ກວດກາຮ່າງ ຍຸດທະສາດ ແລະ ແຜນດໍາເນີນງານແຫ່ງຊາດ ດ້ານຊີວະນາໆພັນ ສະບັບປັບປຸງ

ກວດກາຮ່າງ ຍຸດທະສາດ ແລະ ແຜນດໍາເນີນງານແຫ່ງຊາດ ດ້ານຊີວະນາໆພັນ ສະບັບປັບປຸງ

ກວດກາຮ່າງ ຍຸດທະສາດ ແລະ ແຜນດໍາເນີນງານແຫ່ງຊາດ ດ້ານຊີວະນາໆພັນ ສະບັບປັບປຸງ
ກົມສິ່ງແວດລ້ອມ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມກວດກາຄວາມຖືກຕ້ອງ ແລະ ຄວາມສອດຄ່ອງທາງດ້ານເນື້ອໃນ ຂອງຮ່າງຍຸດທະສາດ ແລະ ແຜນດໍາເນີນງານແຫ່ງຊາດ ດ້ານຊີວະນາໆພັນ (NBSAP: ເອັນ ບີ ແຊັບ) ສະບັບປັບປຸງ 2026-2030 ຂຶ້ນໃນລະຫວ່າງວັນທີ 25 ຫາ 27 ສິງຫາ ນີ້ ທີ່ແຂວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ອິມມະລາ ອິນທະບົວລີ ຮອງຫົວໜ້າກົມສິ່ງແວດລ້ອມ, ທ່ານ ຕ໋ອມ ໄຊສົງຄາມຮັກສາການຫົວໜ້າພະແນກສິ່ງແວດລ້ອມອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ; ມີບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

ກວດກາຮາງ ຍດທະສາດ ແລະ ແຜນດາເນນງານແຫງຊາດ ດານຊວະນາໆພນ ສະບບປບປງ - image 1
 

ທ່ານ ອິມມະລາ ອິນທະບົວລີ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ຈະເປັນການກວດກາຄວາມຖືກຕ້ອງ ແລະ ຄວາມສອດຄ່ອງ ທາງດ້ານຂໍ້ມູນ ຂອງຮ່າງ NBSAP ສະບັບປັບປຸງ; ພ້ອມນີ້, ຈະໄດ້ຮ່ວມກັນເປີດໂຕໂຄງການຂຽນບົດລາຍງານແຫ່ງຊາດ ດ້ານຊີວະນາໆພັນ ສະບັບທີ 7 (NR7) ຈາກຜູ້ຊ່ຽວຊານ, ພ້ອມທັງ ຮັບຟັງ ແລະ ປຶກສາຫາລື ກ່ຽວກັບ ຜົນການທົບທວນການໃຊ້ຈ່າຍງົບປະມານຂອງລັດ ແລະ ເງິນຊ່ວຍເຫຼືອ ເພື່ອການພັດທະນາ ເຂົ້າໃນວຽກງານປົກປັກຮັກສາສິ່ງແວດລ້ອມ ແລະ ຊີວະນາໆພັນ”. ພ້ອມກັນນັ້ນ, ຈະໄດ້ພ້ອມກັນກໍານົດແນວທາງໃນການສ້າງແຜນງົບປະມານການເງິນດ້ານຊີວະນາໆພັນ ໂດຍການລະດົມທຶນເຂົ້າໃນການອະນຸລັກທໍາມະຊາດ ແລະ ຊີວະນາໆພັນ ແບບຍືນຍົງ. ພ້ອມນີ້, ຈະເປັນການກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງທາງດ້ານຂໍ້ມູນທັງໝົດທີ່ໄດ້ຖືກລະບຸໄວ້ໃນ ຮ່າງ NBSAP ສະບັບປັບປຸງໃໝ່, ໂດຍສະເພາະແມ່ນວິໄສທັດ, ເປົ້າໝາຍແຫ່ງຊາດ, ແຜນດໍາເນີນງານ ແລະ ໂຄງການຕ່າງໆ ຂອງແຕ່ລະຂະແໜງການ ເພື່ອຮັບປະກັນການມີສ່ວນຮ່ວມຂອງທຸກພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນການເຊື່ອມສານວຽກງານການປ່ຽນແປງດິນຟ້າອາກາດ ແລະ ສິນເຊື່ອກາກບອນ, ການອະນຸລັກ-ປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນ, ວຽກງານສຸຂະພາບ, ການພັດທະນາໂຄງລ່າງພື້ນຖານທີ່ເປັນມິດຕໍ່ສິ່ງແວດລ້ອມ, ບົດບາດ ຍິງ-ຊາຍ ແລະ ການມີສ່ວນຮ່ວມ ຂອງຊຸມຊົນທ້ອງຖິ່ນ.

