ເຫຼົ່າຮົບເສນາຮັກສຸມໃສ່ຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ເຫຼົ່າຮົບເສນາຮັກສຸມໃສ່ຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ເຫຼົ່າຮົບເສນາຮັກສຸມໃສ່ຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ
ເພື່ອຮັບປະກັນໃນການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບກໍາປູເຈຍ-ລາວ-ຫວຽດນາມໃຫ້ສຳເລັດຕາມແຜນການຂອງຂັ້ນເທິງທີ່ວາງໄວ້, ກົມເສນາຮັກກົມໃຫຍ່ພະລາທິການກອງທັບໄດ້ສຸມໃສ່ກະກຽມເນື້ອໃນດ້ານຕ່າງໆດ້ວຍຄວາມຮັບຜິດຊອບສູງແລະເອົາໃຈໃສ່ຈັດຕັ້ງປະຕິບັດການຝຶກຊ້ອມຢ່າງຕັ້ງໜ້າທັງປະສານສົມທົບກັບກອງທັບເພື່ອຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ.

 

  
ເຫາຮບເສນາຮກສມໃສຝກຊອມກອບກໄພພບດຮວມ 3 ກອງທບ - image 1
 

ສະຫາຍພັນໂທຟອງສະໝຸດພົມມະຈັນຮອງຫົວໜ້າພະແນກກວດເຂດນອກໂຮງໝໍສູນກາງ 103 ກອງທັບ, ຄະນະຮັບຜິດຊອບການຝຶກຊ້ອມພາກສະໜາມໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ເພື່ອເປັນການຮັບປະກັນໃນການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບກຳປູເຈຍ-ລາວ-ຫວຽດນາມໃຫ້ມີຜົນສໍາເລັດຕາມແຜນການຂອງຂັ້ນເທິງວາງໄວ້ນັ້ນ, ເມື່ອໄດ້ຮັບຄໍາສັ່ງຈາກຂັ້ນເທິງເຫຼົ່າຮົບເສນາຮັກໄດ້ຈັດຕັ້ງກໍາລັງ 57 ສະຫາຍເຂົ້າຢຶດສະໜາມໃນວັນທີ 1 ຕຸລາ 2025ແລະກໍ່ສ້າງສະໜາມສໍາເລັດໄດ້ຈັດຕັ້ງປະຕິບັດການຝຶກຊ້ອມຊ່ວຍເຫຼືອຜູ້ຖືກຜົນກະທົບຈາກໄພພິບັດທາງທໍາມະຊາດຢູ່ສະໝາມໂດຍໄດ້ຈໍາລອງເຫດການແລະຈັດຕັ້ງເປັນໂຮງໝໍຂັ້ນ 1, ຂັ້ນ 2. ໃນນັ້ນ, ໂຮງໝໍຂັ້ນ 1 ປະກອບມີ: ສູນບັນຊາພາກສະໜາມ 3 ຝ່າຍກໍາປູເຈຍ-ລາວ-ຫວຽດນາມແລະເຮືອແພດສຸກເສີນ, ມີໜ່ວຍຮັບຕ້ອນຄົນເຈັບທາງນໍ້າແລະທາງບົກ, ໜ່ວຍຄັດແຍກຄົນເຈັບປະກອບມີ 18 ສະຫາຍ (ລາວ 8 ສະຫາຍ, ກໍາປູເຈຍ 5 ສະຫາຍ, ຫວຽດນາມ 5 ສະຫາຍ), ໜ່ວຍປິ່ນປົວຄົນເຈັບກາງປະກອບມີ: ຫວຽດນາມ 5 ສະຫາຍ, ໜ່ວຍປິ່ນປົວຄົນເຈັບເບົາປະກອບມີກຳປູເຈຍ 5 ສະຫາຍ; ໂຮງໝໍຂັ້ນ 2 ປະກອບມີ: ໜ່ວຍຮັບຕ້ອນຄົນເຈັບໜັກມີຫວຽດນາມ 8 ສະຫາຍ; ໜ່ວຍປິ່ນປົວຄົນເຈັບມີກໍາປູເຈຍ 8 ສະຫາຍ, ໜ່ວຍປິ່ນປົວຄົນເຈັບນໍາສົ່ງໂຮງໝໍແນວຫຼັງມີທີມແພດກອງທັບລາວ 6 ສະຫາຍ. ນອກນັ້ນ, ຍັງມີໜ່ວຍຜ່າຕັດເຄື່ອນທີ່.

