ກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍປ້າຍ

ກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍປ້າຍ

ກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍປ້າຍ
ວັນທີ 8 ພຶດສະພານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍປ້າຍ (ສະບັບປັບປຸງ) ໂດຍການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງຂອງ ສພຊ, ຮອງລັດຖະມົນຕີກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ພົນໂທ ສຸວອນ ເລືອງບຸນມີ ໄດ້ມີຄຳເຫັນກ່າວເປີດວ່າ: ກອງປະຊຸມຄັ້ງນີ້ ແມ່ນການຄົ້ນຄວ້າເນືື້ອໃນຮອບດ້ານຂອງຮ່າງກົດໝາຍຢ່າງລະອຽດ ໂດຍເລີ່ມແຕ່ມາດຕາທໍາອິດຫາມາດຕາສຸດທ້າຍ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍສະບັບນີ້ ມີຄວາມຄົບຖ້ວນ, ຊັດເຈນ, ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ການຈັດຕັ້ງປະຕິບັດວຽກງານປ້າຍຕົວຈິງ ແນໃສ່ເຮັດໃຫ້ຮ່າງກົດໝາຍມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍອື່ນທີ່ປະກາດໃຊ້ແລ້ວ ເພື່ອສາມາດນໍາເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທືີ່ອທີ IX ຂອງສະພາແຫ່ງຊາດ ຊຸດທີ IX. 
ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ໄດ້ສະເໜີໂດຍຫຍໍ້ກ່ຽວກັບເຫດຜົນ ແລະ ຄວາມຈຳເປັນ ຂອງການປັບປຸງກົດໝາຍວ່າດ້ວຍປ້າຍ ແມ່ນເພື່ອປະຕິບັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມແຜນພັດທະນາເສດຖະກິດ-ສັງຄົມ, ວັດທະນະທຳ ແຕ່ລະໄລຍະ ໃຫ້ສອດຄ່ອງ ແລະ ບັນລຸຄາດໝາຍທີ່ວາງໄວ້, ສາມາດຮັກສາໄດ້ລັກສະນະຊາດ, ກ້າວໜ້າ ແລະ ມະຫາຊົນ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ສ້າງຄວາມເປັນເອກະພາບ, ສະເໝີພາບ ແລະ ຄວາມຍຸຕິທຳ ໃນການແຂ່ງຂັນດຳເນີນທຸລະກິດກ່ຽວກັບປ້າຍ ແລະ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ້າຍ; ແກ້ໄຂການແບ່ງຂັ້ນຄຸ້ມຄອງ ແລະ ເກັບລາຍຮັບວິຊາການຖອກເຂົ້າງົບປະມານໃຫ້ບັນລຸຕາມຄາດໝາຍ; ສ້າງຄວາມສອດຄ່ອງຕໍ່ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ກັບບັນດາຂະແໜງການຕ່າງໆ (ສາທາລະນະສຸກ, ໂຍທາທິການ ແລະ ຂົນສົ່ງ, ອຸດສາຫະກຳ ແລະ ການຄ້າ, ການລົງທຶນ); ແກ້ໄຂການຜະລິດ ແລະ ການຫ້າມນຳເຂົ້າປ້າຍຈາກຕ່າງປະເທດ ທີ່ຂຽນຕົວໜັງສືບໍ່ຖືກຕາມຫຼັກໄວຍາກອນລາວ, ສີສັນຂອງປ້າຍບໍ່ສອດຄ່ອງກັບເອກະລັກວັດທະນະທຳຂອງ ສປປ ລາວ; ກຳນົດຮູບແບບຂອງປ້າຍໃຫ້ຄົບຖ້ວນ ເຮັດໃຫ້ການຄຸ້ມຄອງງ່າຍຂຶ້ນ; ກຳນົດຮູບແບບການຂໍອະນຸຍາດນຳໃຊ້ປ້າຍ, ການດຳເນີນທຸລະກິດປ້າຍ, ເວລານຳໃຊ້ປ້າຍ ໃຫ້ຄົບຖ້ວນ. 
ທ່ານ ຮອງລັດຖະມົນຕີກະຊວງ ຖວທ ໃຫ້ຮູ້ອີກວ່າ: ຫາກກົດໝາຍວ່າດ້ວຍປ້າຍ ສະບັບປັບປຸງ ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນເຄື່ອງມືສຳຄັນໃນການຄຸ້ມຄອງປ້າຍໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີກວ່າເກົ່າ; ເນື້ອໃນກົດໝາຍມີຄວາມສົມບູນ, ລະອຽດຈະແຈ້ງຂຶ້ນ, ເຂົ້າໃຈງ່າຍໃນທາງປະຕິບັດການກວດກາການເກັບລາຍຮັບ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການທັນກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ອະນາຄົດ; ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ແລະ ສາກົນ ເຫັນໄດ້ເຖິງນະໂຍບາຍຢ່າງຈະແຈ້ງຂອງພັກ ແລະ ລັດຖະບານ ໃນການຄຸ້ມຄອງ ແລະ ສົ່ງເສີມວຽກງານປ້າຍ; ຍົກສູງສະຕິຊາດ, ຄວາມເປັນເອກະລາດ, ເອກະພາບ ແລະ ເປັນເຈົ້າຕົນເອງ ຂອງປະຊາຊົນບັນດາເຜົ່າໃຫ້ສູງຂຶ້ນ; ສາມາດແກ້ໄຂບັນຫາຄົງຄ້າງການໂຄສະນາດ້ວຍປ້າຍ ເປັນຕົ້ນ ການສ້າງຄວາມເປັນເອກະພາບ, ສະເໝີພາບ ແລະ ຄວາມຍຸຕິທຳ ໃນການແຂ່ງຂັນດຳເນີນທຸລະກິດກ່ຽວກັບປ້າຍ; ສ້າງ ແລະ ປັບປຸງກົດໝາຍໃຫ້ສອດຄ່ອງກັບກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ກັບບັນດາຂະແໜງການອື່ນ; ສ້າງຄວາມອາດສາມາດສ້າງລາຍຮັບເຂົ້າງົບປະມານ ແລະ ການນຳໃຊ້ໂປ່ງໃສ, ກວດສອບໄດ້; ແກ້ໄຂການຜະລິດ ແລະ ນຳເຂົ້າປ້າຍຈາກຕ່າງປະເທດ; ສ້າງຄວາມເປັນລະບຽບຮຽບຮ້ອຍ ໃນການຕິດຕັ້ງປ້າຍໃນຕົວເມືອງ ໃຫ້ມີຄວາມສວຍງາມ.
ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ເປັນເຈົ້າການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຕໍ່ບັນດາເນື້ອໃນຮ່າງກົດໝາຍສະບັບນີ້ຢ່າງມີຈຸດສຸມ, ມີລັກສະນະຫຼັກການ ຕິດພັນກັບການຈັດຕັ້ງປະຕິບັດຕົວຈິງ ແລະ ມີຄໍາເຫັນລົງເລິກແຕ່ລະພາກ, ໝວດ, ມາດຕາ; ໃນນັ້ນ, ມີຫຼາຍເນື້ອໃນຂອງຫຼາຍມາດຕາ ໄດ້ຮັບການປັບປຸງໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ຊັດເຈນກວ່າເກົ່າ.
(ຂ່າວ-ພາບ: ນາງ ອາລິນ ສຸພິມມະປະດິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກົມໃຫຍ່ເຕັກນິກກອງທັບ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ

