ໂຄງການດັ່ງກ່າວ, ໄດ້ຈັດຕັ້ງປະຕິບັດໃນເດືອນເມສາ 2025, ມາຮອດປັດຈຸບັນສໍາເລັດແລ້ວ 100%, ໂດຍນໍາໃຊ້ງົບປະມານພັດທະນາປະຈໍາປີຈາກບໍລິສັດໄຟຟ້າຫົງສາ ຈໍາກັດ ປະຈໍາປີ 2025, ມີມູນຄ່າທັງໝົດ 176 ລ້ານກວ່າກີບ, ໂດຍແມ່ນ ບໍລິສັດ ທິດແພງກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຈຳກັດ, ພາຍຫຼັງໂຄງການດັ່ງກ່າວນີ້ສຳເລັດ ຈະເຮັດໃຫ້ປະຊາຊົນພາຍໃນບ້ານມີຄວາມສະດວກດີຂຶ້ນກວ່າເກົ່າ.
(ຂ່າວ-ພາບ: ຖວທ ຫົງສາ)
ຄໍາເຫັນ