ກຊສ ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍ ເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ

ກຊສ ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍ ເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ

ກຊສ ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍ ເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມຈັດຕັ້ງຜັນ​ຂະ​ຫຍາຍ​ເນື້ອ​ໃນ​​ວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ​ ແລະ ວຽກງານກວດກາ ທົ່ວປະເທດປະຈໍາປີ 2024 ແລະ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025

 

ຂອງ ກຊສ ຂຶ້ນໃນວັນທີ 14 ພຶດສະພາ ນີ້ ທີ່ຫ້ອງປະຊຸມຂອງກະຊວງ, ພາຍໃຕ້ການເປັນປະທານຂອງສະຫາຍນາງ ບຸນຄໍາ ວໍລະຈິດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກຊສ; ມີຄະນະປະຈຳພັກ, ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກພ້ອມດ້ວຍສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນ ກຊສ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແນໃສ່ການຜັນຂະຫຍາຍວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາທົ່ວປະເທດປະຈຳປີ 2024 ພ້ອມກັບການສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາໄລຍະ 1 ປີຜ່ານມາ (2024) ແລະ ທິດທາງແຜນການ 1 ປີ (2025) ຂອງ ກຊສ ໃຫ້ແກ່ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນກະຊວງເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງທັງສ້າງຄວາມເອກະພາບທາງດ້ານທັດສະນະຕໍ່ເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ, ການປັບປຸງກົງຈັກການຈັ້ດຕັ້ງ ແລະ ວຽກງານກວດກາ ທົ່ວປະເທດ ທັງພ້ອມກັນເປັນເຈົ້າການນໍາພາຈັດຕັ້ງຜັນຂະຫຍາຍເປັນທິດທາງແຜນການໃນຕໍ່ໜ້າໂດຍເລັ່ງໃສ່ເສີມຂະຫຍາຍດ້ານຕັ້ງໜ້າ, ແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ ແລະ ສິ່ງຫຍໍ້ທໍ້ຕ່າງໆ ແນໃສ່ເຮັດໃຫ້ບັນດາວຽກງານດັ່ງກ່າວ ບັນລຸຄາດໝາຍທີ່ວາງໄວ້.

ໃນພາກເຊົ້າ, ກອງປະຊຸມ ໄດ້ມີການສະເໜີ ແລະ ເຜີຍແຜ່ ການສັງລວມເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະເທດປະຈໍາປີ 2024 ແລະ ທິດທາງປີ 2025, ຂຶ້ນສະເໜີໂດຍ ສະຫາຍ ພູວົງ ຫຼວງໄຊຊະນະ ກໍາມະການປະຈໍາພັກກະຊວງ ຮອງລັດຖະມົນຕີ ກຊສ; ມີການສະເໜີບົດສະຫຼຸບຫຍໍ້ວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງ ກຊສ, ຂຶ້ນສະເໜີໂດຍ ສະຫາຍ ນາງ ທອງຈັນ ອະຄະມາເຂດ ກໍາມະການປະຈຳພັກ ກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ມີການປະກອບຄຳເຫັນຕາມຄຳຖາມເຈາະຈີ້ມຢ່າງກົງໄປກົງມາໃນວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງໂດຍປະທານກອງປະຊຸມແມ່ນໄດ້ເນັ້ນໜັກເຖິງຜົນການຈັດຕັ້ງປະຕິບັດຕົວຈິງໃນແຕ່ລະວຽກງານເຊັ່ນ: ວຽກງານການເມືອງ-ແນວຄິດ; ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ວຽກງານປັບປຸງກົງຈັກການຈັດຕັ້ງໄປຕາມມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ; ການຄຸ້ມຄອງພະນັກງານໃນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ວຽກງານຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະໜ້າທີ່ການເມືອງຂອງຕົນ. ພ້ອມນີ້, ໄດ້ມີການມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ຈໍານວນ 25 ໜ່ວຍພັກໃນຈໍານວນທັງໝົດ 30 ໜ່ວຍພັກ ແລະ ໄດ້ມີການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ໃຫ້ພະນັກງານ-ລັດຖະກອນ ກົມຈັດຕັ້ງ ແລະ ພະນັກງານ ກຊສ ຈໍານວນ 17 ສະຫາຍ (ຍິງ 7 ສະຫາຍ) ຢ່າງສົມກຽດ.

