ລັດຖະມົນຕີ ກະຊວງ ຮສສ ຢ້ຽມຢາມຜູ້ປະສົບໄພນໍ້າຖ້ວມ ຢູ່ເມືອງເຊບັ້ງໄຟ

ລັດຖະມົນຕີ ກະຊວງ ຮສສ ຢ້ຽມຢາມຜູ້ປະສົບໄພນໍ້າຖ້ວມ ຢູ່ເມືອງເຊບັ້ງໄຟ

ລັດຖະມົນຕີ ກະຊວງ ຮສສ ຢ້ຽມຢາມຜູ້ປະສົບໄພນໍ້າຖ້ວມ ຢູ່ເມືອງເຊບັ້ງໄຟ
ທ່ານ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮ​ສ​ສ) ທັງເປັນຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນຢູ່ບ້ານນາພອກ ເມືອງເຊບັ້ງໄຟ ແຂວງຄໍາມ່ວນໃນ​ວັນ​ທີ 26 ສິງ​ຫາ​ຜ່ານ​ມາ.
ລດຖະມນຕ ກະຊວງ ຮສສ ຢຽມຢາມຜປະສບໄພນາຖວມ ຢເມອງເຊບງໄຟ - image 1
 

ທ່ານ ອື່ງສິດ ນິມິດບັນຊາ ຮອງປະທານຄະນະກໍາມະການປົກຄອງເມືອງ, ທັງເປັນປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງໄດ້ລາຍງານວ່າ: ເນື່ອງຈາກລົມມໍລະສຸມຕາເວັນຕົກສຽງໃຕ້ທີ່ພັດຜ່ານເມືອງເຊບັ້ງໄຟ ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ຈິ່ງເຮັດໃຫ້ລະດັບນໍ້າເຊບັ້ງໄຟເພີ່ມຂຶ້ນຢ່າງໄວວາ ວັດແທກໄດ້ໃນຄັ້ງວັນທີ 25 ສິງຫາ 2026 ລະດັບນໍ້າເຊຂຶ້ນສູງສຸດ 20.85 ແມັດ, ໄດ້ໄຫຼເຂົ້າພື້ນທີ່ຢູ່ອາໄສ ແລະ ພື້ນທີ່ກະສິກໍາ. ນັບແຕ່ວັນທີ 1-26 ສິງຫາ 2026 ນໍ້າໄດ້ຖ້ວມບ້ານເຮືອນປະຊາຊົນມີ 19 ບ້ານຄື: ຢູ່ເຂດຕາແສງຄໍາແພໃຕ້ມີ 7 ບ້ານ ຖືກນໍ້າຖ້ວມ, ເຂດຕາແສງສີບຸນເຮືອງມີ 10 ບ້ານ ຖືກນໍ້າຖ້ວມ ແລະ ເຂດຕາແສງຄໍາແພເໜືອ 2 ບ້ານຖືກນໍ້າຖ້ວມ,ເຂດຕາແສງແສນຄໍາສົມບູນມີ 1 ບ້ານ.

ເພື່ອກະກຽມຄວາມພ້ອມໃນການຕອບໂຕ້ໄພພິບັດທີ່ເກີດຂຶ້ນພາຍໃນເມືອງ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງໄດ້ສົມທົບກັບຄະນະພັກເມືອງ, ກໍາລັງ ປກຊ-ປກສ ເມືອງ,ກອງພັນໃຫຍ່ 401,ກອງພັນ 107,ກອງພັນ 123 ແລະ ສົມທົບກັບບັນດາຕາແສງ, ອໍານາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງລົງເຄື່ອນໄຫວຕິດຕາມ,ເຝົ້າລະວັງ ແລະ ໃຫ້ການຊ່ວຍເຫຼືອ ຜູ້ປະສົບໄພນໍ້າຖ້ວມໂດຍມີການອົບພະຍົກປະຊາຊົນ, ສັດລ້ຽງ ແລະ ວັດຖຸ-ອຸ ປະກອນຂອງປະຊາຊົນໄປໄວ້ບ່ອນທີ່ປອດໄພກໍ່ຄືສູນພັກເຊົາຂອງບັນດາບ້ານ. ນອກຈາກນັ້ນຍັງໄດ້ແນະນໍາໃຫ້ປະຊາຊົນ ຕິດຕາມເຝົ້າລະວັງພະຍາດຕາມລະດູການເປັນຕົ້ນ: ພະຍາດໄຂ້ເລືອດອອກ ແລະ ພະຍາດທີ່ມາກັບທໍາມະຊາດ ແລະ ອື່ນໆ.

