ກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ອົງຄະນະພັກ ຄອສພ

ກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ອົງຄະນະພັກ ຄອສພ

ກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ອົງຄະນະພັກ ຄອສພ
ເມື່ອບໍ່ດົນມານີ້ໄດ້ມີກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ຂອງອົງຄະນະພັກ ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ), ພາຍໃຕ້ ການເປັນປະທານຂອງ ທ່ານ ສາຄອນ ພົມມະລາດ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບສູນກາງພັກ ປະທານຄະນະກວດກາ ຄອສພ ຊຶ່ງມີປະທານ, ຮອງປະທານ ຄະນະກວດກາພັກ, ປະທານກວດກາ ຄະນະພັກຮາກຖານ, ປະທານກວດກາໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ ຄອສພ.
ກອງປະຊມສອງແສງຄະນະກວດກາແຕລະຂນ ອງຄະນະພກ ຄອສພ - image 1
 

 

ສະຫາຍປະທານກອງປະຊຸມໄດ້ກ່າວວ່າ: ຄະນະກວດກາພັກ ຄອສພ ປະກອບມີ 5 ສະຫາຍ ຊຶ່ງໄດ້ຮັບຄວາມເຊື້ອໝັ້ນ ໄວ້ວາງໃຈ ຈາກສະມາຊິກພັກທົ່ວອົງຄະນະພັກ ຄອສພ ໂດຍຜ່ານການທາບທາມ ຕາມລະບຽບການ ແລະ ໄດ້ຮັບການຕີລາຄາຮັບຮອງຈາກຄະນະພັກ ຄອສພ (ໂດຍສະເພາະແມ່ນສະຫາຍເລຂາ ແລະ ຮອງເລຂາຄະນະພັກ), ສະ ເໜີຜ່ານຄະນະຈັດຕັ້ງສູນກາງພັກ ແລະ ລາຍງານຜ່ານກອງປະຊຸມ ຄລສພ ພິຈາລະນາຕົກລົງ. ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກ ຄອສພ ໄດ້ເປັນເອກະສັນຮັບຮອງເອົາປະທານ ແລະ ຮອງປະທານຄະນະກວດກາ ຄອສພ ຢ່າງເປັນທາງການ.

