ກອງພັນໃຫຍ່ 202 ປະກາດການຈັດຕັ້ງ ແລະ ເລື່ອນຊັ້ນໃຫ້ນາຍທະຫານ

ກອງພັນໃຫຍ່ 202 ປະກາດການຈັດຕັ້ງ ແລະ ເລື່ອນຊັ້ນໃຫ້ນາຍທະຫານ
ກອງພັນໃຫຍ່ 202 ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ເລື່ອນຊັ້ນໃຫ້ນາຍທະຫານ ຂຶ້ນໃນວັນທີ 27 ມີນາຜ່ານມາ ຢູ່ທີ່ສະໂມສອນກອງພັນດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ພັນໂທ ສົມໝາຍ ດອນພະຈັນ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 202, ມີຄະນະພັກ-ຄະນະບັນຊາຈາກ ພະແນກການ, ກົມກອງ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັນຕີ ພອນໄຊ ເພັງພານິດ ຫົວໜ້າຂະແໜງພະນັກງານ ພະແນກການເມືອງ ກອງພັນໃຫຍ່ 202 ໄດ້ຜ່ານຂໍ້ຕົກລົງຂອງກອງພົນທະຫານຮາບທີ 2 ສະບັບເລກທີ 25/ກພ ລົງວັນທີ 2 ກຸມພາ 2024 ວ່າດ້ວຍການແຕ່ງຕັ້ງຫົວໜ້າຂະແໜງການຢູ່ກອງພັນໃຫຍ່ 202 ໂດຍອີງຕາມທິດທາງການປັບປຸງ ບູລະນະກົງຈັກການຈັດຕັ້ງຂະແໜງການໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເພື່ອເຮັດສໍາເລັດໜ້າທີ່ການເມືອງໃນໄລຍະໃໝ່. ໃນນັ້ນ,  ກອງພົນທະຫານຮາບທີ 2 ຕົກລົງແຕ່ງຕັ້ງ ສະຫາຍ ຮ້ອຍໂທ ສົມຈິດ ໄຊຍະວົງ ເປັນຫົວໜ້າຂະແໜງບໍລິຫານ-ສັງລວມ ພະແນກເຕັກນິກ ກອງພັນໃຫຍ່ 202. ຈາກນັ້ນ ຍັງໄດ້ຜ່ານຂໍ້ຕົກລົງວ່າຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ, ໃນນັ້ນເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ຊັ້ນພັນຕີ 1 ສະຫາຍ, ຊັ້ນຮ້ອຍໂທ ຂຶ້ນຊັ້ນຮ້ອຍເອກ 1 ສະຫາຍ, ຊັ້ນຮ້ອຍຕີ ຂຶ້ນຊັ້ນຮ້ອຍໂທ 11 ສະຫາຍ ແລະ ເລື່ອນຊັ້ນ - ເລື່ອນທຽບຊັ້ນ ວາທີ ຂຶ້ນຊັ້ນ ຮ້ອຍຕີ 39 ສະຫາຍ.
ໃນໂອກາດດັ່ງກ່າວ, ສະຫາຍ ພັນໂທ ສົມໝາຍ ດອນພະຈັນ ໄດ້ຮຽກຮ້ອງຕໍ່ຜູ້ທີ່ໄດ້ຮັບໜ້າທີ່ ແລະ ຮັບການເລື່ອນຊັ້ນໃໝ່ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບການມອບໝາຍ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ຍົກສູງຄວາມສາມັກຄີໃຫ້ສະນິດແໜ້ນທັງພາຍໃນ ແລະ ພາຍນອກ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່ ແລະ ມີຄວາມເຂັ້ມແຂງ-ໜັກແໜ້ນໃນທຸກດ້ານ. 
(ພາບ-ຂ່າວ: ຄຳຊາຍ ກວ່າງຄຸນສີ) 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຂວງວຽງຈັນ ເຜີຍແຜ່ພາລະບົດບາດຂອງຫ້ອງການຄະນະກຳມະການສົ່ງເສີມ ແລະຄຸ້ມຄອງການລົງທຶນ