ນອກຈາກນີ້, ນ້ຳຍັງໄຫຼເຂົ້າຖ້ວມເນື້ອທີ່ການຜະລິດກະສິກຳ, ໂຮງຮຽນ, ສຸກສາລາແລະອື່ນໆ ໂດຍສະເພາະແມ່ນເນື້ອທີ່ ເຂົ້ານາປີຖືກນ້ຳຖ້ວມທັງໝົດ 4,868.53 ເຮັກຕາ ເທົ່າກັບ 46.69% ຂອງເນື້ອທີ່ນາປີ, ຖ້ວມເນື້ອທີ່ປູກອ້ອຍ 687 ເຮັກຕາ, ເນື້ອທີ່ປູກມັນຕົ້ນ 131 ເຮັກຕາ ແລະ ເນື້ອທີ່ປູກຢາງພາລາ 168 ເຮັກຕາ, ເນື້ອທີ່ປູກພືດອື່ນໆ 62 ເຮັກຕາ ເທົ່າກັບ 30.70% ຂອງເນື້ອທີ່ປູກພືດຕົວຈິງ 2,866 ເຮັກຕາ, ຈໍານວນສັດລ້ຽງທີ່ໄດ້ຮັບຜົນກະທົບທັງໝົດ 18,547 ໂຕ, ສະເພາະສັດລ້ຽງເຊັ່ນ: ງົວ,ຄວາຍ,ໝູ,ແບ້ ແລະ ສັດປີກໄດ້ນໍາໄປໄວ້ຢູ່ບ່ອນທີ່ສູງ, ນອກຈາກນີ້ ຍັງຖ້ວມໜອງປາແລະລະບົບຊົນລະປະທານເສຍຫາຍເປັນຈຳນວນຫຼວງຫຼາຍ.

ໃນໂອກາດເຄື່ອນໄຫວຢ້ຽມຢາມປະຊາຊົນທີ່ຖືກຜົນກະທົບນໍ້າຖ້ວມຢູ່ເມືອງເຊບັ້ງໄຟຄັ້ງນີ້, ທ່ານລັດຖະມົນຕີກະຊວງ ຮສສພ້ອມດ້ວຍຄະນະໄດ້ມອບເຄື່ອງບໍລິໂພກຈໍານວນໜຶ່ງໃຫ້ແກ່ປະຊາຊົນບ້ານນາພອກ ແລະ ໄດ້ມອບເຄື່ອງຊ່ວຍເຫຼືອປະເພດເຂົ້າສານຈ້າວ 5 ໂຕນ ມູນຄ່າ 75 ລ້ານກີບພ້ອມດ້ວຍໝີ່ໄວໆ ແລະ ນໍ້າດື່ມຈໍານວນໜຶ່ງໃຫ້ແກ່ເມືອງເຊບັ້ງໄຟເພື່ອນໍາໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບກະທົບຈາກນໍ້າຖ້ວມ.

ຂ່າວ: ຄຳມ່ວນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອພສ ແຂວງຄໍາມ່ວນເປັນເຈົ້າພາບຈັດຝຶກອົບຮົມການບໍລິຫານຫ້ອງການ

