ກອງພັນໃຫຍ່ 502 ເປີດຊຸດອົບຮົມໄລຍະສັ້ນ ວິຊາສະເພາະເຫຼົ່າຮົບສື່ສານ

ກອງພັນໃຫຍ່ 502 ເປີດຊຸດອົບຮົມໄລຍະສັ້ນ ວິຊາສະເພາະເຫຼົ່າຮົບສື່ສານ
ໃນວັນທີ 14 ພຶດສະພາ 2024 ນີ້, ກອງພັນໃຫຍ່502 ທີ່ຂຶ້ນກັບກອງພົນທີ5 ໄດ້ເປີດຊຸດອົບຮົມໄລຍະສັ້ນໃຫ້ພະນັກງານ ວິຊາສະເພາະເຫຼົ່າຮົບສື່ສານ ,  ໂດຍການເປັນປະທານຂອງ ທ່ານ ພັນໂທ ຈິດຕະກອນ ພຸດທະວົງ  ຫົວໜ້າພະແນກເສນາທິການກອງພັນໃຫຍ່502, ມີຄະນະພັກ-ຄະນະບັນຊາກົມກອງ, ຂະແໜງການ ພ້ອມດ້ວຍພະນັກງານ-ນັກຮົບ ວິຊາສະເພາະສື່ສານທົ່ວກົມກອງເຂົ້າຮ່ວມ.
    ໃນພິທີ ທ່ານ ຮ້ອຍເອກ ສອນໄຊ ກົມມະເມືອງ  ຫົວໜ້າການເມືອງກອງຮ້ອຍສື່ສານ ກອງພັນໃຫຍ່502 ກໍ່ໄດ້ຂຶ້ນຜ່ານແຜນການອົບຮົມ-ຫັດແອບໄລຍະສັ້ນວິຊາສະເພາະເຫຼົ່າຮົບສື່ສານ,  ທັງນີ້ກໍ່ເພື່ອເປັນການຍົກສູງລະດັບຄວາມຮູ້-ຄວາມສາມາດທາງດ້ານການນໍາໃຊ້ລະບົບເຄື່ອງຈັກຕິດຕໍ່ສື່ສານ ໃຫ້ແກ່ພະນັກງານ ວິຊາສະເພາະສື່ສານ  ໃຫ້ມີຄວາມ ຄ່ອງແຄ້ວ ແລະ ສໍານິສໍານານ ຮູ້ນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ໄດ້ຮັບຜົນດີ.
ການຝຶກອົບຮົມ-ຫັດແອບໃນຄັ້ງນີ້ ແມ່ນຈະເອົາເນື້ອໃນຫົວຂໍ້ບົດຮຽນຄື: ຈັກລວມ 30 ປະຕູ, ຈັກລວມ 20 ປະຕູ, ຈັກໂທລະສັບ HDX 1 A , ຈັກຄື້ນສຸດສັ້ນ PR9560, ຢັງສາຍ, ກູ້ສາຍ ແລະ ຕໍ່ສາຍ, ຍຸດທະວິທີ, ກາງຫຼັກອັງແຕນ. ການອົບຮົມໃນຄັ້ງນີ້ ແມ່ນຈະໃຊ້ເວລາ 30 ວັນ ຈຶ່ງຈະສໍາເລັດ. 
    ໂອກາດດັ່ງກ່າວ ສະຫາຍ ພັນໂທ ຈິດຕະກອນ ພຸດທະວົງ ກໍ່ໄດ້ໃຫ້ກຽດໂອ້ລົມ ຕໍ່ພະນັກງານວິຊາສະເພາະສື່ສານຊຶ່ງກ່ອນອື່ນ ສະຫາຍ ໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນ ປັດຈຸບັນຍັງມີການຜັນແປໄປຢ່າງສັບສົນພວກເຮົາຕ້ອງໄດ້ເອົາໃຈໃສ່ ປັບປຸງແກ້ໄຂ ກໍ່ສ້າງກໍາລັງໃຫ້ເຂັ້ມແຂງ ເພື່ອຮັບມືສະພາບການດັ່ງກ່າວ, ໂດຍສະເພາະກໍ່ແມ່ນວຽກງານຕິດຕໍ່ສື່ສານ ຮັບປະກັນທາງດ້ານວຽກງານກຽມພ້ອມສູ້ຮົບໃຫ້ແກ່ກົມກອງ  ກໍ່ຄືຂັ້ນເທິງ, ໃນນີ້ທ່ານຍັງໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມ ຈົ່ງພ້ອມກັນເພີ່ມທະວີຄວາມຮັບຜິດຊອບໃຫ້ສູງ, ເອົາໃຈໃສ່ຄົ້ນຄ້ວາຮໍ່າຮຽນ, ສົມທົບລະຫວ່າງທິດສະດີ-ຫຼັກການ ໃຫ້ສໍານິສໍານານໃນການປະຕິບັດວຽກງານວິຊາສະເພາະ ເພື່ອເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ຕາມການຈັດຕັ້ງຂັ້ນເທິງມອບ
ໝາຍໃຫ້. (ຂ່າວ: ສົມພອນໄຊ ພັນທ້າວ -ພາບ: ຕະວັນ ເພັດວົງພັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພ້ອມແລ້ວ ທີ່ຈະຈັດງານວາງສະແດງສິນຄ້າ 3 ປະເທດ