ບັນດາສະຫາຍປະທານກວດກາໜ່ວຍພັກ, ປະທານກວດກາຂອງຄະນະພັກຮາກຖານ, ຂອງບັນດາອົງການຈັດຕັ້ງມະຫາຊົນ ກໍເຊັ່ນດຽວກັນ ໄດ້ຮັບການຄັດເລືອກ, ໄດ້ຮັບຄວາມເຊື່ອໝັ້ນ ຈາກການຈັດຕັ້ງ ແລະ ຝາກຄວາມຫວັງໄວ້ກັບບັນດາສະຫາຍ ໃນການເຮັດໜ້າທີ່ສໍາຄັນ ຂອງຄະນະພັກ, ຄະນະບໍລິຫານງານອົງການຈັດຕັ້ງມະຫາຊົນ ຊຶ່ງມີຄວາມສໍາຄັນຂາດບໍ່ໄດ້. ສະນັ້ນ ພວກເຮົາຕ້ອງໄດ້ປະຕິບັດບົດບາດ, ໜ້າທີ່, ສິດ ຂອງຄະນະກວດກາຢ່າງເຕັມສ່ວນ ແລະ ມີປະສິດທິຜົນ, ເປັນກໍາລັງແຮງສໍາຄັນໃຫ້ແກ່ຄະນະພັກແຕ່ລະຂັ້ນ. ວຽກງານກວດກາ ແມ່ນໜຶ່ງໃນພາລະບົດບາດ, ເປັນເຄື່ອງມືອັນແຫຼມຄົມ ແລະ ເປັນຫຼັກການພື້ນຖານຂອງພັກ. ພັກເຮົາໄດ້ຢືນຢັນສະເໝີວ່າ: "ບ່ອນໃດບໍ່ມີການກວດກາ, ບ່ອນນັ້ນບໍ່ມີການນໍາພາ" ຫຼື ມີການກວດກາ ແຕ່ບໍ່ເຂັ້ມແຂງ ບໍ່ທັນເຮັດຕາມພາລະບົດບາດຢ່າງເຕັມປ່ຽມ ກໍສະແດງວ່າການນໍາພາ ຂອງຄະນະພັກຍັງບໍ່ທັນເຂັ້ມແຂງເທົ່າທີ່ຄວນ. ສໍາລັບຄະນະໂຄສະນາອົບຮົມສູນກາງພັກ, ວຽກງານກວດກາ ຍິ່ງມີຄວາມສໍາຄັນເປັນທະວີຄູນ ເພາະພວກເຮົາແມ່ນເສນາທິການໃຫ້ແກ່ສູນກາງພັກໃນວຽກງານແນວຄິດ, ການເມືອງ ແລະ ທິດສະດີຂອງພັກ. ການກວດກາທີ່ດີ ຈະຊ່ວຍປົກປ້ອງຄວາມບໍລິສຸດໂປ່ງໃສພາຍໃນພັກ, ປ້ອງກັນການເສື່ອມຖອຍດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຮັບປະກັນໃຫ້ທຸກການເຄື່ອນໄຫວໂຄສະນາອົບຮົມ ເປັນໄປຕາມແນວທາງຂອງພັກຢ່າງຖືກຕ້ອງ. ຄວາມຈໍາເປັນທີ່ຕ້ອງມີຄະນະກວດກາຄື: ເປັນເຄື່ອງມືໃນການນຳພາ: ດັ່ງຄຳເວົ້າທີ່ວ່າ "ບ່ອນໃດບໍ່ມີການກວດກາ, ບ່ອນນັ້ນບໍ່ມີການນຳພາ". ການກວດກາຊ່ວຍໃຫ້ຄະນະພັກ-ຄະນະນຳ ຮູ້ໄດ້ວ່າ ມະຕິ, ຄຳສັ່ງ ຫຼື ແຜນການທີ່ວາງອອກນັ້ນ ຖືກຈັດຕັ້ງປະຕິບັດແທ້ບໍ່ ຫຼື ເປັນພຽງແຕ່ເອກະສານ; ເພື່ອຮັກສາຄວາມປອດໃສບໍລິສຸດ: ສະກັດກັ້ນບໍ່ໃຫ້ສະມາຊິກພັກ ຫຼື ພະນັກງານ ຫັນເຫອອກຈາກແນວທາງ, ປ້ອງກັນການເສື່ອມຖອຍດ້ານຄຸນສົມບັດ ແລະ ການສວຍໃຊ້ໜ້າທີ່ຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວ; ປົກປ້ອງຊັບສິນຂອງລັດ ແລະ ປະຊາຊົນເພື່ອຮັບປະກັນວ່າ ງົບປະມານ ແລະ ຊັບສິນຂອງສ່ວນລວມ ຖືກນຳໃຊ້ຢ່າງກຸ້ມຄ່າ, ໂປ່ງໃສ ແລະ ເກີດປະໂຫຍດສູງສຸດ; ສ້າງຄວາມເຊື່ອໝັ້ນ ເຮັດໃຫ້ມະຫາຊົນ ແລະ ປະຊາຊົນ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ການບໍລິຫານຂອງລັດ.

ໃນກອງປະຊຸມ ສະຫາຍ ນາງ ຫຼ້າຊ້ອຍ ກອງແກ້ວມະນີວົງ ຮອງປະທານກວດກາພັກ ຄອສພ ຂຶ້ນລາຍງານຕີລາຄາສະພາບວຽກງານກວດກາ ໃນສະໄໝທີ 5 ຜ່ານມາ ເປັນຕົ້ນ (ມີດ້ານຕັ້ງໜ້າ-ອັນດີ, ອັນຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງຕໍ່ໜ້າ).

ພ້ອມນີ້ ປະທານກອງປະຊຸມຍັງໄດ້ໃຫ້ທິດທາງເພື່ອເປັນການຈັດຕັ້ງເຄື່ອນໄຫວວຽກງານ ຂອງຄະນະກວດກາແຕ່ລະຂັ້ນ ກໍຄີືວຽກງານກວດກາສະໄໝທີ VI ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ແຂງແຮງ, ເນັ້ນໜັກ 3 ວຽກຈຸດສຸມ ດັ່ງນີ້:

