ກຊສສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານແລະວຽກງານປັບປຸງກົງຈັກການຈັດຕັ້ງປະຈໍາປີ2023

ກຊສສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານແລະວຽກງານປັບປຸງກົງຈັກການຈັດຕັ້ງປະຈໍາປີ2023
ກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ (ກຊສ)ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານແລະວຽກງານປັບປຸງກົງຈັກການຈັດຕັ້ງປະຈໍາປີ 2023ແລະ ກໍານົດທິດທາງແຜນການປີ 2024 ຕິດພັນກັບຜັນຂະຫຍາຍວຽກງານກໍ່ສ້າງພັກ-ພະນັກງານແລະປັບປຸງກົງຈັກການຈັດຕັ້ງທົ່ວປະເທດປະຈຳປີ 2023. ໃນວັນທີ4ເມສານີ້ ຢູ່ຫ້ອງປະຊຸມໃຫຍ່ຂອງ ກຊສ, ພາຍໃຕ້ການເປັນປະທານຂອງທ່ານ ໄຊນະຄອນ ອິນທະວົງ ຮອງເລຂາຄະນະພັກປະທານກວດກາພັກ ຮອງລັດຖະມົນຕີກຊສ, ມີຄະນະປະຈຳພັກ, ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ສະມາຊິກພັກ, ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຈຸດປະສົງກອງປະຊຸມ ເພື່ອສະຫຼຸບຕີລາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ຂອງກຊສໃນໄລຍະ 1ປີຜ່ານມາ (2023)ແລະທິດທາງແຜນການ 1 ປີຕໍ່ໜ້າ (2024) ໄປພ້ອມກັບການເຜີຍແຜ່, ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານແລະປັບປຸງກົງຈັກການຈັດຕັ້ງທົ່ວປະເທດປະຈຳປີ 2023ໃຫ້ແກ່ຄະນະພັກ, ສະມາຊິກພັກ,ພະນັກງານ-ລັດຖະກອນພາຍໃນກະຊວງເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງທັງສ້າງຄວາມເອກະພາບທາງດ້ານທັດສະນະຕໍ່ເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ, ການປັບປຸງກົງຈັກການຈັ້ດຕັ້ງທົ່ວປະເທດຊຶ່ງເນື້ອໃນເອກະສານທີ່ໄດ້ນໍາສະເໜີ ແລະ ເຜີຍແຜ່ມີຄື:ສະເໜີບົດສະຫຼຸບຫຍໍ້ວຽກງານກໍ່ສ້າງພັກ-ພະນັກງານ ແລະປັບປຸງກົງຈັກການຈັດຕັ້ງປະຈຳປີ 2023ແລະ ທິດທາງແຜນການ ປີ 2024ຂອງກຊສ, ເຜີຍແຜ່ເຊື່ອມຊຶມບາງເນື້ອໃນທີ່ສໍາຄັນຕາມບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານແລະປັບປຸງກົງຈັກການຈັດຕັ້ງທົ່ວປະເທດປະຈຳປີ 2023ແລະທິດທາງໜ້າທີ່ປີ 2024, ເຊື່ອມຊຶມ ບົດໂອ້ລົມ ຂອງ ສະຫາຍບຸນທອງ ຈິດມະນີກຳມະການກົມການເມືອງສູນກາງພັກຜູ້ປະຈໍາການເລຂາທິການສູນກາງພັກຮອງປະທານປະເທດ ຕໍ່ກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານແລະປັບປຸງກົງຈັກການຈັດຕັ້ງທົ່ວປະເທດປະຈໍາປີ2023ບາງເນື້ອໃນ, ເຊື່ອມຊຶມ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 13/ຄຈສພ,ລົງວັນທີ11 ມັງກອນ2024, ເຊື່ອມຊຶມຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກເລກທີ14/ຄຈສພ, ລົງວັນທີ11 ມັງກອນ 2024.
