ກຸມພາ - ເມສາ ປີນີ້ ສປປ ລາວ ເກີນດຸນການຄ້າ 3 ເດືອນຕິດຕໍ່ກັນ

ກຸມພາ - ເມສາ ປີນີ້ ສປປ ລາວ ເກີນດຸນການຄ້າ 3 ເດືອນຕິດຕໍ່ກັນ

ກຸມພາ - ເມສາ ປີນີ້ ສປປ ລາວ ເກີນດຸນການຄ້າ 3 ເດືອນຕິດຕໍ່ກັນ
ອີງຕາມການລາຍງານຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ມູນຄ່າການນໍາ ເຂົ້າ ແລະ ສົ່ງອອກສິນຄ້າ (ບໍ່ລວມໄຟຟ້າ) ນັບແຕ່ເດືອນກຸມພາ 2025 ມານີ້, ສປປ ລາວ ເກີນດຸນການຄ້າ ເປັນເດືອນທີ 3 ຕິດຕໍ່ກັນ ດ້ວຍມູນຄ່າເກີນດຸນປະມານ 526 ລ້ານໂດລາ ຫຼັງຈາກເດືອນທໍາອິດຂອງປີ ຂາດດຸນການຄ້າ ປະມານ 56 ລ້ານໂດລາ.
ໃນເດືອນມັງກອນປີ 2025, ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ (ບໍ່ລວມໄຟຟ້າ) ປະຕິບັດໄດ້ປະມານ 1,356 ລ້ານໂດລາ ຊຶ່ງສົ່ງອອກສິນຄ້າ ປະມານ 650 ລ້ານໂດລາ ແລະ ນໍາເຂົ້າສິນຄ້າ ປະມານ 706 ລ້ານໂດລາ, ຂາດດຸນປະມານ 56 ລ້ານໂດລາ ກ່ອນຈະມາເກີນດຸນການຄ້າໃນເດືອນກຸມພາ ດ້ວຍມູນຄ່າການຄ້າ ບັນລຸໄດ້ປະມານ 1,540 ລ້ານໂດລາ ຊຶ່ງສົ່ງອອກສິນຄ້າ ປະມານ 925 ລ້ານໂດລາ ແລະ ນໍາເຂົ້າສິນຄ້າ ປະມານ 615 ລ້ານໂດລາ, ເກີນດຸນປະມານ 310 ລ້ານໂດລາ. ຈາກນັ້ນ, ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ (ບໍ່ລວມໄຟຟ້າ) ກໍເກີນດຸນການຄ້າເປັນເດືອນທີ 2 ໃນເດືອນມີນາ ດ້ວຍມູນຄ່າການຄ້າ ປະມານ 1,730 ລ້ານໂດລາ ຊຶ່ງສົ່ງອອກສິນຄ້າ ປະມານ 945 ລ້ານໂດລາ ແລະ ນໍາເຂົ້າສິນຄ້າ ປະມານ 785 ລ້ານໂດລາ, ເກີນດຸນປະມານ 160 ລ້ານໂດລາ.
 ສຳລັບ, ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ (ບໍ່ລວມໄຟຟ້າ) ຂອງ ສປປ ລາວ ໃນເດືອນເມສາປີນີ້ ບັນລຸໄດ້ປະມານ 1,570 ລ້ານໂດລາ ຊຶ່ງໄດ້ສົ່ງອອກສິນຄ້າ ປະມານ 813 ລ້ານໂດລາ ແລະ ນໍາເຂົ້າສິນຄ້າ ປະມານ 757 ລ້ານໂດລາ, ເກີນດຸນການຄ້າ 56 ລ້ານໂດລາ. ການເກີນດຸນການຄ້າດັ່ງກ່າວ, ເຮັດໃຫ້ ສປປ ລາວ ເກີນດຸນການຄ້າເປັນເດືອນທີ 3 ຕິດຕໍ່ກັນ ດ້ວຍມູນຄ່າເກີນດຸນລວມ 3 ເດືອນ ຢູ່ທີ່ປະມານ 831 ລ້ານໂດລາ.
 ເມື່ອສັງເກດການເກີນດຸນການຄ້າຂອງ ສປປ ລາວ ໃນ 3 ເດືອນຕິດຕໍ່ກັນນັ້ນ ເຫັນວ່າການສົ່ງອອກສິນຄ້າ ມີລັກສະນະຫຼຸດລົງ; ເຖິງວ່າການສົ່ງອອກສິນຄ້າໃນເດືອນກຸມພາ ເພີ່ມຂຶ້ນ 42.3% ທຽບໃສ່ເດືອນມັງກອນ, ແຕ່ໃນເດືອນມີນາ ກໍຫຼຸດລົງຈາກເດືອນກຸມພາ 2% ແລະ ເດືອນເມສາ ຫຼຸດລົງຈາກເດືອນມີນາ 14%. ຂະນະທີ່ ການນໍາເຂົ້າສິນຄ້າ ໃນ 3 ເດືອນທີ່ ສປປ ລາວ ເກີນດຸນການຄ້າ ຍັງສືບຕໍ່ເພີ່ມຂຶ້ນ, ໃນເດືອນກຸມພາ ນໍາເຂົ້າສິນຄ້າ ເພີ່ມຂຶ້ນຈາກເດືອນມັງກອນ 12.9%, ເດືອນມີນາ ເພີ່ມຂຶ້ນຈາກເດືອນກຸມພາ 28% ແລະ ເດືອນເມສາ ເພີ່ມຂຶ້ນຈາກເດືອນມີນາ 4%. 
 (ຂ່າວ: ຫົງລຶດີ ສາຍສໍາພັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