ລັດຖະບານຍີ່ປຸ່ນຊ່ວຍເຫຼືອດ້ານຄົມມະນາຄົມ ຜ່ານໂຄງການກໍ່ສ້າງຂົວໃນແຂວງຫຼວງພະບາງ

ລັດຖະບານຍີ່ປຸ່ນຊ່ວຍເຫຼືອດ້ານຄົມມະນາຄົມ ຜ່ານໂຄງການກໍ່ສ້າງຂົວໃນແຂວງຫຼວງພະບາງ
ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 64O.000ໂດລາ ເພື່ອປັບປຸງລະດັບໂຄງລ່າງພື້ນຖານ ໃນແຂວງຫຼວງພະບາງ ໃນວັນທີ 9 ກຸມພາ ຜ່ານມາພາຍໃຕ້ໂຄງການຊ່ວຍເຫຼືອຜ່ານອົງການ NGO ຍີ່ປຸ່ນ; ໂຄງການນີ້ຈະສະໜັບສະໜູນທຶນຮອນ ໃນການກໍ່ສ້າງຂົວຈົມທັງໝົດ 3 ແຫ່ງ ໃນເມືອງປາກອູ, ໂພນໄຊ ແລະ ປາກແຊງ ແຂວງຫຼວງພະບາງ ເພື່ອຍົກລະດັບສະພາບການຄົມມະນາຄົມ-ຂົນສົ່ງໃນແຂວງເປົ້າໝາຍ.
ການເຊັນສັນຍາໂຄງການດັ່ງກ່າວ ເປັນການລົງນາມລະຫວ່າງ ທ່ານ ໂຄບະຢະຊິ ເຄັນອິຈິເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ນະກະໂອະ ທະດະຮິໂກະປະທານອົງການ ຄູ່ຮ່ວມພັດທະນາໂຄງລ່າງພື້ນຖານສາກົນ (Japan Infrastructure Partners)ໂດຍມີຜູ້ຕາງໜ້າຈາກຫຼາຍກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ; ທ່ານ ນະກະໂອະ ທະດະຮິໂກະປະທານອົງການ ຄູ່ຮ່ວມພັດທະນາໂຄງລ່າງພື້ນຖານສາກົນ (JIP) ຕາງໜ້າໃຫ້ອົງການກ່າວສະແດງຄວາມປິຕິຍິນດີທີ່ທາງອົງການໄດ້ຮ່ວມເຊັນສັນຍາໂຄງການຊ່ວຍເຫຼືອ ກັບສະຖານທູດຍີ່ປຸ່ນໃນຄັ້ງນີ້; ທ່ານ ນະກະໂອະ ຍັງໄດ້ໃຫ້ຄຳເຫັນຕື່ມວ່າ:“ອົງການJIP ແມ່ນເກີດຂຶ້ນຈາກການຮ່ວມມືກັນຂອງອະດີດພະນັກງານລັດປະຈຳຢູ່ກະຊວງທີ່ດິນ, ໂຍທາທິການ, ຄົມມະນາຄົມ ແລະ ທ່ອງທ່ຽວຍີ່ປຸ່ນ, ແຕ່ຫຼັງຈາກບຳນານແລ້ວ ກໍຍັງຢາກປະກອບສ່ວນເຂົ້າໃນວຽກງານກໍ່ສ້າງໂຄງລ່າງພື້ນຖານ ຈຶ່ງໄດ້ສ້າງຕັ້ງອົງການດັ່ງກ່າວຂຶ້ນ. ພວກຂ້າພະເຈົ້າເຫັນເຖິງຄວາມຈຳເປັນໃນການກໍ່ສ້າງຂົວຈົມຢູ່ປະເທດລາວ ເນື່ອງຈາກວ່າມີຫຼາຍໝູ່ບ້ານທີ່ລົດບໍ່ສາມາດເດີນທາງໄປເຖິງໄດ້ໃນເວລາລະດູຝົນ. ຂ້າພະເຈົ້າຫວັງວ່າ ການກໍ່ສ້າງຈະສຳເລັດລຸລ່ວງໄປດ້ວຍດີ ແລະ ປະຊາຊົນໃນທ້ອງຖິ່ນມີຮອຍຍິ້ມທີ່ສົດໃສໃນວາລະທີ່ໂຄງການສຳເລັດ”. 