ແຂວງວຽງຈັນ ເຜີຍແຜ່ພາລະບົດບາດຂອງຫ້ອງການຄະນະກຳມະການສົ່ງເສີມ ແລະຄຸ້ມຄອງການລົງທຶນ

ກອງປະຊຸມເຜີຍແຜ່ພາລະບົດບາດການເຄື່ອນໄຫວຂອງຫ້ອງການຄະນະກຳມະການສົ່ງເສີມ ແລະຄຸ້ມຄອງການລົງທຶນແຂວງວຽງຈັນ ແລະ ປະກາດການຈັດຕັ້ງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ, ໂດຍການເປັນປະທານຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນປະທານຄະນະກຳມະການສົ່ງເສີມ ແລະຄຸ້ມຄອງການລົງທຶນແຂວງ.
ພະແນກ ຍທຂ ປາຖະກະຖາວັນສຳຄັນທາງປະຫວັດສາດຂອງພັກ-ຂອງຊາດ

ພະແນກ ຍທຂ ປາຖະກະຖາວັນສຳຄັນທາງປະຫວັດສາດຂອງພັກ-ຂອງຊາດ

ວັນທີ 12 ພະຈິກນີ້, ພະແນກໂຍທາທິການ ແລະຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ຈັດພິທີປາຖະກະຖາຄືນມູນເຊື້ອວັນສໍາຄັນທາງປະຫວັດສາດຂອງພັກ-ຂອງຊາດ, ຂອງປະເທດເພື່ອນມິດຍຸດທະສາດ ໂດຍການເຂົ້າຮ່ວມ ແລະປາຖະກະຖາຂອງ ທ່ານ ຄໍາເກັ່ງ ແກ້ວສຸວັນ ແລະທ່ານ ໂສວັດ ສີດາວົງ ຄະນະພັກຮາກຖານພະແນກ ຍທຂ.
ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ໃນວັນທີ 12 ພະຈິກ 2025, ກອງພົນທີ 2 ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ສອນເພັດ ຈັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 2, ມີບັນດາສະຫາຍ ຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ຕະຫລອດຮອດນັກກິລາເຂົ້າຮ່ວມ.
ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ວັນທີ 11 ພະຈິກຜ່ານມາ, ຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ຈັດພິທີເປີດນໍ້າ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ຂຶ້ນຢູ່ທີ່ກຸ່ມ ນາດີ ບ້ານ ຊານຫວ້າ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທີສານ ຕ່າງໜ້າພະແນກກະສີກຳ ແລະ ສິ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ວັນທີ 11 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໃນນາມຜູ້ສໍາປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ.
ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ໃນວັນທີ 12 ພະຈິກ 2025 ນີ້, ການນໍາຂອງອົງການກາແດງແຫ່ງຊາດລາວໄດ້ເຂົ້າວາງພວງມະລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ)ແລະ ວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນ ປະທານໄກສອນ ພົມວິຫານ
ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ໃນວັນທີ 10ພະຈິກຜ່ານມານີ້້, ຄະນະພະແນກການເງິນແຂວງໄຊຍະບູລີໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງບໍ່ແຕນ ຊຶ່ງນຳໂດຍທ່ານ ປະຖົມ ບຸນຍາວົງຮອງຫົວໜ້າພະແນກ ການເງິນແຂວງ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ການຈັດຕັງປະຕິບັດແຜນງົບປະມານແຫ່ງລັດຢູ່ເມືອງບໍ່ແຕນໃນໄລຍະ 10 ເດືອນ ແລະ 2 ເດືອນທ້າຍປີ 2025.
ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ເພື່ອຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 98/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍ ການຮັບຮອງເອົາຜົນການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 4 ສະບັບ ແລະ ຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 192/ອອປສ, ລົງວັນທີ 12 ມີນາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ແຜນການເຄື່ອນໄຫວ ຂອງຄະນະຮັບຜິດຊອບຄົ້ນຄວ້າ ແລະ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ວັນທີ 11 ພະຈິກ 2025 ທີ່ຫ້ອງປະຊຸມຕະຫຼາດຫຼັກຊັບລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ (10/2010–10/2025) ພາຍໃຕ້ການເປັນປະທານ ແລະ ມອບໃບຍ້ອງຍໍຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ),ທ່ານ ນາງ ບຸນຄຳ ວິລະຈິດ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍຮອງປະທານ ຄຄຊ ບັນດາອະດີດພະນັກງານ ແລະ ບັນດາພະນັກງານທີ່ປະກອບສ່ວນໃນວຽກງານສ້າງຕັ້ງຕະຫຼາດທຶນ, ບັນດາຜູ້ມີສ່ວນຮ່ວມ ແລະ ອົງການຈັດຕັ້ງສາກົນກ່ຽວຂ້ອງ ເຂົ້າຮ່ວມ.
ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເພີ່ມເຕີມ