ພິທິປະກາດ-ຮັບຮອງເອົາບ້ານໃຫຍ່ໜອງແກເປັນບ້ານຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ

ເລົ່າງາມຮັບຮອງເອົາບ້ານໜອງແກເປັນບ້ານຄ້າຍຄືຕົວເມືອງນ້ອຍ

ເລົ່າງາມຮັບຮອງເອົາບ້ານໜອງແກເປັນບ້ານຄ້າຍຄືຕົວເມືອງນ້ອຍ
ເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດພິທິປະກາດ-ຮັບຮອງເອົາບ້ານໃຫຍ່ໜອງແກເປັນບ້ານຄ້າຍຄືຕົວເມືອງນ້ອຍໃນຊົນນະບົດໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມານີ້ ໂດຍການເຂົ້າຮ່ວມຂອງທ່ານ ວຽງວິໄລຄຳ ອຸດຕະສັກ ວ່າການເລຂາພັກ ເຈົ້າເມືອງເລົ່າງາມ,

 ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດຂັ້ນແຂວງ, ມີແຂກຖືກເຊີນຈາກແຂວງ, ເມືອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານໜອງແກເຂົ້າຮ່ວມ.

ໃນພິທິຜູ້ເຂົ້າຮ່ວມໄດ້ຮັບຊົມ ການສວນສະໜາມຂອງກອ້ນກຳລັງຕ່າງໆພາຍໃນເມືອງ ແລະ ການສະແດງສິລະປະຂອງນ້ອງໆນັກຮຽນ ມສ ໜອງແກ. ຈາກນັ້ນ, ພິທີກໍໄດ້ຜ່ານບົດສະຫຼຸບແຜນພັດທະນາເສດຖະກິດສັງຄົມພາຍໃນບ້ານ ແລະ ບາດກ້າວຂັ້ນຕອນການກະກຽມສ້າງບ້ານໃຫຍ່ໜອງແກເປັນບ້ານຄ້າຍຄືຕົວເມືອງນ້ອຍ ຊຶ່ງບ້ານໜອງແກມີ 494 ຫຼັງຄາເຮືອນ 600 ຄອບຄົວ, ມີພົນລະເມືອງ 2,524 ຄົນ ຍີງ 1,173 ຄົນ, ມີເນື້ອທີ່ 2,317 ເຮັກຕາ, ປະຊາຊົນສ່ວນໃຫຍ່ຍືດຖືອາຊີບປູກຝັງເປັນຕົ້ນຕໍ ແລະ ຄ້າຂາຍເປັນອາຊີບສຳຮອງ. ປັດຈຸບັນຄະນະພັກ, ອຳນາດການປົກຄອງເມືອງໄດ້ສ້າງບ້ານໜອງແກເປັນບ້ານຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ ຊຶ່ງປະກອບມີ 3 ບາດກ້າວຄື: ບາດກ້າວກະກຽມ,ບາດກ້າວດຳເນີນງານ ແລະ ບາດກ້າວປະເມີນ. ໃນແຕ່ລະບາດກ້າວນັ້ນ ຄະນະທິມງານປະເມີນກໍໄດ້ສຸມໃສ່ຕາມ 16 ມາດຖານ ຕິດພັນກັບ 4 ເນື້ອໃນ 4 ຄາດໝາຍທີ່ພັກວາງອອກ. ຈັດຕັ້ງເຊື່ອມຊືມບັນດາເອກະສານນິຕິກຳຕ່າງໆໃຫ້ປະຊາຊົນໄດ້ຮັບຮູ້ຢ່າງເລິກເຊິ່ງ ແລະ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນຢ່າງລະອຽດໂດຍສະເພາະແມ່ນມະຕິ 25/ກມສພ, ດຳລັດເລກທີ 309/ນຍ, 348/ລບ ບົດແນະນຳເລກທີ 0830/ກປ ຂໍ້ຕົກລົງເລກທີ 283/ຈຂສວ ພາຍຫຼັງສຳເລັດການປະເມີນແລ້ວຄນະຮັບຜິດຊອບກໍໄດ້ນຳສະເໜີຫາຂັ້ນເທິງພິຈະລະນາເພື່ອປະກາດ ແລະ ຮັບຮອງຕາມລຳດັບພາຍຫຼັງທີ່ສຳເລັດພິທີຢ່າງເປັນທາງການແລ້ວຄະນະພັກ, ຄະນະນຳຂອງແຂວງ, ເມືອງນຳໂດຍ ທ່ານ ວຽງວິໄລຄຳ ອຸດຕະສັກ, ທ່ານ ນ ບຸນທະວີ ດວງລາສີ ແລະ ພາກສ່ວນທີ່ກ່ຽວຂ້ອງກໍຮ່ວມເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນການປະກາດ ແລະ ຮັບຮອງບ້ານໃຫຍ່ໜອງແກເປັນບ້ານຄ້າຍຄືຕົວເມືອງນ້ອຍໃນຊົນນະບົດຢ່າງເປັນທາງການ.

