ກອງປະຊຸມເວທີປຶກສາຫາລືສຸດຍອດການຮ່ວມມືສາກົນໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 3

ກອງປະຊຸມເວທີປຶກສາຫາລືສຸດຍອດການຮ່ວມມືສາກົນໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 3

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 18 ຕຸລາ ຜ່ານມາ, ພິທີເປີດກອງປະຊຸມເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມພິທີເປີດກອງປະຊຸມ ແລະ ກ່າວຄຳປາໄສ.

ທ່ານ ສີຈິ້ນຜິງ ກ່າວວ່າ: ການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຜ່ານຂັ້ນຕອນແຜນວາດອັນຍິ່ງໃຫຍ່ຈົນມາຮອດການປະຕິບັດໃຫ້ເປັນຮູບປະທຳ, ເຮັດໃຫ້ແຜນແມ່ບົດໄດ້ກາຍເປັນຈິງ, ພ້ອມດຽວກັນນີ້, ໂຄງການສັນຍາລັກກໍຄື ໂຄງການທີ່ນໍາເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນຈໍານວນຫຼວງຫຼາຍໄດ້ຮັບການຈັດຕັ້ງປະຕິບັດນໍາອີກ. ທ່ານ ສີຈິ້ນຜິງ ກ່າວວ່າ: ໃນຮອບ 10 ປີຜ່ານມາ, ພວກເຮົາໄດ້ຢຶດໝັ້ນອຸດົມການແຕ່ຫົວທີ ແລະ ຈັບມືກັນພ້ອມກັນກ້າວໄປຂ້າງໜ້າ ໂດຍໄດ້ຊຸກຍູ້ເຮັດໃຫ້ການຮ່ວມມືສາກົນ ໜຶ່ງແລວໜຶ່ງເສັ້ນທາງ ຈາກບໍ່ມີຕົວຕົນໄດ້ເປັນຮູບເປັນຮ່າງຂຶ້ນ ແລະ ໄດ້ຮັບການພັດທະນາຢ່າງແຂງແຮງ, ພ້ອມທັງໄດ້ຮັບຜົນງານອັນອຸດົມສົມບູນ. ທ່ານ ສີຈິ້ນຜິງ ກ່າວວ່າ: ໃນ 10 ປີຜ່ານມາ, ພວກເຮົາໄດ້ພະຍາຍາມສ້າງເຄືອຂ່າຍທີ່ເຊື່ອມໂຍງເຊື່ອມຈອດກັນໃນທົ່ວໂລກທີ່ຖືແລວເສດຖະກິດເປັນການນຳພາ, ຖືຊ່ອງທາງໃຫຍ່ ແລະ ຊ່ອງທາງຂໍ້ມູນຂ່າວສານທີ່ວ່ອງໄວເປັນໂຄງຮ່າງ, ຖືທາງລົດໄຟ, ທາງຫຼວງ, ສະໜາມບິນ, ທ່າກຳປັ່ນ ແລະ ລະບົບທໍ່ສົ່ງເປັນບ່ອນອີງ ແລະ ປົກຄຸມທາງບົກ, ທາງທະເລ, ທາງອາກາດ ແລະ ທາງອິນເຕີເນັດ ຊຶ່ງໄດ້ຊຸກຍູ້ການຈໍລະຈອນສິນຄ້າ, ການໝູນວຽນດ້ານເງິນທຶນ, ເຕັກນິກ ແລະ ບຸກຄະລາກອນຂອງປະເທດຕ່າງໆຢ່າງມີປະສິດທິຜົນ, ຊຸກຍູ້ໃຫ້ເສັ້ນທາງສາຍໄໝບູຮານທີ່ມີປະຫວັດມາເປັນເວລາພັນປີຟື້ນຟູຄວາມມີຊີວິດຊີວາໃນຍຸກໃໝ່. ທ່ານ ສີຈິ້ນຜິງ ກ່າວຕື່ມວ່າ: ການຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງແມ່ນເນັ້ນໜັກການຮ່ວມແຮງຮ່ວມໃຈກັນ ແບບຫຼາຍຄົນຫາຟືນສຸມໄຟຈະໄດ້ແປວໄຟທີ່ສູງຂຶ້ນ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນຈະສາມາດກ້າວໄປໄກໄດ້, ສົ່ງເສີມການເຮັດໃຫ້ຕົນເອງມີການພັດທະນາທີ່ດີ ທັງເຮັດໃຫ້ຜູ້ອື່ນມີການພັດທະນາທີ່ດີເຊັ່ນດຽວກັນ, ປະຕິບັດການເຊື່ອມໂຍງເຊື່ອມຈອດກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະແຫວງຫາການພັດທະນາຮ່ວມກັນ ແລະ ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນຳກັນ. ບໍ່ເປັນປໍລະປັກກັນດ້ານຮູບຖານຈິດສຳນຶກ, ບໍ່ຫຼິ້ນເກມດ້ານພູມສາດການເມືອງບໍ່ຕໍ່ຕ້ານກັນທາງການເມືອງລະຫວ່າງຝ່າຍ, ຄັດຄ້ານການລົງໂທດພຽງລຳພັງແຕ່ຝ່າຍດຽວ, ຄັດຄ້ານການຂົ່ມຂູ່ດ້ານເສດຖະກິດ ແລະ ຍັງຄັດຄ້ານການຕັດສາຍພົວພັນກັນອີກດ້ວຍ.

