ກອງປະຊຸມທົບທວນຜົນການດໍາເນີນງານ ປະຈໍາປີ 2025 ຂອງທະນາຄານພັດທະນາຊົນນະບົດ

ກອງປະຊຸມທົບທວນຜົນການດໍາເນີນງານ ປະຈໍາປີ 2025 ຂອງທະນາຄານພັດທະນາຊົນນະບົດ

ກອງປະຊຸມທົບທວນຜົນການດໍາເນີນງານ ປະຈໍາປີ 2025 ຂອງທະນາຄານພັດທະນາຊົນນະບົດ
ກອງປະຊຸມທົບທວນຜົນການດໍາເນີນງານ ປະຈໍາປີ 2025 ແລະ ກໍານົດເປົ້າໝາຍການດໍາເນີນງານປີ 2026 ຂອງທະນາຄານພັດທະນາຊົນນະບົດ (ທພບ) ໄດ້ຈັດຂຶ້ນ ລະຫວ່າງວັນທີ 4-5 ມີນາຜ່ານມາ ທີ່ໂຮງແຮມແລນມາກ ພາຍໃຕ້ການເປັນປະທານຂອງທ່ານ ສຸພັກ ຖິ່ນໄຊພອນ ຜູ້ອໍານວຍການ ທພບ, ມີບັນດາຄະນະອໍານວຍການ, ຫົວໜ້າພະແນກ, ຫົວໜ້າສາຂາ ຂອງ ທພບ ເຂົ້າຮ່ວມ. ກອງປະຊຸມຕັ້ງນີ້, ເປັນກອງປະຊຸມຄັ້ງທໍາອິດພາຍຫຼັງການຫັນປ່ຽນຈາກທະນາຄານນະໂຍບາຍ ມາເປັນ ທພບ ໂດຍການຜັນຂະຫຍາຍມະຕິ 04/ກມສພ, ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໂດຍການຫັນປ່ຽນຈາກທະນາຄານສະເພາະກິດ ໄປເປັນທະນາຄານທຸລະກິດສະເພາະ ເພື່ອເປັນການຮັກສາທະນາຄານ ທີ່ເປັນສະຖາບັນການເງິນຂອງລັດທີ່ມີບົດບາດປະຕິບັດແນວທາງນະໂຍບາຍຂອງພັກ-ລັດໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢ່າງມີປະສິດທິຜົນ ແລະ ມີຄວາມຍືນຍົງ.
ກອງປະຊມທບທວນຜນການດາເນນງານ ປະຈາປ 2025 ຂອງທະນາຄານພດທະນາຊນນະບດ - image 1
 

ທ່ານ ພົງປະເສີດ ຄໍາລືຊາ ຫົວໜ້າພະແນກຫ້ອງການບໍລິຫານ ທພບ ໄດ້ຜ່ານຮ່າງສະຫຼຸບການເຄື່ອນໄຫວຮອບດ້ານ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ຂອງ ທພບ ມີຜົນສຳເລັດໃນແຕ່ລະດ້ານ ໂດຍສະເພາະຄະນະພັກຮາກຖານ-ຄະນະອໍານວຍການ ໄດ້ຖືເອົາການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານເປັນບັນຫາສຳຄັນ ແລະ ເປັນປົກກະຕິດ້ວຍຫຼາຍຮູບການທີ່ເໝາະສົມເຮັດໃຫ້ພະນັກງານມີຄວາມຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາຂອງຂັ້ນເທິງ.

ໃນໜຶ່ງປີຜ່ານມາ, ຄະນະພັກ-ຄະນະອໍານວຍການ ໄດ້ນໍາພາ-ຊີ້ນໍາວຽກງານວິຊາສະເພາະ ໃນການສະໜອງສິນເຊື່ອໂດຍປ່ອຍໄດ້ທັງໝົດ 576.51 ຕື້ກີບ ເທົ່າກັບ 49.46% ຂອງແຜນການປີ, ເກັບຕົ້ນທຶນຄືນໄດ້ທັງໝົດ 520.90 ຕື້ກີບ ເທົ່າກັບ 49% ຂອງແຜນການປີ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 31.35 ຕື້ກີບ, ຍອດສິນເຊື່ອທ້າຍປີ 2025 ທັງໝົດ 3,017 ຕື້ກີບ ເທົ່າກັບ 99% ຂອງແຜນການປີ ທຽບໃສ່ປີຜ່ານມາ ມີຍອດສິນເຊື່ອເພີ່ມຂຶ້ນ 1.35%. ໃນນີ້, ຂົງເຂດໃນເມືອງເປົ້າໝາຍ ຈຳນວນ 1,737.38 ຕື້ກີບ ເທົ່າກັບ 56%, ຂົງເຂດຈຸດສຸມລັດຖະບານ-ທ້ອງຖິ່ນຈໍານວນ 383.49 ຕື້ກີບ ເທົ່າກັບ 13%, ບ້ານ 3 ສ້າງຈຳນວນ 525,27 ຕື້ກີບ ເທົ່າກັບ 17% ຂອງຍອດສິນເຊື່ອ ແລະ ຂົງເຂດນອກເມືອງເປົ້າໝາຍຈຳນວນໜື່ງ. ສິນເຊື່ອເຂົ້າເຖິງກວມເອົາ 17 ແຂວງ, 1 ນະຄອນຫຼວງ, 140 ເມືອງ, 78 ຈຸດສຸມ 5,262 ບ້ານ, ບ້ານທຸກ 1,513 ບ້ານ, ຈັດຕັ້ງກຸ່ມກູ້ຢືມໄດ້ 77,147 ກຸ່ມ, ປະຊາຊົນ ເຂົ້າເຖິງແຫຼ່ງທຶນ 287,500 ຄອບຄົວ, ເປັນຄອບຄົວຍັງບໍ່ທັນພົ້ນທຸກ 43,592 ຄອບຄົວ. ຜ່ານການຈັດຕັ້ງປະຕິບັດການສະໜອງສິນເຊື່ອໃນໄລຍະ 1 ປີຜ່ານມາສາມາດສ້າງໄດ້ໂຄງການພົ້ນເດັ່ນ ແລະ ຄອບຄົວຕົວແບບໄດ້ທັງໝົດ 325 ໂຄງການ, ມີຄອບຄົວຕົວແບບ 557 ຄອບຄົວ. ໃນນີ້, ປະກອບມີໂຄງການປູກຝັງ 40 ໂຄງການ, 79 ຄອບຄົວ. ໂຄງການລ້ຽງສັດ 265 ໂຄງການ, 443 ຄອບຄົວ. ໂຄງການຫັດຖະກໍາ 9 ໂຄງການ, 19 ຄອບຄົວ. ໂຄງການອຸດສາຫະກໍາ 8 ໂຄງການ, 13 ຄອບຄົວ ແລະ ໂຄງການບໍລິການ 3 ໂຄງການ, 3 ຄອບຄົວ;

ສໍາລັບທິດທາງ-ແຜນການປະຈຳປີ 2026 ຈະປ່ອຍສິນເຊື່ອໃຫ້ໄດ້ຈໍານວນ 1,693.17 ຕື້ກີບ, ເພື່ອສະໜອງສິນເຊື່ອໃນການແກ້ໄຂຄວາມທຸກຍາກ. ໃນນີ້, ປ່ອຍເຂົ້າເມືອງເປົ້າໝາຍ 565.21 ຕື້ກີບ, ຈຸດສຸມລັດຖະບານ-ທ້ອງຖິ່ນ 265.97 ຕື້ກີບ, ບ້ານ 3 ສ້າງ 191.73 ຕື້ກີບ, ສິນເຊື່ອພັດທະນາຊົນນະບົດ 235.46 ຕື້ກີບ ແລະ ຂົງເຂດທຸລະກິດທົ່ວໄປທີ່ມີການໄລ່ລຽງ 553 ຕື້ກີບ ໃຫ້ໄດ້ຕາມຄາດໝາຍ; ສືບຕໍ່ເພີ່ມທະວີການລົງເຜີຍແຜ່ນິຕິກຳ, ຂັ້ນຕອນ ແລະ ລະບຽບການທີ່ກ່ຽວຂ້ອງໃຫ້ສະມາຊິກອົງການຈັດຕັ້ງການເມືອງ-ສັງຄົມ ແລະ ກອງທຶນບ້ານ (ອກສກ) ແລະ ອົງການປົກຄອງທ້ອງຖິ່ນທີ່ມີສ່ວນຮ່ວມໃຫ້ເຂົ້າໃຈຢ່າງເລິກເຊິ່ງ, ພ້ອມດຽວກັນນັ້ນສືບຕໍ່ສະໜອງສິນເຊື່ອຜ່ານ ອົງການຈັດຕັ້ງການເມືອງ-ສັງຄົມ ແລະ ກອງທຶນບ້ານ (ອກສກ) ທົ່ວລະບົບໃຫ້ໄດ້ມີທ່າອ່ຽງເພີ່ມຂຶ້ນ.

