ລັດຖະມົນຕີຫົວໜ້າ ຫສນຍ ຕິດຕາມຊຸກຍູ້ການແກ້ໄຂໄພພິບັດນ້ຳຖ້ວມ ຢູ່ແຂວງວຽງຈັນ

ລັດຖະມົນຕີຫົວໜ້າ ຫສນຍ ຕິດຕາມຊຸກຍູ້ການແກ້ໄຂໄພພິບັດນ້ຳຖ້ວມ ຢູ່ແຂວງວຽງຈັນ

ລັດຖະມົນຕີຫົວໜ້າ ຫສນຍ ຕິດຕາມຊຸກຍູ້ການແກ້ໄຂໄພພິບັດນ້ຳຖ້ວມ  ຢູ່ແຂວງວຽງຈັນ
ໃນວັນທີ 2 ຕຸລາຜ່ານມານີ້, ທ່ານ ບົວຄົງ ນາມມະວົງລັດຖະມົນຕີຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍທ່ານ ນາງ ແກ້ວ ຈັນທະວີໄຊຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະຄະນະ(ໂດຍປະຕິບັດຕາມການມອບໝາຍຂອງທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ)ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ເມືອງເຟືອງ ແຂວງວຽງຈັນ, ພ້ອມທັງ ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ ໂດຍມີທ່ານ ພູທະນູເພັດ ໄຊສົມບັດຮອງເຈົ້າແຂວງວຽງຈັນພ້ອມດ້ວຍພະແນກການ, ຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຕິດຕາມຊຸກຍູ້ການແກ້ໄຂໄພພິບັດນໍ້າຖ້ວມໃນຄັ້ງນີ້.
ລດຖະມນຕຫວໜາ ຫສນຍ ຕດຕາມຊກຍການແກໄຂໄພພບດນຳຖວມ ຢແຂວງວຽງຈນ - image 1
 

 

ໃນໂອກາດນີ້, ທ່ານລັດຖະມົນຕີ, ຫົວໜ້າ ຫສນຍ ແລະ ຄະນະ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການບໍລິຫານຈັດການນໍ້າ ຢູ່ເຂື່ອນໄຟຟ້ານໍ້າລີກ 1 ແລະ 2, ລວມທັງ ສະພາບຜົນກະທົບ ທີ່ເກີດຂຶ້ນ ຈາກຜູ້ຕາງໜ້າບໍລິສັດ ເຂື່ອນໄຟຟ້ານໍ້າລີກ ເຫັນວ່າ: ເນື່ອງຈາກໄດ້ມີພາຍຸພັດຜ່ານເຂົ້າມາລາວ ແລະ ພາໃຫ້ເກີດມີຝົນຕົກໜັກ ໃນອາທິດທີ່ຜ່ານມາເຮັດໃຫ້ນ້ຳໃນເຂື່ອນໄຟຟ້ານໍ້າລີກເພີ່ມຂຶ້ນຢ່າງໄວວາກາຍເຂດເຕືອນໄພທີ່ກຳນົດໄວ້, ເພື່ອຫຼີກລ່ຽງຄວາມສ່ຽງທີ່ອາດຈະເກີດຂຶ້ນ ຫຼື ບໍ່ສ້າງຄວາມເສຍຫາຍຢ່າງຮ້າຍແຮງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຈຶ່ງຈຳເປັນຕ້ອງໄດ້ປ່ອຍນ້ຳອອກຈາກເຂື່ອນ ຊຶ່ງໄດ້ແຈ້ງເຕືອນແຜນການປ່ອຍນໍ້າອອກຈາກເຂື່ອນ ໃຫ້ສັງຄົມຮັບຊາບລ່ວງໜ້າໃນການກະກຽມຮັບມືຊຶ່ງການປ່ອຍນໍ້າລະບາຍອອກຈາກເຂື່ອນຕົວຈິງເນື່ອງຈາກວ່າມີຝົນຕົກຫຼາຍໃນຊ່ວງວັນທີ 27-30 ກັນຍາ ຈຶ່ງມີຄວາມຈໍາເປັນໃນການປ່ອຍນໍ້າອອກເພີ່ມຫຼາຍຂຶ້ນ, ສ່ວນໃນໄລຍະວັນທີ1-2 ຕຸລານີ້ ແມ່ນໄດ້ຫຼຸດຜ່ອນການປ່ອຍນໍ້າຢ່າງຕໍ່ເນື່ອງ. ຈາກສະພາບດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຢູ່ພາຍໃນ 7 ບ້ານ ຂອງເມືອງເຟືອງ ທີ່ລຽບຕາມແຄມນໍ້າລີກ ໂດຍສະເພາະ ໄດ້ເກີດສະພາບນໍ້າຖ້ວມ-ນໍ້າໄຫຼຊຸ ສ້າງຄວາມເສຍຫາຍ ເປັນຕົ້ນ:ເຮືອນ, ໄຮ່ນາ, ບາງກິດຈະການແຫຼ່ງທ່ອງທ່ຽວ, ໂຄງລ່າງພື້ນຖານ ແລະ ອື່ນໆ. ນອກຈາກນີ້, ການນຳແຂວງວຽງຈັນ ຍັງໄດ້ແຈ້ງໃຫ້ຊາບວ່າ: ປັດຈຸບັນ ທົ່ວແຂວງວຽງຈັນ ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມຄັ້ງນີ້ ຢູ່ 3ເມືອງ ຄື: ເມືອງໂພນໂຮງ ມີ3 ບ້ານ; ເມືອງເຟືອງ ມີ 7ບ້ານ ແລະ ເມືອງກາສີ ມີ 15ບ້ານ.

