ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ໃນວັນທີ 29 ກັນຍາ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນເອກ ໂຕ ເລິມ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສາທາລະນະລັດສັງຄົມຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາ ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ການນຳຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດແຜນການຮ່ວມມື ປະຈຳປີ 2023 ແລະ ກຳນົດທິດທາງແຜນການຮ່ວມມືປະຈຳປີ 2024.
ໂອກາດນີ້, ສະຫາຍ ພົນເອກ ໂຕ ເລິມ ໄດ້ຕາງໜ້າຄະນະນຳພັກ-ລັດຖະບານ ແລະ ປະຊາຊົນ ສສ ຫວຽດນາມ ນຳເອົາຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງສາມັກຄີອັນສະໜິດແໜ້ນ ເຖິງສະຫາຍປະທານປະເທດ ພ້ອມດ້ວຍການນຳ ພັກ-ລັດ ແລະ ປະຊາຊົນລາວ. ພ້ອມທັງໄດ້ລາຍງານຈຸດປະສົງ ໃນການເດີນທາງເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃຫ້ສະຫາຍປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຊາບ.
ຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ຄະນະນຳກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນການມາຢ້ຽມຢຽມ ແລະ ເຮັດວຽກຢູ່ ສປປ ລາວ ເວົ້າສະເພາະກໍແມ່ນການເຮັດວຽກຮ່ວມກັບກະຊວງປ້ອງກັນຄວາມສະຫງົບລາວໃນຄັ້ງນີ້. ພ້ອມທັງໄດ້ເນັ້ນໜັກໃຫ້ສອງກຳລັງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ສືບຕໍ່ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອສະຫງ່າງາມ ໃຫ້ໝັ້ນຄົງທະນົງແກ່ນ; ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ-ການຮ່ວມມືຮອບດ້ານ ໃຫ້ເລິກເຊິ່ງກວ້າງຂວາງ ສຸມໃສ່ພັດທະນາສອງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງ, ຮັບປະກັນໃຫ້ສອງປະເທດ ລາວ-ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ, ປະຊາຊົນສອງຊາດໄປມາຫາສູ່ກັນຢ່າງສະດວກສະບາຍ, ສ້າງຄວາມເຂັ້ມແຂງໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຍິ່ງຂຶ້ນ.
ພ້ອມດຽວກັນນັ້ນ ສະຫາຍ ພົນເອກ ໂຕ ເລິມ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງສາທາລະນະລັດ ສັງຄົມຫວຽດນາມ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອລາຍງານກ່ຽວກັບຜົນສໍາເລັດ ກອງປະຊຸມຮ່ວມມືສອງຝ່າຍ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ຊຶ່ງໄດ້ເປັນຂີດໝາຍທີ່ດີ ໃນການເດີນທາງມາເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືພິເສດ ລະຫວ່າງສອງຊາດ ລາວ-ຫວຽດນາມ ໂດຍສະເພາະ ກໍແມ່ນສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ; ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ແລະ ໃຫ້ການຊ່ວຍເຫຼືອທາງດ້ານຕ່າງໆຕະຫຼອດໄປ.
ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ຕໍ່ສະຫາຍລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ສໍາເລັດການພົບປະຮ່ວມມືໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ໃນຄັ້ງນີ້ ພ້ອມທັງອວຍພອນໃຫ້ທ່ານ ພ້ອມດ້ວຍຄະນະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
(ຂ່າວ, ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວເດັ່ນ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ

ໃນຕອນແລງວັນທີ 23 ກັນຍາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ເຂິງຄໍາ ແກ້ວໜູຈັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 22 ແລະ ອັດລົງໃນຕອນແລງວັນທີ 23 ກັນຍາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ນອກນັ້ນ ຍັງມີບັນດາຄະນະນຳອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2026.
ຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ຢ້ຽມຢາມ ສປປ ລາວ

ຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ຢ້ຽມຢາມ ສປປ ລາວ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ນຳໂດຍ ສະຫາຍ ເຊຣ໌ເກ ອາເລັກຊັນໂດຼວິຈ໌ ຊືຣັນກົບ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-25 ກັນຍາ 2026.
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນກັນຍາພິຈາລະນາ 16 ຫົວຂໍ້ສຳຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນກັນຍາພິຈາລະນາ 16 ຫົວຂໍ້ສຳຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2026 ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 22 ກັນຍານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາຄະນະນຳອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນຕຸລາ 2026.
ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສຫວຽດນາມ

ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສຫວຽດນາມ

ໃນວັນທີ 21 ກັນຍາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຟ້າມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ.
ນາຍົກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ

ນາຍົກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ

ໃນຕອນບ່າຍວັນທີ 21 ກັນຍານີ້, ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຟ້າມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ນາຍົກໂອ້ລົມຕໍ່ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ນາຍົກໂອ້ລົມຕໍ່ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນວັນທີ 21 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ ປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າກົມ ຫົວໜ້າພະແນກການຂັ້ນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຊຶ່ງທ່ານນາຍົກກ່າວວ່າ: ວຽກງານການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກແມ່ນໜຶ່ງໃນວຽກງານຍຸດທະສາດທີ່ສຳຄັນທີ່ສຸດຂອງພັກ ແລະ ລັດຖະບານ ນັບຕັ້ງແຕ່ສະຖາປະນາ ສປປ ລາວ ເປັນຕົ້ນມາ.
ກອງປະຊຸມຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ ຮັກຊາດ ແລະ ພັດທະນາ

ກອງປະຊຸມຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ ຮັກຊາດ ແລະ ພັດທະນາ

ໃນວັນທີ 18 ກັນຍານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄດ້ເປັນປະທານກອງປະຊຸມຄົ້ນຄວ້າ ແລະ ຜ່ານນິຕິກຳ ຂອງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ ຮັກຊາດ ແລະ ພັດທະນາ; ມີທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຮອງປະທານຄະນະຊີ້ນຳລະດັບຊາດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທ່ານຄະນະຊີ້ນໍາ ແລະ ກອງເລຂາຄະນະຊີ້ນໍາລະດັບຊາດ, ຕາງໜ້າຈາກກະຊວງ-ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຄຳເວົ້າອັນຊົງຄຸນຄ່າຂອງທ່ານ ທອງລຸນ ສີສຸລິດ ໃນພິທີລົງນາມສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໃນປີ 2008

ຄຳເວົ້າອັນຊົງຄຸນຄ່າຂອງທ່ານ ທອງລຸນ ສີສຸລິດ ໃນພິທີລົງນາມສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໃນປີ 2008

ເນື່ອງໃນໂອກາດທີ່ ສປປ ລາວ ໄດ້ຮັບກຽດເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM), ພວກເຮົາຂໍຫວນຄືນເຖິງຄຳເວົ້າອັນຊົງຄຸນຄ່າຂອງ ພະນະທ່ານ ທອງລຸນ ສີສຸລິດປະທານປະເທດແຫ່ງ ສປປ ລາວ ທີ່ເຄີຍກ່າວໄວ້ໃນພິທີລົງນາມສົນທິສັນຍາດັ່ງກ່າວໃນປີ 2008 ວ່າ:
ເປີດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ຂຶ້ນຢ່າງເປັນທາງການ

ເປີດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ຂຶ້ນຢ່າງເປັນທາງການ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of Convention on Cluster Munitions) ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 14 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ,
ນາຍົກລັດຖະມົນຕີ ຕ້ອນຮັບການນຳກະຊວງກະລາໂຫມຣາຊະອານາຈັກໄທ

ນາຍົກລັດຖະມົນຕີ ຕ້ອນຮັບການນຳກະຊວງກະລາໂຫມຣາຊະອານາຈັກໄທ

ໃນວັນທີ 9 ກັນຍາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ໃຫ້ກຽດຕ້ອນຮັບທ່ານພົນໂທ ອະດຸນ ບຸນທໍາຈະເຣີນ ລັດຖະມົນຕີວ່າການກະຊວງກະລາໂຫມແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທຄັ້ງທີ 30 ທີ່ນະຄອນຫຼວງວຽງຈັນ ສປປ ລາວ.
ເພີ່ມເຕີມ