ທ່ານ ສຸກວິໄລ ວິລາວົງ ຮອງຫົວໜ້າພະແນກນະໂຍບາຍສິ່ງແວດລ້ອມ ກົມສິ່ງແວດລ້ອມ ໄດ້ຂຶ້ນນໍາສະເໜີຫຍໍ້ ຄວາມເປັນມາ ແລະ ຂະບວນການຮ່າງຍຸດທະສາດ ແລະ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ 2026-2030 ຊຶ່ງປະກອບມີ ທັງໝົດ 23 ຄາດໝາຍ. ໃນທີ່ປະຊຸມໄດ້ເປີດກວ້າງໃຫ້ບັນດາຜູ້ເແທນທີ່ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນ ໂດຍການຈັດເປັນກຸ່ມ ເພື່ອສົນທະນາແລກປ່ຽນບົດຮຽນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ຮ່າງ NBSAP ສະບັບປັບປຸງ 2026-2030 ມີເນື້ອໃນຖືກຕ້ອງ ຄົບຖ້ວນ ແລະ ສົມບູນ.

(ຂ່າວ: ສຸກສະຫວັນ, ຂໍ້ມູນ-ພາບ: ກະຊວງ ກສ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມຄົບຄະນະ ກວທສ ປະຈຳປີ 2025

ກອງປະຊຸມຄົບຄະນະ ກວທສ ປະຈຳປີ 2025

ກອງປະຊຸມຄົບຄະນະກຳມາທິການວັດທະນະທຳ-ສັງຄົມ (ກວທສ) ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ, ເຂົ້າຮ່ວມໂອ້ລົມໂດຍທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ມີບັນດາທ່ານປະທານ-ຮອງປະທານກຳມາທິການ, ຮອງເລຂາທິການ ແລະ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ບັນດາທ່ານຮອງລັດຖະມົນຕີ, ສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການສັງກັດ ກວທສ, ຮອງປະທານອົງການກາແດງລາວ, ຫົວໜ້າຫ້ອງການຄະນະກໍາມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນຈາກ ສພຊ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄະນະກໍາມະການຄຸ້ມຄອງໄພພິບັດແຂວງ ມອບຮັບເຂົ້າສານໃຫ້ເມືອງສິງ

ຄະນະກໍາມະການຄຸ້ມຄອງໄພພິບັດແຂວງ ມອບຮັບເຂົ້າສານໃຫ້ເມືອງສິງ

ໃນຕອນເຊົ້າວັນທີ 14 ຕຸລາຜ່ານມານີ້ ຢູ່ທີ່ຫ້ອງການເມືືອງສິງ ແຂວງຫຼວງນໍ້າທາ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ນໍາເອົາເຂົ້າສານມອບໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດເມືອງສິງ, ໂດຍການເຂົ້າຮ່ວມຂອງທ່ານ ກອນແກ້ວ ບັນນະວົງ ຮັກສາການ ຮອງປະທານຄະນະກໍາມະການ ປົກຄອງເມືອງ ປະທານແນວລາວສ້າງຊາດເມືອງສິງ, ທ່ານ ຊຽງວັນ ສົມລັດທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຄະນະກໍາມະການໄພພິບັດຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ໜ່ວຍຊາວໜຸ່ມ ສານປະຊາຊົນພາກເໜືອ

ມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ໜ່ວຍຊາວໜຸ່ມ ສານປະຊາຊົນພາກເໜືອ

ເມື່ອບໍ່ດົນຜ່ານມານີ້, ທີ່ສານປະຊາຊົນພາກເໜືອ ແຂວງຫຼວງພະບາງ ໄດ້ມີພິທີມອບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຄັ້ງທີ III ປະຈຳປີ 2024, ປະດັບຫຼຽນກາລະນຶກ 65 ປີ ແລະ ມອບໃບຍ້ອງຍໍ ໂດຍເປັນປະທານຂອງ ທ່ານ ສົມໃຈ ຢາທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ, ມີຄະນະນຳສານປະຊາຊົນພາກເໜືອ, ເລຂາ, ຮອງເລຂາ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນໜ່ວຍຮາກຖານ ແລະແຂກຮັບເຊີນ ເຂົ້າຮ່ວມ.
ຂົງເຂດທະນາຄານ ແລະ ສະຖາບັນການເງິນ 3 ແຂວງ ໄດ້ຮັບການຍົກລະດັບວິຊາສະເພາະ

ຂົງເຂດທະນາຄານ ແລະ ສະຖາບັນການເງິນ 3 ແຂວງ ໄດ້ຮັບການຍົກລະດັບວິຊາສະເພາະ

ວັນທີ 14 ຕຸລານີ້ ທີ່ສະໂມສອນໃຫຍ່ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສຳມະນາວຽກງານວິຊາສະເພາະ ໃຫ້ກັບວິຊາການຂະແໜງທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານຈາກ 3 ແຂວງ ຄື: ແຂວງໄຊຍະບູລີ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ, ໂດຍເປັນປະທານຂອງ ທ່ານ ວາລະສິນ ດາລາພອນ ຮອງຫົວໜ້າ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ.
ເມືອງສິງ ປະຖະກະຖາສອງວັນປະຫວັດສາດ

ເມືອງສິງ ປະຖະກະຖາສອງວັນປະຫວັດສາດ

ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ຂຶ້ນໃນວັນ 14 ຕຸລາ 2025 ຢູ່ທີສະໂມສອນຂອງເມືອງສິງ, ໂດຍການເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສີງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ຜູ້ຊີ້ນວຽກງານ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ
ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມແລກປ່ຽນປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ໂດຍການເປັນປະທານຮ່ວມຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ), ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ແລະ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງລັດ ຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມີບັນດາຜູ້ຕາງໜ້າຈາກອົງການໄອຍະການປະຊາ ຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງປ້ອງກັນປະເທດ ແລະ ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດເຂົ້າຮ່ວມ.
ມອບເງິນສະໜັບສະໜູນກອງປະຊຸມໃຫຍ່ອົງຄະນະພັກອົງການກາແດງແຫ່ງຊາດລາວ

ມອບເງິນສະໜັບສະໜູນກອງປະຊຸມໃຫຍ່ອົງຄະນະພັກອົງການກາແດງແຫ່ງຊາດລາວ

ໃນຕອນເຊົ້າວັນທີ 14 ຕຸລາ ນີ້ ທີ່ສຳນັກງານອົງການກາແດງແຫ່ງຊາດລາວ, ພາກສ່ວນທະນາຄານ ແລະ ບໍລິສັດຫຼາຍແຫ່ງໄດ້ຮ່ວມມອບເງິນສະໜັບສະໜູນໃຫ້ແກ່ອົງການກາແດງແຫ່ງຊາດລາວ ເພື່ອສະໜັບສະໜູນການຈັດກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະພັກອົງການກາແດງແຫ່ງຊາດລາວທີ່ຈະຈັດຂຶ້ນໃນໄວໆນີ້.
5 ປີ​ຜ່ານ​ມາ ຂະ​ແໜງປູກຝັງ - ລ້ຽງສັດ​ ມີ​ຜົນ​ສຳ​ເລັດຫຼາຍ​ດ້ານ ໂດຍ:ວັນໄຊ ຕະວິນຍານ

