ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ໂຮງຮຽນມັດທະຍົມສົມບູນ ເມືອງດາກຈຶງ

ລັດຖະມົນຕີກະຊວງ ຜທ ລາວ ແລະ ຫວຽດນາມຊຸກຍູ້ວຽກງານ ຢູ່ທີ່ເມືອງດາກຈຶງ

ລັດຖະມົນຕີກະຊວງ ຜທ ລາວ ແລະ ຫວຽດນາມຊຸກຍູ້ວຽກງານ ຢູ່ທີ່ເມືອງດາກຈຶງ
ທ່ານເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະ ທ່ານ ຫງວຽນຈີ້ຢຸ້ງລັດຖະມົນຕີກະຊວງແຜນການແລະການລົງທຶນ ຫວຽດນາມປະທານຄະນະກຳມະການຮ່ວມມືຫວຽດນາມ-ລາວ

 ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ໂຮງຮຽນມັດທະຍົມສົມບູນ ເມືອງດາກຈຶງ ແຂວງເຊກອງໃນວັນທີ 8 ກັນຍາຜ່ານມາໂດຍມີທ່ານຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານຮອງເຈົ້າແຂວງເຊກອງ ແລະພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ທ່ານຂັນຕີສີລະວົງສາຮອງເຈົ້າແຂວງເຊກອງຜູ້ຊີ້ນຳວຽກງານເສດຖະກິດ ໄດ້ລາຍງານວ່າ: ແຂວງເຊກອງຕັ້ງຢູ່ພາກຕາເວັນອອກສ່ຽງໃຕ້ຂອງສປປລາວມີເນື້ອທີ່ທັງໝົດ 7.750 ຕາກິໂລແມັດ, ມີພົນລະເມືອງ 137.474 ຄົນ ຊຶ່ງມີຊາຍແດນຕິດກັບສສຫວຽດນາມຍາວ 280 ກມ; ປະກອບມີດ່ານທີ່ຕິດຈອດກັບບັນດາແຂວງຂອງສສຫວຽດນາມ: ດ່ານສາກົນ 1 ແຫ່ງ, ດ່ານທ້ອງຖິ່ນ 1 ແຫ່ງແລະດ່ານປະເພນີ 2 ແຫ່ງ.
ແຂວງເຊກອງມີການຮ່ວມມືກັບບັນດາແຂວງຂອງສສຫວຽດນາມ 9 ແຂວງຄື: ແຂວງກວາງນາມ, ນະຄອນດານັງ, ກອນຕູມ, ເທື່ອທຽນເຫວ້, ບິ່ງດິ້ງ, ຢາລາຍ, ດັກລັກ, ກວາງຈິແລະກວາງຫງາຍ ຊຶ່ງໃນແຕ່ລະປີໄດ້ຊ່ວຍເຫຼືອໃນການກໍ່ສ້າງຊັບພະຍາກອນມະນຸດລະດັບຊັ້ນສູງ, ປະລິນຍາຕີ, ປະລິນຍາໂທແລະປະລິນຍາເອກໃຫ້ແກ່ແຂວງເຊກອງມີທັງໝົດຈຳນວນ 560 ທຶນແລະທຶນຊ່ວຍເຫຼືອໃນການພັດທະນາພື້ນຖານໂຄງລ່າງທັງໝົດຈຳນວນ 83.973 ລ້ານດົງ. ພິເສດ: ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ກໍໍໄດ້ຮັບການຊ່ວຍເຫຼືອເຄື່ອງອຸປະກອນການແພດເພື່ອສະກັດກັ້ນແລະປ້ອງກັນພະຍາດໂຄວິດ-19 ຈາກບັນດາແຂວງພາກກາງແລະພາກໃຕ້ ຂອງສສຫວຽດນາມລວມມີມູນຄ່າທັງໝົດ 2.905 ລ້ານດົງ.
ປັດຈຸບັນທົ່ວແຂວງເຊກອງມີໂຄງການລົງທຶນ FDI ທັງໝົດ 124 ໂຄງການ, ມີມູນຄ່າການລົງທຶນຕາມສັນຍາ 9.547 ລ້ານໂດລາ, ຄາດຄະເນການຈັດຕັ້ງປະຕິບັດຕົວຈິງປະມານ 3.239 ລ້ານໂດລາຫຼືປະມານ 35% ຂອງມູນຄ່າການລົງທຶນ FDI ທັງໝົດ, ສ່ວນໃຫຍ່ເປັນການລົງທຶນເອກະຊົນພາຍໃນ 79 ໂຄງການ, ມູນຄ່າການລົງທຶນ 2.059 ລ້ານໂດລາ, ກວມເອົາ 