ໜຶ່ງ, ເພີ່ມທະວີການກວດກາປ້ອງກັນ ແລະ ສະກັດກັ້ນເປັນສໍາຄັນ ແລະ ຕົ້ນຕໍ (ກວດກາປົກກະຕິ): ຕ້ອງຫັນປ່ຽນວິທີເຮັດວຽກ ຈາກການ "ລໍຖ້າໃຫ້ເກີດບັນຫາແລ້ວຈຶ່ງກວດກາ" ມາເປັນ "ການຕິດຕາມ, ຊຸກຍູ້, ເຕືອນໄພ ແລະ ສະກັດກັ້ນ" ບໍ່ໃຫ້ເກີດປະກົດການຫຍໍ້ທໍ້. ຕ້ອງເພີ່ມທະວີການກວດກາການຈັດຕັ້ງປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ຫ້າມຂອງສະມາຊິກພັກ ຢ່າງເຂັ້ມງວດປະສານສົມທົບໃນການຄົ້ນຄວ້າສ້າງນິຕິກໍາ ຫຼື ລະບອບລະບຽບທີ່ຈໍາເປັນ (ການຜັນຂະຫຍາຍເປັນອັນສະເພາະພາຍໃນ ຄອສພ). ຍັງຂາດບ່ອນອີງອັນໃດ. ສ້າງຄວາມຮັບຮູ້ເຂົ້າໃຈເອກະພາບແຕ່ຫົວທີ່ ກັບຄະນະກວດກາໜ່ວຍພັກ, ຄະນະໜ່ວຍພັກ ໃນການປະຕິບັດລະບອບ, ລະບຽບ, ແບບແຜນການເຄື່ອນໄຫວວຽກງານ. (ຕົວຢ່າງ: ການສ້າງໜ່ວຍພັກ ປຂໝ, ການປະເມີນສະມາຊິກພັກ, ປະເມີນພະນັກງານ).

ສອງ, ຍົກສູງຄຸນນະພາບດ້ານວິຊາສະເພາະ ແລະ ຄຸນສົມບັດ ຂອງພະນັກງານກວດກາ: ພະນັກງານກວດກາ ຄະນະໂຄສະນາອົບຮົມສູນກາງພັກ ຕ້ອງເປັນຜູ້ທີ່ມີຄວາມຮູ້ຄວາມສາມາດດ້ານທິດສະດີ ແລະ ວິຊາສະເພາະທີ່ແນ່ນອນ, ແຕ່ສິ່ງສຳຄັນທີ່ສຸດແມ່ນ "ຕ້ອງມີຄຸນສົມບັດສິນທຳປະຕິວັດ, ມີຄວາມຊື່ສັດບໍລິສຸດ, ທ່ຽງທຳ ແລະ ກ້າເວົ້າກ້າເຮັດ". ຖ້າຜູ້ໄປກວດກາບໍ່ສະອາດ, ຈະບໍ່ສາມາດໄປກວດກາ ແລະ ດັດສ້າງຜູ້ອື່ນໄດ້. (ຍົກສູງຄວາມສາມາດ ແລະ ຄວາມເປັນແບບຢ່າງ ຂອງຜູ້ເຮັດວຽກງານກວດກາ: ຈັດຕັ້ງຝຶກອົບຮົມ, ເຜີຍແຜ່ນິຕິກໍາ ທີ່ກ່ຽວຂ້ອງ).

ສາມ, ຈັດຕັ້ງປະຕິບັດຫຼັກການ ແລະ ແບບແຜນວິທີເຮັດວຽກຢ່າງເຂັ້ມງວດ:

(ເນື້ອໃນຕາມມາດຕາ 7 - ໜ້າທີ 4 ຂອງມະຕິຕົກລົງ 18/ຄບພ.ຄອສພ ລົງວັນທີ 12/02/2025) ທຸກສະຫາຍຕ້ອງລາຍງານຄວາມຄືບໜ້າຂອງວຽກງານທີ່ຕົນຮັບຜິດຊອບ ໃຫ້ຄະນະກວດກາຊາບຢ່າງເປັນປະຈຳ. ທັງປົກກະຕິ ແລະ ເປັນແຕ່ລະວຽກງານສະເພາະ (ລວມທັງການຕາງໜ້າໄປຮ່ວມປະຊຸມ ແຕ່ລະຄັ້ງ ຕ້ອງສັງລວມລາຍງານໃຫ້ໝູ່ຄະນະຊາບ ເພື່ອເປັນຂໍ້ມູນ ແລະ ຄວາມຕໍ່ເນື່ອງ ຂອງວຽກງານ).

(ຂ່າວ:ຕຸໄລເພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