ເຫາຮບເສນາຮກສມໃສຝກຊອມກອບກໄພພບດຮວມ 3 ກອງທບ - image 2
 

ການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບໃນຄັ້ງນີ້, ເຫຼົ່າຮົບເສນາຮັກໄດ້ມີການຈັດແບ່ງໜ້າທີ່ແລະຄັດແຍກຜູ້ບາດເຈັບ(ໜັກ, ກາງ, ເບົາ), ຊ່ວຍເຫຼືອຜູ້ປະສົບໄພທີ່ຕິດຄ້າງຕາມບ້ານ, ເຮືອນ, ຕົ້ນໄມ້ແລະເກາະດອນ, ກອບກູ້ແລະຊ່ວຍເຫຼືອເອົາຜູ້ປະສົບໄພທີ່ຖືກບາດເຈັບໄຫຼມາຕາມກະແສນໍ້າ, ໜ່ວຍແພດສຸກເສີນປະຖົມພະຍາບານຂັ້ນຕົ້ນກ່ອນນໍາສົ່ງໄປໂຮງໝໍພາກສະໜາມ; ຊ່ວຍເຫຼືອຜູ້ປະສົບໄພດິນເຈື່ອນທັບຖົມ, ປະຕິບັດການຊ່ວຍເຫຼືອຜູ້ປະສົບໄພທາງດ້ານການແພດຕໍ່ຜູ້ບາດເຈັບແລະເສຍຊີວິດແລ້ວນໍາສົ່ງຜູ້ປະສົບໄພທີ່ມີອາການເຈັບໜັກໄປໂຮງໝໍແນວຫຼັງດ້ວຍເຮືອບິນ (MI-17).

ເຫາຮບເສນາຮກສມໃສຝກຊອມກອບກໄພພບດຮວມ 3 ກອງທບ - image 3
 

ຜ່ານການຝຶກຊ້ອມໃນໄລຍະຫຼາຍວັນທີ່ຜ່ານມາ, ເຖິງວ່າວຽກງານວິຊາສະເພາະບາງດ້ານຈະຍັງບໍ່ທັນສອດຄ່ອງກໍຕາມ, ແຕ່ຍ້ອນການນຳພາ-ຊີ້ນຳຢ່າງໃກ້ຊິດຕິດແທດຂອງຂັ້ນເທິງ, ພະນັກງານວິຊາການແພດໝໍ-ນັກຝຶກຊ້ອມແລະນັກສະແດງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ສຸມສະຕິປັນຍາ, ກຳລັງແຮງກາຍ, ແຮງໃຈເຂົ້າໃນການຈັດຕັ້ງປະຕິບັດການຝຶກຊ້ອມກອບກູ້ໄພພິບັດຮ່ວມກັບກອງທັບກໍາປູເຈຍແລະຫວຽດນາມຕາມແຜນການເຄື່ອນໄຫວຝຶກຊ້ອມຕາມແຕ່ລະບາດກ້າວດ້ວຍຄວາມເອົາໃຈໃສ່ແລະເປັນຂະບວນການຟົດຟື້ນ.

ເຫາຮບເສນາຮກສມໃສຝກຊອມກອບກໄພພບດຮວມ 3 ກອງທບ - image 4
 

ໃນບັ້ນຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ, ເຫຼົ່າຮົບເສນາຮັກຈະໄດ້ສືບຕໍ່ຝຶກຊ້ອມໃຫ້ມີຄວາມເປັນເອກະພາບ, ກຳແໜ້ນທິດສະດີ, ຫຼັກການແລະພາກປະຕິບັດຕົວຈິງເພື່ອນຳໄປຈັດຕັ້ງຝຶກຊ້ອມຮ່ວມກັບກຳລັງກອງທັບກໍາປູເຈຍແລະຫວຽດນາມໃຫ້ແທດເໝາະກັບຄວາມເປັນຈິງ. ຄາດວ່າຈະສາມາດຮັບປະກັນໃຫ້ການເຂົ້າຮ່ວມຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບໃນຄັ້ງນີ້ໃຫ້ມີຜົນສໍາເລັດຕາມແຜນການ.

ຂ່າວ: ສຸເວດສີດາຄໍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ພິທີ ປິດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນຕີຕົວເມືອງປະຈຳປີ 2025 ໃຫ້ກຳລັງກອງພັນນ້ອຍຕີພິເສດ 432 ໄດ້ຈັດຂຶ້ນໃນວັນທີ 10 ພະຈິກນີ້, ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 15 ວັນ, ໂດຍການເປັນປະທານຂອງສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ, ມີຫົວໜ້າກົມ 49, ຫົວໜ້າກອງບັນຊາການທະຫານແຂວງ, ຫົວໜ້າຫ້ອງວ່າການແຂວງ, ມີບັນດາສະຫາຍອົງການ 5 ຫ້ອງ,ພະແນກຕີພິເສດເຂົ້າຮ່ວມ.
ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງສາກົນ (MRCS), ຮ່ວມກັບກອງເລຂາ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ແລະ ບໍລິສັດ ກັລຟ໌ເອເນີຈີເດເວີລັອບເມັ້ນ, ໄດ້ເປີດຕົວໂຄງການຜະລິດຕະພັນໄຄແມ່ນ້ຳຂອງ ໃນວັນທີ 5 ພະຈິກ 2025 ທີ່ບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫຼວງພະບາງ ຊຶ່ງເປັນການລິເລີ່ມບຸກເບີກ ເພື່ອສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ ຢູ່ຊົນນະບົດແຂວງຫຼວງພະບາງ ໃຫ້ດີຂຶ້ນ ໂດຍການຜະລິດກະສິກຳແບບຍືນຍົງ ແລະ ການເຂົ້າເຖິງຕະຫຼາດທີ່ທັນສະໄໝ.
2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