61,62%, ການລົງທຶນເອກະຊົນຕ່າງປະເທດ 45 ໂຄງການ, ມູນຄ່າການລົງທຶນ 1.311 ລ້ານໂດລາ, ກວມເອົາ 38,37%, ໃນນັ້ນໄດ້ມີການລົງທຶນຂອງຫວຽດນາມ 27 ໂຄງການ, ມູນຄ່າ 1.071 ລ້ານໂດລາກວມອັດຕາສ່ວນ 54%, ໄທ 7 ໂຄງການ, ມູນຄ່າ 329,7 ລ້ານໂດລາ, ກວມອັດຕາສ່ວນ 25%, ຈີນ 5 ໂຄງການ, ມູນຄ່າການລົງທຶນ 263 ລ້ານໂດລາ, ກວມອັດຕາສ່ວນ 20% ແລະປະເທດອື່ນໆອີກ 6 ໂຄງການມູນຄ່າ 11,4 ລ້ານ, ກວມອັດຕາສ່ວນ 1%, ໂຄງການທັງໝົດ.
ສຳລັບການລົງທຶນຂອງຂອງສສຫວຽດນາມໄລຍະຜ່ານມາ ມີ 27 ໂຄງການກວມອັດຕາສ່ວນ 54% ຂອງການລົງທຶນຕ່າງປະເທດ; ມີມູນຄ່າການລົງທຶນທັງໝົດ 1.071 ລ້ານໂດລາ, ໃນນັ້ນ, ຂັ້ນສູນກາງອະນຸຍາດ 11 ໂຄງການ, ມູນຄ່າການລົງທຶນ 1.043 ລ້ານໂດລາແລະຂັ້ນແຂວງອະນຸຍາດທັງໝົດ 14 ໂຄງການມູນຄ່າການລົງທຶນ 18 ລ້ານໂດລາ; ໃນນັ້ນຂົງເຂດພະລັງງານໄຟຟ້ານໍ້າຕົກມີ 3 ໂຄງການ; ຂົງເຂດບໍ່ແຮ່ 6 ໂຄງການ; ຂົງເຂດກະສິກໍາ 14 ໂຄງການແລະຂົງເຂດການບໍລິການ 2 ໂຄງການ.
ຜ່ານການຊຸກຍູ້, ຕິດຕາມແລະຕີລາຄາເຫັນວ່າການລົງທຶນຂອງພາກສ່ວນເອກະຊົນຈາກສສຫວຽດນາມໂດຍລວມແມ່ນໄດ້ປະກອບສ່ວນສ້າງໃຫ້ເສດຖະກິດ-ສັງຄົມຂອງແຂວງເຊກອງມີການຂະຫຍາຍຕົວ,ສ້າງວຽກເຮັດງານທໍາໃຫ້ປະຊາຊົນຖືເປັນກໍາລັງແຮງດ້ານການຜະລິດເພື່ອການສົ່ງອອກທີ່ສໍາຄັນເປັນຕົ້ນແມ່ນດ້ານແຮ່ທາດ, ພະລັງງານ, ຢາງພາລາ, ກາເຟແລະອື່ນໆ. ໃນນັ້ນຫົວໜ່ວຍທຸລະກິດຈາກສສຫວຽດນາມຍັງໄດ້ປະກອບສ່ວນໃນການສ້າງສີມືແຮງງານ, ນໍາເອົາແຫຼ່ງທຶນຕ່າງໆສຸມໃສ່ໃນການດໍາເນີນໂຄງການຂະໜາດໃຫຍ່ຈໍານວນໜຶ່ງເປັນຕົ້ນ: ໂຄງການກໍ່ສ້າງໄຟຟ້າຄວາມຮ້ອນຖ່ານຫີນເຊກອງກະລຶມ 1.800 ເມກາວັດແລະໂຄງການຊື້-ຂາຍຖ່ານຫີນ, ໂຄງການຂຸດຄົ້ນແລະປຸງແຕ່ງບົກຊິດ, ໂຄງການເຂື່ອນໄຟຟ້ານໍ້າຕົກເຊຂະໝານ 3, ໂຄງການປູກຢາງພາລາ, ໂຄງການປູກແລະປຸງແຕ່ງກາເຟ, ໂຄງການປູກໝາກຖົ່ວລຽນ.
ໃນໂອກາດທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ທີ່ໂຮງຮຽນມັດທະຍົມສົມບູນ ເມືອງດາກຈຶງ ທ່ານ ຫງວຽນຈີ້ຢຸ້ງໄດ້ມອບເງິນສົດ ຈຳນວນ 10.000 ໂດລາ ໃຫ້ແຂວງເຊກອງ ແລະ ມອບໃຫ້ໂຮງຮຽນມັດທະຍົມສົມບູນ ເມືອງດາກຈຶງ ຈຳນວນ 5.000 ໂດລາ ເພື່ອປະກອບສ່ວນເຂົ້າໃນພັດທະນາຂອງແຂວງ, ການບຳລຸງປັບປຸງໂຮງຮຽນ. ພ້ອມນັ້ນ ກໍໍຍັງໄດ້ມອບເຄື່ອງກອງນໍ້າສະອາດ ໃຫ້ໂຮງຮຽນ ຈຳນວນ 8 ເຄື່ອງ ແລະ ມອບໃຫ້ເມືອງດາກຈຶງ ຈຳນວນ 2 ເຄື່ອງ.

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