ທ່ານ ນາງ ທອງຈັນ ອະຄະມະເຂດ ຄະນະປະຈໍາພັກກະຊວງ ຫົວໜ້າກົມຈັດຕັ້ງ -ຄຸ້ມຄອງພະນັກງານ ໄດ້ຂຶ້ນສະຫຼຸບລາຍງານໂດຍຫຍໍ້ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ,ຂໍ້ຂາດຕົກບົກຜ່ອງ,ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງໃນຕໍ່ໜ້າຊຶ່ງສະແດງອອກຄື: ໄດ້ດໍາເນີນກອງປະຊຸມຄະນະປະຈຳພັກ9ຄັ້ງ, ຮັບສ່ອງແສງວຽກພັກຈາກບັນດາຮາກຖານພັກໃນແຕ່ລະເດືອນ, ດໍາເນີນກອງປະຊຸມຄົບຄະນະ4ຄັ້ງໃນນີ້ເປີດກວ້າງ2ຄັ້ງ, ອັນທີ່ພົ້ນເດັ່ນແມ່ນໄດ້ຊີ້ນໍາບັນດາຮາກຖານພັກດໍາເນີນກອງປະຊຸມກາງສະໄໝໄປພ້ອມກັບການນໍາພາກອງປະຊຸມກາງສະໄໝຂອງອົງຄະນະພັກກະຊວງສໍາເລັດຕາມກຳນົດເວລາ, ໄດ້ສືບຕໍ່ນໍາເອົານິຕິກຳຂອງຂັ້ນເທິງມາຈັດຕັ້ງເຜີຍແຜ່, ຜັນຂະຫຍາຍເພື່ອໃຫ້ພະນັກງານພາຍໃນກະຊວງໄດ້ຮັບຮູ້ເຖິງວຽກງານພະນັກງານໃນໄລຍະໃໝ່ໂດຍສະເພາະມະຕິຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍການເພີ່ມທະວິນໍາພາຂອງພັກເພື່ອສ້າງການຫັນປ່ຽນຢ່າງແຂງແຮງແລະເລິກເຊິ່ງ, 
ໂດຍອີງໃສ່ແຜນການກຳນົດພະນັກງານນໍາພາ-ຄຸ້ມຄອງທັງ2ແຜນ, ແຜນການກໍ່ສ້າງປະຈຳປີຊຶ່ງໄດ້ມີການສົ່ງພະນັກງານນໍາພາ, ພະນັກງານຫຼັກແຫຼ່ງໄປບຳລຸງທິດສະດີການເມືອງໄລຍະສັ້ນ, ລະບົບຊັ້ນກາງ6ເດືອນ, ລະບົບຊັ້ນສູງ9ເດືອນ, ຄົ້ນຄວ້າທິດສະດີການເມືອງລະດັບປະລິນຍາໂທ, ຍົກລະດັບທາງດ້ານວິຊາສະເພາະໄດ້ຈໍານວນ20ສະຫາຍຍິງ3ສະຫາຍ, ຢູ່ຕ່າງປະເທດມີ4ສະຫາຍຍິງ1ສະຫາຍ, ຢູ່ພາຍໃນປະເທດມີ16ສະຫາຍຍິງ2ສະຫາຍ. ໃນນັ້ນຂັ້ນປະລິນຍາເອກມີ3ສະຫາຍຍິງ1ສະຫາຍ, ປະລິນຍາໂທມີ6ສະຫາຍ, ປະລິນຍາຕີມີ11ສະຫາຍຍິງ1ສະຫາຍ; ຮັບເອົາພະນັກງານທີ່ຮຽນຈົບກັບຄືນກົມກອງຈໍານວນ9ສະຫາຍຍິງ3ສະຫາຍຈົບຈາກຕ່າງປະເທດມີ6ສະຫາຍ (ຍິງ2ສະຫາຍ), ຈົບພາຍໃນປະເທດມີ3ສະຫາຍ (ຍິງ1ສະຫາຍ), ໄດ້ແຕ່ງຕັ້ງ, ສັບຊ້ອນ, ນໍາໃຊ້ພະນັກງານແລະກົນໄກປະສານງານສາຍຕັ້ງ-ສາຍຂວາງ.ນອກນີ້ກໍໄດ້ມີການຍ້ອງຍໍ-ຊົມເຊີຍຕໍ່ຜູ້ທີ່ມີຜົນງານ, ຫ້າວຫັນໃນການປະຕິບັດວຽກງານມີຜົນສໍາເລັດ.
