ລາວ-ຈີນ ສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ

ລາວ-ຈີນ ສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ
ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງສະຫາຍ ຫວັງ ອີ້ກໍາມະການກົມການເມືອງສູນກາງພັກກອມມູນິດຈີນລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປຈີນ, ສະຫາຍ ສະເຫຼີມໄຊ ກົມມະສິດກໍາມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປລາວພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມເຮັດວຽກ ທີ່ ສປ ຈີນໃນລະຫວ່າງວັນທີ 2-4ເມສາ 2024, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4ດີ ແລະການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ລະຫວ່າງສອງປະເທດ ກໍຄືການພົວພັນຮ່ວມມືຂອງສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ໃຫ້ເລິກເຊິ່ງກວ່າເກົ່າ.
    ໃນວັນທີ 3 ເມສາ 2024, ສະຫາຍ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ສະຫາຍ ຫວັງ ອີ້ ແລະ ຄະນະ ທີ່ ເມືອງສົງໂຈເຂດກວາງຊີ, ສປ ຈີນ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ໃນໄລຍະຜ່ານມາ, ເປັນຕົ້ນແມ່ນການສືບຕໍ່ແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແຕ່ສູນກາງລົງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ, ພິເສດ ສອງຝ່າຍໄດ້ເປັນເອກະພາບກັນໃນການລົງເລິກຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່ (ແຕ່ປີ 2024-2028)ທີ່ການນໍາສູງສຸດຂອງສອງປະເທດໄດ້ລົງນາມຮ່ວມກັນ ໃນທ້າຍປີ 2023 ທີ່ຜ່ານມາ ໃຫ້ເປັນຮູບປະທໍາ. ນອກຈາກນີ້, ສອງຝ່າຍ ສະແດງຄວາມຍິນດີ ແລະ ເພິ່ງພໍໃຈຕໍ່ໝາກຜົນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ ທີ່ໄດ້ກັບຄືນສູ່ສະພາບປົກກະຕິ ແລະ ມີທ່າອ່ຽງເພີ່ມຂຶ້ນ ຊຶ່ງ ສປ ຈີນ ສືບຕໍ່ເປັນຄູ່ຄ້າທີ່ໃຫຍ່ອັນດັບສອງຂອງ ສປປ ລາວ ແລະ ການລົງທຶນຂອງ ສປ ຈີນ ຢູ່ ລາວ ແມ່ນຈັດຢູ່ອັນດັບໜຶ່ງ. ພ້ອມດຽວກັນນັ້ນ, ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຈີນ ກໍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອເພີ່ມທະວີການຮ່ວມມືສອງຝ່າຍໃນດ້ານຕ່າງໆ ໃຫ້ແຕກດອກອອກຜົນຂຶ້ນເລື້ອຍໆ ໂດຍຈະຖືເອົາແຜນແມ່ບົດການຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ (2024-2028) ແລະ ເປັນບ່ອນອີງໃນການຮ່ວມມືຕົວຈິງ ໃນແຕ່ລະດ້ານ ໂດຍສະເພາະການຮ່ວມມືເພື່ອພັດທະນາໂຄງການທີ່ປິ່ນອ້ອມທາງລົດໄຟ ລາວ-ຈີນ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ດ້ວຍຄຸນນະພາບໃໝ່ ຮັບປະກັນຜົນປະໂຫຍດໃຫ້ແກ່ສອງປະເທດ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ ພ້ອມທັງເຫັນດີຈະສືບຕໍ່ໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນຕໍ່ໜ້າ.
    ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການດໍາເນີນກອງປະຊຸມສະພາທີ່ປຶກສາການເມືອງ ແລະ ກອງປະຊຸມສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ຄັ້ງທີ 2 ສະໄໝທີ XIV ຊຶ່ງເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນໃນລະບົບການເມືອງຂອງ ສປ ຈີນ. ພ້ອມນັ້ນ, ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຄວາມຄືບໜ້າ ແລະ ບັນດາຂົງເຂດບຸລິມະສິດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້, ພ້ອມທັງໄດ້ເຊີນຊວນນັກທຸລະກິດ ແລະ ນັກທ່ອງທ່ຽວຈາກ ສປ ຈີນ ເຂົ້າມາລົງທຶນ ແລະ ທ່ອງທ່ຽວຢູ່ ສປປ ລາວ ຫຼາຍຂຶ້ນ ໂດຍສະເພາະໃນໄລຍະປີທ່ອງທ່ຽວລາວ 2024 ນີ້. ໃນໂອກາດດັ່ງກ່າວ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສະໜອງພາຫະນະ ແລະ ອຸປະກອນ ເພື່ອຮັບໃຊ້ເຂົ້າໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້.
    ໃນຂະນະດຽວກັນ, ສະຫາຍ ຫວັງ ອີ້ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຂັ້ນສູງຂອງລາວ ໃນຄັ້ງນີ້ ຊຶ່ງຈະເປັນການປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ລາວ-ຈີນ ໃຫ້ມີຜົນສໍາເລັດອັນໃໝ່ຂຶ້ນໄປເລື້ອຍໆ.
    ໃນໂອກາດຢ້ຽມຢາມ ສປ ຈີນ ຄັ້ງນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ລິວໜິງ ເລຂາພັກເຂດກວາງຊີ ປະທານສະພາຜູ້ແທນປະຊາຊົນເຂດກວາງຊີ, ໄດ້ໄປຢ້ຽມຢາມໂຮງຮຽນນ້ອງນ້ອຍ 67 ລາວ, ຢ້ຽມຢາມດ່ານມິດຕະພາບສາກົນ (ເຢົາຢີກ່ວນ) ຈີນ-ຫວຽດນາມ, ແລະ ຢ້ຽມຢາມສູນການຄ້າໝາກໄມ້ (ເມືອງສົງໂຈ) ຈີນ-ອາຊຽນ ອີກດ້ວຍ.
ຂ່າວ-ພາບ:ກະຊວງການຕ່່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