ກອງປະຊຸມທົບທວນການຮ່ວມມືປະຈຳປີ 2025 ປຶກສາຫາລືວຽກບຸລິມະສິດ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ໄວໜຸ່ມ

ກອງປະຊຸມທົບທວນການຮ່ວມມືປະຈຳປີ 2025 ປຶກສາຫາລືວຽກບຸລິມະສິດ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ໄວໜຸ່ມ

ກອງປະຊຸມທົບທວນການຮ່ວມມືປະຈຳປີ 2025 ປຶກສາຫາລືວຽກບຸລິມະສິດ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ໄວໜຸ່ມ
ວັນທີ 17 ກຸມພານີ້, ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ກອງທຶນ ສຳລັບປະຊາກອນ (UNFPA) ໄດ້ເປີດກອງປະຊຸມປະຈຳປີ. ກອງປະຊຸມຄັ້ງນີ້ໄດ້ຍົກໃຫ້ເຫັນຄວາມຄືບ ໜ້າທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານໃນປີ 2025 ຊຶ່ງເປັນປີມ້ວນທ້າຍຂອງແຜນງານຮ່ວມມື 4 ປີຄັ້ງທີ 7 (2022-2026) ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ໄວໜຸ່ມ.
ກອງປະຊມທບທວນການຮວມມປະຈຳປ 2025 ປກສາຫາລວຽກບລມະສດ ສາງຄວາມເຂມແຂງໃຫແມຍງ ແລະ ໄວໜມ - image 1
 

 

ກອງປະຊຸມຄັ້ງນີ້ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ບັກທີຢໍ ຄາດິໂຣຟ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນທົບທວນຄືນຜົນສຳເລັດ ໃນການຈັດຕັ້ງປະຕິ ບັດບັນດາຄາດໝາຍຕ່າງໆໃນໄລຍະປີ 2025 ທີ່ຜ່ານມາ; ພ້ອມທັງເນັ້ນໜັກເຖິງບົດບາດຂອງການ ເປັນຄູ່ຮ່ວມງານ ທີ່ເຂັ້ມແຂງໃນການຊຸກຍູ້ການພັດທະນາແບບມີສ່ວນຮ່ວມ ແລະ ຍືນຍົງຢູ່ ສປປ ລາວ.

ນອກຈາກນີ້, ກອງປະຊຸມຄັ້ງນີ້ຍັງໄດ້ປຶກສາຫາລືກຳນົດທິດທາງຍຸດທະສາດຂອງການຮ່ວມມືລະ ຫວ່າງອົງການ UNFPA ແລະ ລັດຖະບານໃນປີ 2026 ຊຶ່ງເປັນປີມ້ວນທ້າຍຂອງແຜນງານ ສະບັບປັດ ຈຸບັນ. ອັນພົ້ນເດັ່ນ, ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືຮ່ວມອົງການລັດທີ່ກ່ຽວຂ້ອງເພື່ອຮ່ວມກັນ ກຳນົດແຜນດຳເນີນງານ ແລະ ໜ້າວຽກບຸລິມະສິດໃນແຜນການຮ່ວມມືຄັ້ງທີ 8 ແຕ່ປີ 2027 ຫາ 2031.

ກອງປະຊຸມຄັ້ງນີ້, ມີຜູ້ເຂົ້າຮ່ວມຈາກບັນດາຄູ່ຮ່ວມງານພາກລັດຖະບານຕາງໜ້າໃຫ້ ກະຊວງການ ເງິນ, ກະຊວງສາທາລະນະສຸກ; ກະຊວງສຶກສາທິການ ແລະ ກິລາ; ກະຊວງການຕ່າງປະເທດ; ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ; ພ້ອມທັງສູນສະຖິຕິແຫ່ງຊາດ, ສູນກາງສະຫະພັນແມ່ຍິງລາວ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ໃນກອງປະຊຸມ, ທ່ານສຸລິວັດ ສຸວັນນະຈູມຄຳ ໄດ້ສະ ແດງຄວາມຊົມເຊີຍຕໍ່ການຮ່ວມມືທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນຄວາມຄືບໜ້າໃນ ການປັບປຸງການເຂົ້າເຖິງການບໍລິການສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ, ການຊ່ວຍເຫຼືອ ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງບົນພື້ນຖານທາງເພດ, ການແກ້ໄຂບັນດາຮີດຄອງປະເພນີທີ່ບໍ່ສອດ ຄ່ອງ, ຜົນສຳເລັດໃນການຈັດຕັ້ງປະຕິບັດຂະບວນການລົງເກັບກຳຂໍ້ມູນພາກສະໜາມຂອງການສຳຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ 5 ປີ 2025.

