ກົງສູນໃຫຍ່ສສຫວຽດນາມ ພົບປະເຈົ້າແຂວງຊຽງຂວາງ

ກົງສູນໃຫຍ່ສສຫວຽດນາມ ພົບປະເຈົ້າແຂວງຊຽງຂວາງ
ທ່ານ ກ່ຽວ ຖິຮັ່ງຟຸກ ກົງສູນໃຫຍ່ ສສຫວຽດນາມ ປະຈຳພາກເໜືອ ລາວ ພ້ອມດ້ວຍຄະນະໄດ້ພົບປະ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ໃນວັນທີ 13 ມີນາຜ່ານມາ ທີ່ຫ້ອງວ່າການແຂວງ ຊຶ່ງທ່ານກົງສູນໃຫຍ່ໄດ້ລາຍງານການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງໃນຄັ້ງນີ້ ເພື່ອອວຍພອນວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ປີໃໝ່ລາວທີ່ຈະໝູນວຽນມາເຖິງນີ້. ໜຶ່ງປີຜ່ານມາພວກເຮົາໄດ້ ມອບ-ຮັບໂຮງໝໍມິດຕະພາບລາວ-ຫວຽດນາມ, ສຳເລັດການກໍ່ສ້າງຫໍບູຊາທີ່ບ້ານຍວນ, ສືບຕໍ່ໂຄສະນາເຜີຍແຜ່ໃຫ້ຄົນຮຸ່ນໜຸ່ມຮູ້ເຖິງສາຍພົວພັນມິດຕະພາບຫວຽດນາມ-ລາວ ແລະ ການຮາວມມືດ້ານອື່ນໆ. 
ໂອກາດນີ້, ທ່ານເຈົ້າແຂວງຊຽງຂວາງໄດ້ສະແດງຄວາມຂອບໃຈຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງຈະສືບຕໍ່ຊີ້ນຳ, ປັບປຸງ, ຄຸ້ມຄອງຊາວຫວຽດນາມທີ່ດຳລົງຊີວິດຢູ່ແຂວງຊຽງຂວາງ ແລະ ສະມາຄົມນັກທຸລະກິດຊາວຫວຽດນາມ, ແຂວງແຮກສ່ຽວແມ່ນໄດ້ແລກປ່ຽນບົດຮຽນເປັນປົກກະຕິ, ການຄ້າຂາຍລຽບຕາມຊາຍແດນແມ່ນມີຄວາມຄຶກຄື້ນຫຼາຍ. ນອກນີ້ ທ່ານຍັງລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງຊຽງຂວາງ, ການເສີມຂະຫຍາຍຮ່ວມມືພົວພັນ ແລະ ປົກປັກຮັກສາເສີມສ້າງຄວາມສາມັກຄີພິເສດລາວ-ຫວຽດນາມໃຫ້ງອກງາມຂຶ້ນເລື້ອຍໆ
(ຂ່າວ: ບຸນມີແສງທຸມມີ)

ຄໍາເຫັນ

ຂ່າວການຮ່ວມມື

ທະຫານແຂວງ ບິ່ງດິ້ງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງບັນຊາການທະຫານແຂວງ ອັດຕະປື.

ທະຫານແຂວງ ບິ່ງດິ້ງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງບັນຊາການທະຫານແຂວງ ອັດຕະປື.

ໃນວັນທີ 16 ມິຖຸນາຜ່ານມານີ້, ຄະນະຜູ້ແທນກອງບັນຊາການທະຫານແຂວງ ບິ່ງດິ້ງ ກອງທັບປະຊາຊົນຫວຽດນາມ ສສ ຫວຽດນາມ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງບັນຊາການທະຫານແຂວງ ອັດຕະປື, ນຳໂດຍ ສະຫາຍ ພັນເອກ ຫງວຽນ ຊວນ ເຊີນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ບິ່ງດິ້ງ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສີສົມໃຈ ມະໂນລາ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ອັດຕະປື ພ້ອມດ້ວຍຄະນະເຂົ້າຮ່ວມ.
ງານວາງສະແດງອຸດສາຫະກຳການຂົນສົ່ງທາງອາກາດສາກົນທຽນຈີນ ຄັ້ງທີ III ​ຈັດຂຶ້ນເພື່ອຊຸກຍູ້ການຮ່ວມມືທີ່ມີຜົນປະໂຫຍດຊຶ່ງກັນ ແລະ ກັນ