ໃນພາກບ່າຍ, ໄດ້ຈັດໃຫ້ມີກອງປະຊຸມຜັນຂະຫຍາຍເນື້ອໃນວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ພ້ອມກັບການສະຫຼຸບວຽກງານກວດກາ ຂອງ ກຊສ ຊຶ່ງເນື້ອໃນເອກະສານນໍາສະເໜີ ແລະ ເຜີຍແຜ່ບົດສະຫຼຸບຫຍໍ້ຕີລາຄາການເຄື່ອນໄຫວວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ຂຶ້ນສະ ເໜີໂດຍ ສະຫາຍ ສົມແພງ ໄຊຍະແສງ ຄະນະພັກກະຊວງ ຮອງປະທານກວດກາພັກກະຊວງ ຫົວໜ້າກົມກວດກາ;ບົດສະຫຼຸບຫຍໍ້ການຈັດຕັ້ງ ແລະ ເຄື່ອນໄຫວວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025ຂອງ ກຊສ, ຂຶ້ນສະເໜີໂດຍ ສະຫາຍ ນາງ ອຸທອນ ເພັດຫຼວງສີ ຄະນະພັກກະຊວງ ຮອງປະທານກວດກາພັກ ກະຊວງ; ລະບຽບຂອງອົງການກວດກາແຫ່ງລັດ ວ່າດ້ວຍການເກັບຮັກສາເອກະສານ ກ່ຽວກັບການກວດກາ ສະບັບເລກທີ 138/ອກຫລ, ລົງວັນທີ 9 ເມສາ 2024, ຂຶ້ນສະເໜີໂດຍ ສະຫາຍ ວິລະສັກ ຈຸນດາລາ ຄະນະພັກກະຊວງ ຮອງປະທານກວດກາພັກ ກະຊວງ; ຮັບຟັງ ຄຳເຫັນຊີ້ນໍາຂອງ ສະຫາຍ ໄຊຄຳ ອຸ່ນມີໄຊ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຕໍ່ກອງປະຊຸມຄັ້ງນີ້.

ໃນກອງປະຊຸມບັນດາຄະນະພັກ ກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ໂດຍສະເພາະຜູ້ເຮັດວຽກງານກວດກາ ໄດ້ມີຮັບຮູ້ເຂົ້າໃຈ ແລະ ກໍາແໜ້ນບັນດາເນື້ອໃນຈິດໃຈຕົ້ນຕໍທີ່ຕ້ອງປະຕິບັດ, ສູ້ຊົນສ້າງການຫັນປ່ຽນແບບບຸກທະລຸຢ່າງເປັນຮູບປະທຳ, ໂດຍສະເພາະໃນການສືບຕໍ່ນໍາພາຈັດຕັ້ງປະຕິບັດບັນດາຄາດໝາຍຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ກອງປະຊຸມໃຫຍ່ວຽກງານກວດກາທົ່ວປະເທດ ຄັ້ງທີ IV ພ້ອມດຽວກັນກໍໄດ້ມີການປະກອບຄຳເຫັນ ຢ່າງກົງໄປກົງມາ ໂດຍສະເພາະບັນຫາທີ່ຍັງຄົງຄ້າງຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ;

ໃນວາລະທ້າຍກອງປະຊຸມຄັ້ງນີ້, ສະຫາຍປະທານກອງປະຊຸມກໍໄດ້ກ່າວມີທິດຊີ້ນຳຕໍ່ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກໃຫ້ສືບຕໍ່ນໍາເອົາຜົນເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃນຄວາມຮັບຜິດຊອບຂອງຮາກຖານພັກຕົນ ເພື່ອເຮັດໃຫ້ບັນດາສະມາຊິກພັກເຂົ້າໃຈແລະ ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງຂຶ້ນກວ່າເກົ່າ.

(ຂ່າວ-ພາບ: ສຳນານ + ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