“ການປຶກສາຫາລືໃນມື້ນີ້ ຈະຊ່ວຍຊຸກຍູ້ການຜັນຂະຫຍາຍຂໍ້ມູນ-ຫຼັກຖານ, ປະສົບການ ແລະ ບົດຮຽນ ທີ່ຖອດຖອນໄດ້ ໃຫ້ກາຍເປັນວຽກງານບຸລິມະສິດໃນຕໍ່ໜ້າເພື່ອເຮັດໃຫ້ ສປປລາວມີລະບົບການດຳເນີນ ງານທີ່ເຂັ້ມແຂງສາມາດຊຸກຍູ້ການພັດທະນາແບບມີສ່ວນຮ່ວມໃຫ້ດີຂຶ້ນເທື່ອລະກ້າວ,”

ທ່ານ ບັກທີຢໍ ຄາດິໂຣຟ ກ່າວວ່າ: ພາຍໃຕ້ການນຳພາຂອງລັດຖະບານ, ການຮ່ວມມືລະຫວ່າງອົງການ UNFPA ແລະ ບັນດາຄູ່ຮ່ວມງານພາກລັດສາມາດບັນລຸຄາດໝາຍທີ່ສຳຄັນຫຼາຍດ້ານ, ໃນນັ້ນລວມເຖິງ ການຮັບຮອງເອົາຂໍ້ຮຽກຮ້ອງເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆ ແລະ ການສ້າງຕັ້ງກົນ ໄກການປະສານງານລະດັບຊາດເພື່ອຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ.

ກອງປະຊມທບທວນການຮວມມປະຈຳປ 2025 ປກສາຫາລວຽກບລມະສດ ສາງຄວາມເຂມແຂງໃຫແມຍງ ແລະ ໄວໜມ - image 2
 

ໃນຂົງເຂດວຽກງານສຸຂະພາບຈະເລີນພັນ, ສຸຂະພາບທາງເພດ ແລະ ສິດທິ, ອົງການ UNFPA ໄດ້ໃຫ້ການຊ່ວຍເຫຼືອດ້ານ ວິຊາການແກ່ບັນດາຄູ່ຮ່ວມງານພາກລັດໃນການຂະຫຍາຍການບໍລິການວາງ ແຜນຄອບຄົວ, ການບໍລິການສຸຂະພາບທີ່ເປັນມິດກັບໄວໜຸ່ມ ແລະ ເພດສຶກສາ, ຊຶ່ງຊ່ວຍໃຫ້ແມ່ຍິງ ແລະ ໄວໜຸ່ມຈຳນວນຫຼາຍຂຶ້ນສາມາດຕັດສິນໃຈກ່ຽວກັບສຸຂະພາບ ແລະ ອະນາຄົດຂອງເຂົາເຈົ້າໂດຍມີຂໍ້ມູນ ທີ່ຄົບຖ້ວນ.

ທ່ານ ບັກທີຢໍ ຄາດິໂຣຟ ຍັງໄດ້ກ່າວຕື່ມວ່າ: ອົງການ UNFPA ພ້ອມດ້ວຍບັນດາອົງການລັດຖະ ບານ ແລະ ພາກສ່ວນກ່ຽວຂ້ອງໄດ້ຮ່ວມກັນສ້າງຄວາມເຂັ້ມແຂງໃຫ້ແກ່ການປ້ອງກັນ ແລະ ການຕອບໂຕ້ ຄວາມ/ຮຸນແຮງບົນພຶ້ນຖານທາງເພດ ແລະ ຮີດຄອງປະເພນີ ທີ່ບໍ່ສອດຄອງຜ່ານການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານ, ການສະໜອງບໍລິການ ແລະ ການມີສ່ວນຮ່ວມຂອງຊຸມຊົນ ຊຶ່ງໄດ້ປະກອບສ່ວນເຂົ້າ ໃນການສ້າງສະພາບແວດລ້ອມທີ່ປອດໄພ ແລະ ເອື້ອອຳນວຍໃຫ້ແກ່ແມ່ຍິງ ແລະ ເດັກຍິງຢູ່ທົ່ວ ສປປ ລາວ.

