ລັດຖະບານ ເພີ່ມທະວີການນຳພາວຽກງານຕ້ານການຄ້າມະນຸດຢ່າງເດັດຂາດ-ຈິງຈັງ

ລັດຖະບານ ເພີ່ມທະວີການນຳພາວຽກງານຕ້ານການຄ້າມະນຸດຢ່າງເດັດຂາດ-ຈິງຈັງ

ລັດຖະບານ ເພີ່ມທະວີການນຳພາວຽກງານຕ້ານການຄ້າມະນຸດຢ່າງເດັດຂາດ-ຈິງຈັງ
ປັດຈຸບັນພັກ ແລະ ລັດຖະບານ ໄດ້ຍົກລະດັບມາດຕະການ ແລະ ນໍາພາ-ຊີ້ນຳວຽກງານຕ້ານການຄ້າມະນຸດຢ່າງເດັດຂາດ ແລະ ຈິງຈັງ ໂດຍໄດ້ວາງນະໂຍບາຍ ແລະ ສ້າງເປັນແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ 5 ປີ ນັບແຕ່ປີ (2026-2030) ເພື່ອເປັນທິດທາງໃນການຈັດ ຕັ້ງປະຕິບັດຢ່າງເປັນລະບົບ ເເລະ ຮັບປະກັນໃຫ້ການສະກັດກັ້ນອາຊະຍາກຳນີ້ ມີປະສິດທິຜົນ ແລະ ສອດຄ່ອງກັບສະພາບການຕົວຈິງ. ໃນຂະນະທີ່ໄດ້ກຳນົດຫົວຂໍ້ ປະຈຳປີ 2026 ໄວ້ຢ່າງໜັກແໜ້ນວ່າ: “ທັບມ້າງວົງຈອນ, ກວດລ້າງເຄືອຂ່າຍນາຍໜ້າ ແຕ່ງດອງແອບແຝງ, ການຖືພາແທນ ແລະ ການຂູດຮີດທາງເພດຂ້າມຊາດໃຫ້ໝົດໄປຈາກສັງຄົມ”.
ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງຍຸຕິທໍາ ທັງເປັນປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ໃຫ້ຮູ້ໃນໂອ ກາດວັນສາກົນເພື່ອຕ້ານການຄ້າມະນຸດປະຈຳປີ 2026 (30 ກໍລະກົດ 2026) ວ່າ: ເພື່ອຮັບປະກັນເຮັດໃຫ້ວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ສອດຄ່ອງກັບສະພາບການຕົວຈິງ ລັດຖະບານ ກໍຄື ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ມອບໝາຍໜ້າທີ່ໃຫ້ບັນດາຂະແໜງການກ່ຽວຂ້ອງ ແລະ ຮຽກຮ້ອງມາຍັງທຸກພາກສ່ວນໃນທົ່ວສັງຄົມ ຈົ່ງພ້ອມກັນຈັດຕັ້ງປະຕິບັດມາດຕະການຕ່າງໆ ເພື່ອຕ້ານການຄ້າມະນຸດໃຫ້ເປັນຮູບປະທຳ ເປັນຕົ້ນໃຫ້ຄະນະໂຄສະນາອົບຮົມສູນກາງພັກ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເປັນເຈົ້າການ ໃນການນຳໃຊ້ສື່ມວນຊົນທຸກຂະແໜງການ ເພື່ອປຸກລະດົມຂະບວນການໂຄສະນາປູກຈິດສໍານຶກໃຫ້ກວ້າງຂວາງ ແລະ ແຫຼມຄົມ, ຕ້ອງເປີດເຜີຍເລ່ຫຼ່ຽມໃໝ່ໆຂອງພວກກໍ່ອາຊະຍາກໍາ ໂດຍສະເພາະການຫຼອກລວງຜ່ານສື່ອອນລາຍ ເພື່ອໃຫ້ປະຊາຊົນຮູ້ທັນ ແລະ ບໍ່ຕົກເປັນເຫຍື່ອ, ຕ້ອງຄຸ້ມຄອງ, ຕິດຕາມກວດກາບັນດາສະຖານທີ່ພັກ ແລະ ຮ້ານບໍລິການບັນເທີງໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ພ້ອມນີ້, ໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍໃຫ້ເຈົ້າໜ້າທີ່ຕຳຫຼວດ ແລະ ພະນັກງານປະຈຳດ່ານຊາຍແດນທົ່ວປະເທດ ຍົກສູງຄວາມຮັບຜິດຊອບໃນການກວດກາ, ຄຸ້ມຄອງການເຂົ້າ-ອອກປະເທດຢ່າງເຄັ່ງຄັດ, ຕ້ອງຊອກຄົ້ນຫາ, ທັບມ້າງເຄືອຂ່າຍນາຍໜ້າແຕ່ງດອງແອບແຝງ ແລະ ສະກັດກັ້ນການເຄື່ອນຍ້າຍແຮງງານທີ່ບໍ່ຖືກຕ້ອງແຕ່ຫົວທີ, ຕ້ອງດຳເນີນການສືບສວນ, ຕິດຕາມ ແລະ ປິດກັ້ນ ທຸກເຄືອຂ່າຍສື່ສັງຄົມອອນລາຍ ທີ່ໂຄສະນາຊວນເຊື່ອຫຼອກລວງ ຈັດຫາວຽກເຮັດງານທຳ ທີ່ບໍ່ຖືກຕ້ອງຕາມກົດໝາຍຢ່າງເດັດຂາດ, ຜູ້ລະເມີດທີ່ເປັນນາຍໜ້າຊອກຍິງລາວ ເພື່ອໄປແຕ່ງດອງແອບແຝງ ຕ້ອງໄດ້ຮັບໂທດຕາມກົດໝາຍຢ່າງໜັກ. ພ້ອມນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕ້ອງເພີ່ມທະວີການຄຸ້ມຄອງ ແລະ ກວດກາ ບັນດາບໍລິສັດຈັດຫາງານຢ່າງເຂັ້ມງວດ, ພ້ອມທັງສືບຕໍ່ຍົກສູງການພັດທະນາສີມືແຮງງານ ແລະ ສ້າງວຽກເຮັດງານທຳພາຍໃນປະເທດ ໃຫ້ສອດຄ່ອງກັບຕະຫຼາດແຮງງານຕົວຈິງ.
 ພ້ອມນີ້, ກະຊວງການຕ່າງປະເທດ ກໍຄື ບັນດາສະຖານເອກອັກຄະລັດຖະທູດ ແລະ ສະຖານ ກົງສູນລາວປະຈຳຕ່າງປະເທດ ຕ້ອງເພີ່ມທະວີການຕິດຕາມ, ກອບກູ້ ແລະ ໃຫ້ການປົກປ້ອງຊ່ວຍເຫຼືອພົນລະເມືອງລາວທີ່ຕົກເປັນເຫຍື່ອຄ້າມະນຸດຢູ່ຕ່າງປະເທດໃຫ້ໄດ້ຮັບຄວາມປອດໄພ ແລະ ທັນເວລາ. ຢ່າງໃດກໍຕາມ, ປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີສະຕິກ່ອນໝັ້ນໝາຍ ຫຼື ແຕ່ງດອງກັບຄົນແປກໜ້າ ເພື່ອໃຫ້ປອດໄພຈາກການຄ້າມະນຸດ. ຖ້າພົບເຫັນການເຄື່ອນໄຫວທີ່ໜ້າສົງໄສ ຂໍໃຫ້ຮີບຮ້ອນແຈ້ງມາຍັງສາຍດ່ວນຕ້ານການຄ້າມະນຸດ 1300 ຫຼື ເບີວັອດແອັບ 020 2288 1300 ໃນທັນທີ.  
ຂ່າວ: ທະນູທອງ; ຂໍ້ມູນ-ພາບ: ປກສ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