ລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງ ມະຫາສີລາ ວິຣະວົງສ໌ ຄົບຮອບ120 ປີ

ລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງ ມະຫາສີລາ ວິຣະວົງສ໌ ຄົບຮອບ120 ປີ

ລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງ ມະຫາສີລາ ວິຣະວົງສ໌ ຄົບຮອບ120 ປີ
ມູນນິທິມະຫາສີລາ ວິຣະວົງສ໌ ຮ່ວມກັບສະມາຄົມນັກປະພັນລາວ ແລະ ສະມາຄົມສົ່ງເສີມການອະນຸລັກສິລະປະວັນນະຄະດີ ໄດ້ຈັດຕັ້ງພິທີສະຫຼອງຄົບຮອບ 120 ປີ ຊາຕະການ ມະຫາສີລາ ວິຣະວົງສ໌, ພ້ອມທັງຈັດເສວະນາ ກ່ຽວກັບພາສາ, ວັນນະຄະດີ, ສາສະໜາ-ຮີດຄອງປະເພນີ ແລະ ປະຫວັດສາດລາວ ກໍຄື ຜົນງານການແຕ່ງ, ການຄົ້ນຄວ້າ ຂອງທ່ານ ມະຫາສີລາ ວິຣະວົງສ໌ ຂຶ້ນໃນລະຫວ່າງວັນທີ 25-26 ຕຸລາ ຜ່ານມາ5 ຢູ່ສວນໄຜ່ພັນກໍ ບ້ານໄຮ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ມີພະເຖຣານຸເຖຣະ, ທ່ານ ພັນຄຳ ວິພາວັນ ອະດີດນາຍົກ ລັດຖະມົນຕີ, ບັນດານັກຂຽນ, ນັກປະພັນ, ນັກຮຽນ-ນັກສຶກສາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ລະນກເຖງຜນງານ ແລະ ຄນງາມຄວາມດຂອງ ມະຫາສລາ ວຣະວງສ ຄບຮອບ120 ປ - image 1
 

ທ່ານ ວິຣະພົນ ວິຣະວົງສ໌ ປະທານມູນນິທິ ມະຫາສີລາ ວິຣະວົງສ໌ ໄດ້ຕາງໜ້າໃຫ້ຄອບຄົວ ວິຣະວົງສ໌ ສະແດງຄວາມຂອບໃຈ ຕໍ່ບັນດາແຂກ ທີ່ໄດ້ມາເຕົ້າໂຮມກັນ ເພື່ອຮ່ວມງານສະຫຼອງ 120 ປີ ຊາຕະການ ມະຫາສີລາ ວິຣະວົງສ໌ ເພື່ອລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງ ທ່ານ ມະຫາ ສີລາ ວິຣະວົງສ໌ ກໍຄື ບັນດາບັນພະບູລຸດຜູ້ຮັກຊາດ ຍືນຍົງຢູ່ໃນພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ, ພ້ອມທັງຍົກໃຫ້ເຫັນຈຸດປະສົງຂອງການສ້າງຕັ້ງມູນນິທິມະຫາສີລາ ວິຣະວົງສ໌ ເພື່ອສະໜັບສະໜູນດ້ານການສຶກສາ ແລະ ການຄົ້ນຄວ້າກ່ຽວກັບພາສາ, ວັນນະຄະດີ, ສາສະໜາ, ຮີດຄອງປະເພນີ ແລະ ປະຫວັດສາດລາວ ອັນເປັນມໍລະດົກທາງດ້ານວັດທະນາທໍາ ຂອງຊາດ. ພ້ອມທັງ, ໃຫ້ທຶນໂຄງການ, ຈັດເສວະນາ, ຈັດພິມ ແລະ ເຜີຍແຜ່ປຶ້ມຂອງມະຫາສີລາ ວິຣະວົງສ໌ ແລະ ຜົນງານ ທີ່ນອນໃນຂົງເຂດວຽກງານທີ່ ມູນນິທິມະຫາສີລາ ວິຣະວົງສ໌ ໃຫ້ການສະໜັບສະໜູນ.

