ທ່ານລິນ​ຄຳດວງ​ສະ​ຫວັນລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳແລະປ່າ​ໄມ້ ໄດ້​ຕອບ​ຄຳຊັກ​ຖາມຂອງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ

ລັດຖະ​ບານ​ເລັ່ງຄົ້ນຄວ້າດັດແກ້ມູນຄ່າໂຄງການຊົນລະປະທານ ເພື່ອສືບຕໍ່ໃຫ້ກໍ່ສ້າງສຳເລັດ

ລັດຖະ​ບານ​ເລັ່ງຄົ້ນຄວ້າດັດແກ້ມູນຄ່າໂຄງການຊົນລະປະທານ ເພື່ອສືບຕໍ່ໃຫ້ກໍ່ສ້າງສຳເລັດ
ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ປະເທດເຮົາ ແມ່ນອາໄສປັດໄຈການຜະລິດຫຼາຍຢ່າງ ໂດຍສະເພາະຊົນລະປະທານ ເພື່ອຮັບປະກັນການສະໜອງນໍ້າໃຫ້ແກ່ການຜະລິດຂອງຊາວກະສິກຳ; ຜ່ານມາ, ກໍມີບັນດາໂຄງການຊົນລະປະທານທີ່ເຮັດໄດ້ເກືອບສໍາເລັດ ແຕ່ຖືກຢຸດຕິຍ້ອນງົບປະມານ.

ທ່ານລິນຄຳດວງສະຫວັນລັດຖະມົນຕີກະຊວງກະສິກຳແລະປ່າໄມ້ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 13 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານໄຊສົມພອນພົມວິຫານປະທານສະພາແຫ່ງຊາດ.

ທ່ານ ລິນຄໍາ ດວງສະຫວັນ ໄດ້ກ່າວວ່າ: ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເປັນເຈົ້າການ ໃນການຈັດຕັ້ງປະຕິບັດວຽກງານຊົນລະປະທານ ເພື່ອສະໜອງໃຫ້ແກ່ການຜະລິດ ຊຶ່ງໃນທົ່ວປະເທດ ມີເນື້ອທີ່ນາທັງໝົດ 805.900 ເຮັກຕາ; ໃນນັ້ນ, ມີໂຄງການທີ່ສາມາດສະໜອງນໍ້າໃນລະດູຝົນທັງໝົດ 19.453 ໂຄງການ (ມີປະເພດໂຄງການຊົນລະປະທານນໍ້າໄຫຼເອງ ຈໍານວນ 4.007 ໂຄງການ, ສ່ວນທີ່ເຫຼືອແມ່ນປະເພດໂຄງການຊົນລະປະທານຈັກສູບນ້ໍາໄຟຟ້າ, ຈັກສູບນ້ໍາພະລັງງານແສງອາທິດ ແລະ ຝາຍ ປວງຊົນຂະໜາດນ້ອຍ) ສາມາດສະໜອງນໍ້າ ໄດ້ 317.400 ເຮັກຕາ ໂດຍສະໜອງນໍ້າໃຫ້ການຜະລິດເຂົ້ານາ ປີ 263.300 ເຮັກຕາ ເທົ່າກັບ 32% ຂອງເນື້ອທີ່ປູກເຂົ້ານາປີທັງໝົດ, ສ່ວນເຫຼືອແມ່ນສະໜອງໃຫ້ການປູກພືດ. ໃນລະດູແລ້ງ, ໂຄງການທີ່ສາມາດສະໜອງນໍ້າໃຫ້ແກ່ການຜະລິດທັງໝົດມີ 11.602 ໂຄງການ, ສາມາດສະໜອງນໍ້າໄດ້ 182.500 ເຮັກຕາ ໂດຍສະໜອງໃຫ້ການຜະລິດເຂົ້ານາແຊງ 92.200 ເຮັກຕາ ເທົ່າກັບ 11.5% ຂອງເນື້ອທີ່ນາທັງໝົດ.

