ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ
ໃນລະຫວ່າງວັນທີ 14 - 23 ກໍລະກົດ ຜ່ານມາ ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ທີ່ນິວຢອກ ສ ອາເມລິກາ, ຄະນະຜູ້ແທນ ສປປ ລາວ ຈາກ ກະຊວງການຕ່າງປະເທດ ແລະ ຈາກ ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການ ສປຊ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ ປະຈໍາປີ 2025
ກອງປະຊມເວທປກສາຫາລການເມອງລະດບສງ ວາດວຍ ການພດທະນາແບບຍນຍງ - image 1
 

 

 ຊຶ່ງໄດ້ຈັດຂຶ້ນໃນຂອບສະພາເສດຖະກິດ-ສັງຄົມ ອົງການ ສປຊ ພາຍໃຕ້ຫົວຂໍ້: “ກ້າວໜ້າຕາມວິທີທາງແກ້ໄຂບັນຫາທີ່ຍືນຍົງ, ກວມລວມ ແລະ ອີງໃສ່ພື້ນຖານທາງດ້ານວິທະຍາສາດ ແລະ ຫຼັກຖານ ເປັນຫຼັກ ໃນການຈັດຕັ້ງປະຕິບັດ ວາລະ 2030 ແລະ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫຼື SDGs) ເພື່ອໃຫ້ທຸກຄົນພ້ອມກັນກ້າວໄປ” (Advancing sustainable, inclusive, science- and evidence-based solutions for the 2030 Agenda and its SDGs for leaving no one behind). ກອງປະຊຸມ ໄດ້ພ້ອມກັນພິຈາລະນາ ແລະ ທົບທວນຄືນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ກໍຄືບັນດາ 17 ປພຍ ຊຶ່ງໃນປີນີ້ ແມ່ນສຸມໃສ່5 ປພຍ ຄື: ປພຍ 3 ມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ, ປພຍ 5 ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ, ປພຍ 8ມີວຽກເຮັດງານທຳທີ່ມີກຽດ ແລະ ເສດຖະກິດມີການຂະຫຍາຍຕົວ, ປພຍ 14 ອະນຸລັກ ແລະ ນໍາໃຊ້ສິ່ງທີ່ມີຊີວິດໃນນໍ້າ ແບບຍືນຍົງ ແລະ ປພຍ 17 ການເປັນຄູ່ຮ່ວມມືເພື່ອຈັດຕັ້ງປະຕິບັດ ປພຍ. ໃນປີນີ້ ໄດ້ມີ 37 ປະເທດສະມາຊິກ ສປຊ ຜັດປ່ຽນໝູນວຽນກັນນໍາສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ ກ່ຽວກັບການຈັດຕັ້ງປະຕິບັດ ປພຍ ໃນລະດັບປະເທດ ຂອງຕົນ.

ສໍາລັບກອງປະຊຸມລະດັບລັດຖະມົນຕີຈັດຂຶ້ນໃນວັນທີ 21 – 23 ກໍລະກົດ ຜ່ານມາ ພາຍໃຕ້ຫົວຂໍ້: "ອົງການ ສປຊ 80 ປີ: ກະຕຸກຊຸກຍູ້ ການປ່ຽນແປງ ເພື່ອການພັດທະນາແບບຍືນຍົງ" (UN@80: Catalyzing Change for Sustainable Development) ຊຶ່ງໃນພິທີເປີດ, ປະທານ ສະພາເສດຖະກິດ-ສັງຄົມ ອົງການ ສປຊ, ປະທານ ກອງປະຊຸມ ໄດ້ກ່າວເປີດ ໂດຍໄດ້ຍົກໃຫ້ເຫັນ ສິ່ງທ້າທາຍ ທີ່ສາກົນກຳລັງປະເຊີນຢູ່ ແລະ ສະເໜີຕໍ່ກອງປະຊຸມ ໃຫ້ພ້ອມກັນເພີ່ມທະວີຄວາມພະຍາຍາມເປັນສອງທົບ, ເພີ່ມທະວີຄວາມມີປະສິດທິຜົນຂອງລະບົບອົງການ ສປຊ ແລະ ການຮ່ວມມືແບບຫຼາຍຝ່າຍ ກໍຄືການປະຕິບັດຕາມກົດບັດອົງການ ສປຊ. ຈາກນັ້ນ, ທ່ານເລຂາທິການໃຫຍ່ ອົງການ ສປຊ ໄດ້ສະແດງຄວາມເປັນຫ່ວງຕໍ່ກັບການຈັດຕັ້ງປະຕິບັດ ປພຍ ໃນທົ່ວໂລກ ຊຶ່ງມາເຖິງປີ 2025 ພາຍຫຼັງ 10 ປີ ທີ່ ປພຍ ໄດ້ຮັບການຮັບຮອງເອົາ ໃນປີ 2015, ສາກົນ ສາມາດປະຕິບັດຕາມຕົວຊີ້ບອກ ປພຍ ໄດ້ພຽງແຕ່ 35% ຍ້ອນຂາດທຶນຮອນເພື່ອມາຈັດຕັ້ງປະຕິບັດມູນຄ່າ 4 ຕື້ໂດລາຕໍ່ປີ ແລະ ລັດຖະບານຂອງຫຼາຍປະເທດ ເປັນຕົ້ນປະເທດກໍາລັງພັດທະນາກຳລັງປະເຊີນກັບບັນຫາໜີ້ສິນທີ່ເພີ່ມສູງຂຶ້ນ. ສ່ວນປະທານສະມັດຊາໃຫຍ່ສປຊ ສະໄໝທີ 79 ກໍໄດ້ ສະເໜີຕໍ່ກອງປະຊຸມໃຫ້ພ້ອມກັນ ຈັດຕັ້ງປະຕິບັດ ເອກະສານ ຄວາມໝາຍໝັ້ນ ເຊວີລ ທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມສາກົນວ່າດ້ວຍການສະໜອງທຶນເພື່ອການພັດທະນາຄັ້ງທີ 4 ຈັດຂຶ້ນໃນຕົ້ນເດືອນກໍລະກົດ ທີ່ຜ່ານມາ ທີ່ ແອັດສະປາຍ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ປພຍ ກໍຄືການພັດທະນາຂອງສາກົນ.