ທ່ານ ພັນຄຳ ວິພາວັນ ໄດ້ຍົກໃຫ້ເຫັນປະຫວັດ, ຜົນງານ ແລະ ການເຄື່ອນໄຫວຂອງທ່ານ ມະຫາສີລາ ວິຣະວົງສ໌ ໃນໄລຍະຜ່ານມາ ຊຶ່ງໃນໄລຍະຊຸມປີ 1977-1983 ທ່ານ ມະຫາສີລາ ວິຣະວົງສ໌ ໄດ້ຮຽບຮຽງ ແລະ ຈັດພິມປຶ້ມໄວຍະກອນລາວ ສຳລັບໂຮງຮຽນສາມັນສຶກສາ ມ1, ມ2, ມ3, ອ1, ອ2 ແລະ ອ3 ເພື່ອໃຊ້ໃນຂອບເຂດທົ່ວປະເທດ. ໃນປີ 1930 ໄດ້ເຂົ້າເຮັດວຽກເປັນເລຂານຸການ ຂອງເຈົ້າເພັດຊະລາດ, ໄດ້ປະກອບພາລະກິດຟື້ນຟູການສຶກສາ, ພະພຸດທະສາສະໜາ, ພາສາລາວ ແລະ ວັນນະຄະດີລາວ. ພ້ອມນີ້, ທ່ານຍັງໄດ້ພ້ອມກັບບັນດາຜູ້ຮັກຊາດ ຕໍ່ສູ້ຕ້ານກັບພວກທີ່ຢາກເອົາອັກສອນລາແຕງ ມາໃຊ້ແທນອັກສອນລາວ ໃນຊຸມປີ 1930 ແລະ ໄດ້ຕໍ່ສູ້ເພື່ອເອົາພາສາລາວ ເປັນພາສາທາງການ. ເລີ່ມແຕ່ມີການສ້າງຕັ້ງ ຄະນະກຳມະການວັນນະຄະດີລາວ ໃນປີ 1951 ທ່ານ ມະຫາ ສີລາ ວິຣະວົງສ໌ ໄດ້ຖືກແຕ່ງຕັ້ງເປັນກຳມະການ ແລະ ເລຂານຸການ ທັງໄດ້ຮັບມອບໝາຍ ໃຫ້ເປັນຜູ້ປັບປຸງຫຼັກໄວຍະກອນພາສາລາວ ຈາກປີ 1950 ມາຍັງປີ 1954, 1972, 1974, ພ້ອມທັງເປັນຜູ້ຮຽບຮຽງ ແລະ ຈັດແຕ່ງປຶ້ມວັດຈະນານຸກົມພາສາລາວ ສະບັບທຳອິດ ຊຶ່ງກະຊວງສຶກສາ ຂອງລັດຖະບານ ພຣະລາຊະອານາຈັກລາວ ໄດ້ປະກາດໃຊ້ຢ່າງເປັນທາງການ. ທ່ານ ມະຫາ ສິລາ ວີຣະວົງສ໌ ໄດ້ຣິດຈະນາ ໜັງສືວັນນະຄະດີບູຮານ ມາເປັນອັກສອນລາວສະໄໝໃໝ່ຫຼາຍໆເນື້ອເລື່ອງເຊັ່ນ: ເລື່ອງສັງສິນໄຊ, ນາງ ຕັນໄຕ, ສຽວສະຫວາດ, ທ້າວ ຮຸ່ງ-ທ້າວ ເຈືອງ ແລະ ອື່ນໆ; ເພິ່ນຍັງເປັນອາຈານສອນພາສາບາລີ ຢູ່ໂຮງຮຽນສົງ ແລະ ເປັນຜູ້ແຕ່ງຕຳລາຮຽນພາສາບາລີ ແລະ ເປັນຜູ້ແຕ່ງປຶ້ມ ພົງສາວະດານລາວ ຫົວທຳອິດ ທີ່ພິມໂດຍກະຊວງສຶກສາ. ພາຍຫຼັງສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975, ທ່ານ ມະຫາສີລາ ວິຣະວົງສ໌ ໄດ້ຮັບໜ້າທີ່ເປັນພະນັກງານຊ່ຽວຊານ ແລະ ໃຫ້ຄຳປຶກສາ ແກ່ກະຊວງສຶກສາ ໃນການຮຽບຮຽງ ແລະ ຈັດພິມປຶ້ມໄວຍະກອນລາວ ເພື່ອນຳໃຊ້ເອກະພາບໃນທົ່ວປະເທດ. ຕະຫຼອດການເຄື່ອນໄຫວຂອງ ທ່ານ ມະຫາສີລາ ວິຣະວົງສ໌ ໄດ້ອຸທິດຕົນເພື່ອການຟື້ນຟູ ພາສາລາວ, ວັນນະຄະດີລາວ ແລະ ອັກສອນສາດລາວ ເພິ່ນໄດ້ສ້າງຜົນງານທີ່ເປັນມໍລະດົກອັນລໍ້າຄ່າ ທາງດ້ານວັດທະນະທຳ ໄວ້ໃຫ້ຄົນຮຸ່ນຫຼັງໄດ້ສືບທອດ ແລະ ໄດ້ຮັບນາມມະຍົດ ຈາກພັກ-ລັດຖະບານ ໃຫ້ເປັນສິລະປິນແຫ່ງຊາດ.