ປັດຈຸບັນ, ໂຄງການທີ່ກໍາລັງດໍາເນີນ ໂດຍການລົງທຶນຂອງລັດຖະບານ ມີທັງໝົດ 8 ໂຄງການ, ຖ້າສໍາເລັດຈະສາມາດສະໜອງນໍ້າໄດ້ທັງໝົດ 24.900 ເຮັກຕາຊຶ່ງກວມເອົາ 8 ເມືອງ ຂອງ 5 ແຂວງ; ໃນນັ້ນ, ມີໂຄງການມີຄວາມຄືບໜ້າຕ່ໍາສຸດ 22% ແລະ ສູງສຸດ 78%. (ຊຶ່ງໃນນັ້ນ ໄດ້ກວມເອົາ 3 ໂຄງການທີ່ສະມາຊິກສະພາໄດ້ຍົກຂຶ້ນມີ ຫ້ວຍທ່າຮາວ, ຫ້ວຍອາໄກ ແລະ ຫ້ວຍພະແລງ).ນອກຈາກ 8 ໂຄງການທີ່ກ່າວມານັ້ນ, ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍໃນການນໍາໃຊ້ນໍ້າ ກະຊວງກະສິກຳ ແລະ ປ່າໄມ້ ຍັງໄດ້ສຸມໃສ່ການສຶກສາ, ສໍາຫຼວດ-ອອກແບບຊົນລະປະທານນໍ້າໄຫຼເອງ ດັ່ງທີ່ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ສະເໜີ ມີ 4 ໂຄງການ ຊຶ່ງກວມ 4 ເມືອງ ຂອງ 4 ແຂວງ. ຖ້າຫາກໂຄງການໄດ້ຮັບການຈັດຕັ້ງປະຕິບັດສໍາເລັດ ຈະສາມາດສະໜອງນໍ້າຕື່ມອີກ 10.200 ກວ່າເຮັກຕາ.

ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຍັງກ່າວກ່ຽວກັບວຽກງານການຄຸ້ມຄອງ ແລະ ນໍາໃຊ້ຊົນລະປະທານວ່າ: ນອກຈາກສຸມໃສ່ການລົງທຶນໃນການກໍ່ສ້າງພື້ນຖານໂຄງລ່າງແລ້ວ, ກໍໄດ້ອອກນິຕິກໍາຈໍານວນໜຶ່ງເຊັ່ນ:ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ ແລະ ຄຸ້ມຄອງກຸ່ມຜູ້ນໍາໃຊ້ນໍ້າ ຊົນລະປະທານ; ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ ແລະ ຄຸ້ມຄອງກອງທຶນພັດທະນາຊົນລະທານ ປະກາດໃຊ້ໃນປີ 2024.

ສໍາລັບການແກ້ໄຂບັນຫາໃນຕໍ່ໜ້າ, ໂດຍສະເພາະໂຄງການ ຫ້ວຍອາໄກ້ ທີ່ມີຄວາມຄືບໜ້າ 74% ແລະ ຫ້ວຍຜາແລງ ມີຄວາມຄືບໜ້າ 36%; ທັງສອງໂຄງການ ບໍລິສັດຮັບເໝົາກໍ່ສ້າງ ມີຄວາມກຽມພ້ອມໃນການຈັດຕັ້ງປະຕິບັດ, ຍັງແຕ່ລໍຖ້າການດັດແກ້ມູນຄ່າໂຄງການ ຊຶ່ງປັດຈຸບັນ ລັດຖະບານກໍາລັງຄົ້ນຄວ້າ ເພື່ອສະເໜີສະພາແຫ່ງຊາດ ພິຈາລະນາຮັບຮອງ; ສ່ວນໂຄງການຫ້ວຍທ່າຮາວ, ແມ່ນໄດ້ຮັບຮອງເອົາການສະເໜີ ຂໍດັດແກ້ມູນຄ່າ ຈາກສະພາແຫ່ງຊາດແລ້ວ, ມາຮອດປັດຈຸບັນ ການກໍ່ສ້າງຄືບໜ້າ 68% ແລະ ຄາດຄະເນວ່າຈະສໍາເລັດຕາມແຜນ ໃນທ້າຍປີ 2026.

(ຂ່າວ: ສຸກສະຫວັນ: ພາບ: ເກດສະໜາ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