ງານວາງສະແດງອຸດສາຫະກຳການຂົນສົ່ງທາງອາກາດສາກົນທຽນຈີນ ຄັ້ງທີ III ​ຈັດຂຶ້ນເພື່ອຊຸກຍູ້ການຮ່ວມມືທີ່ມີຜົນປະໂຫຍດຊຶ່ງກັນ ແລະ ກັນ

ງານວາງສະແດງອຸດສາຫະກຳການຂົນສົ່ງທາງອາກາດສາກົນທຽນຈີນ (TISIE) ຄັ້ງທີ III​ໄດ້ຈັດ​ຂຶ້ນ​ຢູ່​ເທດສະບານ​ທຽນຈີນ​, ທາງ​ພາກ​ເໜືອ​ຂອງ​ຈີນ​ໃນ​ວັນ​ພະຫັດທີ່ຜ່ານມາ​ນີ້, ​ໄດ້​ດຶງ​ດູດ​ຄວາມສົນ​ໃຈ ​ແລະ ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດຕ່າງໆຫຼາຍກວ່າ 440 ວິ​ສາ​ຫະກິດ.
ຫາລື ການຈັດສົ່ງແຮງງານລາວໄປເຮັດວຽກການປະມົງທີ່ ສ ເກົາຫຼີ

ຫາລື ການຈັດສົ່ງແຮງງານລາວໄປເຮັດວຽກການປະມົງທີ່ ສ ເກົາຫຼີ

ກອງປະຊຸມປຶກສາຫາລືກ່ຽວກັບການຈັດສົ່ງແຮງງານລາວໄປເຮັດວຽກການປະມົງທີ່ ສ ເກົາຫຼີ (ວີຊາ E-10-2) ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນສວນ ໄຊຍະສິນ ຫົວໜ້າພະແນກຈັດຫາງານໄປຕ່າງປະເທດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ມີຕາງໜ້າຈາກ 5 ບໍລິສັດຄຸ້ມຄອງ ແລະ ນໍາເຂົ້າແຮງງານຂອງ ສ ເກົາຫຼີ, 9 ບໍລິສັດຈັດຫາງານໃນ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີອົງການຮ່ວມມືທາງລົດໄຟຄັ້ງທີ 52

ກອງປະຊຸມລັດຖະມົນຕີອົງການຮ່ວມມືທາງລົດໄຟຄັ້ງທີ 52

ກອງປະຊຸມລັດຖະມົນຕີອົງການຮ່ວມມືທາງລົດໄຟ (OSJD) ຄັ້ງທີ 52 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-13 ມິຖຸນາຜ່ານມາ ທີ່ເມືອງຊິງຕ່າວ ສປ ຈີນ ໂດຍມີຜູ້ຕາງໜ້າຈາກ 21 ປະເທດສະມາຊິກລວມທັງ ສປ ຈີນ, ຣັດເຊຍ, ລາວ, ສ ເກົາຫຼີ, ຮັງກາຣີ, ມີຜູ້ຕາງໜ້າຈາກຄະນະກຳມະການປະສານງານສາກົນກ່ຽວກັບການຂົນສົ່ງຂ້າມແດນເອີຣົບ-ອາຊີ ແລະ ຄະນະກຳມະການຮ່ວມມືທາງລົດໄຟ, ຜູ້ຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ, ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອໍານວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນຈໍາກັດເຂົ້າຮ່ວມ.
ອັດຕະປື-ກອນຕູມ ແລກປ່ຽນບົດຮຽນດ້ານວຽກງານຍຸຕິທຳ

