ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ( APSC) ຄັ້ງທີ 28 ໄດ້ຈັດຂຶ້ນໃນວັນທີ 8 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ​ ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ພາຍໃຕ້ຄຳຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ

ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 28

 ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 28
ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ( APSC) ຄັ້ງທີ 28 ໄດ້ຈັດຂຶ້ນໃນວັນທີ 8 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ​ ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ພາຍໃຕ້ຄຳຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ມີເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີຕ່າງປະເທດຕີມໍແລັດສະເຕ ແລະ ບັນດາຜູ້ແທນເຂົ້າຮ່ວມ.

ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ( APSC) ຄັ້ງທີ 28 ໄດ້ຈັດຂຶ້ນໃນວັນທີ 8 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ພາຍໃຕ້ຄຳຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ມີເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີຕ່າງປະເທດຕີມໍແລັດສະເຕ ແລະ ບັນດາຜູ້ແທນເຂົ້າຮ່ວມ.

ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 28 ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ຄວາມຄືບຫນ້າໃນການຈັດຕັ້ງປະຕິບັດແຜນແມ່ບົດເສົາຄໍ້າການເມືອງ-ຄວາມຫມັ້ນຄົງອາຊຽນ 2025 ຊຶ່ງມາຮອດປັດຈຸບັນ ໄດ້ສຳເລັດແລ້ວ 99.6% ແລະ ຍັງເຫຼືອພຽງບາງກິດຈະກຳ ທີ່ອາຊຽນຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດພາຍໃນປີ 2025.

ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຊາບ ການຈັດຕັ້ງປະຕິບັດບັນດາຫນ້າວຽກຂອງຂະແຫນງການຕ່າງໆ ພາຍໃຕ້ ເສົາຄໍ້າປະຊາຄົມການເມືອງ-ຄວາມຫມັ້ນຄົງອາຊຽນ ສຳລັບປີ 2024 ທີ່ ສປປລາວ ເປັນປະທານ ເປັນຕົ້ນແມ່ນ ບັນດາຜົນ ແລະ ກິດຈະກຳຕ່າງໆຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM); ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກສາມ (ADMM Plus); ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ (AMMTC); ເວທີພາກພື້ນອາຊຽນ (ARF) ແລະ ກອງປະຊຸມໜ່ວຍງານຄຸ້ມຄອງພະລັງງານປະລຳມະນູຂອງອາຊຽນ (ASEANTOM); ຄະນະກຳມາທິການລະຫວ່າງລັດຖະບານອາຊຽນວ່າດ້ວຍ ສິດທິມະນຸດ (AICHR) ແລະ ບັນດາກົນໄກອື່ນໆຂອງເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ. ພ້ອມນີ້, ກອງປະຊຸມ ໄດ້ຮັບຊາບບົດລາຍງານປະຈຳ 2023 ຂອງສະຖາບັນເພື່ອສັນຕິພາບ ແລະ ຄວາມປອງດອງອາຊຽນ (ASEAN-IPR).

ຂ່າວ: ພູວັນ, ພາບ: ຕຸໄລເພັດ

ຄໍາເຫັນ

ອາຊຽນ

ລາວ-ອິນເດຍ ລົງນາມເອກະສານຮ່ວມມືສໍາຄັນຫຼາຍສະບັບ

ລາວ-ອິນເດຍ ລົງນາມເອກະສານຮ່ວມມືສໍາຄັນຫຼາຍສະບັບ

ສປປ ລາວ ແລະ ສ ອິນເດຍ ໄດ້ຈັດພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 7 ສະບັບ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ນາເລັນດຣາ ໂມດີ (H.E. Mr. Narendra Modi), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ, ຊຶ່ງປະກອບມີ:
ນາຍົກລັດຖະມົນຕີ ລາວ-ອົດສະຕຣາລີ ປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ນາຍົກລັດຖະມົນຕີ ລາວ-ອົດສະຕຣາລີ ປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ແອນໂທນີ້ ແອວບານີຊີ (H.E. Anthony Albanese), ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ໃນວັນທີ 10 ຕຸລາ 2024, ທີ່ ຫໍປະຊຸມແຫ່ງຊາດ, ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ຄັ້ງທີ 4 ແລະ ກອງປະຊຸມທີ່ກ່ຽວຂ້ອງ ຢູ່ ນະຄອນຫຼວງວຽງຈັນ.
ຜູ້ນຳອາຊຽນ-ອິນເດຍ ປຶກສາຫາລືຫຼາຍບັນຫາ ພ້ອມຮັບຮອງເອົາ 2 ເອກະສານສໍາຄັນ