ທ່ານ ສີຈິ້ນຜິງ ກ່າວອີກວ່າ: ຂ້າພະເຈົ້າຍິນດີປະກາດແຜນການດຳເນີນງານ 8 ລາຍການທີ່ຈີນສະໜັບສະໜູນການຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງດ້ວຍຄຸນນະພາບສູງຄື: 1, ກໍ່ສ້າງເຄືອຂ່າຍເຊື່ອມໂຍງເຊື່ອມຈອດກັນສາມມິຕິ “ໜຶ່ງແລວໜຶ່ງເສັ້ນທາງ”, 2. ສະໜັບສະໜູນສ້າງເສດຖະກິດໂລກແບບເປີດກວ້າງ, 3. ດຳເນີນການຮ່ວມມືທີ່ຕິດແທດຕົວຈິງ, 4. ຊຸກຍູ້ການພັດທະນາສີຂຽວ, 5. ຊຸກຍູ້ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ, 6. ສະໜັບສະໜູນການໄປມາຫາສູ່ກັນລະຫວ່າງປະຊາຊົນ, 7. ກໍ່ສ້າງເສັ້ນທາງທີ່ປອດໄສຂາວສະອາດ ແລະ 8. ບູລະນະກົນໄກການຮ່ວມມືສາກົນໜຶ່ງແລວໜຶ່ງເສັ້ນທາງ.

 

ຄໍາເຫັນ

ຂ່າວຕ່າງປະເທດ

ປະຊາຊົນຫຼາຍກວ່າ 14,000 ຄົນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມໃນເຂດພິເສດອາເຈະ

ປະຊາຊົນຫຼາຍກວ່າ 14,000 ຄົນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມໃນເຂດພິເສດອາເຈະ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 25 ພະຈິກ ຜ່ານມາ, ອົງການຕ້ານໄພພິບັດແຫ່ງຊາດອິນໂດເນເຊຍແຈ້ງໃຫ້ຮູ້ວ່າ, ຍ້ອນຝົນຕົກໜັກຢ່າງຕໍ່ເນື່ອງ, ຢູ່ເຂດພິເສດອາເຈະເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ເກີດໄພນ້ຳຖ້ວມ, ສົ່ງຜົນກະທົບຕໍ່ປະຊາຊົນຫຼາຍກວ່າ 14,000 ຄົນ.
BOK ປັບການຄາດຄະເນການເຕີບໂຕທາງເສດຖະກິດ ປີ 2026 ເປັນ 3.9%

BOK ປັບການຄາດຄະເນການເຕີບໂຕທາງເສດຖະກິດ ປີ 2026 ເປັນ 3.9%

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ພະຈິກນີ້ວ່າ: ທະນາຄານກາງ ສ ເກົາຫຼີ (BOK) ໄດ້ປັບເພີ່ມການຄາດຄະເນການເຕີບໂຕທາງເສດຖະກິດໃນປີ 2026 ເປັນ 3.9% ຈາກເດີມ 3.3%, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກຊິບເຊມິຄອນດັກເຕີດ້ານປັນຍາປະດິດ (AI) ທີ່ເຂັ້ມແຂງ ຊຶ່ງຊ່ວຍຊຸກຍູ້ໃຫ້ເສດຖະກິດເຕີບໂຕໄດ້ດີກວ່າທີ່ຄາດຄະເນໄວ້ກ່ອນໜ້ານີ້.
ການລົງທຶນ ແລະ ການຮ່ວມມື ໃນຂົງເຂດພະລັງງານ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ມີຫຼາຍກວ່າ 3,330 ຕື້ຢວນ

ການລົງທຶນ ແລະ ການຮ່ວມມື ໃນຂົງເຂດພະລັງງານ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ມີຫຼາຍກວ່າ 3,330 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 26 ພະຈິກ ຜ່ານມາ, ກອງປະຊຸມລັດຖະມົນຕີພະລັງງານ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 4 ໄດ້ຈັດຂຶ້ນຢູ່ນະຄອນຊີ່ງຕາວ ແຂວງສ່ານຕົ່ງ ທາງທິດຕາເວັນອອກຂອງຈີນ.
ຫວຽດນາມ ສະເໜີທິດທາງການພັດທະນາເສດຖະກິດ ຮາລານ ທົ່ວໂລກ

