ໄລຍະ 3 ມື້ ໂຮງໝໍເສດຖາທິຣາດ ຮັບຄົນເຈັບ 40 ກໍລະນີ

ໄລຍະ 3 ມື້ ໂຮງໝໍເສດຖາທິຣາດ ຮັບຄົນເຈັບ 40 ກໍລະນີ
ໃນວັນທີ 15 ເມສາ ນີ້ ທີ່ພະແນກສຸກເສີນໂຮງໝໍເສດຖາທິຣາດ ນະຄອນຫຼວງວຽງຈັນ ທ່ານ ນາງ ພິມແສງ ພິດທະນຸສອນ ຫົວໜ້າພະແນກສຸກເສີນໂຮງໝໍເສດຖາທິຣາດ ໃຫ້ສໍາພາດວ່າ: ໃນໄລຍະ 3 ມື້ ໂຮງໝໍເສດຖາທິຣາດ ຮັບຄົນເຈັບ 40 ກໍລະນີ ໃນນີ້ ຍິງ 10 ກໍລະນີ, ໃນຈໍານວນຄົນເຈັບດັ່ງກ່າວ ແມ່ນບໍ່ມີອາການສາຫັດຈັກຄົນ ໝາຍຄວາມວ່າ ປະເພດຂອງອາການບາດເຈັບແມ່ນຢູ່ໃນລະດັບກາງ. ຄຽງຄູ່ກັນນັ້ນ ຄົນເຈັບທີ່ໄດ້ເຂົ້າເຖິງພະແນກພາຍໃນ ແລະ ພະແນກພາຍນອກ ມີຈໍານວນ 180 ກໍລະນີ ຍິງ 80 ກໍລະນີ, ສ່ວນການຫ້າງຫາກະກຽມພະນັກງານ ແພດ-ໝໍ ຕໍ່ຄົນເຈັບ ແມ່ນ 15 ທ່ານ ຕໍ່ມື້ຕໍ່ 24 ຊົ່ວໂມງ, ຈາກປົກກະຕິ ແມ່ນ 7 ທ່ານ ຕໍ່ມື້ຕໍ່ 24 ຊົ່ວໂມງ,
ໃນໂອກາດດັ່ງກ່າວ, ທ່ານ ນາງ ພິມແສງ ພິດທະນຸສອນ ຈຶ່ງໄດ້ຝາກເຖິງບັນດາຜູ້ຂັບຂີ່ທັງຫຼາຍທີ່ນໍາໃຊ້ລົດ, ໃຊ້ຖະໜົນວ່າ: ການຫຼິ້ນບຸນປີໃໝ່ລາວ ກິນ-ດື່ມ ຂໍໃຫ້ມີຄວາມພໍດີ - ພໍເໝາະ ບໍ່ຄວນດື່ມສິ່ງມຶນເມົາຫຼາຍ ຖ້າດື່ມຫຼາຍ ການຂັບຂີ່ລົດຕາມທ້ອງຖະໜົນຈະເກີດອຸບັດເຫດ ຊຶ່ງຈະນໍາຄວາມເສຍຫາຍມາສູ່ຊີວິດ, ຊັບສິນຂອງທ່ານ, ເມື່ອຮູ້ວ່າ ຕົນເອງດື່ມເມົາແລ້ວ ບໍ່ຄວນຂັບຂີ່ ເພື່ອຫຼີກລ່ຽງອຸບັດເຫດ. ການຫຼິ້ນປີໃໝ່ລາວ ປີນີ້ແມ່ນມີຄວາມແກ່ຍາວ, ຖ້າຫາກວ່າ ທ່ານໃດຈະອອກຈາກເຮືອນ-ບ້ານ ກໍຂໍໃຫ້ນໍາເອົາບັດປະຈໍາຕົວຂອງຕົນ, ໃບຂັບຂີ່ ຫຼື ເອກະສານອື່ນໆ ທີ່ຈະສາມາດຕິດຕໍ່ພົວພັນ ຫາຄອບຄົວ, ຍາດພີ່ນ້ອງໄປນໍາແດ່, ຖ້າຫາກວ່າ ບໍ່ນໍາເອົາເອກະສານຕິດຕົວໄປນໍາ ເມື່ອເກີດອຸບັດເຫດ ຈະເຮັດໃຫ້ການຕິດຕໍ່ຂອງແພດ-ໝໍ ແມ່ນພົບກັບຄວາມຫຍຸ້ງຍາກຫຼາຍ ເພາະວ່າ ຄູ່ກໍລະນີ ຂອງຜູ້ທີ່ເກີດອຸບັດເຫດ ສ່ວນຫຼາຍ ແມ່ນຜູ້ດື່ມສິ່ງມືນເມົາ ກັບ ຜູ້ທີ່ບໍ່ໄດ້ດື່ມສິ່ງມືນເມົາ.
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມຕິດຕາມ ກວດກາ ການປະຕິບັດກົດໝາຍຂອງສະພາແຫ່ງຊາດ