ອພສ ແຂວງຄໍາມ່ວນເປັນເຈົ້າພາບຈັດຝຶກອົບຮົມການບໍລິຫານຫ້ອງການ

ຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຮ່ວມກັບ ອົງການພຸດທະສາສະໜາສັມພັນລາວ ( ອພສ ) ແຂວງຄໍາມ່ວນ ໄດ້ຈັດຝຶກອົບຮົມວຽກງານຄຸ້ມຄອງເອກະສານຂຶ້ນລະຫວ່າງວັນທີ 14 – 18 ກັນຍາ 2026 ຢູ່ທີ່ສະໂມສອນ ຫ້ອງວ່າການປົກຄອງເມືອງທ່າແຂກ , ໂດຍການເປັນປະທານ ພະອາຈານ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງອົງການພຸດທະສາສະໜາສັມພັນລາວ ທັງເປັນຫົວໜ້າຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນລາວ, ພະອາຈານ ວັນເພັນ ໄຊຍະສອນ ປະທານ ອພສ ແຂວງຄໍາມ່ວນ,ທ່ານ ແກ້ວວິໄລ ໄຊຍະບຸດ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ , ທ່ານ ລາຕີ ພິມມະຈັກ ຮອງຫົວໜ້າກົມເອກະສານແຫ່ງຊາດ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີຄະນະ ອພສ ແຂວງບໍລິໄຊ, ແຂວງວຽງຈັນ, ແຂວງໄຊສົມບູນ, ຄະນະບໍລິຫານງານ ອພສ ແຂວງຄໍາມ່ວນ , ຄະນະ ອພສ ເມືອງ 10 ຕົວເມືອງ, ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ .
ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ອໍານວຍຄວາມສະດວກໃຫ້ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ CCM

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ອໍານວຍຄວາມສະດວກໃຫ້ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ CCM

ເພື່ອເປັນການອໍານວຍຄວາມສະດວກໃນການສັນຈອນໄປ-ມາ ໃຫ້ຜູ້ແທນທີ່ເດີນທາງເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (CCM) ທີ່ ສປປ ລາວໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ(ນວ) ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ຮ່ວມກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໄດ້ນໍາກຳລັງລົງປະຈຳການຢູ່ຈຸດຕ່າງໆ ເພື່ອອຳນວຍຄວາມສະດວກໃນການສັນຈອນໄປ-ມາ ໂດຍສະເພາະຢູ່ຈຸດດ້ານໜ້າຫໍປະຊຸມແຫ່ງຊາດ.
ຜູ້ອຸທິດຕົນຮັບໃຊ້ສັງຄົມ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກ

ຜູ້ອຸທິດຕົນຮັບໃຊ້ສັງຄົມ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກ

​ ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO) ເປັນວຽກງານໜຶ່ງທີ່ມີບົດບາດຄວາມສຳຄັນ ເຕັມໄປດ້ວຍຄວາມສ່ຽງ ແລະ ຄວາມທ້າທາຍ ແຕ່ທ່ານ ນາງ ເພັງຈັນ ສີປະເສີດ ພະນັກງານແພດສະໜາມປະຈຳໜ່ວຍງານ AC1 ໄດ້ອຸທິດຕົນປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ນັບແຕ່ປີ 1999 ເປັນຕົ້ນມາຈົນເຖິງປັດຈຸບັນ ເພື່ອຄວາມປອດໄພຊີວິດການເປັນຂອງຢູ່ປະຊາຊົນພາຍໃນແຂວງຫຼວງພະບາງ.
ລາວ ມີຄວາມມຸ່ງຫວັງອັນແຮງກ້າ ຢາກໃຫ້ປະຊາຄົມໂລກຮ່ວມມືກັນ

ລາວ ມີຄວາມມຸ່ງຫວັງອັນແຮງກ້າ ຢາກໃຫ້ປະຊາຄົມໂລກຮ່ວມມືກັນ

​ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 13 ກັນຍາຜ່ານມາ ທີ່ສະໜາມເກັບກູ້ລະເບີດ ບ້ານພິກໃຫຍ່ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ຊຶ່ງມີຄໍາຖາມວ່າ: ການຈັດກອງປະຊຸມຄັ້ງນີ້, ທາງການລາວຢາກຝາກຄຳຮຽກຮ້ອງຫຍັງສູ່ປະຊາຄົມໂລກ?.
ກະລຶມ ເອົາ​ໃຈ​ໃສ່ ສົ່ງເສີມການຜະລິດ ແລະ ຟື້ນຟູຜົນປະທົບຈາກໄພພິບັດ

ກະລຶມ ເອົາ​ໃຈ​ໃສ່ ສົ່ງເສີມການຜະລິດ ແລະ ຟື້ນຟູຜົນປະທົບຈາກໄພພິບັດ

ໃນໄລຍະຜ່ານມາ, ເມືອງກະລຶມ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍຖືເອົາການຊຸກຍູ້ສົ່ງເສີມການຜະລິດກະສິກໍາ (ປູກຝັງ-ລ້ຽງສັດ) ຕິດພັນກັບການປັບປຸງ, ຟື້ນຟູ ແລະ ກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ, ເສັ້ນທາງຄົມມະນາຄົມ, ລະບົບນໍ້າປະປາຊຸມຊົນ ແລະ ລະບົບຊົນລະປະທານ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກການດໍາລົງຊີວິດ ຂອງປະຊາຊົນໃຫ້ດີຂຶ້ນ.
ເລຂາພັກແຂວງຄໍາມ່ວນ ໂອ້ລົມ ຄະນະກຳມະການປົກຄອງ 44 ຕາແສງທົ່ວແຂວງ

