ກອງພົນທີ 2 ຈັດພິທີປູກຕົ້ນໄມ້

ກອງພົນທີ 2 ຈັດພິທີປູກຕົ້ນໄມ້

ກອງພົນທີ 2 ຈັດພິທີປູກຕົ້ນໄມ້
ກອງພົນທີ 2 ໄດ້ຈັດພິທີປູກຕົ້ນໄມ້ ຂຶ້ນໃນວັນທີ 1 ມິຖຸນາ ຜ່ານມາ, ທີ່ກອງຮ້ອຍ 27 ທີ່ຂຶ້ນກັບກອງພົນທີ 2 ໂດຍການເປັນປະທານຂອງສະຫາຍ ພັນເອກ ສອນເພັດ ຈັນສົມ ຫົວໜ້າການທະຫານ ກອງພົນທີ 2 ມີຄະນະພັກ-ຄະນະບັນຊາ, ອົງການ, ກົມກອງ ແລະ ພະນັກງານ-ນັກຮົບທົ່ວກອງຮ້ອຍເຂົ້າຮ່ວມ.
ກອງພນທ 2 ຈດພທປກຕນໄມ - image 1
 

ສະຫາຍ ພັນເອກ ບຸນກ່ຳ ພິມພົງພັນ ຫົວໜ້າຫ້ອງພະລາທິການ ກອງພົນທີ 2 ກ່າວວ່າ: ໃນໄລຍະຜ່ານມາ, ພັກ ແລະ ລັດຖະບານ ສປປ ລາວ ເຫັນໄດ້ຄວາມສຳຄັນ ແລະ ຄຸນປະໂຫຍດຢ່າງຫຼວງຫຼາຍຂອງປ່າໄມ້ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ພັກ ແລະ ລັດຖະບານ ສປປ ລາວ ຈຶ່ງໄດ້ກຳນົດເອົາວັນທີ 1 ມິຖຸນາຂອງທຸກໆປີ ຊຶ່ງກົງກັບວັນເດັກນ້ອຍສາກົນ ເປັນວັນປູກຕົ້ນໄມ້ແຫ່ງຊາດ ໂດຍທຸກປີ ພະນັກງານທະຫານ, ຕຳຫຼວດ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນຕ່າງໆ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດໄດ້ພາກັນຈັດກິດຈະກຳຢ່າງເປັນຂະບວນຟົດຟື້ນ ເພື່ອປູກຕົ້ນໄມ້ໃຫ້ເປັນປ່າ ແນໃສ່ເຮັດໃຫ້ເນື້ອທີ່ປ່າຂຽວສົດງົດງາມ ທັງເປັນການປູກຈິດສຳນືກໃຫ້ທຸກຄົນຮູ້ຈັກຄຸ້ມຄອງປົກປັກຮັກສາຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມໃຫ້ມີຄວາມອຸດົມສົມບູນ ເປັນຕົ້ນແມ່ນພູຜາປ່າດົງໃຫ້ຄົງຢູ່ກັບ ສປປ ລາວ ກໍຄືປະຊາຊົນລາວ ແລະ ລູກຫຼານລາວຕະຫຼອດໄປ.

ກອງພນທ 2 ຈດພທປກຕນໄມ - image 2
 

ຊຶ່ງໃນນັ້ນກອງພົນທີ 2 ໄດ້ຈັດຕັ້ງພິທີປູກຕົ້ນໄມ້ເປັນປະຈຳທຸກໆປີ ໂດຍຈັດຕັ້ງປູກໃສ່ຂອບເຂດອົງການ, ກົມກອງທີ່ເຫັນວ່າມີເງື່ອນໄຂ ແລະ ຄວາມເໝາະສົມ ເພື່ອເປັນການປະກອບສ່ວນໃນການສ້າງຄວາມສົມດູນໃຫ້ທຳມະຊາດ. ດັ່ງນັ້ນ, ກອງພົນທີ 2 ຈຶ່ງໄດ້ຕົກລົງຈັດພິທີປູກຕົ້ນໄມ້ແຫ່ງຊາດປະຈຳປີ 2026 ຢູ່ບໍລິເວນກອງຮ້ອຍ 27 ໃນເນື້ອທີ່ 2 ເຮັກຕາ, ມີຕົ້ນຢາງພາລາຈຳນວນ 1,200 ຕົ້ນ ຊຶ່ງເປັນການປະກອບສ່ວນສ້າງໃຫ້ພື້ນທີ່ຂອບເຂດກອງຮ້ອຍ 27 ມີພື້ນທີ່ສີຂຽວເພີ່ມຂຶ້ນ ເວົ້າລວມ, ເວົ້າສະເພາະ ແມ່ນການສ້າງເສດຖະກິດຈາກການປູກຕົ້ນໄມ້ອຸດສາຫະກຳໃນອະນາຄົດ.