ອັດຕະປື-ກອນຕູມ ແລກປ່ຽນບົດຮຽນດ້ານວຽກງານຍຸຕິທຳ

ເພື່ອປະຕິບັດບົດບັນທືກຊ່ວຍຈຳການ (MOU) ຮ່ວມມື ລະຫວ່າງ ພະແນກຍຸຕິທຳແຂວງ ກອນຕູມ ສສ. ຫວຽດນາມ ແລະ ພະແນກຍຸຕິທຳ ແຂວງອັດຕະປື ສປປ ລາວ. ໃນຄັ້ງວັນທີ 9 ມິຖຸນາຜ່ານມາ, ຄະນະນໍາພະແນກຍຸຕິທໍາ ແຂວງອັດຕະປື ນໍາໂດຍ ທ່ານ ຄໍາຫຼ້າ ແກ້ວວັນສອນ ຫົວໜ້າພະແນກຍຸຕິທຳ ແຂວງອັດຕະປື ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກັບ ພະແນກຍຸຕິທຳ ແຂວງກອນຕູມ ໂດຍການຕ້ອນຮັບຂອງ ທ່ານ ເຈິນ ມິ່ງ ຖັ໋ງ ຫົວໜ້າພະແນກຍຸຕິທຳ ແຂວງກອນຕູມ ພ້ອມຄະນະເຂົ້າຮ່ວມ.
ບາງບົດຮຽນເບື້ອງຕົ້ນ ຈາກການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ

ບາງບົດຮຽນເບື້ອງຕົ້ນ ຈາກການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ

ໃນໄລຍະຜ່ານມາ, ໂດຍປະຕິບັດຕາມນະໂຍບາຍ, ລະບອບ, ລະບຽບ ແລະ ມາດຕະການໃນການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ. ສິ່ງສໍາຄັນອີກບັນຫານໜຶ່ງແມ່ນບົດຮຽນທີຫ້າ: ແມ່ນການປະສານສົມທົບຢ່າງກົມກຽວ ລະຫວ່າງນະໂຍບາຍປົກປ້ອງສັງຄົມກັບ ນະໂຍບາຍສະຫວັດດີການສັງຄົມຕໍ່ເປົ້າໝາຍທີ່ຄວນໄດ້ຮັບ ຊຶ່ງແມ່ນພາລະໜ້າທີ່ໃນການຮັກສາຄວາມປອດໄພ ແລະ ໝູນໃຊ້ບາງຫຼັກການທີ່ຕິດພັນກັບການຕະຫຼາດ.
ເວທີປາໄສການປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP)

ເວທີປາໄສການປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP)

ກອງປະຊຸມສໍາມະນາການຮ່ວມມືຂອງອົງການປົກຄອງທ້ອງຖິ່ນ ແລະ ການຮ່ວມມືເມືອງພີ່-ເມືອງນ້ອງ ພາຍໃຕ້ຂໍ້ຕົກລົງຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນອາຊີ-ປາຊີຟິກ (RCEP) ປີ 2025 ໄດ້ເປີດຂຶ້ນໃນ ວັນທີ 4-6 ມິຖຸນາ ຜ່ານມາ ທີ່ເມືອງເຫີເຟີຍ ແລະ ເມືອງຫວງຊານ ແຂວງອານຮຸຍ ສປ ຈີນ ແຂວງທາງຕາເວັນອອກຂອງຈີນ. ພາຍໃຕ້ຄໍາຂວັນ ຄູ່ຮ່ວມມືພາກພື້ນເພື່ອການພັດທະນາຮ່ວມກັນ", ມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການປະສານງານດ້ານເສດຖະກິດ, ວັດທະນະທຳ ແລະ ອຸດສາຫະກຳລະຫວ່າງປະເທດສະມາຊິກ RCEP. ສ້າງຄວາມເປັນຢູ່ທີ່ມີຄຸນນະພາບໃຫ້ແກ່ການພັດທະນາເສດຖະກິດພາກພື້ນ ແລະ ຍົກລະດັບການຄ້າເສລີໃນເຂດອາຊີ-ປາຊີຟິກ.
ການຮ່ວມມືພະລັງງານສະອາດຈີນ - ລາວ ຊຸກຍູ້ຍຸດທະສາດປະເທດເຊື່ອມໂຍງທາງບົກຂອງລາວ

