ກອງປະຊຸມສະພາບໍລິຫານທະນາຄານແຫ່ງ ສປປ ລາວຄັ້ງທີ I ປະຈຳປີ 2024

ກອງປະຊຸມສະພາບໍລິຫານທະນາຄານແຫ່ງ ສປປ ລາວຄັ້ງທີ I ປະຈຳປີ 2024
ໂດຍປະຕິບັດຕາມລະບອບການປະຊຸມຂອງສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ (ທຫລ) ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ. ໃນວັນທີ 5 ມີນາ ຜ່ານມາ ທີ່ ທຫລ ໄດ້ເປີດກອງປະຊຸມສະພາບໍລິຫານ ຄັ້ງທີ I ປະຈໍາປີ 2024 ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທຫລປະທານສະພາບໍລິຫານ ທຫລ, ມີຮອງປະທານສະພາບໍລິຫານ, ບັນດາກຳມະການສະພາບໍລິຫານ ທຫລ, ຮອງຜູ້ວ່າການ ທຫລ ແລະ ຄະນະກົມຂອງ ທຫລ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອຄົ້ນຄວ້າພິຈາລະນາຮັບຮອງເອກະສານສໍາຄັນຈໍານວນໜຶ່ງ ເປັນຕົ້ນແມ່ນການສະຫຼຸບການເຄື່ອນໄຫວວຽກງານຂອງ ທຫລ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024, ການຈັດຕັ້ງປະຕິບັດແຜນເງິນຕາ ປີ 2023 ແລະ ແຜນເງິນຕາ ປີ 2024,  ສະຫຼຸບແຜນງົບປະມານປີ 2023 ແລະ ຄາດຄະເນແຜນງົບປະມານປີ 2024. ຕະຫຼອດໄລຍະປີ 2023 ກອງປະຊຸມໄດ້ຕີລາຄາວ່າ ທຫລ ໄດ້ສູ້ຊົນບຸກບືນຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອຮັກສາສະຖຽນລະພາບທາງດ້ານເງິນຕາການເງິນ, ລວມທັງວຽກງານຄຸ້ມຄອງເງິນຕາຕ່າງປະເທດ ເພື່ອຮັບປະກັນການຕິດຕາມກະແສເງິນຕາຕ່າງປະເທດເຂົ້າ-ອອກ ສປປ ລາວ, ພັດທະນາລະບົບການຊຳລະ ເພື່ອຮອງຮັບການຊຳລະຄ່າສິນຄ້າ-ບໍລິການຜ່ານລະບົບທະນາຄານ ແລະ ຈັດຕັ້ງປະຕິບັດວຽກງານອື່ນໆ ຕາມມະຕິຂອງກອງປະຊຸມສະພາບໍລິຫານ ທຫລ ກໍຄືການມອບໝາຍຂອງລັດຖະບານ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ ຊຶ່ງໂດຍລວມເຫັນວ່າ: ແຕ່ລະວຽກງານສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ດີພໍສົມຄວນ.ພ້ອມນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການລາຍງານຂອງແຕ່ລະໜ້າວຽກ ແລະ ມີການຄົ້ນຄວ້າປະກອບຄໍາຄິດຄໍາເຫັນຕໍ່ກັບເນື້ອໃນຂອງກອງປະຊຸມຢ່າງກົງໄປກົງມາ ເພື່ອເຮັດໃຫ້ແຕ່ລະບັນຫາທີ່ຍົກຂຶ້ນ ມີວິທີທາງອອກທີ່ເໝາະສົມ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເກີດ
ໝາກຜົນຕົວຈິງ.
ຂ່າວ-ພາບ: ວັນປະເສີດ ສົມບູນຂັນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນວ ຈັດກິດຈະກຳ ເຕັ້ນແອໂຣບິກ ສະຫຼອງວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 59 ປິ

ນວ ຈັດກິດຈະກຳ ເຕັ້ນແອໂຣບິກ ສະຫຼອງວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 59 ປິ

ນະຄອນຫຼວງວຽງຈັນ (ນວ) ຈັດກິດຈະກຳເຕັ້ນແອໂຣບິກ ເພື່ອສ້າງຂະບວນການສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດລາວ ຄົບຮອບ 59 ປີ (13 ກໍລະກົດ 1966 – 13 ກໍລະກົດ 2025 ) ຢ່າງຄຶກຄື້ນເບີກບານ ແລະ ມ່ວນຊື່ນ.
ອຸທິຍານແຫ່ງຊາດຫີນໜາມໜໍ່ ຖືກຮັບຮອງເປັນມໍຣະດົກໂລກຢ່າງເປັນທາງການແລ້ວ