(ພາບ,ຂາວ: ສໍ ແກ້ວຄຳທອງຫຼວງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ

ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ

ຕາມການລາຍງານຂອງ ທ່ານ ສຸວັນ ໄຊຍະມັງດາລາ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊພູທອງ ແຂວງສະຫວັນນະເຂດ ໃນຄັ້ງວັນທີ 1 ກໍລະກົດນີ້ວ່າ: ສໍາລັບແຜນການຜະລິດເຂົ້ານາປີນີ້ ມີເນື້ອທີ່ 14,351.35 ເຮັກຕາ ຄາດຂະເນສະມັດຕະພາບ 5 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດ 71,756.75 ໂຕນ, ແຜ່ນການຈັດຕັ້ງປະຕິບັດ 1,590.4 ເຮັກຕາ, ໃນລະບົບຊົນລະປະທານ 200 ເຮັກຕາ. ການປູກເຂົ້າລະດູຝົນແຜນ 14,351.35 ເຮັກຕາ, ແນວປູກ 861.06 ໂຕນ, ປະຕິບັດໄດ້ແລ້ວ 819.54 ໂຕນ ເທົ່າກັບ 94.82%, ໄຖຮຸດສໍາເລັດ 94.82% ເທົ່າກັບ 13,607.95 ເຮັກຕາ, ຕົກກ້າແລ້ວ 450 ໂຕນ ເທົ່າກັບ 52.26% ຂອງແນວປູກທັງໝົດ, ນາວ່ານໄດ້ 5,760 ເຮັກຕາ, ແນວປູກ 345.6 ໂຕນ ເທົ່າກັບ 40.13% ຂອງແນວປູກທັງໝົດ, ນາຢອດໄດ້ 349 ເຮັກຕາ, ແນວປູກ 20.94 ໂຕນ ເທົ່າກັບ 2.43% ຂອງແນວປູກທັງໝົດ, ປັກດຳໄດ້ແລ້ວ 3,450 ເຮັກຕາ ເທົ່າກັບ 40%, ລວມປະຕິບັດໄດ້ທັງໝົດ 11,848.44 ເັກຮຕາ ເທົ່າກັບ 82.56%
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ

ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ

ບັນດາສື່ມວນຊົນຈາກແຂວງພາກກາງ ສຳເລັດການເຂົ້າຮ່ວມຝຶກອົບຮົມການລາຍງານຂ່າວສີຂຽວຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 23-27 ມິຖຸນາ ຜ່ານມາ ເພື່ອສົ່ງເສີມການພັດທະນາແບບຍືນຍົງໃນ ສປປ ລາວ ໂດຍການສະໜັບສະໜູນຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ (ແກມຊິວ).
ຫັດຖະກໍາຕໍ່າຫູກຕິດພັນກັບແມ່ຍິງຈາກອາຊີບສໍາຮອງກາຍເປັນອາຊີບຫຼັກ

ຫັດຖະກໍາຕໍ່າຫູກຕິດພັນກັບແມ່ຍິງຈາກອາຊີບສໍາຮອງກາຍເປັນອາຊີບຫຼັກ

ໂດຍ: ແສງຈັນ ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມອົດທົນ, ດຸໝັ່ນໃນໜ້າທີ່ວຽກງານ ເປັນຕົ້ນແມ່ນຫັດຖະກໍາ, ຕໍ່າຫູກ-ທໍໄໝ ແມ່ນວຽກງານທີ່ມີຄວາມສໍາຄັນ ຕິດພັນກັບແມ່ຍິງລາວ ທັງເປັນການສ້າງລາຍຮັບໃຫ້ກັບຄອບຄົວສະເໝີມາ.
ສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ

ສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ

ໃນຕອນເຊົ້າຂອງວັນທີ 30 ມິຖຸນານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ, ຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງໃນກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງປະຈໍາເດືອນ ມິຖຸນາ 2025, ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະປະຈໍາ ສະພາປະຊາຊົນແຂວງ, ມີທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ.
ກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII

ກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII ຂຶ້ນໃນລະຫວ່າງ30 ມິຖຸນາ - 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາສະຫາຍ​ຄະນະ​ເລຂາທິການ, ຄະ​ນະ​ບໍລິຫານ​ງານ, ຫົວໜ້າກົມ, ຮອງ​ຫົວໜ້າກົມ, ເລຂາ ຄຊປປລ ກະຊວງ​-ອົງການ, ນະຄອນຫຼວງວຽງຈັນ, ບັນດາແຂວງເຂົ້າຮ່ວມ.
ມອບໂຄງການກໍ່ສ້າງເຮືອນເຜົ່າກຣີ້

ມອບໂຄງການກໍ່ສ້າງເຮືອນເຜົ່າກຣີ້

ພິທີມອບ-ຮັບໂຄງການກໍ່ສ້າງເຮືອນເຜົ່າກຣີ ຫຼື ເຜົ່າຕອງເຫຼືອງ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ປ່າຊົມໃຊ້ບ້ານໂພນທອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບົວຈັນ ພັນທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊຍະບູລີ, ມີທ່ານ ກອງໄຊ ໄຊຍະລາດ ຮອງເຈົ້າເມືອງໆພຽງ, ມີແຂກຖືກເຊີນ ພ້ອມດ້ວຍເຜົ່າກຣີເຂົ້າຮ່ວມ.
ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ປິດລົງດ້ວຍຜົນສໍາເລັດເປັນຢ່າງດີ

ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ປິດລົງດ້ວຍຜົນສໍາເລັດເປັນຢ່າງດີ

ງານບຸນມະໂຫລານຊາວໜຸ່ມ, ເຍົາວະຊົນ ປະຈໍາປີ 2025 ພາຍໃຕ້ຫົວຂໍ້: “ຊາວໜຸ່ມ, ເຍົາວະຊົນຍຸກໃໝ່ ເສີມຂະຫຍາຍບົດບາດປະຈັນບານ ເຂົ້າໃນການປະດິດສ້າງຫັນເປັນດີຈີຕອນ” ພາຍຫຼັງໄດ້ເປີດຂຶ້ນແຕ່ວັນທີ 25 ມິຖຸນາ ຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ). ດັ່ງນັ້ນ, ມາຮອດວັນທີ 29 ມິຖຸນານີ້ ງານບຸນດັ່ງກ່າວໄດ້ປິດລົງດ້ວຍຜົນສໍາເລັດເປັນຢ່າງດີ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີຮອງປະທານສູນກາງກຳມະບານລາວ, ບັນດາຮອງລັດຖະມົນຕີ, ຊາວໜຸ່ມ-ເຍົາວະຊົນ ອ້ອມຂ້າງສູນກາງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສະເຫຼີມສະຫຼອງວັນລັດຖະສະພາໂລກ ວັນທີ 30 ມິຖຸນາ

ສະເຫຼີມສະຫຼອງວັນລັດຖະສະພາໂລກ ວັນທີ 30 ມິຖຸນາ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ປະທານຄະນະສະມາຊິກສະຫະພັນລັດຖະສະພາສາກົນ ແຫ່ງ ສປປ ລາວ ກ່າວເນື່ອງໃນໂອກາດວັນລັດຖະສະພາໂລກວັນທີ 30 ມິຖຸນານີ້ ທີ່ ສະພາແຫ່ງຊາດລາວ ວ່າ: ເນື່ອງໃນໂອກາດວັນລັດຖະສະພາໂລກ ກໍຄື ວັນສ້າງຕັ້ງສະຫະພັນລັດຖະສະພາສາກົນ (IPU) ຄົບຮອບ 136 ປີ (30/6/1889 - 30/6/2025), ໃນນາມປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ມີໂອກາດສະແດງຄວາມຊົມເຊີຍ ຕໍ່ວັນທີ່ມີຄວາມໝາຍຄວາມສຳຄັນ ລະດັບໂລກ ໃນຄັ້ງນີ້.
ສກຈຮ ສາຍໃຍສຳພັນ ໄດ້ຮັບໃບຢັ້ງຢືນການຈົດທະບຽນເຄື່ອງໝາຍການຄ້າ

ສກຈຮ ສາຍໃຍສຳພັນ ໄດ້ຮັບໃບຢັ້ງຢືນການຈົດທະບຽນເຄື່ອງໝາຍການຄ້າ

ພິທີມອບ-ຮັບໃບຢັ້ງຢືນການຈົດທະບຽນເຄື່ອງໝາຍການຄ້າ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ(ສກຈຮ) ສາຍໃຍສຳພັນໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 25 ມິຖຸນາຜ່ານມາ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ມີທ່ານ ສົມປະດິດ ວໍລະຈິດ ວ່າການແທນຫົວໜ້າສາຂາທະນາຄານແຫ່ງສປປ ລາວ ພາກກາງ ແຂວງສະຫວັນນະເຂດ, ທ່ານ ສາຍສະໝອນ ກວານເມືອງຈັນ ນັກພັດທະນາດີເດັ່ນແຫ່ງຊາດ ປະທານຂາຮຸ້ນ ສກຈຮ ສາຍໃຍສຳພັນ ພ້ອມດ້ວຍຄະນະສະພາບໍລິຫານ, ຜູ້ອຳນວຍການ ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ  ໃນໂອກາດສະເຫຼີມສະຫຼອງ ການສ້າງຕັ້ງ ຄຕພ ຄົບຮອບ 42 ປີ (29/6/1983 - 29/6/2025)

ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ໃນໂອກາດສະເຫຼີມສະຫຼອງ ການສ້າງຕັ້ງ ຄຕພ ຄົບຮອບ 42 ປີ (29/6/1983 - 29/6/2025)

ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກພັກ-ພະນັກງານທົ່ວ ຄະນະພົວພັນຕ່າງປະເທດສູນກາງພັກພວມກະກຽມເປີດກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ຊຶ່ງກໍພໍດີຖືກກັບໂອກາດ ວັນສ້າງຕັ້ງຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025 ໂດຍເປັນອີກໜຶ່ງວັນທີ່ມີຄວາມ ໝາຍຄວາມສຳຄັນຕໍ່ຄະນະພົວພັນຕ່າງປະເທດສູນກາງພັກ ກໍຄືຂະແໜງການຕ່າງປະເທດໃນທົ່ວປະເທດ.
ເພີ່ມເຕີມ