ລາວ-ຣັດເຊຍ ເສີມຂະຫຍາຍການຮ່ວມມືສອງຝ່າຍ

ລາວ-ຣັດເຊຍ ເສີມຂະຫຍາຍການຮ່ວມມືສອງຝ່າຍ
ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ, ທ່ານ ອັນເດຣ ຣູເດັນໂກ (Andrey Rudenko) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 18-19 ກຸມພານີ້ ທີ່ ນະຄອນຫຼວງວຽງຈັນ. 
ໃນຕອນເຊົ້າຂອງວັນທີ 19 ກຸມພາ ນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອັນເດຣ ຣູເດັນໂກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ ຊຶ່ງການມາຢ້ຽມຢາມຄັ້ງນີ້ ກໍເພື່ອເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງການນຳຂັ້ນສູງສອງປະເທດ ລາວ-ຣັດເຊຍ ທີ່ໄດ້ຕົກລົງເຫັນດີນຳກັນ ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືສອງຝ່າຍ ລາວ-ຣັດເຊຍ ໃຫ້ແຕກດອກອອກຜົນ ແລະ ນໍາເອົາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນສອງຊາດ ລາວ-ຣັດເຊຍ. ໃນໂອກາດນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ການພົວພັນຮ່ວມມື ລາວ-ຣັດເຊຍ ໃນໄລຍະຜ່ານມາ ໂດຍສະເພາະໃນຂົງເຂດການເມືອງ ແລະ ຄວາມໝັ້ນຄົງ ຊຶ່ງເປັນຂົງເຂດການຮ່ວມມືທີ່ມີມູນເຊື້ອມາແຕ່ດົນນານ. ໃນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ສອງຝ່າຍ ສືບຕໍ່ເພີ່ມທະວີການຮ່ວມມືດ້ານຕ່າງໆທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຂຶ້ນ ທັງການຮ່ວມມືໃນຂອບສອງຝ່າຍ, ຫຼາຍຝ່າຍ, ໃນເວທີພາກພື້ນ ແລະ ສາກົນ. ພ້ອມນີ້, ຄະນະຜູ້ແທນຣັດເຊຍ ຍັງໄດ້ພົບປະກັບ ທ່ານ ອາລຸນແກ້ວ ກິດຕິຄຸນ ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ຜູ້ຕາງໜ້າພິເສດຂອງປະທານອາຊຽນ ກ່ຽວກັບ ມຽນມາ ຂອງ ສປປ ລາວ ໃນປີ 2024 ແລະ ຍັງໄດ້ພົບປະກັບ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຊຶ່ງໄດ້ປຶກສາຫາລື ກ່ຽວກັບ ການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ອາຊຽນ-ຣັດເຊຍ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.
ພາຍຫຼັງສຳເລັດການເຂົ້າຢ້ຽມຂ່ຳນັບ  ກໍໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍຢ່າງເປັນທາງການ ກັບ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນຖານະຄູ່ຮ່ວມຕຳແໜ່ງ ຊຶ່ງ ສອງຝ່າຍ ໄດ້ປຶກສາຫາລືວຽກງານການພົວພັນຮ່ວມມື ລາວ-ຣັດເຊຍ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ພ້ອມທັງໄດ້ແລກປ່ຽນຄຳຄິດເຫັນຕໍ່ບັນຫາສະພາບການພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ. ການພົບປະເຮັດວຽກຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືອັນເປັນມູນເຊື້ອຍາວນານ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງຢູ່ໃນພາກພື້ນ ອາຊີ-ອາຊີຟິກ, ສະແດງອອກໃນການພົບປະແລກປ່ຽນ ລະຫວ່າງ ການນຳຂັ້ນສູງຂອງສອງປະເທດ ລວມເຖິງການໄປມາຫາສູ່ກັນຂອງປະຊາຊົນດ້ວຍກັນ ຢ່າງເປັນປົກກະຕິ, ຊຶ່ງການພົວພັນສອງປະເທດ ແມ່ນນັບມື້ໄດ້ຮັບການເສີມຂະຫຍາຍຢ່າງມີຜົນສຳເລັດສູງ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນ ດ້ານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ-ບໍ່ແຮ່, ການເງິນ-ການທະນາຄານ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ວຽກງານມະນຸດສະທຳ, ການທ່ອງທ່ຽວ, ວັດທະນະທຳ ແລະ ອື່ນໆ, ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ໃນຕໍ່ໜ້າ, ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການພົບປະຢ້ຽມຢາມ ລະຫວ່າງ ການນຳຂັ້ນສູງສອງປະເທດ ເພື່ອຂະຫຍາຍການຮ່ວມມືໃນຕໍ່ໜ້າ, ເຫັນດີສືບຕໍ່ຈັດກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຣັດເຊຍ. ພ້ອມນີ້, ສອງຝ່າຍ ເຫັນວ່າຈະໄດ້ເພີ່ມທະວີຊຸກຍູ້ການພົວພັນຮ່ວມມື ດ້ານເສດຖະກິດ-ການຄ້າ-ການລົງທຶນ ໃຫ້ຫຼາຍຂຶ້ນ ໂດຍອີງໃສ່ທ່າແຮງຂອງແຕ່ລະປະເທດ ເນື່ອງຈາກໄລຍະຜ່ານມາ ມູນຄ່າການຄ້າ ແລະ ການລົງທຶນສອງຝ່າຍ ແມ່ນຍັງບໍ່ສູງຫຼາຍເທົ່າທີ່ຄວນ, ເພີ່ມທະວີການຮ່ວມມືດ້ານການເງິນ-ການທະນາຄານ, ທ່ອງທ່ຽວ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ, ການຮ່ວມມືໃນຂົງເຂດຄວາມປອດໄພດ້ານຂໍ້ມູນຂ່າວສານສາກົນ ລວມທັງ ໃຫ້ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ສປຊ, ອາຊຽນ ແລະ ອື່ນໆ. 
ໃນໂອກາດດຽວກັນ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ; ພ້ອມນີ້ ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມການເຊື່ອມຕໍ່ພາກພື້ນ ແລະ ສ້າງຄວາມເຂັ້ມແຂງແກ່ອາຊຽນ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ; ໃນປີ 2024 ນີ້, ສປປ ລາວ ກໍໄດ້ເປີດປີທ່ອງທ່ຽວລາວ ພ້ອມທັງ ຂໍເຊີນຊວນປະຊາຊົນ ຣັດເຊຍ ມາທ່ອງທ່ຽວລາວ ໃຫ້ນັບມື້ນັບຫຼາຍຂຶ້ນ.
ກອງປະຊຸມພົບປະສອງຝ່າຍ ໄດ້ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນ, ໄມຕີຈິດມິດຕະພາບອັນສະໜິດສະໜົມ ແລະ ເຮັດວຽກຮ່ວມກັນດ້ວຍບັນຍາກາດສ້າງສັນ ແລະ ໄດ້ຮັບໝາກຜົນຢ່າງໜ້າເພິ່ງພໍໃຈ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນເລື້ອຍໆ. 
(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ເພີ່ມເຕີມ