ອຸທິຍານແຫ່ງຊາດຫີນໜາມໜໍ່ ຖືກຮັບຮອງເປັນມໍຣະດົກໂລກຢ່າງເປັນທາງການແລ້ວ

ໃນວັນທີ 13 ກໍລະກົດ ນີ້, ໃນກອງປະຊຸມຄະນະກໍາມະການມໍຣະດົກໂລກ ຄັ້ງທີ 47 ທີ່ ປາຣີ ປະເທດຝຣັ່ງໄດ້ຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ຊຶ່ງຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ຂອງສປປ ລາວ ເປັນພື້ນທີ່ມໍຣະດົກໂລກແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ແຂວງກວາງຈິ ສສ ຫວຽດນາມ ຢ່າງເປັນທາງການ.
ຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນ ຄອສພ

ຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນ ຄອສພ

ໃນວັນທີ 14 ກໍລະກົດ ນີ້ ທີ່ຫ້ອງປະຊຸມທາງໄກ ກົມຂໍ້ມູນຂ່າວສານ (ຄອສພ) ໄດ້ຈັດຊຸດຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ. ໃຫ້ກຽດເຂົ້າຮ່ວມເປັນປະທານ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນຳກົມຂໍ້ມູນຂ່າວສານ, ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ມີພະນັກງານຈາກບັນດາກົມເຂົ້າຮ່ວມ.
ເມືອງເງິນ ຫາລືການສ້າງຕັ້ງຕາແສງຂັ້ນເມືອງ

ເມືອງເງິນ ຫາລືການສ້າງຕັ້ງຕາແສງຂັ້ນເມືອງ

ວັນທີ 11 ກໍລະກົດຜ່ານມາ ຢູ່ທ່ີຫ້ອງປະຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ຄົ້ນຄົ້ວປຶກສາຫາລື ກ່ຽວກັບການສ້າງຕັ້ງຕາແສງຂັ້ນເມືອງ ໂດຍການເປັນປະມານຂອງ ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ.
ພິທີມອບ ງົວພໍ່ພັນ-ແມ່ພັນ 100 ໂຕ ໃຫ້ປະຊາຊົນບັນດາເຜົ່າ ຢູ່ເຂດຫ່າງໄກຊອກຫຼິກ

ພິທີມອບ ງົວພໍ່ພັນ-ແມ່ພັນ 100 ໂຕ ໃຫ້ປະຊາຊົນບັນດາເຜົ່າ ຢູ່ເຂດຫ່າງໄກຊອກຫຼິກ

ໃນທ້າຍອາທິດຜ່ານມານີ້, ທ່ານ ອານີໄສ ສຸຂະວົງ ຕ່າງໜ້າຄອບຄົວທ່ານ ນາງ ສົມວິໄລວົງ ສຸຂະວົງ, ຄອບຄົວຂອງ ທ່ານ ເຈົ້າແຂວງໆ ຫຼວງນໍ້າທາ ໄດ້ນໍາເອົາງົວຈໍານວນ 100 ໂຕ ມີງົວພໍ່ພັນ 10 ໂຕ, ງົວແມ່ພັນ 90 ໂຕ. ໃນນີ້, ມີງົວແມ່ພັນທີ່ມີລູກໃນທ້ອງ 50 ໂຕ ລວມມູນຄ່າ 1 ຕື້ 800 ລ້ານກີບ ມອບໃຫ້ປະຊາຊົນຜູ້ທີ່ຢູ່ຫ່າງໄກຊອກຫຼິກ ຢູ່ກຸ່ມບ້ານຊຽງແຂງ ເມືອງສິງ ແຂວງຫຼວງນໍ້າທາ.
ສະຫວັນນະເຂດ ປ່ອຍປາລົງອ່າງເກັບນໍ້າບຶງວະ 150,000 ໂຕ ແລະ ຈະປ່ອຍປາ-ສັດນໍ້າຕື່ມອີກໃຫ້ໄດ້38 ລ້ານໂຕ

ສະຫວັນນະເຂດ ປ່ອຍປາລົງອ່າງເກັບນໍ້າບຶງວະ 150,000 ໂຕ ແລະ ຈະປ່ອຍປາ-ສັດນໍ້າຕື່ມອີກໃຫ້ໄດ້38 ລ້ານໂຕ

ວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ. ດັ່ງນັ້ນ, ພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ ຮ່ວມກັບ ນະຄອນໄກສອນພົມວິຫານ ໄດ້ຈັດພິທີປ່ອຍປາປະຈໍາປີ 2025 ຢູ່ທີ່ອ່າງເກັບນໍ້າບຶງວະ ບ້ານບຶງວະ ນະຄອນໄກສອນພົມວິຫານ ຈໍານວນ 150,000 ໂຕ ແລະ ໃນປີນີ້ຈະປ່ອຍປາ-ສັດນໍ້າຕື່ມອີກລົງແຫຼ່ງນໍ້າທໍາມະຊາດ, ວັງສະຫງວນ ແລະ ໜອງປາຊຸມຊົນໃຫ້ໄດ້ 38 ລ້ານໂຕ ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຮອງເຈົ້າແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອໍານາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ, ປະຊາຊົນ ແລະ ນ້ອງນັກຮຽນ, ມີທ່ານກົງສູນໃຫຍ່ແຫ່ງ ສສ ຫວຽດນາມປະຈໍາແຂວງເຂົ້າຮ່ວມ.
ສາລະວັນ ຫາລືຮ່ວມລະຫວ່າງ ສະພາປະຊາຊົນຂັ້ນແຂວງ ແລະ ອົງການປົກຄອງແຂວງ

