ລາຄາເຂົ້າສານໃນຍີ່ປຸ່ນຫຼຸດລົງ ຫຼັງຈາກເຂົ້າສຳຮອງຂອງລັດຖະບານວາງຂາຍ

ລາຄາເຂົ້າສານໃນຍີ່ປຸ່ນຫຼຸດລົງ ຫຼັງຈາກເຂົ້າສຳຮອງຂອງລັດຖະບານວາງຂາຍ

ລາຄາເຂົ້າສານໃນຍີ່ປຸ່ນຫຼຸດລົງ ຫຼັງຈາກເຂົ້າສຳຮອງຂອງລັດຖະບານວາງຂາຍ
ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ມິຖຸນາ ຜ່ານມາວ່າ: ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງຂອງຍີ່ປຸ່ນ ເປີດເຜີຍວ່າ, ລາຄາເຂົ້າສານຂາຍຍ່ອຍສະເລ່ຍໃນຍີ່ປຸ່ນ ໄດ້ຫຼຸດລົງເປັນ 3,000 ເຢນຕໍ່ 5 ກິໂລກຣາມ ຊຶ່ງຖືເປັນຄັ້ງທຳອິດໃນຮອບປະມານ 3 ເດືອນ.
ຂໍ້ມູນສະແດງໃຫ້ເຫັນວ່າ: ໃນວັນທີ 15 ມິຖຸນາ ຜ່ານມາ, ລາຄາເຂົ້າສານສະເລ່ຍທົ່ວປະເທດທີ່ຂາຍຢູ່ຮ້ານສັບພະສິນຄ້າ ປະມານ 1,000 ແຫ່ງ ຫຼຸດລົງ 256 ເຢນຈາກອາທິດກ່ອນໜ້າ ເຫຼືອ 3,920 ເຢນ, ໂດຍຫຼຸດລົງຕິດຕໍ່ກັນເປັນອາທິດທີ 4 ແລ້ວ.
ກະຊວງດັ່ງກ່າວລະບຸວ່າ: ສາເຫດທີ່ລາຄາເຂົ້າສານຫຼຸດລົງແມ່ນຍ້ອນການປ່ອຍເຂົ້າສຳຮອງໃນລາຄາຖືກອອກສູ່ຕະຫຼາດຂາຍຍ່ອຍ ຊຶ່ງປັດຈຸບັນເລີ່ມວາງຂາຍຕາມຊັ້ນວາງສິນຄ້າແລ້ວ.
ຂ່າວລະບຸວ່າ: ໃນອາທິດໜ້າ, ຄາດວ່າເຂົ້າສຳຮອງຈະແຈກຢາຍຢ່າງກວ້າງຂວາງ. ດັ່ງນັ້ນ, ສັງເກດເບິ່ງວ່າ ທ່າອ່ຽງລາຄາເຂົ້າທີ່ຫຼຸດລົງໂດຍລວມຈະຍັງສືບຕໍ່ໄປ ຫຼື ບໍ່.

ຄໍາເຫັນ

ຂ່າວຕ່າງປະເທດ

ເມັກຊິກ ໃກ້ຈະບັນລຸຂໍ້ຕົກລົງອັດຕາພາສີນຳເຂົ້າເຫຼັກ ແລະ ອາລູມິນຽມ

ເມັກຊິກ ໃກ້ຈະບັນລຸຂໍ້ຕົກລົງອັດຕາພາສີນຳເຂົ້າເຫຼັກ ແລະ ອາລູມິນຽມ

ຂ່າວຕ່າງປະເທດລາຍງານ ໃນວັນທີ 25 ມິຖຸນາ ຜ່ານມາວ່າ: ທ່ານ ມາເຊໂລ ເອບຣາດ ລັດຖະມົນຕີກະຊວງເສດຖະກິດຂອງເມັກຊິກ ກ່າວວ່າ: ເມັກຊິກ ແລະ ສະຫະລັດ ອາເມຣິກາ ໃກ້ຈະບັນລຸຂໍ້ຕົກລົງກ່ຽວກັບອັດຕາພາສີທີ່ສະຫະລັດ ອາເມຣິກາ ໄດ້ກໍານົດການນໍາເຂົ້າເຫຼັກ ແລະ ອາລູມິນຽມ.
ນູແວນເຊລັງ ຜ່ອນຜັນກົດລະບຽບການອອກວີຊາ ເພື່ອດຶງດູດນັກລົງທຶນ

ນູແວນເຊລັງ ຜ່ອນຜັນກົດລະບຽບການອອກວີຊາ ເພື່ອດຶງດູດນັກລົງທຶນ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ນູແວນເຊລັງ ເປີດເຜີຍຍອດການຍື່ນຂໍວີຊາ Active Investor Plus visa ສໍາລັບນັກລົງທຶນຕ່າງປະເທດທີ່ຕ້ອງການຍ້າຍເຂົ້າປະເທດ ເພີ່ມຂຶ້ນຢ່າງວ່ອງໄວ. ໃນຂະນະທີ່ລັດຖະບານຕ້ອງການດຶງດູດກຸ່ມຄົນທີ່ມີຄວາມຮັ່ງມີໃຫ້ເຂົ້າມາຫຼາຍຂຶ້ນ ເພື່ອຊຸກຍູ້ການເຕີບໂຕດ້ານເສດຖະກິດຂອງປະເທດ.
ອົງການສະຫະປະຊາຊາດ ກຽມຫຼຸດຈຳນວນພະນັກງານລົງ 20%

