ດິນທົ່ວກອງທັບຄຸ້ມຄອງມີທັງໝົດ 1.928 ຕອນ, ດ້ານກະສິກໍາຢູ່ຂັ້ນກະຊວງ, ໄດ້ສຸມໃສ່ປັບປຸງບາງຫົວໜ່ວຍການຜະລິດຢ່າງຮອບດ້ານຕາມທິດຫັນໄປສູ່ການຜະລິດແບບໄລ່ລຽງ, ໂດຍສະເພາະແມ່ນກຸ່ມຜະລິດຄົບວົງຈອນເລກ 1, ເລກ 2 ເລກ 3 ໃນໜຶ່ງປີຜ່ານມາສາມາດສ້າງລາຍຮັບໄດ້ທັງໝົດ 46.518 ລ້ານກວ່າກີບ, ດ້ານອຸດສາຫະກຳເບົາ ໄດ້ປັບປຸງ 6 ຫົວໜ່ວຍໂຮງຈັກ-ໂຮງງານ, ສໍາລັບໂຮງງານຕັດຫຍິບເລກ 2 ສາຂາພາກເໜືອແຂວງອຸດົມໄຊໄດ້ແບ່ງເອົາງົບປະມານຂອງໂຮງງານຕັດຫຍິບເລກ 1 ຈຳນວນ 13,80% ຂອງງົບປະມານ.
ນອກນີ້, ຫຼາຍກົມກອງ-ທ້ອງຖິ່ນຍັງສູ້ຊົນກໍ່ສ້າງພື້ນຖານການຜະລິດ-ທຸລະກິດເພື່ອສ້າງແຫຼ່ງລາຍຮັບໃຫ້ກົມກອງເຊັ່ນ: ໂຮງງານຜະລິດດິນບ໋ອກ, ໂຮງງານນໍ້າດື່ມ, ໂຮງສີເຂົ້າ, ບ້ານພັກໂຮງແຮມ, ອູ່ສ້ອມແປງ, ປໍ້ານໍ້າມັນ, ກິດຈະການໃຫ້ເຊົ່າອື່ນໆໄດ້ທັງໝົດ 43 ຕື້ກ່ວາກີບ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 26% ສາມາດນໍາລາຍຮັບດັ່ງກ່າວເຂົ້າມາແກ້ໄຂວຽກທີ່ຈໍາເປັນຂອງກົມກອງໄດ້ສ່ວນໃດສ່ວນໜຶ່ງ, ຕາມໂຕເລກລາຍງານຂອງກົມກອງ, ທ້ອງຖິ່ນຕ່າງໆ ເຫັນວ່າລາຍຮັບທີ່ໄດ້ມາຈາກຜົນຜະລິດຂ້າງເທິງໃນປີ 2023 ບັນລຸໄດ້ 123 ຕື້ກວ່າກີບ (ນັບທັງເງິນສົດ, ແຮງງານ ແລະ ວັດຖຸ), ໃນນີ້ມີທຶນໝູນວຽນ 36 ຕື້ກວ່າກີບ, ຖ້າທຽບໃສ່ປີຜ່ານມາເພີ່ມຂຶ້ນ 19% (ລາຍຮັບສ່ວນໃຫຍ່ໄດ້ຈາກການບໍລິການ, ສ່ວນການຜະລິດກະສິກຳແມ່ນຫຼຸດລົງຍ້ອນຖືກຜົນກະທົບທາງດ້ານເສດຖະກິດ), ບັນດາກົມກອງທ້ອງຖິ່ນສາມາດສ້າງລາຍຮັບໄດ້ 6 ຕື້ກີບຂຶ້ນໄປ.
ກອງປະຊຸມຄັ້ງນີ້,  ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ກໍຄືພະນັກງານຜູ້ທີ່ເຮັດວຽກງານພະລາທິການ-ການເງິນທົ່ວກອງທັບ ຍັງຈະໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ເນື້ອໃນຕ່າງໆຂອງກອງປະຊຸມວຽກງານພະລາທິການ-ການເງິນທົ່ວກອງທັບປະຈໍາປີ 2023 ແລະ ທິດທາງແຜນການຄາດໝາຍສູ້ຊົນວຽກງານ ປະຈໍາປີ 2024 ເພື່ອຮັບປະກັນວຽກງານຈຸຸດສຸມໃນຕໍ່
ໜ້າມີໃບໜ້າອັນໃໝ່ແລະໄດ້ຮັບປະສິດທິຜົນສູງຂຶ້ນກວ່າເກົ່າ.ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 3 ວັນຈຶ່ງຈະສໍາເລັດ. 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ທ້າຍອາທິດຜ່ານມານີ້ ຢູ່ທີ່ສະໂມສອນບ້ານນ້ຳເດື່ອ. ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບໃບຢັ້ງຢືນຄອບຄົວວັດທະນະທຳ ທີ່ໄດ້ໄໝ່ ມີ 181 ຄອບຄົວ ຢູ່ບ້ານນ້ຳເດື່ອ. ພາຍໃຕ້ການເປັນປະທານຂອງທ່ານ ສີຕານ ສຸພັນທະວົງ ຮັກສາການຫົວໜ້າຫ້ອງການ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງ.
ຍົກລະດັບຄວາມຮູ້ວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ພະນັກງານ

