ໃນບັນດາປະເທດເອີຣົບ, ອັງກິດແມ່ນປະເທດໃຫຍ່ອັນດັບ 2 ທີ່ອາໄສອາຍແກັສທຳມະຊາດໃນການໃຊ້ອາຍອຸ່ນ. ຂະນະດຽວກັນ, ກໍແມ່ນປະເທດໃຫຍ່ອັນດັບ 5 ທີ່ອາໄສອາຍແກັສທຳມະຊາດໃນການຜະລິດໄຟຟ້າ. ປີຜ່ານມາ, ຄະນະກຳມະການວິກິດການພະລັງງານອັງກິດເຄີຍກ່າວເຕືອນວ່າ, ຍ້ອນການໃຊ້ອາຍອຸ່ນຂອງພົນລະເມືອງແລະໂຮງງານຜະລິດໄຟຟ້າຂອງອັງກິດອາໄສອາຍແກັສທຳມະຊາດໃນລະດັບສູງ, ອັງກິດອາດຈະປະສົບກັບສະພາບການທີ່ຕົ້ນທຶນພະລັງງານສູງຂຶ້ນຢ່າງຫຼວງຫຼາຍພາຍໃນເວລາສັ້ນອີກເທື່ອໜຶ່ງ ຊຶ່ງເລື່ອງນີ້ຈະເຮັດໃຫ້ປະຊາຊົນປະເຊີນໜ້າກັບວິດກິດການຮ້າຍແຮງຂຶ້ນຕື່ມ ໃນດ້ານຄ່າໃຊ້ຈ່າຍໃນຊີວິດການເປັນຢູ່. ແຕ່ສະພາບການແບບນີ້ຈະບໍ່ໄດ້ຮັບການແກ້ໄຂພາຍໃນໄລຍະສັ້ນ, ຄາດວ່າ, ຮອດເດືອນເມສາປີນີ້, ລາຄາພະລັງງານຂອງອັງກິດ ອາດຍັງຈະສູງຂຶ້ນ 3% ຕື່ມອີກ.
ການຄ້າລະຫວ່າງກຳປູເຈຍ ແລະ ອາຊຽນ ເພີ່ມຂຶ້ນຫຼາຍກວ່າ 20%
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ກະຊວງການຄ້າ ຂອງກຳປູເຈຍລາຍງານວ່າ, ມູນຄ່າການຄ້າລະຫວ່າງກຳປູເຈຍ ແລະ ບັນດາປະເທດສະມາຊິກອາຊຽນ ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດ 2026 ມີມູນຄ່າທັງໝົດ 11.6 ຕື້ໂດລາ, ເພີ່ມຂຶ້ນ 20.7% ເມື່ອທຽບໃສ່ປີກ່ອນ.
ຄໍາເຫັນ