ສືບຕໍ່ສ້າງແຜນຝຶກອົບຮົມ, ສຳມະນາ, ແລກປ່ຽນບົດຮຽນດ້ານເຕັກໂນໂລຊີຂໍ້ມູນຂ່າວສານກັບພາກສ່ວນພາຍໃນ ທພບ ແລະ ພາຍນອກເພື່ອເສີມຂະຫຍາຍດ້ານຄວາມຮູ້-ຄວາມສາມາດໃຫ້ພະນັກງານ; ຄົ້ນຄວ້າພັດທະນາດ້ານໂຄງສ້າງພື້ນຖານເຕັກໂນໂລຊີຂໍ້ມູນຂ່າວສານ, ລະບົບຫ້ອງບັນຈຸຖານຂໍ້ມູນ (ສູນຂໍ້ມູນຂ່າວສານ) ລະບົບທັນສະໄໝ IT (ລະບົບ: Core Banking, Core ATM, Core Mobile, ພັດທະນາແອັບມືຖື, ພັດທະນາລະບົບການປະເມີນຜົນພະນັກງານ ແລະ ອື່ນໆ) ໃຫ້ສາມາດບໍລິການຫຼາກຫຼາຍ ແລະ ເຊື່ອມໂຍງກັບບັນດາທະນາຄານທຸລະກິດທັງພາຍໃນ ແລະ ຕ່າງປະເທດສາມາດຮອງຮັບການພັດທະນາລະບົບຕ່າງໆໃນຕໍ່ໜ້າໄດ້ຢ່າງໝັ້ນຄົງ.

ທ່ານ ສຸພັກ ຖິ່ນໄຊພອນ ໄດ້ມີຄໍາເຫັນ ທີ່ສໍາຄັນຫຼາຍດ້ານ ຕໍ່ກອງປະຊຸມ ເປັນຕົ້ນ: ສ້າງ ທພບ ໃຫ້ເປັນທະນາຄານແຖວໜ້າທີ່ໃຫ້ການບໍລິການທາງດ້ານການເງິນ ແລະ ສະໜັບສະໜູນການພັດທະນາຊົນນະບົດແບບທົ່ວເຖິງ ຊໍຶ່ງເປັນຮາກຖານໃນລະບົບເສດຖະກິດຂອງປະເທດໃຫ້ມີຄວາມຍືນຍົງ (ດັ່ງຄຳຂວັນທີ່ວ່າ: ພ້ອມກັນພັດທະນາ ເພື່ອຄວາມໝັ້ນຄົງ ແລະ ຍືນຍົງ) ຊຶ່ງ ທພບ ມີ 7 ພາລະກິດທີ່ສໍາຄັນຄື:

1. ດ້ານໂຄງສ້າງ (Structure):ດ້ານໂຄງສ້າງມີຄວາມສຳຄັນຫຼາຍຈະຕ້ອງໄດ້ກຳນົດບົດບາດ, ໜ້າທີ່, ຄວາມສຳພັນຂອງບຸກຄະລະກອນ ໃນອົງກອນ ແລະ ສ້າງລະບົບທີ່ມີລະບຽບຄຸ້ມຄອງ ຂອງພະແນກຕ່າງຢູ່ພາຍໃນ ໃຫ້ມີຄວາມຊັດເຈນ;

2. ດ້ານຍຸດທະສາດ (Strategy):ໄລຍະແຕ່ 2025-2030 ເປົ້າໝາຍໃຫຍ່ຄືສູ້ຊົນໃຫ້ກາຍເປັນສູນກາງທາງການເງິນຄົບວົງຈອນ ແລະ ທັນສະໄໝ ແກ່ລູກຄ້າເຂດຊົນນະບົດ ແລະ ວາງເປົ້າໝາຍຜົນຕອບແທນການດຳເນີນທຸລະກິດໄວ້ຄື: Return on assets (ROA) ຈະຕ້ອງບັນລຸ 1% ຂຶ້ນໄປ Return on equity (ROE) ຈະຕ້ອງບັນລຸຫຼາຍກ່ວາ 10% ເຊິ່ງເປັນຄາດໝາຍສູ້ຊົນໄວ້ສູງ;