ກອງປະຊຸມຕິດຕາມ ກວດກາ ການປະຕິບັດກົດໝາຍຂອງສະພາແຫ່ງຊາດ

ສານປະຊາຊົນສູງສຸດ (ສປສສ) ຮ່ວມກັບ ກຳມາທິການຍຸຕິທຳ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຕິດຕາມ ກວດກາ ການປະຕິບັດກົດໝາຍຂອງສະພາແຫ່ງຊາດ ຂຶ້ນທີ ໃນວັນທີ 12 ພຶດສະພາ ນີ້, ພາຍໃຕ້ການເປັນປະທານຂອງທ່ານ ນາງ ທຸມມະລີ ວົງພະຈັນ ປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ, ທ່ານ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານສານ ປະຊາຊົນສູງສຸດ ຊຶ່ງມີບັນດາທ່ານ ຫົວໜ້າຄະນະສານ, ຫົວໜ້າກົມ, ຜູ້ພິພາກສາ ເຂົ້າຮ່ວມ.
ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ພະນັກງານທະນາຄານຊາຄອມແບັງລາວ

ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ພະນັກງານທະນາຄານຊາຄອມແບັງລາວ

ເມື່ອບໍ່ດົນມານີ້, ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກອງບັນຊາການປ້ອງກັນຄວາມສະ ຫງົບ (ປກສ) ນະຄອນຫຼວງວຽງຈັນ (ນວ) ໄດ້ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ພະນັກງານທະນາຄານຊາຄອມແບັງລາວ ນໍາໂດຍທ່ານ ພັທ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນວ, ມີທ່ານນາງ ບົວທອງ ສີສະຫວັດ ຮອງອຳນວຍການໃຫຍ່ທະນາຄານຊາຄອມແບັງລາວ ພ້ອມດ້ວຍພະນັກງານເຂົ້າຮ່ວມ.
ເປີດອົບຮົມທິດສະດີວຽກງານກຳມະບານໄລຍະສັ້ນ

ເປີດອົບຮົມທິດສະດີວຽກງານກຳມະບານໄລຍະສັ້ນ

ສະຖາບັນພັດທະນາກຳມະບານລາວ ໄດ້ເປີດຝຶກອົບຮົມທິດສະດີວຽກງານກຳມະບານໄລຍະສັ້ນ 5 ວັນໃຫ້ ຄະນະນຳກຳມະບານລັດວິສາຫະກິດ ແລະ ຫົວໜ່ວຍແຮງງານໃນນະຄອນຫຼວງວຽງຈັນຂຶ້ນໃນລະຫວ່າງວັນທີ 12-16 ພຶດສະພານີ້ ໂດຍມີທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ(ສກລ), ທ່ານ ທອງພິມ ວົງລະພາ ຫົວໜ້າສະຖາບັນພັດທະນາກຳມະບານລາວ, ມີຄະນະກົມ, ຄະນະກຳມະບານຈາກ 25 ພາກສ່ວນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ການຝຶກອົບຮົມໃນຄັ້ງນີ້, ເພື່ອເປັນການກໍ່ສ້າງ, ບຳລຸງພະນັກງານກຳມະບານອາຊີບ, ເຄິ່ງອາຊີ
ເຈົ້າເມືອງຊຽງຮ່ອນ ຕິດຕາມໂຄງການກໍ່ສ້າງຂົວຂ້າມນໍ້າເປິ່່ງບ້ານນໍ້າຄ່ອມ

ເຈົ້າເມືອງຊຽງຮ່ອນ ຕິດຕາມໂຄງການກໍ່ສ້າງຂົວຂ້າມນໍ້າເປິ່່ງບ້ານນໍ້າຄ່ອມ

ໃນອາທິດຜ່ານມານີ້, ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງ ຊຽງຮ່ອນ ພ້ອມດ້ວຍຄະນະໄດ້ລົງຕິດຕາມໂຄງການກໍ່ສ້າງຂົວຂ້າມນໍ້າເປິ່ງ ບ້ານນໍ້າຄ່ອມ ເມືອງຊຽງຮ່ອນ ແຂວງໄຊຍະບູລີ. ໂຄງການດັ່ງກ່າວ, ໄດ້ເລີ່ມລົງມືການກໍ່ສ້າງ ໃນທ້າຍປີ 2024 ຜ່ານມາ, ເປັນຂົວເບຕົງເສີມເຫຼັກ ມີຂະໜາດຄວາມກວ້າງ 3.8 ແມັດ, ຍາວ 12 ແມັດ,
ຍທຂ ອັດຕະປື ຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນ ປະຈໍາປີ 2025

ຍທຂ ອັດຕະປື ຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນ ປະຈໍາປີ 2025

ໃນຕອນເຊົ້າຂອງວັນທີ 12 ພຶດສະພາຜ່ານມານີ້, ພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງອັດຕະປື ໄດ້ຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນ ປະຈຳປີ 2025 ດ້ວຍການຍ່າງມາລາທອນເພື່ອສຸຂະພາບ ແລະ ເສວະນາວັນດັ່ງກ່າວ ເພື່ອຍົກລະດັບຄວາມຮັບຮູ້ ຄວາມສະມາດໃນການນໍາໃຊ້ຖະໜົນຢ່າງປອດໄພ
ພະນັກງານ-ລັດຖະກອນ ຮຽນຮູ້ການນຳໃຊ້ສື່ແບບໃໝ່ ເຂົ້າໃນການປະຕິບັດໜ້າທີ່