ພ້ອມແລ້ວ ທີ່ຈະຈັດງານວາງສະແດງສິນຄ້າ 3 ປະເທດ

ພາຍຫຼັງທີ່ໄດ້ມີການຫ້າງຫາກະກຽມ ມາເປັນເວລາເກືອບເດືອນ ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງເຊກອງ ສະບັບເລກທີ 72/ຈຂ,ຊກ ລົງວັນທີ 30 ເມສາ 2025 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຈັດງານແລກປ່ຽນບົດຮຽນ 3 ປະເທດ ແລະ ມາຮອດປັດຈຸບັນ, ພ້ອມແລ້ວ ໃນການຈັດງານວາງສະແດງສິນຄ້າ 3 ປະເທດ (ລາວ, ໄທ ແລະ ຫວຽດນາມ) ຊຶ່ງຈະຈັດຂຶ້ນທີ່ສູນການຄ້າແຂວງເຊກອງ.
ເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແຕ່ຈຸດຄຸ້ມບ້ານມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ

ເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແຕ່ຈຸດຄຸ້ມບ້ານມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ

ພິທີເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແບບລຽງຫີນຕາມຄວາມເນີນ ແຄມແມ່ນໍ້າຂອງ ແຕ່ຈຸດຄຸ້ມບ້ານ ມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ລະຫວ່າງ ພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງບໍ່ແກ້ວ ເຈົ້າຂອງໂຄງການ ກັບ ບໍລິສັດ ແກ້ວຈະເລີນ ກໍ່ສ້າງ-ສ້ອມແປງຊົນລະປະທານ ຂົວ-ທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາ, ໄດ້ຈັດຂຶ້ນໃນວັນທີ 21 ພຶດສະພາຜ່ານມາ ຢູ່ທີ່ພະແນກ ຍທຂ ແຂວງ.
ສະພາປະຊາຊົນ ນວ ຮັບຮອງເອົາການສ້າງຕັ້ງ “ຕາແສງຊ້າງມີໄຊ”

ສະພາປະຊາຊົນ ນວ ຮັບຮອງເອົາການສ້າງຕັ້ງ “ຕາແສງຊ້າງມີໄຊ”

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ທີ່ເປີດຂຶ້ນໃນຕອນເຊົ້າວັນທີ 22 ພຶດສະພານີ້ ທີ່ຫ້ອງວ່າການສໍານັກງານປົກຄອງ ນວ, ໃນວັນດຽວກັນ ກອງປະຊຸມກໍໄດ້ປິດລົງດ້ວຍຜົນສຳເລັດ.
ກວດກາໂຄງການຕິດຕັ້ງ, ສ້ອມແປງ ແລະ ຂະຫຍາຍໄຟຟ້າ ເມືອງຫົງສາ

ກວດກາໂຄງການຕິດຕັ້ງ, ສ້ອມແປງ ແລະ ຂະຫຍາຍໄຟຟ້າ ເມືອງຫົງສາ

ເມື່ອບໍ່ດົນມານີ້, ຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນເມືອງ ໄດ້ລົງກວດກາໂຄງການຕິດຕັ້ງ, ສ້ອມແປງ ແລະ ຂະຫຍາຍໄຟຟ້າເຍືອງທາງລະບົບໄຟຟ້າຖາວອນ 4 ບ້ານຂອງເມືອງຫົງສາ ແຂວງໄຊຍະບູລີ ຄື: ບ້ານຫ້ວຍຈ້ວງ ຕິດຕັ້ງ 30 ຊຸດ, ບ້ານພູແລ້ງກາງ ຕິດຕັ້ງ 10 ຊຸດ, ບ້ານແທ່ນຄຳ 20 ຊຸດ ແລະ ບ້ານສີບູນເຮືອງ 40 ຊຸດ, ລວມທັງໝົດ 100 ຊຸດ.
ສະພາບເງິນຕາຂອງລາວມີສັນຍານເປັນບວກ