ຂ່າວ: ອານຸສັກ ອຳພັນວິໄລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວປກ ເຜີຍແຜ່ການປັບປຸງໂຄງການຫຼັກສູດ

ວປກ ເຜີຍແຜ່ການປັບປຸງໂຄງການຫຼັກສູດ

ໃນວັນທີ 2 ມິຖຸນາ ຜ່ານມາ, ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ (ວປກ) ໄດ້ຈັດກອງປະຊຸມເຜີຍແຜ່ການປັບປຸງໂຄງການຫຼັກສູດ ແລະ ເນື້ອໃນເອກະສານຝຶກອົບຮົມວຽກງານປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ໃຫ້ພະນັກງານນໍາພາ-ຄຸ້ມຄອງຊຸດທີ XXII, ໂດຍການເປັນປະທານຂອງສະຫາຍພົນຕີ ພັນແສງ ບຸນພັນ ຫົວໜ້າການທະຫານ ວປກ, ມີສະຫາຍພົນຈັດຕະວາ ສອນໄຊ ຈັນຍາລາດ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະອຳນວຍການ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບວຽກງານໂຄສະນາຕ້ານການຄ້າມະນຸດ

ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບວຽກງານໂຄສະນາຕ້ານການຄ້າມະນຸດ

ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມທົບທວນການສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດກ່ຽວກັບການໂຄສະນາຕ້ານການຄ້າມະນຸດໃນວັນທີ 4 ມິຖຸນາ ຜ່ານມາ, ເປັນປະທານໂດຍສະຫາຍ ພັທ ວັນປະດິດຈັນທະວົງ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ມີຄະນະຮັບຜິດຊອບຈາກກົມສື່ມວນຊົນ ປກສ, ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ແລະ ຄະນະຮັບຜິດຊອບຈາກລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດເຂົ້າຮ່ວມ.
ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ ປະຈຳ 5 ເດືອນ ຕົ້ນປີ 2026 ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້ ທີ່ ເມືອງ​ແກ່ນ​ທ້າວ ໂດຍການເປັນປະທານຂອງ ທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວຂັ້ນເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ນະ​ຄອນ​ປາກ​ເຊ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ

ນະ​ຄອນ​ປາກ​ເຊ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ປະຈຳປີ 2025 ໃຫ້ 13 ໜ່ວຍພັກນຮາກຖານ ທີ່ຂຶ້ນກັບອົງຄະນະພັກນະຄອນປາກເຊ. ຈັດຂື້ນໃນວັນທີ 4 ມິຖຸນາ 2026, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍະເດດ ທອງສະຫັວນ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກນະຄອນປາກເຊ, ມີເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກພາຍໃນ 13 ໜ່ວຍພັກ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ແຂວງວຽງຈັນ- ແຂວງອຸດົມໄຊ ແລກປ່ຽນບົດຮຽນຮອບດ້ານ ຮ່ວມກັນ