ສາລະວັນ ຫາລືຮ່ວມລະຫວ່າງ ສະພາປະຊາຊົນຂັ້ນແຂວງ ແລະ ອົງການປົກຄອງແຂວງ

ຕອນເຊົ້າວັນທີ 14 ກໍລະກົດນີ້ ທີ່ຫ້ອງປະຊຸມສະໂມສອນແຂວງສາລະວັນ ໄດ້ຈັດກອງປະຊຸມ ຮ່ວມລະຫວ່າງ ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງ, ໂດຍການເປັນປະທານຂອງທ່ານ ຂັນໄຊ ລັດຖະເຮົ້າ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີທ່ານ ພູທົງ ຄໍາມະນີວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງສາລະວັນ, ມີຄະນະປະຈໍາພັກແຂວງ, ຮອງປະທານ ສະພາປະຊາຊົນແຂວງ, ກໍາມະການພັກແຂວງ, ຄະນະປະຈໍາພາຍໃນສະພາປະຊາຊົນແຂວງ, ສະມາຊິກສະພາ ແລະ ບັນດາທ່ານຫົວໜ້າພະແນກການອ້ອມຂ້າງແຂວງ-ອົງການລັດທຽບເທົ່າຂັ້ນແຂວງ ເຂົ້າຮ່ວມ.
ຈະສະໜອງລູກປາ 65 ລ້ານໂຕ ໃນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ຈະສະໜອງລູກປາ 65 ລ້ານໂຕ ໃນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ກົມລ້ຽງສັດ ແລະ ການປະມົງ ໄດ້ເປັນເຈົ້າການປະສານສົມທົບກັບຂະແໜງລ້ຽງສັດ-ການປະມົງ ນະຄອນຫຼວງວຽງຈັນ, ບັນດາແຂວງໃນຂອບເຂດທົ່ວປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ກ່ຽວຂ້ອງ ກະກຽມປ່ອຍປາພ້ອມກັນຢ່າງເປັນຂະບວນການຟົດຟື້ນ, ໃນຂະນະດຽວກັນຈະຜະລິດ, ສະໜອງ ລູກປາ ໃຫ້ແກ່ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ໃຫ້ໄດ້ 65 ລ້ານໂຕ.
ອອປສ ປາຖະກະຖາ ມູນເຊື້ອວັນສຳຄັນຕ່າງໆຂອງຊາດ-ຂອງພັກ

ອອປສ ປາຖະກະຖາ ມູນເຊື້ອວັນສຳຄັນຕ່າງໆຂອງຊາດ-ຂອງພັກ

ວັນທີ 11 ກໍລະກົດ​ນີ້ ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມປາຖະກະຖາວັນສໍາຄັນຕ່າງໆຂອງຊາດ-ຂອງພັກຄື: ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ສະໄໝ XI ຂອງຄະນະບໍລິຫານງານສູນກາງພັກ, ມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ວັນເກີດປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ 1909 – 13 ກໍລະກົດ 2025) ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 48 ປີ (18 ກໍລະກົດ 1977 - 18 ກໍລະກົດ 2025) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ - ຫວຽດນາມ ຄົບຮອບ 63 ປີ, ໃຫ້ກຽດປາຖະກະຖາໂດຍສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະພັກ, ຄະນະໜ່ວຍພັກ, ຄະນະກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ເຈົ້າຄອງນະຄອນຫຼວງວຽງຈັນຕ້ອນຮັບຄະນະຝຶກອົບຮົບສຳລັບພະນັກງານໜຸ່ມ

ເຈົ້າຄອງນະຄອນຫຼວງວຽງຈັນຕ້ອນຮັບຄະນະຝຶກອົບຮົບສຳລັບພະນັກງານໜຸ່ມ

ໃນຕອນບ່າຍ ວັນທີ 10 ກໍລະກົດ ນີ້ ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຊຸດຝຶກອົບຮົມຫົວຂໍ້ສະເພາະສຳລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3 ທີ່ ສປປ ລາວ ເປັນເຈົ້າພາບຈັດ ລະຫວ່າງ ວັນທີ 7-15 ກໍລະກົດ 2025.
ເພີ່ມເຕີມ