ເລຂາພັກແຂວງຄໍາມ່ວນ ໂອ້ລົມ ຄະນະກຳມະການປົກຄອງ 44 ຕາແສງທົ່ວແຂວງ

ສະ​ຫາຍ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາມ່ວນ ໄດ້ມີຄຳເຫັນໂອ້ລົມ ຕໍ່ຄະນະກຳມະການປົກຄອງ44 ຕາແສງທົ່ວແຂວງຄໍາມ່ວນ, ໃນ​ວັນ​ທີ 14 ກັນ​ຍາ​ນີ້ ທີ່ ສະ​ໂມ​ສອນຫຼັກ 4 ໂດຍມີສະ​ຫາຍ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ມີການນໍາຂອງແຂວງ, ການນໍາຂອງເມືອງ ແລະ ຄະນະກຳປະການປົກຄອງຕາແສງໃນທົ່ວແຂວງເຂົ້າຮ່ວມ.
ແຂວງວຽງຈັນສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ

ແຂວງວຽງຈັນສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025) ແລະ ກຳນົດທິດທາງ 5 ປີ (2026-2030) ທົ່ວແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 14-15 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາ,ຮອງເລຂາພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ໜ່ວຍພັກຮາກຖານກົງຈັກຊ່ວຍວຽກຂອງ ສສຍລ ໃນວັນທີ 8 ກັນຍາຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ; ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກຮາກຖານຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

ສະຫະພັນນັກຮົບເກົ່າແຂວງອັດຕະປື ຢືນຢັນຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ອັນດີງາມຂອງນັກຮົບເກົ່າແຫ່ງຊາດລາວ, ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກ ແລະ ປຸກລະດົມຖັນແຖວນັກຮົບເກົ່າ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງອຸດົມໄຊ ນຳໂດຍ ສະຫາຍ ບຸນມີ ສຳລີບູນ ຮັກສາການເລຂາ ພ້ອມຄະນະທີມງານ ໄດ້ລົງມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນ 3 ບ້ານ ຄື: ບ້ານຫ້ວຍລາ, ກອນຄຳ ແລະ ທ່າກາດ, ເມືອງແບງ ແຂວງອຸດົມໄຊ ທີ່ປະສົບໄພພິບັດທຳມະຊາດຈາກນ້ຳຫ້ວຍໄຫຼຊຸ ໃນວັນທີ 8 ກັນຍາ 2026, ຊຶ່ງສາເຫດຈາກຝົນຕົກໜັກຕໍ່ເນື່ອງໃນໄລຍະເດືອນສິງຫາ ຜ່ານມາ ເຮັດໃຫ້ນ້ຳປ່າໄຫຼຊຸຮຸນແຮງ ສົ່ງຜົນກະທົບຕໍ່ຫຼາຍຄອບຄົວ, ເຮັດໃຫ້ດິນເຊາະເຈື່ອນ, ເນື້ອທີ່ນາ ແລະ ສວນກະສິກຳເສຍຫາຍ, ເຮືອນບາງຫຼັງເສຍຫາຍ, ເຄື່ອງຊ່ວຍເຫຼືອທີ່ນຳມາມອບ ປະກອບມີ: ເຄື່ອງນອນ, ເຄື່ອງໃຊ້ຄົວເຮືອນ, ປ່ອງປາ, ເກືອ, ສະບູຝຸ່ນ, ສະບູອາບນໍ້າ ແລະ ສິ່ງຂອງຈຳເປັນອື່ນໆ ລວມມູນຄ່າ 38 ລ້ານກີບ, ຕາງໜ້າຮັບໂດຍ ຄະນະນຳຂອງເມືອງ, ຄະນະບ້ານ ແລະ ປະຊາຊົນຜູ້ປະສົບໄພ.
ເພີ່ມເຕີມ