![]() |
ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າ ອອປສ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໄອຍະການປະຊາຊົນປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ແລະ ທ່ານ ນາງ ພອນເພັດ ອຸ່ນແກ້ວ ຄະນະບໍລິຫານງານພັກ ຮອງຫົວໜ້າ ອອປສ ໄດ້ຜ່ານບົດສະຫຼຸບວຽກງານຕິດຕາມກວດກາ ການດຳເນີນຄະດີແພ່ງຂອງອົງການໄອຍະການປະຊາຊົນ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ ຮັບຟັງການປະກອບຄຳຄິດເຫັນຢ່າງກົງໄປກົງມາ ແລະ ມີເນື້ອໃນຢ່າງເລິກເຊິ່ງເປັນຕົ້ນຜົນສໍາເລັດ, ດ້ານອ່ອນ,ຂໍ້ຄົງຄ້າງ ແລະ ຊອກໃຫ້ເຫັນບັນຫາຂໍ້ຄົງຄ້າງສາເຫດຕົ້ນຕໍ ແລະ ວິທີການແກ້ໄຂຢ່າງມີລັກສະນະວິທະຍາສາດ, ໃຫ້ຖືກຕ້ອງກັບຕົວຈິງ ແລະ ກົດໝາຍ.
![]() |
ໃນພິທີ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ມອບໃບຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ມີ 4 ຮັບປະກັນປະຈໍາປີ 2025 ຂອງອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະ ຫານໃນຂອບເຂດທົ່ວປະເທດ ໂດຍມີກົມກອງທັງໝົດ 81 ກົມກອງ, ຍ້ອງຍໍ 63 ກົມກອງ, ຊົມເຊີຍ 18 ກົມກອງ, ມອບໃບຍ້ອງຍໍບຸກຄົນໃຫ້ພະນັກງານ-ລັດຖະກອນ, ອົງການໄອຍະການປະຊາຊົນທົ່ວປະເທດ ແລະ ອົງ ການໄອຍະການທະຫານທັງໝົດມີ 1,599 ທ່ານ ຍິງ 575 ທ່ານ, ໃບຊົມເຊີຍ 174 ທ່ານ ຍິງ 64 ທ່ານ. ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກຫຼາຍບັນຫາສໍາຄັນໃຫ້ອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານແຕ່ລະຂັ້ນ ຮີບຮ້ອນຈັດຕັ້ງຜັນຂະຫຍາຍຜົນສໍາເລັດກອງປະຊຸມຄັ້ງນີ້ໂດຍໄວ, ໂດຍຫັນເປັນທິດທາງໜ້າທີ່, ແຜນງານ ແລະ ໂຄງການລະອຽດ ແລະ ຊີ້ນໍາຈັດຕັ້ງປະຕິບັດໃຫ້ປະ ກົດຜົນເປັນຈິງ; ເພີ່ມທະວີການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນຢ່າງມີຈຸດສຸມ ແນໃສ່ປັບປຸງຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຮັບໃຊ້ປະຊາຊົນດ້ວຍຄວາມສັດຊື່ບໍລິສຸດ, ເດັດດ່ຽວກໍາຈັດ ແລະ ຕ້ານປະກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ; ສຸມໃສ່ການປັບປຸງກົງຈັກການຈັດຕັ້ງ, ການແຕ່ງຕັ້ງ, ການສັບຊ້ອນ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອປັບປຸງກົງຈັກການຈັດຕັ້ງຢູ່ສູນກາງ ແລະ ທ້ອງຖິ່ນເພື່ອສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດພາລະບົດບາດຂອງອົງການໄອຍະການປະຊາຊົນ; ເພີ່ມທະວີວຽກງານຕິດຕາມກວດກາການປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ; ສ້າງກົນໄກໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການທາງດ້ານກົດໝາຍ ແລະ ຫັນເອົາພະນັກງານຂັ້ນກົມລົງຕິດຕາມຊີ້ນໍາ-ນໍາພາ ແລະ ຊຸກຍູ້ການປະຕິບັດໜ້າທີ່ວຽກງານຢ່າງຮອບດ້ານຂອງທ້ອງຖິ່ນ ເພື່ອຮັບປະກັນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃຫ້ມີຄຸນນະ ພາບສູງຂຶ້ນກວ່າເກົ່າ; ເປັນໃຈກາງໃນການປະສານສົມທົບກັບພາກສ່ວນຕ່າງໆ ເພື່ອເຮັດໃຫ້ກົນໄກປະສານງານໄດ້ຮັບການຈັດຕັ້ງປະຕິບັດໃຫ້ສອດຄ່ອງ, ກົມກຽວ, ມີຄວາມເປັນເອກະພາບ ແລະ ຈັດຕັ້ງປະຕິບັດບັນທຶກຮ່ວມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VII ໃຫ້ເກີດດອກອອກຜົນ; ສືບຕໍ່ເອົາໃຈໃສ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຕາມແຜນການທີ່ວາງໄວ້ ເປັນຕົ້ນປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ, ສ້າງກົດໝາຍວ່າດ້ວຍຫຼັກຖານ, ສືບຕໍ່ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງຂອງອົງການໄອຍະການປະຊາຊົນສູນກາງຮອດທ້ອງຖິ່ນຢ່າງມີຈຸດສຸມ; ເພີ່ມທະວີວຽກງານກວດກາພາຍໃນໃຫ້ເປັນປົກກະຕິ ແລະ ເຂັ້ມງວດຂຶ້ນກວ່າເກົ່າ ພ້ອມທັງຍົກລະດັບຄວາມຮູ້ຄວາມສາມາດໃນການເຮັດວຽກງານກວດກາໃຫ້ແຂງແຮງ; ສືບຕໍ່ວຽກງານພົວພັນຮ່ວມມືກັບຕ່າງປະເທດ ເພື່ອຍາດແຍ່ງເອົາທຶນຮອນ ແລະ ເຕັກນິກ ເຂົ້າໃນການພັດທະນາວຽກງານໄອຍະການປະຊາຊົນໃຫ້ກ້າວໜ້າ ແລະ ທັນສະໄໝ. ກອງປະຊຸມໄດ້ດໍາເນີນໄປເປັນເວລາໜຶ່ງວັນດ້ວຍບັນຍາ ກາດຟົດຟື້ນ, ກົງໄປກົງມາ ແລະ ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ.
ຂ່າວ: ບຸນຕອມ, ພາບ: ບຸນອຸ້ມ


ຄໍາເຫັນ