ກົມໃຫຍ່ເຕັກນິກກອງທັບ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ

ກົມໃຫຍ່ເຕັກນິກກອງທັບ ຈັດພິທີປາຖະກະຖາ 2 ວັນປະຫວັດສາດສໍາຄັນຂອງຊາດ ຄື: ວັນປະກາດເອກະລາດ ຄົບຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026) ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ (5 ກັນຍາ 1962-5 ກັນຍາ 2026) ໃນວັນທີ 7 ກັນຍາຜ່ານມາ, ໂດຍການໃຫ້ກຽດປາຖະກະຖາຂອງສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະກົມ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາ, ພະນັກ ງານ-ນັກຮົບເຂົ້າຮ່ວມ.
ຈຳປາສັກ ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ

ຈຳປາສັກ ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ

ໃນວັນທີ 9 ກັນຍາ 2026 ນີ້, ຢູ່ທີ່ສະໂມສອນຫຼັກ 4 ແຂວງຈຳປາສັກ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9/9/2002 – 9/9/2026).ພິທີດັ່ງກ່າວໂດຍມີ ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ; ທ່ານ ພັນເອກ ບຸນມາກ ວິລະວົງ, ຄະນະກຳມະການສູນກາງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ປະທານສະຫະພັນນັກຮົບເກົ່າແຂວງຈຳປາສັກ; ທ່ານ ພັນໂທ ຄຳສິງ ແກ້ວທຸມມີລາດ, ອະດີດປະທານສະຫະພັນນັກຮົບເກົ່າແຂວງຈຳປາສັກ; ພ້ອມດ້ວຍຄະນະພັກ, ຄະນະບັນຊາ, ກຳລັງຫຼວງ-ກຳລັງທ້ອງຖິ່ນ,ພະແນກການອ້ອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ພິທີມອບໃບຢັ້ງຢືນໃຫ້6 ບ້ານ ເປັນບ້ານວັດທະນຳທຳຮອບ II