ໃນວັນທີ 8 ພະຈິກນີ້, ທ່ານ ເພັດ ວົງຂັນຕີ ຜູ້ອຳນວຍການບໍລິສັດ ເພັດໄລພອນທຣວງເຊີນຣີຊອດສ ຈຳກັດ ພ້ອມດ້ວຍຄະນະ ໄດ້ມອບເງິນ ຈຳນວນ 100,000,000 ກີບ ໃຫ້ແຂວງຊຽງຂວາງ, ທ່ານ ໂກວ ກຸຍຮ່າຍ (GUO GUIHAI) ຜູ້ອຳນວຍການບໍລິສັດ ຮົ່ງກົງຈົງເຊິງການລົງທຶນພະລັງງານ(ລາວ) ສາກົນ ຈຳກັດ ພ້ອມດ້ວຍຄະນະໄດ້ມອບເງິນຈຳນວນ 150,000,000 ກີບໃຫ້ແຂວງຊຽງຂວາງ ເພື່ອຕ້ານ, ຮັບມື ແລະ ຟື້ນຟູຜົນເສຍຫາຍຈາກໄພພິບັດຢູ່ແຂວງຊຽງຂວາງ ໂດຍສະເພາະແມ່ນໄພນ້ຳຖ້ວມ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນ ແລະ ເຂົ້າສູ່ພາວະປົກກະຕິໂດຍໄວ.
ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ວັນທີ 8 ພະຈິກຜ່ານມານີ້, ທ່ານ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ກວດກາ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຢູ່ບ້ານພູກາງ, ບ້ານເມືອງຫມ້ວຍ, ບ້ານຕຸ່ມມິ່ງ, ບ້ານວຽງທອງ, ບ້ານຫນອງຄຳ ເມືອງວຽງຄໍາ ແຂວງຫຼວງພະບາງ, ເພື່ອຊຸກຍູ້ການລົງສໍາຫຼວດ ໃຫ້ສໍາເລັດຕາມລະດັບຄາດໝາຍ. ໂອກາດນີ້, ທ່ານ ສອນສັກ ສຸລິເສີມ ໄດ້ຊີ້ນໍາໃຫ້ຄະນະພັກ, ອົງການປົກຄອງບ້ານ ເອົາໃຈໃສ່ນໍາພາ-ຊີ້ນໍາ ປະຊາຊົນພາຍໃນບ້ານ ໃຫ້ຄວາມສະດວກ ແກ່ຜູ້ລົງປະຕິບັດໜ້າທີ່ວຽກງານ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັ້ນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງນີ້ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ຮັບປະກັນໃຫ້ມີຄວາມສະຫງົບ, ປອດໄພ 100% ຕະຫຼອດໄລຍະການເດີນສໍາຫຼວດໃນຄັ້ງນີ້.
ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ກອງປະຊຸມເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃຫ້ອົງການ 3 ຝ່າຍ ແລະ ຜູ້ໃຊ້ແຮງງານ ໄດ້ຈັດຂຶ້ໃນຕອນວັນທີ 7 ພະຈິກຜ່ານມາ ທີ່ຫ້ອງປະຊຸມພະແນກ ແຮງານ ແລະ ສະຫວັດດີການສັງຄົມແຂວງຄຳມ່ວນ ພາຍໃຕ້ການເປັນປະທານຂອງທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.
ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໄດ້ຈັດຂັ້ນໃນວັນທີ 7 ພະຈິກນີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ,ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ໃນຕອນແລງ ວັນທີ 6 ພະຈິກ 2025 ທີ່ ກະຊວງການຕ່າງປະເທດໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາຄັ້ງທີ Vໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ໂອກາດຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ແຂວງສະຫວັນນະເຂດ ເປັນຈຸດທີ 2 ພາຍຫຼັງຈັດຢູ່ນະຄອນຫຼວງວຽງຈັນ; ຄະນະຜູ້ແທນກອງປະຊຸມໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ເພີ່ມເຕີມ