ໃນວາລະທ້າຍຂອງກອງປະຊຸມຍັງໄດ້ມີການເຜີຍແຜ່ເຊື່ອມຊຶມເອກະສານອົບຮົມການເມືອງ-ແນວຄິດສໍາລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງເພື່ອດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ສຸດທ້າຍສະຫາຍໄຊນະຄອນ ອິນທະວົງກໍໄດ້ໃຫ້ທິດຊີ້ນຳຕໍ່ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກໃຫ້ສືບຕໍ່ນໍາເອົາຜົນຂອງກອງປະຊຸມວຽກງານທີ່ສຳຄັນໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃນຄວາມຮັບຜິດຊອບຂອງຮາກຖານພັກຕົນ ເພື່ອເຮັດໃຫ້ບັນດາສະມາຊິກພັກເຂົ້າໃຈແລະມີການຫັນປ່ຽນຢ່າງແຂງແຮງແລະເລິກເຊິ່ງຂຶ້ນກວ່າເກົ່າ.
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ໃນວັນທີ 12 ພະຈິກ 2025, ກອງພົນທີ 2 ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ສອນເພັດ ຈັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 2, ມີບັນດາສະຫາຍ ຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ຕະຫລອດຮອດນັກກິລາເຂົ້າຮ່ວມ.
ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ວັນທີ 11 ພະຈິກຜ່ານມາ, ຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ຈັດພິທີເປີດນໍ້າ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ຂຶ້ນຢູ່ທີ່ກຸ່ມ ນາດີ ບ້ານ ຊານຫວ້າ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທີສານ ຕ່າງໜ້າພະແນກກະສີກຳ ແລະ ສິ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ວັນທີ 11 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໃນນາມຜູ້ສໍາປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ.
ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ໃນວັນທີ 12 ພະຈິກ 2025 ນີ້, ການນໍາຂອງອົງການກາແດງແຫ່ງຊາດລາວໄດ້ເຂົ້າວາງພວງມະລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ)ແລະ ວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນ ປະທານໄກສອນ ພົມວິຫານ
ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ໃນວັນທີ 10ພະຈິກຜ່ານມານີ້້, ຄະນະພະແນກການເງິນແຂວງໄຊຍະບູລີໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງບໍ່ແຕນ ຊຶ່ງນຳໂດຍທ່ານ ປະຖົມ ບຸນຍາວົງຮອງຫົວໜ້າພະແນກ ການເງິນແຂວງ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ການຈັດຕັງປະຕິບັດແຜນງົບປະມານແຫ່ງລັດຢູ່ເມືອງບໍ່ແຕນໃນໄລຍະ 10 ເດືອນ ແລະ 2 ເດືອນທ້າຍປີ 2025.
ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ເພື່ອຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 98/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍ ການຮັບຮອງເອົາຜົນການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 4 ສະບັບ ແລະ ຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 192/ອອປສ, ລົງວັນທີ 12 ມີນາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ແຜນການເຄື່ອນໄຫວ ຂອງຄະນະຮັບຜິດຊອບຄົ້ນຄວ້າ ແລະ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ວັນທີ 11 ພະຈິກ 2025 ທີ່ຫ້ອງປະຊຸມຕະຫຼາດຫຼັກຊັບລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ (10/2010–10/2025) ພາຍໃຕ້ການເປັນປະທານ ແລະ ມອບໃບຍ້ອງຍໍຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ),ທ່ານ ນາງ ບຸນຄຳ ວິລະຈິດ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍຮອງປະທານ ຄຄຊ ບັນດາອະດີດພະນັກງານ ແລະ ບັນດາພະນັກງານທີ່ປະກອບສ່ວນໃນວຽກງານສ້າງຕັ້ງຕະຫຼາດທຶນ, ບັນດາຜູ້ມີສ່ວນຮ່ວມ ແລະ ອົງການຈັດຕັ້ງສາກົນກ່ຽວຂ້ອງ ເຂົ້າຮ່ວມ.
ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ເພີ່ມເຕີມ