ພິທີມອບໃບຢັ້ງຢືນໃຫ້6 ບ້ານ ເປັນບ້ານວັດທະນຳທຳຮອບ II

ວັນທີ 8 ກັນຍາ 2026 ນີ້ ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີມອບໃບຢັ້ງຢືນໃຫ້ 6 ບ້ານ ເປັນບ້ານວັດທະນຳທຳຮອບ II ໂດຍມີ ທ່ານ ສີວຽງໄຊ ອໍລະບູນ ກຳມະການປະຈໍາພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງວຽງຈັນ, ທ່ານ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິ ຫານງານພັກເມືອງ, ທ່ານ ຈະເລີນ ປຸນທະເຮືອງສີ ຮອງຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງວຽງຈັນ, ມີບັນດາທ່ານ ຄະນະປະຈຳພັກເມືອງ, ອະນຸກໍາມະການສ້າງບ້ານວັດທະນາທໍາຂັ້ນເມືອງ, ແຂກຖືກເຊີນ, ເລຂາພັກບ້ານ-ນາຍບ້ານຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນ 6 ບ້ານເຂົ້າຮ່ວມ.
ຮອງຫົວໜ້າກົມໂຄສະນາຄອ​ສ​ພ ເຮັດວຽກກັບໂຄສະນາແຂວງເຊກອງ

ຮອງຫົວໜ້າກົມໂຄສະນາຄອ​ສ​ພ ເຮັດວຽກກັບໂຄສະນາແຂວງເຊກອງ

ໃນລະຫວ່າງວັນທີ7-10ກັນຍາ2026, ທ່ານນາງບຸນມາລີສີລິດາວົງຮອງຫົວໜ້າກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ)ພ້ອມຄະນະໄດ້ເຄື່ອນໄຫວເຮັດວຽກກັບຄະນະໂຄສະນາອົບຮົມແຂວງເຊກອງເພື່ອເກັບກຳຂໍ້ມູນ, ຜົນສຳເລັດແລະບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາອົບຮົມຢູ່ທ້ອງຖິ່ນ,ໂດຍມີທ່ານຄໍາພາໄຊຍະແສງຫົວໜ້າຄະນະໂຄສະນາອົບຮົມແຂວງເຊກອງ, ພ້ອມດ້ວຍຄະນະເຂົ້າຮ່ວມເຮັດວຽກນໍາ.
ສະພາແຫ່ງຊາດ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຫຼວງພະບາງ

ສະພາແຫ່ງຊາດ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຫຼວງພະບາງ

ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດຕາງ​ໜ້າ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຫຼວງ​ພະ​ບາງ, ພິ​ທີ​ມອບ-ຮັບມີ​ຂຶ້ນ​ໃນ​ວັນ​ທີ 5 ກັນ​ຍາ​ຜ່ານ​ມາທີ່ ຫ້ອງວ່າການແຂວງຫຼວງພະບາງ, ກ່າວ​ຮັບ​ໂດຍທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນແຂວງຫຼວງພະບາງ ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ໂດຍສະເພາະຢູ່ເມືອງນານ ແລະເມືອງນ້ຳບາກ, ໃນໄລຍະເດືອນກໍລະກົດ ຫາ ສິງຫາຜ່ານມາ.
ຍົກລະດັບການບໍລິຫານທັນສະໄໝ ໃຫ້ພະນັກງານ ຄະນະໂຄສະນາອົບຮົມ ແຂວງຈຳປາສັກ

ຍົກລະດັບການບໍລິຫານທັນສະໄໝ ໃຫ້ພະນັກງານ ຄະນະໂຄສະນາອົບຮົມ ແຂວງຈຳປາສັກ

ຄະນະໂຄສະນາອົບຮົມ ແຂວງຈຳປາສັກ ຈັດຝຶກອົບຮົມການນຳໃຊ້ລະບົບ ຫ້ອງການເອເລັກໂຕຣນິກໃຫ້ພະນັກງານພາຍໃນ ຄະນະໂຄສະນາອົບຮົມແຂວງ ໃນວັນທີ 8 ກັນຍາ 2026 ເພື່ອເສີມສ້າງຄວາມຮູ້, ທັກສະ ແລະ ຄວາມສາມາດໃນການນຳໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານບໍລິຫານ ແລະ ປະສານງານ ໃຫ້ມີຄວາມວ່ອງໄວ, ຖືກຕ້ອງ ແລະ ທັນສະໄໝ ໂດຍມີທ່ານ ແກ້ວ ສິລິສະຫວັດ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ທ່ານ ວັນນະລາດ ສຸດທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງຈຳປາສັກ ພ້ອມດ້ວຍຂະແໜງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສສຊ ເຂດ7 ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສ​ພ​ຊ ຊຸດທີ X ຢູ່ຕາແສງທ້າວແກ່ນ

