ລັດຖະບານແລະອົງການ WCS ສົ່ງເສີມການອະນຸລັກສັດປ່າໃນໂອກາດວັນທີ່ດິນບໍລິເວນນ້ຳໂລກ

ລັດຖະບານແລະອົງການ WCS ສົ່ງເສີມການອະນຸລັກສັດປ່າໃນໂອກາດວັນທີ່ດິນບໍລິເວນນ້ຳໂລກ
ກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ, ກະຊວງກະສິກຳແລະປ່າໄມ້ ແລະອົງການອະນຸລັກສັດປ່າ (WCS) ປະຈຳ ສປປລາວໄດ້ຮ່ວມກັນລົງເຮັດວຽກຢູ່ທີ່ດິນບໍລິເວນນ້ຳເຊຈຳພອນແຂວງສະຫວັນນະເຂດ ເພື່ອສະເຫຼີມສະຫຼອງວັນທີ່ດິນບໍລິເວນນໍ້າໂລກ.
ທີ່ດິນບໍລິເວນນໍ້າ ເປັນໜຶ່ງໃນລະບົບນິເວດທີ່ມີຄວາມຫຼາກຫຼາຍທາງດ້ານຊີວະນານາພັນ ໃນບັນດາລະບົບນິເວດທັງໝົດ ໂດຍເປັນທີ່ຢູ່ອາໄສຂອງພືດ ແລະ ສັດທີ່ມີລັກສະນະສະເພາະຫຼາກຫຼາຍສາຍພັນ. ທີ່ດິນບໍລິເວນນໍ້າ ແມ່ນລະບົບນິເວດທີ່ມີຄວາມສໍາຄັນຫຼາຍ ປະກອບສ່ວນເຂົ້າໃນການສະໜອງຊີວະນານາພັນ, ການຫຼຸດຜ່ອນ ແລະ ການປັບຕົວຂອງດິນຟ້າອາກາດ, ການປັບປຸງຄຸນນະພາບນໍ້າ ແລະ ເປັນແຫຼ່ງທໍາມາຫາກິນຂອງຊຸມຊົນທ້ອງຖິ່ນ.
ຫົວຂໍ້ການສະເຫຼີມສະຫຼອງປີ 2024 ແມ່ນ “ທີ່ດິນບໍລິເວນນໍ້າ ເພື່ອຊີວິດການເປັນຢູ່ທີ່ດີຂອງມວນມະນຸດ” ຊຶ່ງຊີ້ໃຫ້ເຫັນວ່າ ສະຫວັດດີການຂອງມວນມະນຸດໃນທຸກດ້ານ ກໍຄື ຮ່າງກາຍ, ຈິດໃຈ ແລະ ສິ່ງແວດລ້ອມ ລ້ວນແລ້ວແຕ່ຕິດພັນກັບຄວາມອຸດົມສົມບູນຂອງທີ່ດິນບໍລິເວນນ້ຳທີ່ມີຢູ່ໃນໂລກ. ເຖິງວ່າເປັນທີ່ຮັບຮູ້ວ່າ ທີ່ດິນບໍລິເວນນໍ້າມີຄວາມສໍາຄັນຢ່າງຫຼວງຫຼາຍກໍຕາມ, ແຕ່ປັດຈຸບັນທີ່ດິນບໍລິເວນນໍ້າກໍຍັງຖືກໄພຂົ່ມຂູ່ ຈາກການຫາປາແບບບໍ່ຍືນຍົງ ແລະ ຜິດກົດໝາຍ, ການນໍາໃຊ້ນ້ຳຫຼາຍເກີນໄປ ກ້າວໄປເຖິງ ການຖືກຕັດຂາດ ແລະ ການຫັນປ່ຽນ ທີ່ດິນບໍລິເວນນ້ຳເພື່ອຈຸດປະສົງອື່ນ ເປັນຕົ້ນແມ່ນ ການບຸກເບີກພື້ນທີ່ກະສິກໍາຢ່າງກວ້າງຂວາງ.
ປີນີ້ ວັນທີ່ດິນບໍລິເວນນ້ຳໂລກ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ເມືອງຈຳພອນ ແຂວງສະຫວັນນະເຂດ ໂດຍມີນັກຮຽນຈາກໂຮງຮຽນມັດທະຍົມ 3 ແຫ່ງເຂົ້າຮ່ວມໂດຍໃນພິທີດັ່ງກ່າວໄດ້ຈັດກິດຈະກໍາໂຄສະນາເຜີຍແຜ່ ລວມທັງ ການຖາມ-ຕອບ ແລະ ຫຼິ້ນເກມ ເພື່ອສ້າງຄວາມຮັບຮູ້ ແລະເຂົ້າໃຈໃຫ້ແກ່ຊາວໜຸ່ມ ກ່ຽວກັບຄຸນຄ່າຂອງທີ່ດິນບໍລິເວນນ້ຳຕໍ່ມວນມະນຸດ ແລະ ໂລກ. 