ຫວຽດນາມ ສະເໜີທິດທາງການພັດທະນາເສດຖະກິດ ຮາລານ ທົ່ວໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 - 25 ພະຈິກ ຜ່ານມາ, ຢູ່ເມືອງອິສຕັນບູລ ປະເທດຕວັກ​ກີ, ທ່ານ​ນາງ ຫງວຽນ​ມິນ​ຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດ​ນາມ ໄດ້ນຳພາຄະນະຜູ້ແທນຫຼາຍ​ຂະ​ແໜງ​ການ ເຂົ້າຮ່ວມກອງປະຊຸມ​ຂັ້ນ​ສູງ ຮາລານ ໂລກຄັ້ງທີ 12 ແລະ ຊຸກ​ຍູ້ການຮ່ວມມື ຮາລານ ກັບ ຕວັກ​ກີ.
ສິງກະໂປ - ອົສຕຣາລີ ລົງນາມຂໍ້ຕົກລົງ ການດັກຈັບ ແລະ ກັກເກັບກາກບອນ ຂ້າມຊາຍແດນ

ສິງກະໂປ - ອົສຕຣາລີ ລົງນາມຂໍ້ຕົກລົງ ການດັກຈັບ ແລະ ກັກເກັບກາກບອນ ຂ້າມຊາຍແດນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 25 ພະຈິກ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ ແລະ ອຸດສາຫະກຳສິງກະໂປລາຍງານວ່າ, ສິງກະໂປ ແລະ ອົສຕຣາລີ ໄດ້ລົງນາມໃນຂໍ້ຕົກລົງເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍກາກບອນໄດອອກໄຊຂ້າມຊາຍແດນຈາກສິງກະໂປໄປຍັງອົສຕຣາລີ ສຳລັບການກັກເກັບທາງທໍລະນີວິທະຍານອກຝັ່ງ ຊຶ່ງເປັນການປູທາງໃຫ້ແກ່ການຮ່ວມມືດ້ານການດັກຈັບ ແລະ ເກັບຮັກສາກາກບອນລະຫວ່າງສອງປະເທດ.
ສີລັງກາ ອະນຸມັດເງິນກູ້ 30 ລ້ານໂດລາ ຈາກກອງທຶນ OPEC

ສີລັງກາ ອະນຸມັດເງິນກູ້ 30 ລ້ານໂດລາ ຈາກກອງທຶນ OPEC

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 24 ພະຈິກ ຜ່ານມາວ່າ: ຄະນະລັດຖະມົນຕີສີລັງກາໄດ້ອະນຸມັດຂໍ້ສະເໜີສຳລັບເງິນກູ້ 30 ລ້ານໂດລາ ຈາກກອງທຶນພັດທະນາສາກົນ OPEC. ເພື່ອສະໜັບສະໜູນໂຄງການປະຕິຮູບຂອງສີລັງກາເພື່ອການເຕີບໂຕ, ຄວາມຍືດຍຸ່ນ ແລະ ເປີດກວ້າງ ຊຶ່ງມີຮູບແບບການຈັດຫາແຫຼ່ງທຶນທີ່ສອດຄ່ອງກັບທຶນສະໜັບສະໜູນຈາກທະນາຄານໂລກພາຍໃຕ້ໂຄງການດຽວກັນ.
ນັບ​ມາ​ຮອດ​ທ້າຍ​ເດືອນ​ຕຸ​ລາ ຈີນ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ເພີ່ມ​ຂຶ້ນ 10.9%

ນັບ​ມາ​ຮອດ​ທ້າຍ​ເດືອນ​ຕຸ​ລາ ຈີນ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ເພີ່ມ​ຂຶ້ນ 10.9%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 25 ພະ​ຈິກ ຜ່ານມາ, ອົງ​ການ​ພະ​ລັງ​ງານ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ສະ​ຖິ​ຕິ​ກ່ຽວ​ກັບ​ພະ​ລັງ​ງານ​ໄຟ​ຟ້າ​ທົ່ວ​ປະ​ເທດ​ຈີນ​ລະ​ຫວ່າງ​ເດືອນ​ມັງ​ກອນ​-ເດືອນ​ຕຸ​ລາ​ປີ​ນີ້.
ທ່ານ ເລມິງຮຶງ ຮຽກຮ້ອງສ້າງແຜນພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງໂຕເລກໃຫ້ແກ່ປີ 2027