5 ປີ​ຜ່ານ​ມາ ຂະ​ແໜງປູກຝັງ - ລ້ຽງສັດ​ ມີ​ຜົນ​ສຳ​ເລັດຫຼາຍ​ດ້ານ ໂດຍ:ວັນໄຊ ຕະວິນຍານ

ແຜນພັດທະນາ ກະສິກຳ ແລະ ສິ່ງແວດລ້ອມ 5 ປີ ​ຄັ້ງ​ທີ IX (2021-2025) ຂອງລັດຖະບານແມ່ນເລັງໃສ່ກະຕຸກຊຸກຍູ້ເຮັດໃຫ້ການຜະລິດກະສິກຳ ມີການຂະຫຍາຍຕົວຢ່າງຮອບດ້ານ, ເພີ່ມທະວີບົດບາດການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະຕິບັດກົນໄກ, ນິຕິກຳຢ່າງປະສິດທິພາບ, ປະກອບສ່ວນຊຸກຍູ້ການພັດທະນາແບບຍືນຍົງຕາມທິດສີຂຽວ, ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພສະນາການ, ຜະລິດສິນຄ້າກະສິກຳໃຫ້ມີຄຸນນະພາບ ແລະ ຫຼາກຫຼາຍ; ປະຊາຊົນມີລາຍຮັບເພີ່ມຂຶ້ນ ເຮັດໃຫ້ຄວາມທຸກຍາກຫຼຸດລົງ ແລະ ຊີວິດການເປັນຢູ່ຂອງ​ປະ​ຊາ​ຊົນ​ຢູ່ຊົນນະບົດໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ; ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໄດ້ຮັບການປົກປັກຮັກສາ, ພັດທະນາ, ສ້າງມູນຄ່າເພີ່ມ ແລະ ສ້າງລາຍຮັບເຂົ້າໃນເສດຖະກິດແຫ່ງຊາດໃຫ້ສູງຂຶ້ນ.
ສະແດງທົດລອງຄັ້ງທີ 2 ສວນສະໜາມສະຫຼອງ 50 ປີວັນສະຖາປະນາ ສປປ ລາວ

ສະແດງທົດລອງຄັ້ງທີ 2 ສວນສະໜາມສະຫຼອງ 50 ປີວັນສະຖາປະນາ ສປປ ລາວ

ພິທີສະແດງທົດລອງຄັ້ງທີ 2 ການເດີນສວນສະໜາມສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 50 ປີຈັດຂຶ້ນໃນວັນທີ 13 ຕຸລາຜ່ານມາ ທີ່ວິທະຍາຄານນາຍທະຫານບົກກົມມະດຳໂດຍມີສະຫາຍພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຊີ້ນໍາການເດີນສວນສະໜາມ, ມີບັນດາຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະນຳແຕ່ລະກ້ອນກໍາລັງເຫຼົ່າຮົບທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ

ກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ (Lao AI) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລານີ້ ທີ່ໂຮງແຮມລາດຊະວົງວັນດາວິສຕາ ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານ ຂອງທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ມີບັນດາຜູ້ຕາງໜ້າຈາກບັນດາຮອງລັດຖະມົນຕີ, ບັນດາກະຊວງ, ອົງການທຽບເທົ່າ, ມະຫາວິທະຍາໄລແຫ່ງຊາດ ແລະ ບັນດາບໍລິສັດ ເຂົ້າຮ່ວມຈໍານວນ 100 ທ່ານ.
ເພີ່ມເຕີມ