ໜຶ່ງໃນຜົນສຳເລັດທີ່ພົ້ນເດັ່ນແມ່ນຜົນສຳເລັດຂອງການຈັດຕັ້ງປະຕິບັດຂະບວນການສຳຫຼວດພົນ ລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ 5 ປີ 2025 ຊຶ່ງຜົນການສຳຫຼວດດັ່ງກ່າວຄາດວ່າຈະຖືກເຜີຍ ແຜ່ໃນທ້າຍປີນີ້ ແລະ ຈະສະໜອງຂໍ້ມູນທີ່ມີຄຸນນະພາບສູງເພື່ອເປັນບ່ອນອີງໃນການວາງແຜນ ແລະ ການຕັດສິນໃຈຂອງລັດຖະບານ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ຊຶ່ງຈະເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ການສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍທີ່ອີງໃສ່ຫຼັກຖານ ຕົວຈິງ ແລະ ຮັບປະກັນວ່າຈະບໍ່ມີໃຜຖືກປ່ອຍປະໄວ້ທາງຫຼັງ.

ໃນກອງປະຊຸມຍັງມີການປຶກສາຫາລືຮ່າງບຸລິມະສິດຂອງແຜນງານຮ່ວມມືລະຫວ່າງອົງການ UNFPA ແລະ ລັດຖະບານຄັ້ງທີ 8 (2027-2031) ຊຶ່ງປະກອບມີ: ການສ້າງຄວາມເຂັ້ມ ແຂງໃຫ້ ແກ່ລະບົບຂໍ້ມູນດ້ານປະຊາກອນ, ການປັບປຸງຄຸນນະພາບຂອງການບໍລິການດ້ານສາທາລະນະສຸກ, ການ ປ້ອງກັນຄວາມຮຸນແຮງບົນພື້ນຖານທາງເພດ, ແລະ ການລົງທຶນໃສ່ຊາວໜຸ່ມເພື່ອຂຸດຄົ້ນ ແລະ ນຳໃຊ້ ຜົນປະໂຫຍດດ້ານປະຊາກອນ.

ເປັນເວລາຫຼາຍກວ່າ 50 ປີ ແລ້ວ ທີ່ອົງການ UNFPA ໄດ້ເປັນຄູ່ຮ່ວມງານທີ່ໄດ້ຮັບ ຄວາມໄວ້ວາງໃຈຈາກລັດຖະບານແຫ່ງ ສປປ ລາວ. ເມື່ອພວກເຮົາເບິ່ງໄປໃນຕໍ່ໜ້າ, ພວກເຮົາຍັງຄົງມີ ຄວາມມຸ່ງໝັ້ນທີ່ຈະໃຫ້ການສະໜັບສະໜູນຊ່ວຍເຫຼືອປະເທດລາວໃນການລົງທຶນໃສ່ແມ່ຍິງ ແລະ ໄວໜຸ່ມ ເພື່ອເປັນກຳລັງຂັບເຄື່ອນຊຸກຍູ້ ການພັດທະນາແບບມີສ່ວນຮ່ວມ ແລະ ແບບຍືນຍົງ, ໂດຍສະເພາະໃນ ຂະນະທີ່ ສປປ ລາວ ກຳລັງໄດ້ຮັບໂອກາດທາງດ້ານປະຊາກອນ ຊຶ່ງມີໄລຍະເວລາທີ່ຈຳກັດ.