ໃນກອງປະຊຸມລະດັບລັດຖະມົນຕີວັນທີ 21 ກໍລະກົດ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າຄະນະຜູ້ແທນ ສປປ ລາວ ກໍໄດ້ກ່າວປາໄສໃນພາກອະພິປາຍທົ່ວໄປ, ໂດຍໄດ້ສະເໜີຕໍ່ກອງປະຊຸມ ພ້ອມກັນເພີ່ມທະວີຄວາມພະຍາຍາມຂອງຕົນ ເພື່ອຜັນຂະຫຍາຍ ເອກະສານຄວາມໝາຍໝັ້ນ ເຊວີລ ໃຫ້ປະກົດຜົນເປັນຈິງ ໂດຍຜ່ານການຮ່ວມມືແບບຫຼາຍຝ່າຍ ທີ່ມີອົງການ ສປຊ ເປັນແກນກາງ. ນອກຈາກນີ້, ສປປ ລາວ ໄດ້ແຈ້ງໃຫ້ສາກົນຊາບກ່ຽວກັບຄວາມພະຍາຍາມຂອງຕົນ ໃນການໝູນໃຊ້ ແນວຄວາມຄິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ແນໃສ່ການພັດທະນາປະເທດ ແລະ ການກະກຽມ ຫຼຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ ພາຍໃນປີ 2026. ທ້າຍສຸດ, ທ່ານ ຮອງລັດຖະມົນຕີ ໄດ້ຮຽກຮ້ອງມາຍັງສາກົນ, ຄູ່ຮ່ວມພັດທະນາ ແລະ ລະບົບອົງການ ສປຊ ສືບຕໍ່ໃຫ້ການສະໜັບສະໜູນ ຄວາມພະຍາຍາມຂອງ ສປປ ລາວ ໃນການພັດທະນາປະເທດ ແລະ ການຈັດຕັ້ງປະຕິບັດ ປພຍ ຢ່າງມີປະສິດທິຜົນ.

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ໂດຍຕອບສະໜອງຕາມຄຳເຊີນຂອງຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ, ຄະນະຜູ້ແທນ ຄະນະສັນຕິພາບ ຫວຽດນາມ ນຳໂດຍ ສະຫາຍ ອວງ ຈູລຶວ, ອະດີດກໍາມະການສູນກາງພັກ, ອະດີດ ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 8-11 ທັນວາ 2025.
ກຕທ ລາວ-ອາແຊັກໄບຊານ ປຶກສາຫາລືດ້ານການເມືອງ ຄັ້ງປະຖົມມະລືກ

ກຕທ ລາວ-ອາແຊັກໄບຊານ ປຶກສາຫາລືດ້ານການເມືອງ ຄັ້ງປະຖົມມະລືກ

ໃນຕອນເຊົ້າວັນທີ 8 ທັນວານີ້, ທີ່ ກະຊວງການຕ່າງປະເທດ(ກຕທ), ກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງປະຖົມມະລືກ ລະຫວ່າງ ສອງກະຊວງການຕ່າງປະເທດ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາແຊັກໄບຊານ ໄດ້ເປີດຂຶ້ນໂດຍການເປັນປະທານຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເອລນູຣ ມາມາດົບ(Elnur Mammadov), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອາແຊັກໄບຊານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສະຖານທູດ ລາວ ທີ່ ແຄນເບີຣາ ສະຫຼອງວັນຊາດ ທີ 2 ທັນວາ

