![]() |
ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີຜ້າຫົ່ມ 1,652 ຜືນ ມູນຄ່າ 199,892,000 ກີບ, ມອບໃຫ້ ປະຊາຊົນໃນ 16 ບ້ານຂອງເມືອງຫຼວງນ້ຳທາ. ກ່າວມອບໂດຍທ່ານ ສຸບັນ ເພຍສັກຂາ ແລະ ກ່າວຮັບໂດຍທ່ານ ບຸນຄົງ ພິມມະສອນ ພ້ອມທັງ ສະແດງຄວາມຂອບອົກຄອບໃຈມາຍັງ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ, ທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ແລະ ຈະນຳເອົາເຄື່ອງດັ່ງກ່າວຈະມອບຕໍ່ໃຫ້16 ບ້ານເປົ້າໜາຍ ຢ່າງທົ່ວເຖີງພ້ອມທັງອວຍພອນໃຫ້ທ່ານຮອງຜູ້ອຳນວຍການບໍລິສັດ ລັດວິສາຫະກິດຫວຍພັດທະນາຈົ່ງມີສຸຂະພາບແຂງແຮງ, ມີຜົນສຳເລັດໃນໜ້າທີວຽກງານ ແລະ ຫວັງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອຈາກທ່ານຕື່ມອິກ.
(ແຫຼ່ງຂ່າວ: ເມືອງຫຼວງນໍ້າທາ)

ຄໍາເຫັນ