3.ດ້ານຮູບແບບການບໍລິຫານ (Style): ເນັ້ນສ້າງນະໂຍບາຍແລະລະບົບການບໍລິຫານທີ່ດີ (CorporateGovernance)ໂດຍຄຳນຶງເຖິງຄວາມສຳຄັນຂອງຂະບວນການບໍລິຫານດ້ານຄວາມສ່ຽງ,ມີຄວາມຕໍ່ເນື່ອງທາງທຸລະກິດ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຄວາມເພິ່ງພໍໃຈຜູ້ໃຊ້ບໍລິການ; ເນັ້ນສ້າງວັດທະນະທຳການເຮັດວຽກພາຍໃນ ທພບ ໃຫ້ກາຍເປັນພຶດຕິກຳ, ເປັນທັດສະນະຄະຕິ ຂອງຜູ້ບໍລິຫານທຸກໆລະດັບ ແລະ ພະນັກງານທົ່ວລະບົບ;

4. ພະນັກງານ ( Staff ): ພະນັກງານ ເປັນຊັບພະຍາກອນ ທີ່ສຳຄັນ ແລະ ລໍ້າຄ່າທີ່ສຸດເພື່ອຂັບເຄື່ອນອົງກອນໃຫ້ເຕີບໂຕ ແລະ ກ້າວໄປເຖິງວິໃສທັດ ທີ່ກຳນົດໄວ້. ສະນັ້ນ ການບໍລິຫານບຸກຄະລະກອນ ຈະຕ້ອງມີຂະບວນການທີ່ດີ ແລະ ມີຄວາມເຂັ້ມງວດ ເລີ່ມຈາກຂັ້ນຕອນການຄັດເລືອກ, ການນຳໃຊ້, ການບຳລຸງສ້າງ ແລະ ການພັດທະນາໃຫ້ມີຄວາມສາມາດ ທັງມີປະສິດທິພາບ;

5. ລະບົບການປະຕິບັດວຽກງານ(System): ເລັ່ງດຳເນີນການປັບປຸງບັນດາອົງປະກອບ, ລະບົບຂະບວນການ, ຂັ້ນຕອນການເຮັດວຽກໃຫ້ເຊື່ອມໂຍງກັນ, ການເຮັດວຽກຮ່ວມກັນ, ພ້ອມກັນນັ້ນກໍ່ຄົ້ນຄ້ວາເອົາລະບົບໂປແກຣມຕ່າງໆ ມານຳໃຊ້ໃນຂະບວນການເຮັດວຽກໃຫ້ສອດຄ່ອງກັບຄວາມຕ້ອງການ ແລະ ໂຄງສ້າງຂອງກອນ ເພື່ອຊ່ວຍໜູນໃຫ້ພະນັກງານເພີ່ມປະສິດທິພາບການເຮັດວຽກ ແລະ ບັນລຸເປົ້າໝາຍ;

6. ຄ່ານິຍົມຮ່ວມ (Shared values): ກຳນົດຄ່ານິຍົມຮ່ວມກັນໃນ ທພບ ເພື່ອເປັນແນວທາງ ຫຼື ລະບົບຄວາມຄິດ ທີ່ຈະດຳເນີນການຮ່ວມກັນ, ຜູ້ບໍລິຫານທຸກໆລະດັບຕະຫຼອດຮອດພະນັກງານຕ້ອງຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ຍຶດຖືປະຕິບັດຮ່ວມກັນ. ຄ່ານິຍົມຮ່ວມ ເປັນສິ່ງທີ່ ທພບ ຖືເປັນຄວາມສຳຄັນ ທີ່ຈະເສີມສ້າງຄວາມເປັນປຶກແຜ່ນ ແລະ ຄວາມສາມັກຄີເປັນອັນໜຶ່ງອັນດຽວກັນ;

7. ທັກສະ ຄວາມຮູ້ ຄວາມສາມາດ(Skill): ທພບ ຖືບຸກຄະລະກອນເປັນໃຈກາງ ແລະ ຄວາມສຳຄັນອັນດັບຫນຶ່ງ ທີ່ນຳເອົາ ທພບ ໃຫ້ມີການພັດທະນາ, ມີຄວາມເຕີບໂຕ ທີ່ມີຄວາມໝັ້ນຄົງ ແລະ ຍືນຍົງ. ສະນັ້ນ, ຈະສ້າງບົບການຄຸ້ມຄອງບໍລິຫານບຸກຄະລະກອນໃຫ້ມີຄວາມທັນສະໄໝ ຄັດເລືອກຜູ້ມີຄວາມຮູ້, ຄວາມສາມາດ ແລະ ມີທັກສະ. ສ້າງໃຫ້ລະບົບການບຳລຸງສ້າງ, ການນຳໃຊ້ ແລະ ລະບົບປະເມີນຜົນ ທີ່ມີຕົວຊີ້ວັດເຖິງຜົນສຳເລັດ ຢ່າງມີວິທະຍາສາດ.

(ຂ່າວ: ຣັດສະໝີ ດວງສັດຈະ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