ຍົກລະດັບຄວາມຮູ້ວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ພະນັກງານ

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີ ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ແກ່ພະນັກງານພາຍໃນ ຄອສພ ໃນວັນທີ 18 ສິງຫານີ້ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມສູນກາງພັກ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງໜອງບົກ ຈັດພິທີທຳລາຍສິນຄ້າໝົດອາຍຸໃນການບໍລີໂພກ

ເມືອງໜອງບົກ ຈັດພິທີທຳລາຍສິນຄ້າໝົດອາຍຸໃນການບໍລີໂພກ

ໃນອາທິດຜ່ານມານີ້, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໜອງບົກ ແຂວງຄໍາມ່ວນ ໄດ້ຈັດພິທີທຳລາຍສິນຄ້າເສຍຄຸນ (ໝົດອາຍຸໃນການບໍລິໂພກ) ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳມອນ ພົມພິພັກ ຮອງປະທານຄະນະກຳມະການປົກຄອງເມືອງ.
ການນໍາແຂວງເຊກອງ ເນັ້ນຂະແໜງສື່ມວນຊົນ ນໍາສະເໜີຂ່າວໃຫ້ໄດ້ຕາມ 4 ລັກສະນະ

ການນໍາແຂວງເຊກອງ ເນັ້ນຂະແໜງສື່ມວນຊົນ ນໍາສະເໜີຂ່າວໃຫ້ໄດ້ຕາມ 4 ລັກສະນະ

ໃນໂອກາດເຂົ້າຮ່ວມພິທີປາຖະກະຖາ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 15 ສິງຫາ 2025 ຜ່ານມາ, ທ່ານ ຂັນຕີ ສີລະວົງສາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆເຊກອງ ໄດ້ເນັ້ນຂະແໜງສື່ມວນຊົນຂອງແຂວງ ນໍາສະເໜີຂ່າວໃຫ້ມີຄວາມວ່ອງໄວ ແລະ ຮັບປະກັນໄດ້ຕາມ 4 ລັກສະນະຕົ້ນຕໍ ຄື:
ເຈົ້າແຂວງຜົ້ງສາລີ ລົງເຄື່ອນໄຫວ ແລະ ແນະນຳວຽກ ຢູ່ເມືອງໃໝ່

ເຈົ້າແຂວງຜົ້ງສາລີ ລົງເຄື່ອນໄຫວ ແລະ ແນະນຳວຽກ ຢູ່ເມືອງໃໝ່

ຕອນບ່າຍຂອງວັນທີ 16 ສິງຫາຜ່ານມາ ທີ່ສະໂມສອນເມືອງໃໝ່ ແຂວງຜົ້ງສາລີ, ທ່ານ ພົນຕີ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຜົ້ງສາລີ ໄດ້ລົງພົບປະໂອ້ລົມຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງ ຂອງເມືອງໃໝ່ ໂດຍມີບັນດາຄະນະນຳຂອງເມືອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ໃນລະດູຝົນນີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຽມຄວາມພ້ອມຮອບດ້ານ ຮັບມືກັບໄພພິບັດທາງທຳມະຊາດ ເຝົ້າລະວັງເຂດພື້ນທີ່ ມີຄວາມສ່ຽງ ພ້ອມທັງໄດ້ອອກແຈ້ງການ ເຖິງຂະແໜງຊົນລະປະທານແຂວງ, ນະຄອນຫຼວງວຽງຈັນ ໃຫ້ກະກຽມຄວາມພ້ອມຮັບມືກັບປະກົດການທີ່ຈະເກີດຂຶ້ນ.
ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເນື່ອງໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ຈັດຂຶ້ນໃນວັນທີ 13 ສິງຫາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າທີ່ປຶກສາວຽກງານຊົນເຜົ່າ ທັງເປັນປະທານສວນວັດທະນະທໍາບັນດາເຜົ່າ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວຜ່ານສື່ມວນຊົນວ່າ: ວັນສ້າງຕັ້ງແນວລາວສ້າງຊາດເປັນໜຶ່ງວັນທີ່ມີຄວາມໝາຍ-ສຳຄັນ ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນດັ່ງກ່າວໃນຄັ້ງນີ້.
ເພີ່ມເຕີມ