ໃນພິທີດັ່ງກ່າວທ່ານ ໂຄບະຢະຊິ ເຄັນອິຈິໄດ້ໃຫ້ຄຳເຫັນ “ແຂວງຫຼວງພະບາງເປັນເມືອງມໍລະດົກໂລກ ທີ່ດຶງດູດນັກທ່ອງທ່ຽວຈາກທັງພາຍໃນ ແລະ ຕ່າງປະເທດ ຊຶ່ງການເປີດນຳໃຊ້ທາງລົດໄຟລາວ-ຈີນໃນ2-3 ປີມານີ້ ໄດ້ກາຍເປັນການຍົກລະດັບໂຄງລ່າງພື້ນຖານຂອງແຂວງຢ່າງກ້າວກະໂດດ. ແຕ່ເນື່ອງຈາກວ່າ ແຂວງຫຼວງພະບາງມີເນື້ອທີ່ສ່ວນໃຫຍ່ເປັນເຂດພູດອຍ ແລະ ແມ່ນ້ຳລຳເຊໄຫຼຜ່ານຫຼາຍ ເຮັດໃຫ້ຍັງມີຫຼາຍບ່ອນທີ່ລົດບໍ່ສາມາດຜ່ານໄປໄດ້ ຍ້ອນລະດັບນ້ຳທີ່ເພີ່ມຂຶ້ນໃນລະດູຝົນ. ສະພາບການດັ່ງກ່າວ ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງໃຫ້ແກ່ການທຳມາຫາກິນ ແລະ ດຳລົງຊີວິດຂອງປະຊາຊົນໃນທ້ອງຖິ່ນ ຊຶ່ງເປັນສາເຫດຫຼັກທີ່ພາໃຫ້ເກີດມີຄວາມແຕກໂຕນດ້ານຄວາມເປັນຢູ່ພາຍໃນແຂວງ”. 
ພ້ອມກັນນັ້ນ, ທ່ານຍັງໄດ້ມີຄຳເຫັນຕື່ມວ່າ “ຂ້າພະເຈົ້າຄາດຫວັງວ່າ ການຊ່ວຍເຫຼືອໃນຄັ້ງນີ້ ຈະເປັນການປະກອບສ່ວນໃຫ້ການເດີນທາງໄປມາຫາສູ່ກັນຂອງປະຊາຊົນໃນ 3 ເມືອງຈະໄດ້ຮັບການປັບປຸງ ແລະ ຍັງເປັນການກະຕຸ້ນເສດຖະກິດໃນທ້ອງຖິ່ນ ທີ່ຊ່ວຍໃຫ້ສະພາບຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບ, ພ້ອມທັງກາຍເປັນການສ້າງພື້ນຖານໃນການພັດທະນາໂຄງລ່າງພື້ນຖານທີ່ຍືນຍົງໃນອະນາຄົດອີກດ້ວຍ”; ໂຄງການຊ່ວຍເຫຼືອຜ່ານອົງການບໍ່ສັງກັດລັດຖະບານ (NGO) ຍີ່ປຸ່ນແມ່ນ ໄດ້ຮັບການສະໜອງທຶນຈາກກະຊວງການຕ່າງປະເທດຍີ່ປຸ່ນ ເພື່ອໃຫ້ອົງການ NGO ຍີ່ປຸ່ນເປັນຜູ້ວາງແຜນ ແລະ ນຳໃຊ້ໃນການຈັດຕັ້ງປະຕິບັດໂຄງການເພື່ອການພັດທະນາເສດຖະກິດ-ສັງຄົມໃນປະເທດກຳລັງພັດທະນາ ລວມເຖິງສປປ ລາວ. 