ສະຖານທູດ ລາວ ທີ່ ແຄນເບີຣາ ສະຫຼອງວັນຊາດ ທີ 2 ທັນວາ

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາອົດສຕຣາລີ ແລະ ນິວຊີແລນ ໄດ້ຈັດງານສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ທີ່ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ ແຄນເບີຣາ, ປະເທດອົດສຕຣາລີ ໃນເມື່ອບໍ່ດົນຜ່ານມາ, ໂດຍມີທ່ານ ນາງ ມິດເເຊວ ຈັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າອົດສຕຣາລີ, ໃນນາມແຂກກິຕິມະສັກຂອງລັດຖະບານອົດສຕຣາລີ, ບັນດາຫົວໜ້າກົມ ແລະ ເຈົ້າໜ້າທີ່ຂອງກະຊວງການຕ່າງປະເທດ ແລະ ການຄ້າອົດສຕຣາລີ, ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງອົດສຕຣາລີ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕຕັ້ງສາກົນ, ພີ່ນ້ອງຄົນເຊື້ອຊາດລາວຢູ່ອົດສະຕຣາລີ, ພະນັກງານສະຖານທູດ ແລະ ບັນດານັກສຶກສາລາວ ຢູ່ອົດສຕຣາລີເຂົ້າຮ່ວມຫຼາຍກວ່າ 250 ຄົນ.
ຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ ແລະ ຫວຽດນາມ ພົບປະສອງຝ່າຍ

ຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ ແລະ ຫວຽດນາມ ພົບປະສອງຝ່າຍ

ໃນວັນທີ 9 ທັນວານີ້, ທີ່ສະພາແຫ່ງຊາດ, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ ແລະ ຄະນະສັນຕິພາບຫວຽດນາມ. ຝ່າຍລາວ ນຳໂດຍ ສະຫາຍ ສົມມາດ ພົນເສນາ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ແລະ ຝ່າຍ ຫວຽດນາມ ນຳໂດຍ ສະຫາຍ ອວງ ຈູລຶວ, ອະດີດກໍາມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ຫວຽດນາມ.
ສະຖານທູດ ລາວ ປະຈຳ ອິນໂດເນເຊຍ ແລະ ຕີມໍແລັດສະເຕ  ສະຫຼອງວັນຊາດ ທີ 2 ທັນວາ

ສະຖານທູດ ລາວ ປະຈຳ ອິນໂດເນເຊຍ ແລະ ຕີມໍແລັດສະເຕ ສະຫຼອງວັນຊາດ ທີ 2 ທັນວາ

ເມື່ອບໍ່ດົນຜ່ານມານີ້, ທີ່ ໂຮງແຮມ Borobudure, ຈາກາກຕາ, ສ. ອິນໂດເນເຊຍ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ອິນໂດເນເຊຍ ແລະ ຕີມໍແລັດສະເຕ, ແລະ ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ທີ່ ຈາກາກຕາ ໄດ້ຈັດງານສະເຫຼີມ ສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ໂດຍການເຂົ້າຮ່ວມຂອງທ່ານ ອັບດຸນ ມູຕີ (Abdul Mu’ti), ລັດທະມົນຕີກະຊວງສຶກສາຂັ້ນພື້ນຖານ ແລະ ມັດທະຍົມ ແຫ່ງ ສ. ອິນໂດເນເຊຍ ເປັນແຂກກິດຕິມະສັກຂອງປະເທດເຈົ້າພາບ, ທ່ານ ຊຸນຕານ ບະເຕຍ ນາຈາມູດິນ (SultanBaktiar Najamudin), ປະທານສະພາຜູ້ແທນທ້ອງຖິ່ນ (Speaker of the Regional Representatives Council, DPD), ເຈົ້າໜ້າທີ່ຂັ້ນສູງຂອງກອງທັບ, ກະຊວງການຕ່າງປະເທດ, ກະຊວງຂະແໜງການອ້ອມຂ້າງ ແລະ ພາກທຸລະກິດ ຂອງອິນໂດເນເຊຍ, ທູຕານຸທູດ, ອົງການຈັດຕັ້ງສາກົນຕ່າງໆ ຢູ່ ຈາກາກຕາ, ພີ່ນ້ອງເຊື້ອຊາດລາວ, ນັກສຶກສາລາວ, ພະນັກງານສະຖານທູດ ແລະ ສໍານັກງານຜູ້ຕາງໜ້າຖາວອນ ເຂົ້າຮ່ວມຫຼາຍກວ່າ 300 ທ່ານ.
ຮອງປະທານ ສນຊ ພົບປະຢ້ຽມຢາມຮອງປະທານແນວໂຮມປະເທດຊາດຫວຽດນາມ