ລະນກເຖງຜນງານ ແລະ ຄນງາມຄວາມດຂອງ ມະຫາສລາ ວຣະວງສ ຄບຮອບ120 ປ - image 2
 

ສຳລັບ ວັນທີ 26 ຕຸລາ ໄດ້ມີພິທີໃສ່ບາດຖວາຍສັງຄະທານ ແລະ ຖວາຍກອງບຸນ ເພື່ອອຸທິດເຖິງ ທ່ານ ມະຫາສີລາ ວິຣະວົງສ໌ ທີ່ໄດ້ລ່ວງຮັບໄປແລ້ວ ເພື່ອເປັນບຸນເປັນກຸສົນ ແລະ ອື່ນໆ. ພ້ອມທັງ ສືບຕໍ່ ຈັດເວທີເສວະນາ ຮັບຟັງຄວາມຄິດຄວາມເຫັນ ຈາກຫຼາຍມຸມມອງ, ຈາກຫຼາຍທ່ານ, ຜູ້ຊົງຄຸນນະວຸທິ ຕໍ່ຜົນງານຂອງ ທ່ານ ມະຫາສີລາ ວິຣະວົງສ໌ ເພື່ອຈະໄດ້ເປັນບົດຮຽນ ໃນການເຜີຍແຜ່ ຢ່າງມີປະສິດທິພາບ ແລະ ຮັກສາໄວ້ໄດ້ ມູນມໍລະດົກ ວັດທະນະທຳ ຂອງຊົນຊາດລາວ.