ໃນໄລຍະ 5 ປີຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນແກ່ສປປ ລາວ ໃນດ້ານ ການສຶກສາ, ສາທາລະນະສຸກ, ເກັບກູ້ລະເບີດບໍ່ທັນແຕກ, ການທ່ອງທ່ຽວ ແລະ ດ້ານອື່ນໆ ລວມເປັນມູນຄ່າຫຼາຍກວ່າ 13 ລ້ານໂດລາ. ປະເທດຍີ່ປຸ່ນຈະສືບຕໍ່ຮ່ວມມືກັບອົງການ NGO ເພື່ອໃຫ້ການຊ່ວຍເຫຼືອປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.
(ຂ່າວ: ສະຖານທູດຍີ່ປຸ່ນ)

ຄໍາເຫັນ

ຂ່າວການຮ່ວມມື

ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ບໍ່ແມ່ນພຽງຄໍາເວົ້າທາງການທູດທີ່ເປັນນາມມະທຳ ແລະ ຍິ່ງບໍ່ແມ່ນການຖ່າຍທອດຮູບແບບການພັດທະນາຈາກຝ່າຍໜຶ່ງໄປສູ່ອີກຝ່າຍໜຶ່ງແຕ່ພຽງຝ່າຍດຽວ.ໃນທີ່ນີ້ ຈຳເປັນຕ້ອງຊີ້ແຈງຄວາມເຂົ້າໃຈໜຶ່ງໃຫ້ຈະແຈ້ງວ່າ: ການຮ່ວມມືທີ່ເປັນຮູບປະທໍາລະຫວ່າງ ລາວ ແລະ ຈີນ ໃນດ້ານຊີວິດການເປັນຢູ່ຂອງປະຊາຊົນ, ຍາມໃດກໍມີຈຸດເລີ່ມຕົ້ນຈາກແຜນພັດທະນາ ແລະ ຄວາມຕ້ອງການຕົວຈິງຂອງປະຊາຊົນຢູ່ຂັ້ນຮາກຖານຂອງລາວ, ທຸກໂຄງການຮ່ວມມືລ້ວນແຕ່ຜ່ານການປຶກສາຫາລືຢ່າງສະເໝີພາບ, ຮ່ວມກັນວາງແຜນ ແລະ ຊຸກຍູ້ການປະຕິບັດໂດຍສອງຝ່າຍ, ບົນພື້ນຖານການເຄົາລົບສິດທິຂອງລາວໃນການກຳນົດການພັດທະນາຂອງຕົນເອງຢ່າງເຕັມສ່ວນ.
ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ແລະ ພັນລະຍາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ ໄດ້ນໍາພາຄະນະຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ແຕ່ວັນທີ 22-24 ພະຈິກ ນີ້ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ລາວ ແລະ ມາເລເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ.
ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ຊາວໜຸ່ມຕ່າງປະເທດຄັ້ງທີ 3 ສຳເລັດຜົນດີ

ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ຊາວໜຸ່ມຕ່າງປະເທດຄັ້ງທີ 3 ສຳເລັດຜົນດີ

ໃນວັນທີ 9 ພະຈິກ 2026, ເນື່ອງໃນໂອກາດສະຫຼອງຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ແລະ ປີມິດຕະພາບ ລາວ-ຈີນ, ກິດຈະກຳສາທາລະນະກຸສົນໂຄງການ “C Me Fly” ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ສຳລັບຊາວໜຸ່ມຕ່າງປະເທດ ຄັ້ງທີ 3 ປະຈຳ ສປປ ລາວ ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກ China Merchants Foundation, ຈັດໂດຍ Sinotrans ແລະ ດຳເນີນການ Sinotrans Overseas ຮ່ວມກັບ Pinglan Foundation, ໄດ້ສຳເລັດລົງຢ່າງສົມບູນ ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ.
ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ການເສີມສ້າງຮາກຖານທີ່ໝັ້ນຄົງໃຫ້ຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ດ້ວຍການຮ່ວມມືທີ່ເປັນຮູບປະທຳ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ. ລາວ ແລະ ຈີນ ສອງປະເທດມີພູຜາ ແລະ ສາຍນ້ຳເຊື່ອມຕໍ່ກັນ, ມີແນວຄວາມຄິດທີ່ສອດຄ່ອງກັນ, ເປັນປະເທດເພື່ອນບ້ານສັງຄົມນິຍົມທີ່ໄດ້ສ້າງສາຍພົວພັນອັນເລິກເຊິ່ງໃນຖານະ “ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ”. ນັບຕັ້ງແຕ່ສ້າງສາຍພົວພັນການທູດຢ່າງເປັນທາງການໃນປີ 1961 ເປັນຕົ້ນມາ, ການພົວພັນລາວ-ຈີນ ໄດ້ຜ່ານຜ່າບົດທົດສອບທີ່ເໝືອນດັ່ງພາຍຸລົມແດງຕະຫຼອດ 65 ປີ ແລະ ຍິ່ງແຂງແກ່ນຂຶ້ນ. ໃນເດືອນມິຖຸນາປີນີ້, ຜູ້ນຳສູງສຸດຂອງສອງປະເທດໄດ້ຮ່ວມກັນກຳນົດຖານະໃໝ່ໃນການຮ່ວມມືກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່.
ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນຊຸດຝຶກອົບຮົມວຽກງານພະນັກງານນໍາພາ-ຄຸ້ມຄອງວຽກງານສື່ມວນຊົນ ສປປ ລາວ ຢູ່ ສສ ຫວຽດນາມ ໄລຍະ 2 ເດືອນ ນຳໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ນຳພາຄະນະຢ້ຽມຢາມເພື່ອພົບປະແລກປ່ຽນບົດຮຽນດ້ານການຜະລິດເນື້ອຫາຂ່າວ ແລະ ການພັດທະນາສື່ມວນຊົນໃນຍຸກດິຈິຕອນກັບໜັງສືພິມກອງທັບປະຊາຊົນຫວຽດນາມ,ເມື່ອບໍ່ດົນມານີ້,ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃຫ້ການຕ້ອນຮັບໂດຍ ທ່ານ ພັນເອກພິເສດ ຫງວຽນ ຮົ່ງ ຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານ ຫງວຽນ ດຶກຕວ່ານ ຮອງຜູ້ອຳນວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ພາຍໃຕ້ຫົວຂໍ້ “ການປົກປ້ອງສິດທິເດັກ ແລະ ມາດຕະການຕ້ານການກໍ່ອາຊະຍາກຳຕໍ່ເດັກ ຂອງອົງການໄອຍະການ ລາວ-ຣັດເຊຍ” ໂດຍການເຂົ້າຮ່ວມຂອງ ທ່ານ​ ພຸດທະວົງ​ ບົວລະພາ​ ຫົວໜ້າ​ກົມຮ່ວມມືກັບຕ່າງປະເທດ ອອປສ, ທ່ານ ອາເລັກເຊວລາດີມີໂຣວິຊ ຄອສຕຣີຢາຄອຟຮອງຫົວໜ້າກົມກວດກາການປະຕິບັດການຄຸ້ມຄອງສິດ, ເສລີພາບ ແລະ ຜົນປະໂຫຍດອັນຊອບທຳຂອງເຍົາວະຊົນ ກົມໃຫຍ່ຄຸ້ມຄອງການປະຕິບັດກົດໝາຍລັດຖະບານກາງ. ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ຕາງໜ້າອົງການໄອຍະການທະຫານ ອ້ອມຂ້າງ ອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງສູນກາງ ເຂົ້າຮ່ວມ.
ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໃນວັນທີ19ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນສໍາລັບການພັດທະນາເສດຖະກິດ-ສັງຄົມຂອງສປປລາວຈໍານວນ2ໂຄງການຄື: ໂຄງການຕິດຕາມກວດກາຄຸນນະພາບນໍ້າແລະໂຄງການສະໜອງອຸປະກອນມອດໄຟ. ຕາງໜ້າລັດຖະບານແຫ່ງສປປລາວຮ່ວມລົງນາມໂດຍທ່ານອານຸພາບວົງໜໍ່ແກ້ວຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວແລະຕາງໜ້າລັດຖະບານຍີ່ປຸ່ນລົງນາມໂດຍທ່ານໂຄອິຊຶມິຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາສປປລາວໂດຍມີຜູ້ຕາງໜ້າຈາກບັນດາກະຊວງແລະພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

ປີ 2026 ຖືເປັນຂີດໝາຍປະຫວັດສາດສຳຄັນຂອງສາຍພົວພັນລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະມາເລເຊຍເນື່ອງໃນໂອກາດຄົບຮອບ60 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ (1/7/1966-1/7/2026). ຕະຫຼອດຫົກທົດສະວັດຜ່ານມາ, ສາຍພົວພັນຂອງສອງປະເທດໄດ້ພັດທະນາຈາກມິດຕະພາບອັນດີງາມ ສູ່ການເປັນຄູ່ຮ່ວມມືທີ່ໃກ້ຊິດ ແລະ ຮອບດ້ານ ຊຶ່ງກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວັດທະນະທຳ ແລະ ການພັດທະນາຊັບພະຍາກອນມະນຸດ.
ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

‎​ ວັນທີ19ພະຈິກຜ່ານມາທີ່ນະຄອນຫຼວງມະນິລາປະເທດຟີລິບປິນ, ຄະນະຜູ້ແທນສະພາແຫ່ງຊາດແຫ່ງສປປ ລາວໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືແລະພິຈາລະນາຮ່າງມະຕິຂອງບັນດາກຳມາທິການຕ່າງໆໃນຂອບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຫຼືໄອປາ (AIPA) ຄັ້ງທີ47ຊຶ່ງໄດ້ສຸມໃສ່ບັນດາວຽກງານທີ່ສຳຄັນດັ່ງນີ້: ກຳມາທິການການເມືອງໄດ້ປຶກສາຫາລືກ່ຽວກັບບົດບາດຂອງລັດຖະສະພາໃນການຮັກສາສັນຕິພາບ, ຄວາມໝັ້ນຄົງກໍຄືການເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ,​​ ກຳມາທິການເສດຖະກິດໄດ້ຮ່ວມກັນຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດພາກພື້ນ, ການຫັນເປັນດີຈີຕອນລວມທັງການພັດທະນາແບບຍືນຍົງ,​ ​ກຳມາທິການສັງຄົມໄດ້ພິຈາລະນາຮ່າງມະຕິວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາທີ່ມີຄວາມທົນທານຕໍ່ໄພພິບັດພ້ອມທັງປົກປ້ອງກຸ່ມຄົນດ້ອຍໂອກາດໃນສັງຄົມ,​ ກຳມາທິການການຈັດຕັ້ງ​ໄດ້ຄົ້ນຄວ້າວຽກງານພາຍໃນຂອງAIPA ແລະກະກຽມຄວາມພ້ອມໃນການຮັບຮອງເອົາລັດຖະສະພາແຫ່ງຊາດຕີມໍ-ແລັດສະເຕເຂົ້າເປັນສະມາຊິກສົມບູນລຳດັບທີ11.​
ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ໃນວັນທີ 19 ພະຈິກນີ້ທີ່ຫ້ອງຮັບແຂກ ຄະນະກວດກາສູນກາງພັກ, ທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ໂຄອິຊຶມິ ຊຶໂຕມຸ (H.E. Tsutomu Koizumi) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບອຳລາ ໃນໂອກາດທີ່ທ່ານທູດ ໄດ້ສຳເລັດພາລະກິດການທູດ ແລະ ສິ້ນສຸດວາລະການປະຈຳການຢູ່ ສປປ ລາວ.
ເພີ່ມເຕີມ