(ຂ່າວ: UNFPA)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບລາງວັນຮອນດາ ສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ປະຈຳປີ 2026

ມອບລາງວັນຮອນດາ ສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ປະຈຳປີ 2026

ສະ​ຖາ​ບັນ​ພັດທະນາ​ຊັບພະຍາກອນ​ມະນຸດ ລາວ-ຍີ່ປຸ່ນ (ສລຍ) ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ​ລາງວັນ​ຮອນ​ດາ ​ສຳລັບ​ນັກ​ວິທະຍາ​ສາດ ​ແລະ ວິສະວະກອນໜຸ່ມ (Honda Y-E-S Award) ປະຈຳປີ 2026 ຂຶ້ນໃນວັນ​ທີ 11 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ ໂດຍມີທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ທ່ານ Dr ນາງ Nobuko Kayashima ຜູ້ອໍານວຍການບໍ ລິຫານມູນນິທິຮອນດາ ປະເທດຍີ່ປຸ່ນ, ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ (ສສກ), ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ, ອົງການ JICA ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ຄຳມ່ວນ ບົ່ງຕົວ, ແຕ່ງຕັ້ງ ຄະນະໜ່ວຍພັກຕຳຫຼວດກວດຄົນເຂົ້າ-ອອກເມືອງ

ດ່ານສາກົນຂົວມິດຕະພາບ 3 ຄຳມ່ວນ ບົ່ງຕົວ, ແຕ່ງຕັ້ງ ຄະນະໜ່ວຍພັກຕຳຫຼວດກວດຄົນເຂົ້າ-ອອກເມືອງ

ວັນທີ 11 ພະຈິກຜ່ານມາ, ທີ່ດ່ານສາກົນຂົວມິດຕະພາບ 3 ແຂວງຄຳມ່ວນ ໄດ້ຈັດພິທີປະກາດບົ່ງຕົວ, ແຕ່ງຕັ້ງ ຄະນະໜ່ວຍພັກຕຳຫຼວດກວດຄົນເຂົ້າ-ອອກເມືອງ ໂດຍການເປັນປະທານຂອງທ່ານ ພູຊະນະ ໄຊໂກສີ ເລຂາຄະນະພັກຮາກຖານ, ຫົວໜ້າດ່ານສາກົນຂົວມິດຕະພາບ 3 ແຂວງຄຳມ່ວນ, ມີທ່ານ ນິກອນ ພົມວົງສາ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ຕາງໜ້າຄະນະກວດກາພັກ-ລັດແຂວງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລາວໂທລະຄົມມະນາຄົມ ມະຫາຊົນສະຫຼອງ​ວັນ​ສ້າງ​ຕັ້ງ ຄົບຮອບ 30 ປີ

ລາວໂທລະຄົມມະນາຄົມ ມະຫາຊົນສະຫຼອງ​ວັນ​ສ້າງ​ຕັ້ງ ຄົບຮອບ 30 ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດລາວ​ໂທລະ​ຄົມ ຄົບຮອບ 30 ປີ (11/11/1996-11/11/2026) ຂຶ້ນໃນວັນທີ 11 ພະຈິກຜ່ານມາ ທີ່ໂຮງແຮມແລນມາກ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ປະທານສະພາຜູ້ຖືຮຸ້ນ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາຄະນະພັກ, ຄະນະອຳນວຍການໃຫຍ່ ແລະ ​ພະນັກງານ ລາວ​ໂທລະ​ຄົມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຈຳນວນ 550 ທ່ານ ແລະ ລລທ ສາຂາແຂວງ ກໍສະເຫຼີມສະຫຼອງໄປພ້ອມໆກັນຈໍານວນ 2 ພັນກວ່າທ່ານ.
​ຫສປທ ເຜີຍແຜ່ ມະຕິກົມການເມືອງວ່າດ້ວຍເພີ່ມທະວີການນໍາພາ ແລະ ຍົກລະດັບວຽກງານສື່ມວນຊົນ ໃຫ້ກ້າວສູ່ຄຸນະພາບໃໝ່ ໃນຍຸກດີຈີຕອນ

​ຫສປທ ເຜີຍແຜ່ ມະຕິກົມການເມືອງວ່າດ້ວຍເພີ່ມທະວີການນໍາພາ ແລະ ຍົກລະດັບວຽກງານສື່ມວນຊົນ ໃຫ້ກ້າວສູ່ຄຸນະພາບໃໝ່ ໃນຍຸກດີຈີຕອນ