ອົງການສະຫະປະຊາຊາດ ກຽມຫຼຸດຈຳນວນພະນັກງານລົງ 20%

ຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ ຜ່ານມາວ່າ: ອົງການສະຫະປະຊາຊາດ (UN) ກຽມຫຼຸດຈຳນວນພະນັກງານລົງ 20% ແລະ ພິຈາລະນາການປັບໂຄງສ້າງອົງການທີ່ກ່ຽວຂ້ອງຄືນ ໃໝ່ 140 ກວ່າອົງການ, ພາຍຫຼັງສະຫະລັດ ອາເມຣິກາ ຕັດງົບປະມານສະໜັບສະໜູນ.
ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ສ້າງຂຶ້ນເພື່ອຊຸກຍູ້ການພັດທະນາໃນພາກພື້ນ ແລະ ທົ່ວໂລກ

ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ສ້າງຂຶ້ນເພື່ອຊຸກຍູ້ການພັດທະນາໃນພາກພື້ນ ແລະ ທົ່ວໂລກ

ຂ່າວສານຊີອາໄອລາຍງານວ່າ: ກອງປະຊຸມປະຈຳປີຄັ້ງທີ 10 ຂອງຄະນະບໍລິຫານງານທະນາຄານການລົງທຶນພື້ນຖານໂຄງລ່າງອາຊີ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ ໃນລະຫວ່າງວັນທີ 24-26 ມິຖຸນານີ້, ໂດຍມີແຂກ ເຂົ້າຮ່ວມ 3.500 ກວ່າທ່ານ ທີ່ມາຈາກເກືອບ 100 ປະເທດ ແລະ ເຂດແຄວ້ນ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເຂົ້າ​ຮ່ວມ​ວາ​ລະ​ສົນ​ທະ​ນາ​ນະ​ໂຍ​ບາຍ ໃນເວ​ທີປາ​ໄສ​ເສດ​ຖະ​ກິດ​ໂລກ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເຂົ້າ​ຮ່ວມ​ວາ​ລະ​ສົນ​ທະ​ນາ​ນະ​ໂຍ​ບາຍ ໃນເວ​ທີປາ​ໄສ​ເສດ​ຖະ​ກິດ​ໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 25 ມິຖຸນາ ຜ່ານມາ, ໃນການເຂົ້າຮ່ວມວາລະສົນທະນານະໂຍບາຍ ຫົວຂໍ້ “ສັງກາດໃໝ່ຂອງ ຫວຽດນາມ: ຈາກວິໄສທັດໄປສູ່ການກະທຳ”, ໃນຂອບເຂດເວທີປາໄສເສດຖະກິດໂລກ (WEF) ຢູ່ ນະຄອນທຽນຊີນ ປະເທດຈີນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕອບຄຳຖາມຫຼາຍຂໍ້ທີ່ກ່ຽວຂ້ອງເຖິງເສັ້ນທາງພັດທະນາຂອງ ຫວຽດນາມ ໃນສັງກາດໃໝ່. ວາລະສົນທະນາມີການເຂົ້າຮ່ວມຂອງທ່ານ ບອດ ເບຣດ (Borge Brende) ປະທານ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ WEF ພ້ອມດ້ວຍຜູ້ແທນ 100 ກວ່າທ່ານ ຊຶ່ງເປັນຜູ້ຕາງໜ້າຂອງບັນດາລັດຖະບານ, ອົງການຈັດຕັ້ງ ແລະ ວິສາຫະກິດ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ພົບ​ປະ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ພົບ​ປະ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ມິຖຸນາ ຜ່ານມາ, ເນື່ອງໃນໂອກາດທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມ WEF ທຽນຊີນ ແລະ ເຮັດວຽກຢູ່ ຈີນ, ທ່ານ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ. ໃນການພົບປະ, ນາຍົກລັດຖະມົນຕີສອງທ່ານເຫັນດີຕີລາຄາການພົວພັນລະຫວ່າງສອງພັກ, ສອງລັດ ທີ່ໄດ້ມີບັນດາບາດກ້າວຫັນປ່ຽນຢ່າງແຮງ, ແທດຈິງ ດ້ວຍຈຸດເດັ່ນທີ່ຕັ້ງໜ້າຫຼາຍຢ່າງ ເຊັ່ນ: ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການປັບປຸງ, ມີຫຼາຍກົນໄກຮ່ວມມືໃໝ່ໄດ້ຮັບການສ້າງຕັ້ງຂຶ້ນ, ການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ, ການທ່ອງທ່ຽວຮັກສາທ່ວງທ່າເຕີບໂຕ; ການຮ່ວມມືໃນການສ້າງເສັ້ນທາງລົດໄຟ, ການບິນກໍໄດ້ຮັບການຍູ້ແຮງເຊັ່ນດຽວກັນ.
ນັກຄົ້ນຄວ້າອິສຣາແອນ ຄົ້ນພົບກົນໄກຂອງສະໝອງ ທີ່ຄວບຄຸມອາການເຈັບປວດ