(ຂ່າວ-ພາບ: ບຸນຕອມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ໃນຕອນເຊົ້າຂອງວັນທີ 12 ທັນວານີ້, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີມອບສັນຍາບັດແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ ແລະ ຄະນະກົມ ຂອງກະຊວງການຕ່າງປະ ເທດເຂົ້າຮ່ວມ.
ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າວັນທີ 12 ທັນວາ 2025ນີ້ ຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ຄະນະພັກ, ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທີ່ເປັນຕົວແທນຕາງໜ້າບັນດາອົງ ການຈັດຕັ້ງຕ່າງໆ
ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 12 ທັນວານີ້ ທີ່ອະນຸສາວະລີປະທານ ໄກສອນ ພົມວິຫານແຂວງສະຫວັນນະເຂດ ນໍາໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍ ພາກສ່ວນຕ່າງໆ ຈໍານວນ 25 ຂະບວນເຂົ້າຮ່ວມ.
ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ສປປ ລາວ ແລະ ສະພາອຸດສາຫະກໍາ ແຂວງນະຄອນພະນົມ ຣາຊະອານາຈັກໄທ ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ ຂຶ້ນໃນວັນທີ 11 ທັນວາ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ. ຄະນະຜູ້ແທນສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ນໍາໂດຍທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຄະນະຜູ້ແທນສະພາອຸດສາຫະກໍາແຂວງນະຄອນພະນົມ ນໍາໂດຍທ່ານ ວໍຣະພົນ ບຸດທິເດດ ປະທານສະພາອຸດສາຫະກໍາແຂວງ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ວັນທີ 11 ທັນວາ 2025 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ຂອງ ປກສ ແຂງວຽງຈັນ ໄດ້ຈັດພິທີໃຫ້ອະໄພຍະໂທດແກ່ນັກໂທດ ແລະ ປ່ອຍຕົວນັກໂທດ ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2025 ຄົບ ຮອດ 50 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ປະທານຄະນະກຳມະການອະໄພຍະໂທດຂັ້ນແຂວງ, ທ່ານ ບຸນຄ້ຳ ທຳມະວົງ ກຳມະການພັກແຂວງ ປະທານອົງການໄອຍະການແຂວງ, ທ່ານ ພັນເອກ ແຫວນເພັດ ໂພມະຫາລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.
ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ວັນທີ 11 ທັນວາ 2025ນີ້, ສະຫາຍ ນາງ ສີຈົມ ບຸນມານະທຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ, ວຽກງານແນວຄິດ ທິດສະດີ ແລະ ອົງການຈັດຕັ້ງມະຫາຊົນ. ພ້ອມດ້ວຍທິມງານຂອງເມືອງ ໄດ້ລົງເຄື່ອນໄຫວ ໂຄສະນາ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ຢູ່ທີໂຮງຮຽນ ມັດທະຍົມສົມບູນ ເມືອງເງິນ ແຂວງ ໄຊຍະບູລີ. ຊຶ່ງມີບັນດາ ຄະນະອຳນວຍການໂຮງຮຽນ-ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ  ແລະ ປະດັບຫຼຽນກາລະນຶກ 50 ປີ

ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ ແລະ ປະດັບຫຼຽນກາລະນຶກ 50 ປີ

ໃນວັນທີ 11 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ), ໄດ້ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ(2/12/2025-2/12/2025), ວັນເກີດປະທານ ໄກສອນ ພົມວິຫານຄົບຮອບ 105 ປີ(13/12/1920-13/12/2025) ແລະ ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ. ໃຫ້ກຽດເປັນປະທານ ແລະ ປະດັບຫຼຽນໂດຍສະຫາຍ ບຸນເຫຼືອ ພັນດານຸວົງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ຄຕພ; ມີຄະນະນຳ, ບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ຮ່ວມກັບ ກົມສົ່ງເສີມກະສິກໍາ-ສະຫະກອນ ແລະ ພະແນກກະສິກໍາ-ສິ່ງແວດລ້ອມແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດ ວ່າດ້ວຍກະສິກໍາແບບມີສັນຍາ ຢູ່ທີ່ພະແນກດັ່ງກ່າວ ໂດຍການເປັນປະທານຮ່ວມຂອງທ່ານ ພັນໄຊ ອີງໄຊ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ.
ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ປັດຈຸບັນໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເລກທີ 9039 ເຂດບ້ານລະຍາວ ເມືອງສາມັກຄີໄຊ ແຂວງອັດຕະປື ສຳເລັດການກໍ່ສ້າງແລ້ວ 75% ພາຍຫຼັງລົງມືກໍ່ສ້າງມາແຕ່ຕົ້ນເດືອນເມສາ 2025 ແລະ ຄາດວ່າຈະປູຢາງຊັ້ນທີ1 ໃຫ້ສໍາເລັດໃນທ້າຍເດືອນທັນວາ 2025 ນີ້.
ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ໃນວັນທີ 10 ທັນວາ 2025 ນີ້, ທີ່ພັດຕາຄານເຊັນພິລາ ນະຄອນຫຼວງວຽງຈັນ, ໄດ້ມີພິທີປະກາດເປີດຕົວທະນາ ຄານພັດທະນາຊົນນະບົດ (ທພບ) ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ມີຄະນະສະພາບໍລິຫານ, ຄະນະອໍານວຍການ, ພະນັກງານ, ລູກຄ້າ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