ອົງການໄອຍະການປະຊາຊົນ ແຂວງວຽງຈັນ- ແຂວງອຸດົມໄຊ ແລກປ່ຽນບົດຮຽນຮອບດ້ານ ຮ່ວມກັນ

ກອງປະຊຸມແລກປ່ຽນບົດຮຽນຮອບດ້ານ ລະຫວ່າງ ອົງການໄອຍະການປະຊາຊົນ ແຂວງວຽງຈັນ ແລະ ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນວັນທີ 4 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມພະແນກການຕ່າງປະເທດ ແຂວງວຽງຈັນ. ໂດຍມີຄະນະນຳ, ຫົວໜ້າ,ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານວິຊາການ ຂອງທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນ ອະນຸມັດໃຫ້ ບໍລິສັດ VML ພັດທະນາຈຸດເຊັກພອຍ-ຈຸດຊົມວິວກຳແພງຍັກ

ຄຳມ່ວນ ອະນຸມັດໃຫ້ ບໍລິສັດ VML ພັດທະນາຈຸດເຊັກພອຍ-ຈຸດຊົມວິວກຳແພງຍັກ

ພິທີເຊັນສັນຍາສຳປະທານເນື້ອທີ່ດິນ 30,767 ຕາແມັດ ເພື່ອພັດທະນາໂຄງການກໍ່ສ້າງ ຈຸດເຊັກພອຍ, ຮ້ານກາເຟ, ຮ້ານອາຫານ, ຮ້ານຂາຍເຄື່ອງຝາກທີ່ລະນຶກ ແລະ ຈຸດຊົມວິວ ກຳແພງຍັກ ຢູ່ເຂດບ້ານ ໃໝ່ໂພສີ ເມືອງ ທ່າແຂກ ແຂວງ ຄໍາມ່ວນ ລະຫວ່າງ ຄະນະກຳມະການປົກຄອງແຂວງ ແລະ ບໍລິສັດ ວີເອັມແອວ (VML) ຈຳກັດຜູ້ດຽວ.
ກະຊວງ ປກສ ປາຖະກະຖາ ວັນສຳຄັນຂອງພັກ-ຂອງຊາດ

ກະຊວງ ປກສ ປາຖະກະຖາ ວັນສຳຄັນຂອງພັກ-ຂອງຊາດ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 140 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ ໃນວັນທີ 4 ມິຖຸນານີ້,
ເປີດນໍາໃຊ້ລະບົບພາສີທັນສະໄໝ

ເປີດນໍາໃຊ້ລະບົບພາສີທັນສະໄໝ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ໄດ້ຈັດຂຶ້ນໃນວັນທີ 1 ມິຖຸນາຜ່ານມາ ທີ່ດ່ານພາສີສາກົນທ່າບົກທ່ານາແລ້ງ ແລະ ຂົວມິດຕະພາບ I ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ປະກາດສ້າງຕັ້ງຕາແສງພູຖ້ຳພວງ ເປັນຕາແສງທຳອິດຂອງເມືອງລະຄອນເພັງ

ປະກາດສ້າງຕັ້ງຕາແສງພູຖ້ຳພວງ ເປັນຕາແສງທຳອິດຂອງເມືອງລະຄອນເພັງ

ພິທີປະກາດສ້າງຕັ້ງຕາແສງພູຖ້ຳພວງ ເປັນຕາແສງທຳອິດຂອງເມືອງລະຄອນເພັງ ແຂວງ​ສາ​ລະ​ວັນ ໄດ້ຈັດຂື້ນໃນວັນທີ 3 ມິຖຸນາ 2026, ທີ່ຕາແສງພູຖ້ຳພວງ, ໂດຍມີ ທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊົນແຂວງສາລະວັນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປກ ເຜີຍແຜ່ເອກະສານ-ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ

ປກ ເຜີຍແຜ່ເອກະສານ-ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ

ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີເຜີຍແຜ່ເອກະສານເສີມຂະຫຍາຍທາດແທ້ ແລະ ມູນເຊື້ອຂອງກຳລັງພະລາທິການປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ (2 ພຶດສະພາ 1971-2 ພຶດສະພາ 2026) ແລະ ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ ໃນວັນທີ 3 ມິຖຸນາຜ່ານມາ, ເປັນປະທານໂດຍສະຫາຍ ພົຈວ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການ ປກ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ເພີ່ມເຕີມ