ຜູ້ນຳອາຊຽນ-ອິນເດຍ ປຶກສາຫາລືຫຼາຍບັນຫາ ພ້ອມຮັບຮອງເອົາ 2 ເອກະສານສໍາຄັນ

ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 21 ໄດ້ຈັດຂຶ້ນໃນວັນທີ 10 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີ ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ, ມີບັນດາຜູ້ນໍາອາຊຽນ, ນາຍົກລັດຖະມົນຕີຂອງ ຕີມໍ ແລັສເຕ ໃນນາມຜູ້ສັງເກດການ ເຂົ້າຮ່ວມ.
ປະທານປະເທດລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ສ ເກົາຫຼີ

ປະທານປະເທດລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ສ ເກົາຫຼີ

ໃນຕອນບ່າຍຂອງວັນທີ 10 ຕຸລາ 2024, ທີ່ ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ຢຸນ ຊອກ ຢອນ (Yoon Suk Yeol),
ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ

ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ

ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ໄດ້ຈັດຂຶ້ນໃນວັນທີ 10 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ ແລະ ທ່ານ ຈັສຕິນ ທຣູໂດ, ນາຍົກລັດຖະມົນຕີ ການາດາ, ນາຍົກລັດຖະມົນຕີຂອງ ຕີມໍ ແລັສເຕ ໃນນາມຜູ້ສັງເກດການເຂົ້າຮ່ວມ.
ພິທິລົງນາມເຂົ້າເປັນພາຄີ TAC ຂອງລຸກຊຳບວກ

ພິທິລົງນາມເຂົ້າເປັນພາຄີ TAC ຂອງລຸກຊຳບວກ

ໃນຕອນແລງຂອງວັນທີ 10 ຕຸລາ 2024 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໄດ້ມີພິທີລົງນາມເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ຂອງປະເທດລຸກຊຳບວກ,
ລັດຖະມົນຕີ ຖວທ ຢ້ຽມຢາມສູນຂ່າວສື່ມວນຊົນ ທີ່ຮັບໃຊ້ກອງປະຊຸມຍຸດຍອດອາຊຽນ

ລັດຖະມົນຕີ ຖວທ ຢ້ຽມຢາມສູນຂ່າວສື່ມວນຊົນ ທີ່ຮັບໃຊ້ກອງປະຊຸມຍຸດຍອດອາຊຽນ

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ເປັນກຽດມາຢ້ຽມຢາມສູນຂ່າວສື່ມວນຊົນລາວ,
 ສປປ ລາວ ເນັ້ນສ້າງອາຊຽນ ໃຫ້ມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງຫຼາຍຂຶ້ນ

ສປປ ລາວ ເນັ້ນສ້າງອາຊຽນ ໃຫ້ມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງຫຼາຍຂຶ້ນ

ສປປ ລາວ ມີຄວາມພາກພູມໃຈ ແລະ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ເປັນປະທານອາຊຽນເປັນຄັ້ງທີ 3 ໃນປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແລະ ໄດ້ກໍານົດ 9 ຂົງເຂດບຸລິມະສິດ ມາຮອດປັດຈຸບັນເຫັນວ່າການຈັດຕັ້ງປະຕິບັດ 9 ຂົງເຂດບຸລິມະສິດ ກໍຄືໜ້າວຽກອື່ນໆຂອງອາຊຽນໃນປີ 2024 ມີຄວາມຄືບໜ້າດີ ລວມທັງການສ້າງບັນດາແຜນຍຸດທະສາດຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045. ຊຶ່
 ສປປ ລາວ ພູມໃຈໄດ້ຕ້ອນຮັບຄະນະຜູ້ແທນເຂົ້າສູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45

ສປປ ລາວ ພູມໃຈໄດ້ຕ້ອນຮັບຄະນະຜູ້ແທນເຂົ້າສູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45

ສປປ ລາວ ຍິນດີຕ້ອນຮັບບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44-45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງ ວັນທີ 8-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ,
ເພີ່ມເຕີມ