ສສຊ ເຂດ7 ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສ​ພ​ຊ ຊຸດທີ X ຢູ່ຕາແສງທ້າວແກ່ນ

ທ່ານ ນາງ ແສງມະນີ ຢາທໍ່ຕູ້ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ພ້ອມຄະ​ນະໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ (ສ​ພ​ຊ) ຊຸດທີ X ຢູ່ຕາແສງທ້າວແກ່ນ ເມືອງແກ່ນທ້າວແຂວງ​ໄຊ​ຍະ​ບູ​ລີໃນ​ວັນ​ທີ 7 ກັນ​ຍາ​ຜ່ານ​ມາ, ໂດຍ​ມີ ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງແກ່ນ​ທ້າວ, ມີຄະນະກໍາມະການປົກຄອງຕາແສງ, ອົງການປົກຄອງບ້ານ ແລະປະຊາຊົນເຂົ້າຮ່ວມ.
ການນຳເມືອງຫມື່ນ ຕິດຕາມ-ເຝົ້າລະວັງສະພາບໄພນ້ຳຖ້ວມ

ການນຳເມືອງຫມື່ນ ຕິດຕາມ-ເຝົ້າລະວັງສະພາບໄພນ້ຳຖ້ວມ

ການນຳເມືອງໝື່ນ ແຂວງວຽງຈັນ ນຳໂດຍ ທ່ານ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໝື່ນ ພ້ອມດ້ວຍຄະນະກຳມະການປ້ອງກັນໄພພິບັດຂັ້ນເມືອງ, ໄດ້ລົງຕິດຕາມກວດກາສະພາບນໍ້າຖ້ວມເຂດຢູ່ພາຍໃນເມືອງ​ໝື່ນເມື່ອ​ວັນ​ທີ 7 ກັນ​ຍາ​ຜ່ານ​ມາ.
ກົມໃຫຍ່ເສນາທິການກອງທັບ ເປີດບັ້ນອົບຮົມການເມືອງ-ແນວຄິດໃຫ້ພະນັກງານ

ກົມໃຫຍ່ເສນາທິການກອງທັບ ເປີດບັ້ນອົບຮົມການເມືອງ-ແນວຄິດໃຫ້ພະນັກງານ

ກົມໃຫຍ່ເສນາທິການກອງທັບ ເປີດບັ້ນອົບຮົມການເມືອງ-ແນວຄິດໃຫ້ພະນັກງານ ຂັ້ນຮອງຫົວໜ້າພະ ແນກການ ແລະ ພະນັກງານຊ່ວຍວຽກໃນວັນທີ 8 ກັນຍານີ້, ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະກົມ, ຫ້ອງການ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ຮອດປີ 2035 ສປປ ລາວ ຈະມີລະບົບຂໍ້ມູນຂ່າວສານຕະຫຼາດແຮງງານແຫ່ງຊາດທີ່ທັນສະໄໝ

ຮອດປີ 2035 ສປປ ລາວ ຈະມີລະບົບຂໍ້ມູນຂ່າວສານຕະຫຼາດແຮງງານແຫ່ງຊາດທີ່ທັນສະໄໝ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີເຜີຍແຜ່ ແລະ ປະກາດໃຊ້ "ວິໄສທັດ ຮອດປີ 2055 ແລະ ຍຸດທະສາດການພັດທະນາລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ (LMIS) ແຫ່ງຊາດ ຮອດປີ 2035" ໃນວັນທີ 4 ກັນຍາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ, ມີທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ໂທມັດ ຣາມມາ ອຸປະທູດແຫ່ງຣາຊະອານາຈັກລຸກຊຳບວກ ພ້ອມດ້ວຍຫົວໜ້າກົມ, ຮອງກົມ, ບັນດາຄູ່ຮ່ວມພັດທະນາ ແລະ ພາກທຸລະກິດເຂົ້າຮ່ວມ.
ເພີ່ມເຕີມ