ລດຖະມນຕຫວໜາ ຫສນຍ ຕດຕາມຊກຍການແກໄຂໄພພບດນຳຖວມ ຢແຂວງວຽງຈນ - image 2
 

ໃນໂອກາດດຽວກັນ, ທ່ານລັດຖະມົນຕີ, ຫົວໜ້າ ຫສນຍ ກໍໄດ້ມີຄຳເຫັນຕໍ່ພາກສ່ວນກ່ຽວຂ້ອງ ໃຫ້ຮີບຮ້ອນເອົາໃຈໃສ່ແກ້ໄຂບັນຫາ ເປັນຕົ້ນໄດ້ສະເໜີໃຫ້ການນຳຂອງແຂວງ ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ຮີບຮ້ອນໃຫ້ການຊ່ວຍເຫຼືອ ກໍລະນີສຸກເສີນຕ່າງໆ ຢ່າງວ່ອງໄວ ແລະ ທັນການ; ສືບຕໍ່ໃຫ້ການຊ່ວຍເຫືອປະຊາຊົນທີ່ຖືກຜົນກະທົບໃນຄັ້ງນີ້ ໃຫ້ທົ່ວເຖິງ; ຮີບຮ້ອນຟື້ນຟູຜົນກະທົບ ໂດຍສະເພາະໂຄງລ່າງພື້ນຖານ, ໄຮ່ນາ, ກິດຈະການຕ່າງໆ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, ເສັ້ນທາງ ຕ້ອງຮັບປະກັນ ບໍ່ໃຫ້ຖືກຕັດຂາດ;ໃຫ້ບໍລິສັດເຂື່ອນໄຟຟ້ານໍ້າລີກ ເອົາໃຈໃສ່ໃນການບໍລິຫານຈັດການນ້ຳໃນເຂື່ອນໃຫ້ດີຂຶ້ນຕື່ມ ເພື່ອຮັບປະກັນທັງສອງດ້ານ (ບໍ່ໃຫ້ເຂື່ອນແຕກ ແລະ ບໍ່ໃຫ້ເກີດສະພາບນໍ້າຖ້ວມ ຕອນລຸ່ມຂອງເຂື່ອນ ເພີ່ມຕື່ມອີກ).

ລດຖະມນຕຫວໜາ ຫສນຍ ຕດຕາມຊກຍການແກໄຂໄພພບດນຳຖວມ ຢແຂວງວຽງຈນ - image 3
 

ຫຼັງຈາກນັ້ນ, ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ກໍໄດ້ລົງຕິດຕາມກວດກາເບິ່ງສະພາບນໍ້າຖ້ວມ ກໍຄືສະພາບຜົນເສຍຫາຍທີ່ເກີດຂຶ້ນ ຢູ່ພື້ນທີ່ຕົວຈິງ, ພ້ອມທັງມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ເປັນຕົ້ນ ເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້,ຊຶ່ງຕາງໜ້າກ່າວຮັບ ແມ່ນທ່ານເລຂາພັກເມືອງໆເຟືອງ.

ໃນເວລາຕໍ່ມາ, ທ່ານລັດຖະມົນຕີຫົວໜ້າ ຫສນຍ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ເດີນທາງໄປເຮັດວຽກຮ່ວມກັບການນຳແຂວງວຽງຈັນ ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຖືໂອກາດນີ້ທ່ານລັດຖະມົນຕີ, ຫົວໜ້າຫສນຍໄດ້ຕາງໜ້າໃຫ້ລັດຖະບານ ກໍຄືຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ມອບເງິນ ແລະ ເຄື່ອງຊ່ວຍເຫຼືອການແກ້ໄຂໄພພິບັດນໍ້າຖ້ວມໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຂວງວຽງຈັນ ລວມມູນຄ່າທັງໝົດຈຳນວນ 354 ລ້ານກີບ ຕື່ມອີກ.

ລດຖະມນຕຫວໜາ ຫສນຍ ຕດຕາມຊກຍການແກໄຂໄພພບດນຳຖວມ ຢແຂວງວຽງຈນ - image 4
 

(ຂ່າວ-ພາບ: ກົມປະຊາສຳພັນຫສນຍ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