ຮອງປະທານ ສນຊ ພົບປະຢ້ຽມຢາມຮອງປະທານແນວໂຮມປະເທດຊາດຫວຽດນາມ

ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ(ສນຊ) ພ້ອມດ້ວຍຄະນະໄດ້ເຂົ້າພົບປະຢ້ຽມຢາມ ສະຫາຍນາງ ຮ່າ ທິ ຫງ່າ ຮອງປະທານແນວໂຮມປະເທດຊາດ ຫວຽດມ ໃນວັນທີ 5 ທັນວາ 2025 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມືຂອງສອງພັກສລັດ ລາວ-ຫວຽດນາມ

ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມືຂອງສອງພັກສລັດ ລາວ-ຫວຽດນາມ

ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ທີ່ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ສປປ ລາວ ເປັນສວນທີ່ໃຫ້ທຸກຊັ້ນຄົນເຂົ້າມາທ່ຽວຊົມໄດ້ ໂດຍບໍໄດ້ເສຍຄ່າຜ່າປະຕູ ສະຫາຍ ຄໍາຜາ ພິມມະສອນ, ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຮັບຜິດຊອບໂຄງການຝ່າຍລາວ ໄດ້ກ່າວວ່າ: ໂຄງການສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມືຂອງສອງພັກສອງລັດ ລາວ-ຫວຽດນາມ ໂຄງການດັ່ງກ່າວແມ່ນໄດ້ມືການປຶກສາຫາລືກັນຕັ້ງແຕ່ປີ 2015 ແລະ ເລີມຈັດຕັ້ງປະຕິບັດຕົວຈິ່ງປີ 2022 , ມີການສໍາລວດອອກແບບ ແລະ ມີເນື້ອທີປະມານ 3 ແຮັກຕາກວ່າ ແລະ ໃນສວນແຫ່ງນີ້ ເປັນເອກະລັກແມ່ນກຸ່ມຮູບປັ້ນ 3 ທ່ານຜູ້ນຳ ຄື ປະທານ ໂຮ່ຈີມິນ ທ່ານ ປະທານ ໄກສອນ ພົມວິຫານ ແລະ ທ່ານ ປະທານ ສຸພາ ນຸວົງ ອັນນີ້ແມ່ນສະແດງໃຫ້ເຫັນເຖິງຄວາມສາມັກຄືມິດຕະພາບຂອງລາວເຮົາມາແຕ່ດຶກດຳບັນ ສວນນີ້ເປັນ
ມອບ-ຮັບ ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມທີ່ແຂວງຫົວພັນ

ມອບ-ຮັບ ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມທີ່ແຂວງຫົວພັນ

ໃນຕອນເຊົ້າວັນທີ 4 ທັນວາຜ່ານມານີ້, ທີ່ເມືອງຊໍາເໜືອ, ແຂວງຫົວພັນ ໄດ້ມີພິທີມອບ-ຮັບ ແລະ ເປີດນໍາໃຊ້ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມ ແຂວງຫົວພັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ- ສັງຄົມ ແລະ ສະຫາຍ ຫງວຽນ ຈີ ຢຸ່ງ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ; ມີສະຫາຍ ເຈົ້າແຂວງຫົວພັນ, ສະຫາຍ ປະທານຄະນະກຳມະການປົກຄອງແຂວງແທັງຮວ່າ ສສ ຫວຽດນາມ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ, ພ້ອມດ້ວຍການນຳແຂວງຫົວພັນ, ແຂວງແທັງຮວ່າ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະພາທິດສະດີສູນກາງພັກ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື

ສະພາທິດສະດີສູນກາງພັກ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື

ການ​ພົບ​ປະສອງຝ່າຍລະຫວ່າງ​ ສະພາ​ທິດສະດີສູນກາງພັກປະຊາຊົນປະຕິວັດລາວ ແລະ ສະ ພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້, ທີ່ນະຄອນຫຼວງວຽງຈັນ,ຝ່າຍລາວນຳໂດຍ ສະຫາຍ ຄຳພັນ ເຜີຍຍະວົງ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ຊວນ ຖັ້ງ, ກໍາມະ​ການ​ກົມ​ການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າສະຖາບັນການເມືອງໂຮ່ຈິມິນ, ປະທານສະພາທິດສະດີສູນກາງພັກກອມມກອມມູນິດຫວຽດນາມ.
ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ກອງປະຊຸມພົບປະສອງຝ່າຍລະຫວ່າງສະພາແຫ່ງຊາດລາວ ແລະ ສະພາສູງແຫ່ງສະຫະພັນຣັດເຊຍໄດ້ຈັດຂຶ້ນໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ. ການພົບປະຄັ້ງນີ້ຝ່າຍລາວນໍາໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ປະທານຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ ແລະ ຝ່າຍ ສ ຣັດເຊຍນໍາໂດຍທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ ປະທານຄະນະມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມຄະນະ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