ສະພາບເງິນຕາຂອງລາວມີສັນຍານເປັນບວກ

ໂດຍ: ຣັດສະໝີ ດວງສັດຈະ ຜູ້ຂຽນ ໄດ້ມີໂອກາດເຂົ້າໄປພົວພັນວຽກງານຢູ່ທະນາຄານແຫ່ງ ສປປ ລາວ ກໍໄດ້ພົບປະກັບ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມບໍລິການ ທະນາຄານແຫ່ງ ສປປ ລາວ ຊຶ່ງທ່ານໄດ້ຜ່ານການເປັນຫຼາຍຫົວໜ້າກົມແລະ ຫ້ອງການ ຂອງທະນາຄານກາງ
ເຜີຍແຜ່ວຽກງານກົດລະຫັດອາຫານສາກົນ

ເຜີຍແຜ່ວຽກງານກົດລະຫັດອາຫານສາກົນ

ກອງປະຊຸມເຜີຍແຜ່ວຽກງານກົດລະຫັດອາຫານສາກົນ ໄດ້ຈັດຂຶ້ນໃນວັນທີ 20-22 ພຶດສະພານີ້ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ຄິຢອງ ມີ ຄິມ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ຮອງລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜົນສຳເລັດຂອງກ້ອນກຳລັງກອງທັບປະຊາຊົນລາວ ເຂົ້າຮ່ວມສວນສະໜາມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ

ຜົນສຳເລັດຂອງກ້ອນກຳລັງກອງທັບປະຊາຊົນລາວ ເຂົ້າຮ່ວມສວນສະໜາມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ

ໂດຍ: ບິກໄຊ ສົມພູ ໂດຍອີງຕາມທິດຊີ້ນໍາຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບວາງອອກ ເວົ້າລວມ ເວົ້າສະເພາະ ກໍຄືຂັ້ນເທິງໄດ້ມອບໝາຍໜ້າທີ່ໃຫ້ກອງພັນໃຫຍ່ 11 ເຂົ້າຮ່ວມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ,
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ

ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ

ໃນວາລະການດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ IIໃນວັນທີ 22 ພຶດສະພານີ້ ທີ່ຫ້ອງວ່າການປົກຄອງ ນວ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ໄດ້ລາຍງານກ່ຽວກັບການຄົ້ນຄວ້າສ້າງຕັ້ງຕາແສງ (ທົດລອງ) ຢູ່ເມືອງໄຊທານີ ໃຫ້ຮູ້ວ່າ: ພາຍຫຼັງລັດຖະທໍາມະນູນສະບັບປັບປຸງໃໝ່, ຮ່າງກົດໝາຍການປົກຄອງທ້ອງຖິ່ນສະບັບປັບປຸງທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝວິສາມັນເທື່ອ 2
ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ໄດ້ເປີດຂຶ້ນໃນວັນທີ 22 ພຶດສະພານີ້ ທີ່ຫ້ອງວ່າການປົກຄອງ ນວ, ພາຍໃຕ້ການເປັນປະທານຂອງທ່ານນາງລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກ ຮອງປະທານສະພາປະຊາຊົນ ນວ, ທ່ານ ບຸນທາມ ພຸດທະວົງສາ ຄະນະພັກ ຮອງປະທານສະພາປະຊາຊົນ ນວ,
ຫາລື​​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ

ຫາລື​​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ

ໃນລະຫວ່າງວັນທີ 21-22​ ພືດສະພານີ້ ຢູ່ໂຮງແຮມຈໍາປາສັກແກຣນ ແຂວງຈໍາປາສັກ,​ ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງ​ແວດລ້ອມ​ ຮ່ວມກັບ​ ພະແນກ​ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງ​ແວດລ້ອມ​ (ຊສ)​ ແຂວງ​ຈໍາປາສັກ​ ໄດ້ຈັດກອງປະຊຸມປຶກສາຫາລື​ ຂັ້ນແຂວງ​ (ພາກໃຕ້)​ ກ່ຽວກັບ​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ 2026​-2030 ໂດຍການສະໜັບສະໜູນຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ລາວ​.​
ເພີ່ມເຕີມ