ທ່ານ ເລມິງຮຶງ ຮຽກຮ້ອງສ້າງແຜນພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງໂຕເລກໃຫ້ແກ່ປີ 2027

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ​ ​ໃນວັນ​ທີ 25 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລ​ມິງ​ຮຶງ ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ກ່າວ​ຄຳ​ເຫັນສະຫຼຸບກອງປະຊຸມກ່ຽວກັບ​ແຜນ​ການເຕີບໂຕປີ 2027 ແລະ ບັນ​ດາ​ມາດ​ຕະ​ການ​ບໍ​ລິ​ຫານ​ໃນ​ຊຸມເດືອນທີ່ຍັງເຫຼືອຂອງປີ 2026, ໂດຍໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆສຸມ​ໃສ່​ຢ່າງ​ເຂັ້ມງວດ, ຜັນ​ຂະ​ຫຍາຍ​ຢ່າງ​ຂ້ຽວຂາດບັນ​ດາ​ໜ້າ​ທີ່, ມາດ​ຕະ​ການແກ້ໄຂ​ເພື່ອ​ບັນ​ລຸເປົ້າ ໝາຍເຕີບໂຕປີ 2026; ສືບຕໍ່ຄວບຄຸມລາຄາ, ໄພເງິນເຟີ້, ​ຮັດ​ແໜ້ນ​ລະ​ບຽບ​ວິ​ໄນການລົງທຶນພາກລັດ ແລະ ​ຍູ້​ແຮງ​ການ​ປ່​ອຍ​ເງິນລົງທຶນ.
ອົສຕຣາລີ ມີຄວາມສ່ຽງຕໍ່ເສດຖະກິດຊຸດໂຊມລົງ ເພີ່ມສູງຂຶ້ນ

ອົສຕຣາລີ ມີຄວາມສ່ຽງຕໍ່ເສດຖະກິດຊຸດໂຊມລົງ ເພີ່ມສູງຂຶ້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 24 ພະຈິກ ຜ່ານມາ, ແມກຄົວຣີ ຊຶ່ງເປັນກຸ່ມບໍລິສັດບໍລິການດ້ານທະນາຄານຂະໜາດໃຫຍ່ຂອງອົສຕຣາລີ ໄດ້ເຕືອນວ່າ, ຍ້ອນໄດ້ຮັບຜົນກະທົບຈາກຫຼາຍປັດໄຈ ເຊັ່ນ: ໄພເງິນເຟີ້, ອັດຕາດອກເບ້ຍເພີ່ມຂຶ້ນ ແລະ ອັດຕາການວ່າງງານສູງຂຶ້ນເປັນຕົ້ນ, ຄວາມເປັນໄປໄດ້ທີ່ເສດຖະ ກິດອົສຕຣາລີຈະເຂົ້າສູ່ພາວະຊຸດໂຊມລົງມີເຖິງເກືອບ 50%.
ອິນເດຍ-ເນປານ ເປີດຂະບວນລົດໄຟຂ້າມຊາຍແດນ ສາຍໃໝ່

ອິນເດຍ-ເນປານ ເປີດຂະບວນລົດໄຟຂ້າມຊາຍແດນ ສາຍໃໝ່

ສຳນັກຂ່າວສານຊິນຮວາລາຍງານວ່າ: ທ່ານ ບາເລນທຣາ ຊາ ນາຍົກລັດຖະມົນຕີເນປານ ຊຶ່ງເດີນທາງຢ້ຽມຢາມປະເທດອິນເດຍຢ່າງເປັນທາງການໃນວັນທີ 22-23 ພະຈິກ ຜ່ານມາ, ພ້ອມດ້ວຍທ່ານ ນາເຣນດາ ໂມດີນາຍົກລັດຖະມົນຕີອິນເດຍ ໄດ້ຮ່ວມກັນເປີດຂະບວນລົດໄຟໂດຍສານ ຊາຣຢູ-ກາມາລາ ເອັກສເພຣສ (U-Kamala Express) ຊຶ່ງເປັນລົດໄຟຂ້າມຊາຍແດນສາຍໃໝ່ ຜ່ານລະບົບອອນລາຍ. ລົດໄຟຂະບວນໃໝ່ນີ້ມີກຳນົດຈະໃຫ້ບໍລິການອາທິດລະໜຶ່ງຄັ້ງ, ໂດຍແລ່ນເຊື່ອມຕໍ່ລະຫວ່າງ 2 ເມືອງສຳຄັນທາງສາສະໜາຄື: ເມືອງອະໂຍທະຍາ ໃນລັດອຸດຕະຣະປະເທດ ທາງພາກເໜືອຂອງອິນເດຍ ແລະ ເມືອງຈານັກປູຣ ຂອງເນປານ.
ເພີ່ມເຕີມ