ນັກຄົ້ນຄວ້າອິສຣາແອນ ຄົ້ນພົບກົນໄກຂອງສະໝອງ ທີ່ຄວບຄຸມອາການເຈັບປວດ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້; ມະຫາວິທະຍາໄລຮິບຣູ ແຫ່ງເຢຣູຊາເລັມ ລາຍງານວ່າ: ນັກວິທະຍາສາດຂອງອິສຣາແອນ ໄດ້ຄົ້ນພົບກົນໄກຂອງສະໝອງທີ່ຊ່ວຍຄວບຄຸມອາການເຈັບປວດໄລຍະສັ້ນແຕ່ບໍ່ສາມາດຄວບຄຸມອາການເຈັບປວດຊໍາເຮື້ອໄດ້ ຊຶ່ງສາມາດນຳໄປສູ່ການປິ່ນປົວທີ່ມີປະສິດທິພາບຫຼາຍຂຶ້ນ.
ກຳປູເຈຍ ຢືນຢັນມີຄົນເຈັບໄຂ້ຫວັດສັດປີກເພີ່ມຂຶ້ນ

ກຳປູເຈຍ ຢືນຢັນມີຄົນເຈັບໄຂ້ຫວັດສັດປີກເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ມິຖຸນາ ຜ່ານມາວ່າ: ກະຊວງສາທາລະນະສຸກກໍາປູເຈຍໄດ້ອອກຖະແຫຼງການກ່ຽວກັບການພົບຄົນເຈັບທີ່ເປັນໄຂ້ຫວັດສັດປີກ ສາຍພັນ H5N1 ຊຶ່ງເປັນເພດຍິງ ອາຍຸ 41 ປີ ອາໄສຢູ່ແຂວງສຽມຣຽບ ທາງພາກຕາເວັນຕົກສ່ຽງເໜືອຂອງປະເທດ.
ອາຊີ ຮ້ອນໄວຂຶ້ນເກືອບສອງເທົ່າຂອງອັດຕາສະເລ່ຍຂອງໂລກ

ອາຊີ ຮ້ອນໄວຂຶ້ນເກືອບສອງເທົ່າຂອງອັດຕາສະເລ່ຍຂອງໂລກ

ຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ ຜ່ານມາວ່າ: ປີ 2024 ເປັນປີທີ່ຮ້ອນທີ່ສຸດແບບບໍ່ເຄີຍມີມາກ່ອນ ຫຼື ເປັນປີທີ່ຮ້ອນທີ່ສຸດເປັນອັນດັບສອງເທົ່າທີ່ມີການບັນທຶກໄວ້, ລວມເຖິງຄື້ນຄວາມຮ້ອນທີ່ແຜ່ລາມ ແລະ ແກ່ຍາວເປັນເວລາດົນນານ ຊຶ່ງທ່າ​ອ່ຽງ​ຄວາມຮ້ອນ​ລະຫວ່າງ​ປີ 1991-2024 ​ເພີ່ມຂຶ້ນ​ເກືອບ​ສອງ​ເທົ່າ​ຂອງ​ໄລຍະ​ປີ 1961-1990.
ອິນໂດເນເຊຍ ສົ່ງອອກອາຫານທະເລ ມູນຄ່າຫຼາຍກວ່າ 28 ພັນຕື້ຣູເປຍ

ອິນໂດເນເຊຍ ສົ່ງອອກອາຫານທະເລ ມູນຄ່າຫຼາຍກວ່າ 28 ພັນຕື້ຣູເປຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ມິຖຸນາ ຜ່ານມາວ່າ: ທ່ານ ອິຊາຕິນີ ຫົວໜ້າຫ້ອງການຄວບຄຸມ ແລະ ກວດກາຄຸນນະພາບຜະລິດຕະພັນການປະມົງ ພາຍໃຕ້ກະຊວງກິດຈະການທາງທະເລ ແລະ ການປະມົງຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ການສົ່ງອອກຜະລິດຕະພັນທາງທະເລ ແລະ ການປະມົງ ຈາກແຂວງສຸລາເວສີຕາເວັນອອກສ່ຽງໃຕ້ ສູ່ ສະຫະລັດ ອາເມຣິກາ ແລະ ໄທ ຈຳນວນ 98 ໂຕນ ມີມູນຄ່າຫຼາຍກວ່າ 28 ພັນຕື້ຣູເປຍ.
ເພີ່ມເຕີມ