ພະນັກງານ-ລັດຖະກອນ ຮຽນຮູ້ການນຳໃຊ້ສື່ແບບໃໝ່ ເຂົ້າໃນການປະຕິບັດໜ້າທີ່

ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດຊຸດຝຶກອົບ ຮົມກ່ຽວກັບການນຳໃຊ້ສື່ແບບໃໝ່ (AI) ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ພະນັກງານ-ລັດຖະກອນ ຈາກຂະແໜງການຕ່າງໆ ອ້ອມຂ້າງ ນະຄອງຫຼວງວຽງຈັນ ທັງແບບເຊິ່ງໜ້າ ແລະ ອອນລາຍ ຂຶ້ນຫວ່າງບໍ່ດົນມານີ້.
ປະຈຸບັນທົ່ວແຂວງຄໍາມ່ວນເກັບກ່ຽວເຂົ້ານາແຊງໄດ້ແລ້ວ 3,977 ເຮັກຕາ

ປະຈຸບັນທົ່ວແຂວງຄໍາມ່ວນເກັບກ່ຽວເຂົ້ານາແຊງໄດ້ແລ້ວ 3,977 ເຮັກຕາ

ໃນລະດູການຜະລິດເຂົ້ານາແຊງສົກປີ 2024-2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າ 14,186 ເຮັກຕາ, ຄາດຄະເນຜົນຜະລິດ 78,896 ໂຕນ. ໃນນີ້, ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 4,696 ເຮັກຕາ ຄາດຄະເນຜົນຜະລິດ 25,840 ໂຕນ. ແຜນການປູກເຂົ້າເພື່ອເປັນສິນຄ້າ 9,490 ເຮັກຕາ ຄາດຄະເນຜົນຜະລິດ 53,056 ໂຕນ.
ທ່ານ ນາງ ສູນທອນ ໄຊຍະຈັກ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ.

ທ່ານ ນາງ ສູນທອນ ໄຊຍະຈັກ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ.

ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ, ຊຶ່ງໄດ້ເຂົ້າພົບປະ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ໃນວັນທີ 8 ພຶດສະພານີ້ ທີ່ຫ້ອງຮັບຮອງຂອງຫ້ອງວ່າການແຂວງ ເພື່ອແຈ້ງຈຸດປະສົ່ງໃນການເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ
ຫ້ອງວ່າການສຳນັກງານປະທານປະເທດສະຫຼຸບວຽກງານກວດກາ ປະຈຳປີ 2024

ຫ້ອງວ່າການສຳນັກງານປະທານປະເທດສະຫຼຸບວຽກງານກວດກາ ປະຈຳປີ 2024

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025 ຂຶ້ນໃນວັນທີ 9 ພຶດສະພານີ້ທີ່ ຫສປທ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະບໍລິຫານງານພັກ ຫສປທ ຮອງຫົວໜ້າ ຫສປທ, ສະຫາຍ ດາວບົວລະພາ ບາວົງເພັດ ກຳມະການປະຈຳພັກ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ຮອງປະທານຄະນະກວດກາສູນກາງພັກ ຮອງຫົວໜ້າອົງການກວດກາແຫ່ງລັດ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ;
ເປີດສູນອະນຸລັກແຂ້ພື້ນເມືອງລາວ ພ້ອມ​ປ່ອຍ​ແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ

ເປີດສູນອະນຸລັກແຂ້ພື້ນເມືອງລາວ ພ້ອມ​ປ່ອຍ​ແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ

ພິທີ​ເປີດ​ສູນ​ອະນຸລັກແຂ້ພື້ນເມືອງລາວ ​ໄດ້​ຈັດ​ຂຶ້ນເມື່ອ​ບໍ່​ດົນ​ມາ​ນີ້ ​​ທີ່ບ້ານຕານ​ສຸມ ເມືອງຈຳພອນ ​ແຂວງສະ​ຫວັນ​ນະ​ເຂດ ໂດຍ​ມີ ທ່ານ ຄຳມອນ ທິລາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ​ສະ​ຫວັນ​ນະ​ເຂດ, ທ່ານ ຄໍາຕາ ສິນນະສອນ ຮອງ​​ເຈົ້າ​ເມືອງຈຳພອນ, ອົງການ​ອະນຸລັກ​ສັດປ່າ (WCS) ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ໃນ​ພິທີ​ດັ່ງກ່າວ, ຍັງ​ໄດ້ມີການປ່ອຍ​ແຂ້​ນໍ້າຈືດພັນພື້ນເມືອງລາວ ຈໍານວນ 10 ໂຕ ກັບຄືນສູ່ທີ່ດິນ​ບໍລິເວນນໍ້າ ​ເຊ​ຈຳ​ພອນ ​ເພື່ອ​ເປັນການເພີ່ມຈໍານວນປະຊາກອນແຂ້ໃນທຳມະຊາດ.
ເພີ່ມເຕີມ