ການຮ່ວມມືພະລັງງານສະອາດຈີນ - ລາວ ຊຸກຍູ້ຍຸດທະສາດປະເທດເຊື່ອມໂຍງທາງບົກຂອງລາວ

ໂດຍປະຕິບັດຕາມແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ສະບັບປີ 2024-2028 (ໃນຂົງເຂດເສດຖະກິດ) ໄດ້ລະບຸວ່າ: ເພີ່ມທະວີການປະສານສົມທົບທາງດ້ານຍຸດທະສາດ ໂດຍຖືເອົາແລວທາງເສດຖະກິດ ຈີນ-ລາວ ເປັນແກ່ນຫຼັກ,ຖືເອົາເສັ້ນທາງລົດໄຟ ຈີນ-ລາວ, ຕາຂ່າຍໄຟຟ້າ ແລະ ໂຄງການໃຫຍ່ອື່ນໆ ເປັນກໍາລັງສໍາຄັນ ໃນການລົງເລິກ ການຮ່ວມືທີ່ເປັນຮູບປະທໍາ ໃນທຸກຂົງເຂດຢ່າງຮອບດ້ານ ພາຍໃຕ້ຫຼັກການຕ່າງຝາຍຕ່າງມີຜົນປະໂຫຍດເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ຈີນ-ລາວ.
ສ.ເກົາຫຼີມອບຄອມພີວເຕີຕັ້ງໂຕະໃຫ້ລາວ500 ຊຸດ

ສ.ເກົາຫຼີມອບຄອມພີວເຕີຕັ້ງໂຕະໃຫ້ລາວ500 ຊຸດ

ແຂວງຊຸງຊອງນຳໂດ Chungcheongnam-do Director for Information Technology ສ.ເກົາຫຼີໂດຍຜ່ານສະມາຄົມສິລະປະແຊຣິງ ສ.ເກົາຫຼີ ໄດ້ມອບຄອມພີວເຕີຕັ້ງໂຕະ(ມືສອງ) ຈໍານວນ 500 ຊຸດມູນຄ່າ 85,490 ໂດລາໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ)ໃນວັນທີ 10 ມິຖຸນາຜ່ານມາ ທີ່ກະຊວງດັ່ງກ່າວຕາງໜ້າມອບໂດຍແຂວງຊຸງຊອງນຳໂດ ແລະ ສະມາຄົມສິລະປະແຊຣິງ ສ.ເກົາຫຼີ, ໃຫ້ກຽດຮັບໂດຍທ່ານນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຈົ້າແຂວງຄຳມ່ວນ ຕ້ອນຮັບກຸ່ມບໍລິສັດ THທີ່ມາສະເໜີເຈດຈຳນົງໃນການລົງທຶນຢູ່ແຂວງ

ເຈົ້າແຂວງຄຳມ່ວນ ຕ້ອນຮັບກຸ່ມບໍລິສັດ THທີ່ມາສະເໜີເຈດຈຳນົງໃນການລົງທຶນຢູ່ແຂວງ

ໃນວັນທີ 10 ມິຖຸນາຜ່ານມາ ຢູ່ທີ່ເຮືອນຮັບແຂກ ເລກ 1 ແຂວງຄຳ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນຳແຂວງໄດ້ຕ້ອນຮັບພົບປະ ກຸ່ມບໍລິສັດ TH ໂດຍການນຳພາຂອງທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີທ່ານ ນາງ ຖ໋າຍ ເຮືອງ ປະທານສະພາຍຸດທະສາດ ກຸ່ມບໍລິສັດ TH ພ້ອມດ້ວຍຄະນະ.
ເພີ່ມເຕີມ