ທ່ານ ວົງສະຫວັນ ວຽງມະນີເຈົ້າເມືອງໆຈໍາພອນ ແລະ ຮອງເຈົ້າເມືອງຊົນນະບູລີ, ໄຊບູລີ ແລະ ສອງຄອນ, ທີມງານ WCS ແຂວງສະຫວັນນະເຂດ ພ້ອມດ້ວຍນັກຮຽນ ໄດ້ມີການແລກປ່ຽນກ່ຽວກັບບົດບາດສໍາຄັນຂອງທີ່ດິນບໍລິເວນນໍ້າໃນການຮັກສາ ຊີວະນານາພັນ, ປັບປຸງຄຸນນະພາບນໍ້າ ແລະ ເພື່ອເປັນແຫຼ່ງທໍາມາຫາກິນແລະດໍາລົງຊີວິດຂອງປະຊາຊົນ.
ຜ່ານການຈັດຕັ້ງປະຕິບັດກິດຈະກໍາຢູ່ ທີ່ດິນບໍລິເວນນໍ້າເຊຈໍາພອນ, ໂຄງການ EU/AFD ECILL ປະກອບສ່ວນໂດຍກົງເຂົ້າ 3 ໃນ 5 ຍຸດທະສາດທີ່ໄດ້ກໍານົດໄວ້ໃນແຜນຍຸດທະສາດ ແລະ ແຜນປະຕິບັດງານດ້ານຊີວະນາໆພັນແຫ່ງຊາດ (NBSAP) ເພື່ອເປັນການຕອບສະໜອງຂໍ້ກຳນົດຂອງສົນທິສັນຍາວ່າດ້ວຍຊີວະນານາພັນ (CBD), ພ້ອມກັບການຊຸກຍູ້ຄວາມໝາຍໝັ້ນຂອງ ສປປລາວຕໍ່ສົນທິສັນຍາຣາມຊາວ່າດ້ວຍທີ່ດິນບໍລິເວນນ້ຳທີ່ມີຄວາມສຳຄັນລະດັບສາກົນໂດຍຜ່ານກິດຈະກຳທີ່ຫຼາກຫຼາຍແບບປະສົມປະສານເຂົ້າໃນການສົ່ງເສີມຊັບພະຍາກອນທີ່ດິນບໍລິເວນນໍ້າຢ່າງຊານສະຫຼາດ ແລະ ການປົກປັກຮັກສາຊີວະນານາພັນ ແລະ ລະບົບນິເວດ. ການຄຸ້ມຄອງພູມສັນຖານແບບປະສົມປະສານຂອງທີ່ດິນບໍລິເວນນໍ້າເຊຈໍາພອນ ໄດ້ຊ່ວຍສະໜັບສະໜູນຊຸມຊົນ ທ້ອງຖິ່ນ ໃນການປະເມີນ, ພັດທະນາ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ມີປະໂຫຍດຕໍ່ການອະນຸລັກເປັນຢ່າງດີ.
ທີ່ດິນບໍລິເວນນໍ້າເຊຈໍາພອນ ຕັ້ງຢູ່ເມືອງຈໍາພອນ ແຂວງສະຫວັນນະເຂດ ຊຶ່ງເປັນ ເຂດຣາມຊາ (Ramsar) ທີ່ໃຫຍ່ທີ່ສຸດຂອງ ສປປ ລາວ ແລະ ຍັງເປັນຖິ່ນທີ່ຢູ່ອາໄສຂອງຊີວະນານາພັນທາງນໍ້າທີ່ອຸດົມສົມບູນ, ພ້ອມທັງ ມີປະຊາກອນຂອງແຂ້ນໍ້າຈືດທີ່ຍັງເຫຼືອໜ້ອຍ ແລະ ໃກ້ຈະສູນພັນທີ່ໃຫຍ່ທີ່ສຸດໃນໂລກ, ລວມທັງປະເພດເຕົ່າທີ່ໃກ້ຈະສູນພັນ ແລະ ນົກທີ່ດິນບໍລິເວນນໍ້າ. ຜ່ານແຜນງານຄຸ້ມຄອງພູມີທັດແຂວງສະຫວັນນະເຂດ ທີ່ໄດ້ຮັບທຶນຈາກອົງການຝຣັ່ງເພື່ອການພັດທະນາ (AFD) ແລະ ສະຫະພາບເອີຣົບ ປະຈໍາ ສປປ ລາວ (EU) ພາຍໃຕ້ໂຄງການ “ການອະນຸລັກລະບົບນິເວດໂດຍການຄຸ້ມຄອງພູມີທັດແບບປະສົມປະສານ ຢູ່ ສປປ ລາວ (ECILL), ອົງການອະນຸລັກສັດປ່າ ຊຸກຍູ້ອົງການປົກຄອງທ້ອງຖິ່ນ, ຄູ່ຮ່ວມງານ ແລະ ຊຸມຊົນ ເພື່ອພັດທະນາແຜນການນໍາໃຊ້ທີ່ດິນແລະຊັບພະຍາກອນ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນ ແລະ ການອະນຸລັກຊີວະນານາພັນໃຫ້ຍືນຍົງຕະຫຼອດໄປ.
ຂ່າວ: ຄຳປະສິດ

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