ໃນວັນທີ10 ພະຈິກ ຜ່ານມາ ທີ່ຫ້ອງງານລ້ຽງທໍານຽບປະທານປະເທດ ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຈັດພິທີເຜີຍແຜ່ ມະຕິກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ວຽກງານສື່ມວນຊົນ ໃນໄລຍະໃໝ່ ສະບັບເລກທີ 76/ກມສພ, ລົງວັນທີ 30 ຕຸລາ 2026, ເພື່ອຮັບປະກັນໃຫ້ສື່ມວນຊົນລາວ ປະຕິບັດບົດບາດເປັນກະບອກສຽງອັນແຫຼມຄົມຂອງພັກ, ລັດ ແລະ ສັງຄົມ ໃຫ້ມີຄວາມທັນສະໄໝ, ວ່ອງໄວ ແລະ ທັນການ ຊຶ່ງໃຫ້ກຽດເຜີຍແຜ່ ໂດຍທ່ານນາງ ຟອງສະໝຸດ ອັນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນໍາ, ພະນັກງານ-ລັດຖະກອນ.
ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ຂັ້ນນຳພາ-ບັນຊາ ປກສ ແຂວງຄຳມ່ວນ

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ຂັ້ນນຳພາ-ບັນຊາ ປກສ ແຂວງຄຳມ່ວນ

ພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດຂັ້ນນຳພາ-ບັນຊາ ທີ່ຂຶ້ນກັບ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ, ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງທ່ານ ພົຕ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ພົຈວ ເຄນທະວີໄຊ ເພັດພະນາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ທ່ານ ພົຈວ ຈັນໄຊ ນັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ນາຍຕຳຫຼວດຫຼັກແຫຼ່ງ ເຂົ້າຮ່ວມ.
ປາກຊັນ ສະຫຼອງ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນພະຍາດສັດ

ປາກຊັນ ສະຫຼອງ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນພະຍາດສັດ

ພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (3 ພະຈິກ) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ) ຢູ່ເມືອງ ປາກຊັນ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2026ທີ່ ຫ້ອງການບ້ານ ປາກປຶງ ຕາແສງໄຊຈະເລີນ ເມືອງ ປາກຊັນ ແຂວງ ບໍລີຄຳໄຊ ການ​ເຂົ້າ​ຮ່ວມຂອງທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງເມືອງ ປາກຊັນ, ທ່ານ ວຽງແກ້ວ ໄຊພັກດີ ຮອງຫົວໜ້າພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ ບໍລິຄຳໄຊ,ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ພະນັກງານລົງກໍ່ສ້າງຮາກຖານການເມືອງ ເຊີດຊູຄວາມຮັບຜິດຊອບປະຕິບັດວຽກງານຢູ່ຂັ້ນຮາກຖານໃຫ້ມີຜົນສຳເລັດ

ພະນັກງານລົງກໍ່ສ້າງຮາກຖານການເມືອງ ເຊີດຊູຄວາມຮັບຜິດຊອບປະຕິບັດວຽກງານຢູ່ຂັ້ນຮາກຖານໃຫ້ມີຜົນສຳເລັດ

ສະຫາຍ ພູນອນ ໄຊຍະລາດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສາລະວັນ ເປັນໜຶ່ງໃນພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ທີ່ໄດ້ຮັບການມອບໝາຍ ລົງກໍ່ສ້າງຮາກຖານການເມືອງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງສາລະວັນ ໃນວັນທີ 10 ພະຈິກຜ່ານມາວ່າ: ການທີ່ຖືກມອບໝາຍໃຫ້ລົງກໍ່ສ້າງຮາກຖານການເມືອງໃນຄັ້ງນີ້, ມີຄວາມສຳຄັນ ແລະ ເປັນໜ້າທີ່ຄວາມຮັບຜິດຊອບທາງດ້ານການເມືອງ, ຕົນເອງມີຄວາມຮູ້ສຶກດີໃຈ ແລະ ເປັນກຽດຢ່າງສູງ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກຄະນະພັກ-ຄະນະນໍາຂອງແຂວງສາລະວັນເຊິ່ງການລົງກໍ່ສ້າງຮາກຖານເມືອງ ແມ່ນໂອກາດດີໃນການຮ່ຳຮຽນວຽກງານຈາກຕົວຈິງ, ໃກ້ຊິດຕິດແທດປະຊາຊົນ, ເຂົ້າໃຈສະພາບຕົວຈິງຂອງທ້ອງຖິ່ນ ແລະ ນຳເອົາຄວາມຮູ້, ປະສົບການ ໄປໝູນໃຊ້ໃຫ້ເກີດຜົນປະໂຫຍດຢ່າງແທ້ຈິງ ເພື່ອຊ່ວຍວຽກອົງການປົກຄອງເມືອງ ປັບປຸງ ແລະ ພັດທະນາວຽກງານດ້ານຕ່າງໆ ໂດຍສະເພາະດ້ານພື້ນຖານໂຄງລ່າງ.
ເມືອງພຽງ ເກັບກູ້ຜົນຜະລິດເຂົ້ານາປີສຳເລັດແລ້ວ 70%

ເມືອງພຽງ ເກັບກູ້ຜົນຜະລິດເຂົ້ານາປີສຳເລັດແລ້ວ 70%

ອີງຕາມການລາຍງານການຈັດຕັ້ງປະຕິບັດວຽກງານຂອງໜ່ວຍງານປູກຝັງ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງພຽງ ແຂວງໄຊຍະບູລີ ປະຈຳເດືອນພະຈິກ 2026 ໃຫ້ຮູ້ວ່າ: ໃນລະດູການຜະລິດປີ 2026 ນີ້ ທົ່ວເມືອງພຽງ ມີເນື້ອທີ່ປູກເຂົ້າທັງໝົດ 7,400 ກວ່າ​ເຮັກ​ຕາ, ປະຕິບັດໄດ້ 90 ກວ່າ%ຂອງແຜນການ. ໃນນີ້, ການປູກເຂົ້ານາປີ ມີເນື້ອທີ່ປະຕິບັດຕົວຈິງ 6,900ກວ່າເຮັກຕາ, ບັນລຸຕາມແຜນການເຊິ່ງປະກອບມີນາດຳທົ່ວໄປ 2,950 ກວ່າເຮັກຕາ ແລະ ນາກະເສດສຸມ 3,940 ກວ່າເຮັກຕາ (ນາຫວ່ານ 2,300 ກວ່າເຮັກຕາ, ນາຢອດ 1,640 ກວ່າເຮັກຕາ, ນາຊ່າວໃໝ່ 23.54 ເຮັກຕາ).
ເມືອງໂຂງ ທຳລາຍອາວຸດລ່າເນື້ອ ແລະ ໝໍ້ຊ໊ອດປາ

ເມືອງໂຂງ ທຳລາຍອາວຸດລ່າເນື້ອ ແລະ ໝໍ້ຊ໊ອດປາ

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມຈຳນວນຫຼາຍລາຍການເປັນຕົ້ນ: ປືນແກັບ, ປືນອັດລົມດັດແປງ, ປືນດັດແປງຍິງລູກແວງ ແລະ ອຸປະກອນຊ໊ອດປາ ໃນ​ວັນ​ທີ 12 ພະ​ຈິກ​ນີ້ ທີ່ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ແກ່ນທ້າວ ສະຫຼອງວັນຊົນລະປະທານພ້ອມເປີດຂະບວນການຜະລິດລະດູແລ້ງ

ແກ່ນທ້າວ ສະຫຼອງວັນຊົນລະປະທານພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ), ວັນສັກຢາກັນພະຍາດສັດ ແຫ່ງຊາດ (ວັນທີ 11 ພະຈິກ) ແລະ ​ວັນເປີດຂະບວນການຜະລິດລະດູແລ້ງ (ວັນທີ 15 ພະຈິກ) ປະຈຳປີ 2026, ໃນ​ວັນ​ທີ 11 ພະ​ຈິກ​ນີ້ ທີ່ ບ້ານ​ນາ​ບອນໂດຍມີທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງ,ມີຄະນະປະຈຳພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ
ເພີ່ມເຕີມ